ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6

10:30 | 03/10/2020

ຍ​ສໝ - ກອງປະຊຸມໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືຂອງບັນດາກຸ່ມປະຕິບັດງານໃນຂົງເຂດທະນາຄານ ເມື່ອບັນລຸໄດ້ຄາດໝາຍການເຄື່ອນໄຫວໄດ້ວາງອອກນັບແຕ່ຕົ້ນປີ 2020 ເກືອບທັງໝົດ, ໃນນັ້ນ ຈຸດພົ້ນເດັ່ນແມ່ນຂໍ້ລິເລີ່ມໃຫ້ບຸລິມະສິດການຮ່ວມມືຂອງເສົາຄ້ຳເສດຖະກິດຂອງປີປະທານ ອາຊຽນ 2020 ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຊຳລະເງິນໃນພາກພື້ນ.

​ສົມ​ທົບຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອີ​ຕາ​ລີ - ອາ​ຊຽນ
ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ຈຳ​ອາ​ຟ​ຼິກ​ກາ​ໃຕ້​ຕີ​ລາ​ຄາ​ສູງ​ຫວຽດ​ນາມ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ອາ​ຊຽນ
ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6
ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 (ພາບ: tapchitaichinh.vn)

ເພີ່ມທະວີການຮ່ວມມືດ້ານການເງິນພາກພື້ນ ອາຊຽນ - ຊຸກຍູ້ການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງແມ່ນເນື້ອໃນສຳຄັນທີ່ໄດ້ຮັບການປຶກສາຫາລືຢູ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 ເຊິ່ງຈັດຕັ້ງໃນລະຫວ່າງວັນທີ 01 – 02 ຕຸລາ ຢູ່ຮ່າໂນ້ຍ ຕາມຮູບການທາງອອນລາຍ. ນີ້ແມ່ນກອງປະຊຸມສຳຄັນທີ່ສຸດໃນລະບົບບັນດາເຫດການຮ່ວມມືດ້ານການເງິນ ແລະ ທະນາຄານ ອາຊຽນ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2020. ຢູ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ຜູ້​ວ່າ​ການ​ກໍ່​ພິ​ຈາ​ລະ​ນາ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ໃນ​ຂອ​ບ​ເຂດ​ວິ​ວັດ​ການ​ຮ່ວມ​ມື​ດ້ານ​ກາ​ນ​ເງິນ - ທະ​ນາ​ຄານ ອາ​ຊຽ​ນ. ທ່ານ ເຈິ່ນ​ຊວັນ​ຮ່າ ຮອງ​ລັດ​ຖະ​ມົນ​ຕີ​ກະ​ວງ​ການ​ເງິນ ໃຫ້​ຮູ້​ວ່າ:

ຂໍ້​ລິ​ເລີ່ມ​ບຸ​ລິ​ມະ​ສິດ​ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ການ​ເງິນ​ຍືນ​ຍົງ ໃນ​ອາ​ຊຽ​ນ. ໃນ​ນັ້ນ, ຂໍ້​ລິ​ເລີ່ມ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ຕະຫຼາດ​ທຶນ​ຍືນ​ຍົງ, ກອງ​ປະ​ຊຸມ​ໄດ້​ເລືອກ​ເຟັນ​ຫົວ​ຂໍ້​ນີ້ ເພື່ອ​ແນ​ໃສ່​ແກ້​ໄຂ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ໃນ​ກຸ່ມ​ອາ​ຊຽນ​ເວົ້າ​ລວມ, ຫວຽດ​ນາມ ເວົ້າ​ສະ​ເພາະ ແມ່ນ​ສຳ​ຄັນ​ທີ່​ສຸດ, ຄວາມ​ຕ້ອງ​ການ​ດ້ານ​ການ​ເງິນ​ເພື່ອ​ມີ​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ.

ກອງປະຊຸມໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືຂອງບັນດາກຸ່ມປະຕິບັດງານໃນຂົງເຂດທະນາຄານ ເມື່ອບັນລຸໄດ້ຄາດໝາຍການເຄື່ອນໄຫວໄດ້ວາງອອກນັບແຕ່ຕົ້ນປີ 2020 ເກືອບທັງໝົດ, ໃນນັ້ນ ຈຸດພົ້ນເດັ່ນແມ່ນຂໍ້ລິເລີ່ມໃຫ້ບຸລິມະສິດການຮ່ວມມືຂອງເສົາຄ້ຳເສດຖະກິດຂອງປີປະທານ ອາຊຽນ 2020 ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຊຳລະເງິນໃນພາກພື້ນ. ໃນນັ້ນ, ຂໍ້ລິເລີ່ມບັນດາຫຼັກການທະນາຄານແບບຍືນຍົງແມ່ນຂໍ້ລິເລີ່ມ ອາຊຽນ ໂດຍ ຫວຽດນາມ ສະເໜີເພື່ອແນໃສ່ມຸ່ງໄປເຖິງການສ້າງບັນດາຫຼັກການລວມ ທີ່ມີລັກສະນະແບບຍືນຍົງ ໃຫ້ແກ່ການເຄື່ອນໄຫວຂອງບັນດາທະນາຄານໃນພາກພື້ນ ອາຊຽນ. ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນກ​າ​ນ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ມື ຂອງ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ອາ​ຊຽນ ຄັ້ງ​ທີ 6.

ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນຕ້ານອາດຊະຍາກຳຂ້າມຊາດ

ຍສໝ - ຫວຽດນາມ ສະເໜີໃຫ້ບັນດາປະເທດຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດອາຊຽນ.

ເວ​ທີ​ປາ​ໄສ ​ ລັດ​ຖະ​ບານ - ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ອາ​ຊຽນ​ກ່ຽວ​ກັບ​ສະ​ວັດ​ດີ​ການ​ສັງ​ຄົ​ມ ແລະ ການ​ພັດ​ທະ​ນາ

ວັນທີ 21 ກັນຍາ, ເວທີປາໄສລັດຖະບານ - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15 ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດໃນການຟື້ນຟູ ແລະ ຄວາມສາມັກຄີຂອງຄອບຄົວ: ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບຕົວໃຫ້ແທດເໝາະ ກັບສະພາບການໃໝ່” ໄດ້ດຳເນີນຕາມຮູບແບບທາງອອນລາຍໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ມາຈາກບັນດາປະເທດອາຊຽນ, ຄະນະເລຂາອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ນິວຊີແລນ ຕີລາຄາສູງກຳລັງຄວາມສາມາດນຳພາຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ 2020

ຍສໝ - ທ່ານນາງ Alison Mann, ຫົວໜ້າກົມໃຫຍ່ເຊື່ອມໂຍງພາກພື້ນ ອາຊີ - ປາຊີຟິກ, ກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ໃຫ້ຮູ້ວ່າ: Wellington ຕີລາຄາສູງທີ່ສຸດຕໍ່ກຳລັງຄວາມສາມາດນຳພາຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.