ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20

17:38 | 20/12/2020

ຍສໝ - ງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ (ຫ່າເຂົາ)  ຄັ້ງທີ 20 ປີ 2020 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເລີ່ມຕົ້ນການເດີນທາງໃໝ່, ສ້າງອະນາຄົດໃໝ່”.  

ພ ທ ເປ ດງານວາງສະແດງເສດຖະກ ດການຄ າຊາຍແດນ ຈ ນ ຫວຽດນາມ ຄ ງທ 20 ຫວຽດນາມ - ໄທ ສູ້ຊົນວົງເງິນການຄ້າບັນລຸ 20 ຕື້ໂດລາສະຫະລັດ
ພ ທ ເປ ດງານວາງສະແດງເສດຖະກ ດການຄ າຊາຍແດນ ຈ ນ ຫວຽດນາມ ຄ ງທ 20 ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ງານຕະຫລາດນັດການຄ້າຊາຍແດນຈີນ - ຫວຽດນາມ (ຫ່າເຂົາ) ຄັ້ງທີ 20 ໃນປີ 2020 ໄດ້ເປີດຈັດຕັ້ງດ້ວຍຮູບການຖ່າຍທອດສົດຈາກ 3 ຂົວໂທລະພາບ ແມ່ນສູນວາງສະແດງກິມແທັງ, ລາວກາຍ (ຫວຽດນາມ) ແລະ ສູນວາງສະແດງສາກົນຫ່າເຂົາ (ປະເທດຈີນ) ແລະ ເມືອງກົນມີງ (ແຂວງເວີນນາມ, ປະເທດຈີນ). ນີ້ແມ່ນຄັ້ງທຳອິດທີ່ງານວາງສະແດງສິນຄ້າປະຈຳປີນີ້ ໄດ້ຈັດຂຶ້ນດ້ວຍຮູບການຖ່າຍທອດສົດ ຍ້ອນຜົນກະທົບຂອງການລະບາດພະຍາດ COVID-19.

ພ ທ ເປ ດງານວາງສະແດງເສດຖະກ ດການຄ າຊາຍແດນ ຈ ນ ຫວຽດນາມ ຄ ງທ 20
ທ່ານຫ່ວາງກວກແຂ້ງ - ຮອງເຈົ້າແຂວງ ແຂວງລາວກາຍ. (ພາບ: thoidai.com.vn)

ງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ (ຫ່າເຂົາ) ຄັ້ງທີ 20 ປີ 2020 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເລີ່ມຕົ້ນການເດີນທາງໃໝ່, ສ້າງອະນາຄົດໃໝ່”, ໄດ້ຈັດຕັ້ງຂຶ້ນໂດຍມີຈຸດປະສົງ ເພື່ອສົ່ງເສີມບົດບາດເປັນຂົວຕໍ່ທາງດ້ານເສດຖະກິດຂອງເມືອງກົນມີງ (ຈີນ) - ລາວກາຍ - ຮ່າໂນ້ຍ - ຮາຍຟ່ອງ - ກວາງນີງ, ປະກອບສ່ວນຊຸກຍູ້ການເຄື່ອນໄຫວແລກປ່ຽນເສດຖະກິດ - ສັງຄົມ ລະຫວ່າງແຂວງລາວກາຍ ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ກັບແຂວງເວີນນາມ, (ຈີນ); ເຊື່ອມຕໍ່ການຄ້າ, ເຊື່ອມຕໍ່ຕະຫລາດທ້ອງຖິ່ນຂອງຫວຽດນາມກັບແຂວງກົນມີງ (ຈີນ). ດັ່ງນັ້ນ, ຊຸກຍູ້ບັນດາການເຄື່ອນໄຫວນຳເຂົ້າ, ສົ່ງອອກຜ່ານດ່ານຊາຍແດນລາວກາຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຂອງທັງສອງຝ່າຍ ໃນໄລຍະເກີດການລະບາດພະຍາດ COVID-19 ທີ່ສັບສົນ.

ພ ທ ເປ ດງານວາງສະແດງເສດຖະກ ດການຄ າຊາຍແດນ ຈ ນ ຫວຽດນາມ ຄ ງທ 20
ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20. (ພາບ: thoidai.com.vn)

ກ່າວຄຳເຫັນທີ່ພິທີເປີດງານວາງສະແດງ, ທ່ານຫ່ວາງກວກແຂ້ງ - ຮອງເຈົ້າແຂວງ ແຂວງລາວກາຍ ໄດ້ເນັ້ນໜັກວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19; ແຕ່ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງແຂວງລາວກາຍ, ຫວຽດນາມ ແລະ ແຂວງເວີນນາມ, ຈີນໃນປີ 2020 ຈະຍັງຄົງຮັກສາການພັດທະນາທີ່ໝັ້ນຄົງ; ການຄຸ້ມຄອງປະຕູຊາຍແດນ, ອຳນວຍຄວາມສະດວກໃຫ້ແກ່ກິດຈະກຳການສົ່ງອອກ, ເກັບກູ້ພາສີ; ສະໜັບສະໜູນວິສາຫະກິດໃຫ້ມີການປະສານສົມທົບຢ່າງແໜ້ນແຟ້ນ ຢ່າງຕັ້ງໜ້າ.

ທັນທີຫຼັງຈາກພິທີເປີດງານວາງສະແດງ, ບັນດາອົງການຈັດຕັ້ງ ແລະ ວິສາຫະກິດຫວຽດນາມ ແລະ ຈີນໄດ້ລົງນາມໃນສັນຍາເສດຖະກິດຈຳນວນ 18 ເອກະສານ ດ້ວຍລວມມູນຄ່າຫຼາຍກ່ວາ 750 ລ້ານໂດລາສະຫະລັດ ເພື່ອນຳເຂົ້າ ແລະ ສົ່ງອອກໂລຫະ, ຝຸ່ນ, ສານເຄມີ. ຜະລິດຕະພັນກະເສດ, ເຄື່ອງອາຫານທະເລ…

ພ ທ ເປ ດງານວາງສະແດງເສດຖະກ ດການຄ າຊາຍແດນ ຈ ນ ຫວຽດນາມ ຄ ງທ 20 ຫວຽດນາມ - ຈີນ ໄດ້ຊຸກຍຸການຮ່ວມມືໃນຂົງເຂດດ້ານປ້ອງກັນຊາດ

ຍສໝ - ທ່ານພົນເອກ ຮວ່າງຊວນຈ໋ຽນ ໄດ້ຢັງຢືນວ່າ ໃນສະຖານະການໃດ, ສາຍພົວພັນລະຫວ່າງກອງທັບສອງປະເທດ ຍາມໃດກໍ່ເປັນຫຼັກແຫຼ່ງສຳຄັນຂອງສາຍພົວພັນຄູ່ຮ່ວມມືທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ-ຈີນ.

ພ ທ ເປ ດງານວາງສະແດງເສດຖະກ ດການຄ າຊາຍແດນ ຈ ນ ຫວຽດນາມ ຄ ງທ 20 ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ - ຈີນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ, 71 ປີ ແຫ່ງວັນຊາດຈີນ ແລະ ການສະເຫຼີມສະຫຼອງ 70ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ, ວັນທີ 29 ກັນຍາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ...

ພ ທ ເປ ດງານວາງສະແດງເສດຖະກ ດການຄ າຊາຍແດນ ຈ ນ ຫວຽດນາມ ຄ ງທ 20 ຫວຽດນາມ - ຈີນ ເຈລະຈາກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮ່ວມມືພ້ອມກັນພັດທະນາບົນທະເລ

ຍສໝ - ສອງຝ່າຍກໍ່ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບການທະເລຕາເວັນອອກໃນໄລຍະຜ່ານມາ, ເຫັນດີເປັນເອກະພາບເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຢ່າງເຂັ້ມງວດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.