ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດໂປແລນ Zbigniew Rau

06:38 | 23/04/2021

ຍສໝ - ເນື່ອງໃນໂອກາດທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໃນວັນທີ 21 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດໂປແລນ Zbigniew Rau ໄດ້ມີການໂອລົມສົນທະນາ ເພື່ອສະແດງຄວາມຊົມເຊີຍ.

ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດ ລາວ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດ ລາວ
ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຫວຽດ​ນາມ ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຫວຽດ​ນາມ

ທີ່ການໂອ້ລົມສົນທະນາ, ລັດຖະມົນຕີການຕ່າງປະເທດໂປແລນ ທ່ານ Zbigniew Rau ໄດ້ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ໂປແລນ ໃນໄລຍະທີ່ຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ມີການປະກອບສ່ວນສຳຄັນ ເຂົ້າໃນການຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ໄດ້ເລິກເຊິ່ງກວ່າອີກໃນໄລຍະຕໍ່ໄປ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານລັດຖະມົນຕີ Zbigniew Rau ທີ່ໄດ້ສົ່ງຈົດໝາຍສະແດງຄວາມຍິນດີ ແລະ ອວຍພອນ; ຢືນຢັນວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືໃນທຸກຂົງເຂດກັບໂປແລນ - ຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອຂອງຫວຽດນາມຢູ່ເອີຣົບ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດໂປແລນ Zbigniew Rau
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດໂປແລນ Zbigniew Rau. (ພາບ: baoquocte)

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ເຫັນດີວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນ ເພື່ອຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍ່ຄື ລະຫວ່າງບັນດາກະຊວງ, ສາຂາ ແລະ ທ້ອງຖິ່ນໃນໄລຍະຈະມາເຖິງເມື່ອມີເງື່ອນໄຂຢ່າງສະດວກດີ; ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ເຊື້ອເຊີນທ່ານລັດຖະມົນຕີ Zbigniew Rau ມາຢ້ຽມຢາມຫວຽດນາມໃນເວລາທີ່ເໝາະສົມ.

ລັດຖະມົນຕີທັງສອງທ່ານໄດ້ຕີລາຄາສູງຕໍ່ການຮັກສາກົນໄກໃຫ້ຄຳປຶກສາດ້ານການເມືອງສອງຝ່າຍ ໃນລະດັບຮອງລັດຖະມົນຕີການຕ່າງປະເທດ ພ້ອມທັງແລກປ່ຽນເອກະສານນະໂຍບາຍໃນລະດັບກົມ, ປະກອບສ່ວນຍົກສູງບົດບາດຂອງລັດຖະມົນຕີຕ່າງປະເທດສອງປະເທດ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ແລະ ການປະສານງານໃນເວທີສາກົນ.

ລັດຖະມົນຕີທັງສອງທ່ານ ໄດ້ສະແດງຄວາມຍິນດີຕໍ່ການພັດທະນາທີ່ເຂັ້ມແຂງ ແລະ ມີປະສິດທິຜົນໃນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ. ປະຈຸບັນ, ປະເທດໂປແລນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ພາກພື້ນເອີຣົບກາງ, ດ້ວຍວົງເງິນການຄ້າສອງສົ້ນໃນປີ 2020 ບັນລຸກ່ວາ 2,1 ຕື້ USD.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ

ຍສໝ - ຫວ່າງແລ້ວນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ, ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ...

ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການຕ່າງປະເທດ ສສ ຫວຽດນາມ ຊົມເຊີຍ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການຕ່າງປະເທດ ສສ ຫວຽດນາມ ຊົມເຊີຍ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ

ວັນທີ 22 ມີນາ 2021, ທ່ານ ຟາມ ບິງ ມິ່ງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມ ນິຍົມຫວຽດນາມ ໄດ້ສົ່ງໂທລະເລກ ຊົມເຊີຍເຖິງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວທີ່ ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.