ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຫວຽດ​ນາມ

09:11 | 10/04/2021

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ.

ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ
ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19 ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19

ທີ່ການຖະແຫຼງຂ່າວ ນັດສາມັນ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ເມສາ ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ.

ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຫວຽດ​ນາມ
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ໂດຍຕອບສຳພາດຕໍ່ນັກຂ່າວ ກ່ຽວກັບເລື່ອງບັນດາເຄື່ອງໝາຍການຄ້າສາກົນຄື H&M, Gucci, Channel ໄດ້ດັດແປງແຜນທີ່ ໃນເວັບໄຊຂອງເຂົາເຈົ້າ ຕາມຄວາມຮຽກຮ້ອງຕ້ອງການຂອງຈີນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

ຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດເຄົາລົບອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ, ກໍ່ຄືອະທິປະໄຕ, ອຳນາດອະທິປະໄຕແລະ ສິດອຳນາດສານ ຂອງ ຫວຽດນາມ ສຳລັບບັນດາເຂດທະເລທີ່ກ່ຽວຂ້ອງຢູ່ ທະເລຕາເວັນອອກ.

ກ່ຽວກັບທັດສະນະຂອງ ຫວຽດນາມ ຕໍ່ເລື່ອງບັນດາປະເທດ, ໃນນັ້ນມີ ອາເມລິກາ ແລະ ບາງສະມາຊິກຂອງ ສະຫະພາບ ເອີລົບ ພວມຢາກເພີ່ມທະວີການເຄື່ອນໄຫວລາດຕະເວນຢູ່ທະເລຕາເວັນອອກ, ທ່ານນາງ ເລທິທູຮັ່ງ ຖືວ່າ:

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ ທະເວຕາເວັນອອກ, ປະຕິບັດກົດໝາຍສາກົນ, UNCLOS 1982, ປະຕິບັດຖະແຫຼງການປີ 2002 ກ່ຽວກັບວິທີການປະພຶດຢູ່ ທະເລຕາເວັນອອກ (DOC), ພິເສດແມ່ນພັນທະລະງັບໃຈ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ສ້າງຄວາມສະດວກໃຫ້ແກ່ວິວັດທະນາການ ເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ມີຜົນສັກສິດຢ່າງມີປະສິດທິຜົນ.

VASEAN ຕ້ອງ​ເອົາ​ໃຈ​ໃສ່​ຕໍ​່​ການ​ພັດ​ທະ​ນາ​ຂຽວ, ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຮ່ວມ​ມື​ກັບ ອາ​ຊຽນ VASEAN ຕ້ອງ​ເອົາ​ໃຈ​ໃສ່​ຕໍ​່​ການ​ພັດ​ທະ​ນາ​ຂຽວ, ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຮ່ວມ​ມື​ກັບ ອາ​ຊຽນ

ຍ​ສ​ໝ - ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫ​ະ​ກິດ ສະ​ມາ​ຊິກ VASEAN ກໍ່​ກ່າວ​ຄຳ​ເຫັນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່, ການ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຕີ​ລາ​ຄາ​ສູງ​ເລື່ອງ​ລັດ​ຖະ​ບານ ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ສຳ​ເລັດ​ຜົນ, ຈາກ​ນັ້ນ ໄດ້​ຮັກ​ສາ​​ສະ​ຖຽນ​ລະ​ພາບການ​ຜະ​ລິດ, ດຳ​ເນີນ​ທຸລະ​ກິດຄື​ໃນ​ປັດ​ຈຸ​ບັນ.

ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ,ທ່ານ ຟ້າມ​ແຊງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຖື​ວ່າ ຫວຽດ​ນາມ​ມີ​ບັນ​ດາ​ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົງ​ທຶນ​ຄື ສະ​ພາບ​ການ​ການ​ເມືອງ - ສັງ​ຄົມ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, ຄ່າ​ແຮງ​ງານ​ຕ່ຳ, ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ.

ປີ 2021, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ໂລກ​ລະ​ບາດ​ໂຄວິດ - 19 ປີ 2021, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່​ວາງ​ອອກ, ລັດ​ຖະ​ບານ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ (ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ) ຈັດ​ຕັ້ງ​ປະ​ຕິ​ບັດຫຼາຍ​ໜ້າ​ທີ່ ແລະ ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຂ້ຽວ​ຂາດ, ຄົບ​ຊຸດ ແລະ ມີ​ປະ​ສິດ​ທິ​ຜົນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.