ລາວ: ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021

10:58 | 23/04/2021

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ ຂອງລັດຖະບານ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 22 ເມສາ 2021 ທີ່ສໍານັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານສະມາຊິກ ລັດຖະບານ ເຂົ້າຮ່ວມຢ່າງ​ພ້ອມ​ພຽງ.

ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ
ລາວ: ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021
ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021

ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 22 ແລະ 23 ເມສາ 2021 ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື: ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ເດືອນພຶດສະພາ 2021; ຮ່າງເອກະສານ ການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025); ຮ່າງເອກະສານການເພີີ່ມທະວີ ການພັດທະນາ ຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ ແລະ ສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ໃນໄລຍະໃໝ່; ຮ່າງຍຸດທະສາດ ການພັດທະນາລະບົບ ສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ 05 ປີ (2021-2025) ແລະ ວິໄສທັດຮອດປີ 2030 ສະບັບປັບປຸງ; ຮ່າງດໍາລັດ ວ່າດ້ວຍລົດບໍລິຫານລັດ (ສະບັບສ້າງໃໝ່); ຮ່າງດໍາລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງ ພະນັກງານລະດັບສູງ (ສະບັບປັບປຸງ); ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ເພືີ່ອຄົ້ນຄວ້າລະບຽບຄຸ້ມຄອງ ລັດບໍລິຫານຂອງລັດ (ສະບັບປັບປຸງ); ແຜນຈັດຊື້ພາຫະນະໃໝ່ ປີ 2021. ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ການຫັນກຸ້ມຕົນເອງທາງດ້ານງົບປະມານ ຂອງຫົວໜ່ວຍງົບປະມານປະຈໍາປີ 2021; ບົດລາຍງານກ່ຽວກັບ ການອອກແບບເຄືີ່ອງນຸ່ງປະຈໍາຊາດ.

ໃນ​ໂອ​ກາດ​ກ່າວໄຂກອ​ງ​ປະ​ຊຸມ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານທັງ​ໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ, ກົງໄປກົງມາ, ທັງຮັບປະກັນຄວາມຖືກຕ້ອງສອດ​ຄ່ອງຕາມກົດໝາຍ ເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການລະດົມ ຂອງການຊ່ວຍເຫຼືອບໍ່ສັງກັດລັດຖະບານຕ່າງປະເທດ ໃນວຽກງານການທູດປະຊາຊົນ ເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການລະດົມ ຂອງການຊ່ວຍເຫຼືອບໍ່ສັງກັດລັດຖະບານຕ່າງປະເທດ ໃນວຽກງານການທູດປະຊາຊົນ

ຍສໝ - ວັນທີ 16 ເມສາ 2021 ທີ່ນະຄອນໂຮ່ຈີມິນ, ຄະນະກຳມະການປະຕິບັດງານ ກ່ຽວກັບບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານກັບບັນດາເຈົ້າໜ້າທີ່ຫວຽດນາມ ທີ່ເຮັດວຽກຢູ່ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO).

ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ  ເຂົ້າຮ່ວມ ເວທີປາໄສອາຊີ ປົວອາວ ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ເວທີປາໄສອາຊີ ປົວອາວ

ຍສໝ - ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕີລາຄາສູງຜົນງານຂອງເວທີປາໄສໃນຕະຫຼອດ 20 ປີຜ່ານມາ, ປາດຖະໜາວ່າເວທີປາໄສສືບຕໍ່ແມ່ນບ່ອນແລກປ່ຽນລະຫວ່າງນັກການເມືອງ, ນັກຄົ້ນຄວ້າ, ວິສາຫະກິດບັນດາປະເທດກ່ຽວກັບບັນດາບັນຫາສໍາຄັນຂອງພາກພື້ນ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈຳກັດທຸກການກະທຳ ເຮັດໃຫ້ສະພາບການຢູ່ ໂຊມາລີ ສັບສົນຂຶ້ນຕື່ມ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈຳກັດທຸກການກະທຳ ເຮັດໃຫ້ສະພາບການຢູ່ ໂຊມາລີ ສັບສົນຂຶ້ນຕື່ມ

ວັນທີ 20 ເມສາ ຕາມເວລາ ນິວຢອກ ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເປັນປະທານກອງປະຊຸມສົນທະນາຢ່າງບໍ່ເປັນທາງການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບວິວັດທະນາການເລືອກຕັ້ງ ແລະ ສະພາບຄວາມສະຫງົບຢູ່ ໂຊມາລີ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.