ເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການລະດົມ ຂອງການຊ່ວຍເຫຼືອບໍ່ສັງກັດລັດຖະບານຕ່າງປະເທດ ໃນວຽກງານການທູດປະຊາຊົນ

17:15 | 22/04/2021

ຍສໝ - ວັນທີ 16 ເມສາ 2021 ທີ່ນະຄອນໂຮ່ຈີມິນ, ຄະນະກຳມະການປະຕິບັດງານ ກ່ຽວກັບບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານກັບບັນດາເຈົ້າໜ້າທີ່ຫວຽດນາມ ທີ່ເຮັດວຽກຢູ່ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO).

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບປະກັນການດ້ານການສັບຊ້ອນ, ນະໂຍບາສຳລັບພະນັກງານຂອງຕົນ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບປະກັນການດ້ານການສັບຊ້ອນ, ນະໂຍບາສຳລັບພະນັກງານຂອງຕົນ
ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ

ທ່ານ ຟານແອງເຊີນ - ຮອງປະທານຄະນະກຳມະການ, ຮອງປະທານ - ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ເປັນປະທານກອງປະຊຸມດັ່ງກ່າວ.

ການສົ່ງເສີມຜົນໄດ້ຮັບທີ່ດີຂອງກອງປະຊຸມຄັ້ງທຳອິດ (ຈັດຂື້ນທີ່ຮ່າໂນ້ຍໃນເດືອນທັນວາປີ 2020, ໄດ້ຮັບການຕີລາຄາສູງ ຈາກບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດ), ກອງປະຊຸມຄັ້ງນີ້ສືບຕໍ່ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ ແລະ ການສະໜັບສະໜູນເພື່ອຊຸກຍູ້ການຊ່ວຍເຫຼືອບໍ່ສັງກັດລັດຖະບານຕ່າງປະເທດໂດຍສະເພາະ ແລະ ໃຫ້ການຮ່ວມມືກັບບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດໂດຍທົ່ວໄປ.

ເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການລະດົມ ຂອງການຊ່ວຍເຫຼືອບໍ່ສັງກັດລັດຖະບານຕ່າງປະເທດ ໃນວຽກງານການທູດປະຊາຊົນ
ທ່ານຟານແອງເຊີນ - ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ເປັນປະທານກອງປະຊຸມ.

ທີ່ກອງປະຊຸມ, ທ່ານຟານແອງເຊີນ - ຮອງປະທານຄະນະກຳມະການ, ຮອງປະທານ - ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ແບ່ງປັນຂໍ້ມູນຂ່າວກ່ຽວກັບສະພາບການໂລກ, ພາກພື້ນອາຊີ - ປາຊີຟິກ, ອາຊຽນ…; ບັນດາຜົນກະທົບຕໍ່ຫວຽດນາມ ແລະ ການຊ່ວຍເຫຼືອບໍ່ສັງກັດລັດຖະບານຕ່າງປະເທດ; ຂໍ້ມູນກ່ຽວກັບຜົນການເຮັດວຽກຂອງບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດ ໃນປີ 2020, ທິດທາງ ແລະ ໜ້າທີ່ໃນປີ 2021 ແລະ ປີຕໍ່ໄປ.

ກອງປະຊຸມ ໄດ້ປຶກສາຫາລື, ສົນທະນາກ່ຽວກັບສະພາບການ, ແຜນການ ແລະ ທິດທາງການດຳເນີນງານຂອງບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດ ຢູ່ຫວຽດນາມໃນໄລຍະຈະມາເຖິງ.

ບັນດາຜູ້ເຂົ້າຮ່ວມໄດ້ຕີລາຄາສູງ ໃນການແບ່ງປັນຂໍ້ມູນຂ່າວສານຂອງຄະນະກຳມະການ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ເພີ່ມເຕີມ ແລະ ກະຈ່າງແຈ້ງການປະຕິບັດ ແລະ ນະໂຍບາຍຂອງລັດກ່ຽວກັບວຽກງານບໍ່ສັງກັດລັດຖະບານຕ່າງປະເທດ; ຜ່ານນັ້ນ ຊ່ວຍໃຫ້ບັນດາພະນັກງານຫວຽດນາມ ເຮັດວຽກຢູ່ບັນດາອົງການຈັດຕັ້ງບໍ່ສັງກັດລັດຖະບານຕ່າງປະເທດ ໃນການຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານ, ພິເສດແມ່ນການປຶກສາຫາລື ເພື່ອກຳນົດບັນດານະໂຍບາຍໜູນຊ່ວຍໃຫ້ແກ່ຫວຽດນາມ.

ທີ່ກອງປະຊຸມ, ທ່ານຟານວັນເຊີນ - ຮອງປະທານຄະນະກຳມະການ, ຮອງປະທານ - ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ແລກປ່ຽນ ແລະ ຕອບຄຳຖາມ ແລະ ຂໍ້ສະເໜີແນະຂອງບັນດາຜູ້ແທນ; ແນະນຳທິດທາງ, ແກ້ໄຂບັນຫາຕ່າງໆຂອງຜູ້ແທນ.

ທ່ານຟານແອງເຊີນ ໄດ້ຢືນຢັນວ່າ ຄະນະກຳມະການ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສືບຕໍ່ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານດ້ວຍຮູບແບບໂດຍກົງ ຫລື ຖ່າຍທອດສົດ. ພ້ອມດຽວກັນນີ້, ທ່ານຟານແອງເຊີນ ກໍ່ຫວັງວ່າ ບັນດາຜູ້ແທນ ແລະ ອົງການບໍ່ສັງກັດລັດຖະບານຕ່າງປະເທດ ຈະໃຫ້ຄຳຄິດເຫັນຢ່າງຈິງຈັງ ແລະ ວ່ອງໄວ ແລະ ປຶກສາຫາລືກັບຄະນະກຳມະການ ເພື່ອຍົກສູງປະສິດທິຜົນຂອງການປະສານງານ.

ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນມິດຕະພາບແຂວງ ຊຸດທີ 5 ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນມິດຕະພາບແຂວງ ຊຸດທີ 5

ຍສໝ - ໃນຕອນເຊົ້າວັນທີ 30 ທັນວາ, ຢູ່ແຂວງກວາງນິງ, ສະຫະພັນບັນດາອົງການມິດຕະພາບແຂວງກວາງນິງ (ສະຫະພັນແຂວງກວາງນິງ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 5, ອາຍຸການ 2020 - 2025.

ປີ 2021, ການເຄື່ອນໄຫວການທູດປະຊາຊົນ ຈະສືບຕໍ່ປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງປະເທດຊາດທີ່ເວທີສາກົນ ປີ 2021, ການເຄື່ອນໄຫວການທູດປະຊາຊົນ ຈະສືບຕໍ່ປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງປະເທດຊາດທີ່ເວທີສາກົນ

ຍສໝ - ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈໍາການຄະນະເລຂາ ສູນກາງພັກຄອມມູນິດ ຫວຽດນາມ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງກຳລັງປະຕິບັດວຽກງານການທູດປະຊາຊົນ ເຂົ້າໃນຜົນງານການຕ່າງປະເທດລວມຂອງປະເທດໃນປີ 2020

ການໂອ້ລົມສົນທະນາຫວຽດນາມ - ອາເມລິກາ: ຢັ້ງຢືນບົດບາດຂອງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ການໂອ້ລົມສົນທະນາຫວຽດນາມ - ອາເມລິກາ: ຢັ້ງຢືນບົດບາດຂອງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະມາຄົມຫວຽດນາມ - ອາເມລິກາ (17 ຕຸລາ 1945 - 17 ຕຸລາ 2020) ຄົບຮອບ 25 ປີແຫ່ງການພົວພັນຫວຽດນາມ - ອາເມລິກາ, ໃນຕອນບ່າຍວັນທີ 28 ພະຈິກ, ຢູ່ສູນປະຊຸມແຂວງຕ່ຽນກວາງ, ສະມາຄົມຫວຽດນາມ - ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.