ເປີດກອງປະຊຸມລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ສະຫຼຸບວຽກງານໃນປີ 2023, ຜັນຂະຫຍາຍໜ້າທີ່ປີ 2024

10:46 | 09/02/2024

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້​ບັນ​ດາ​ຜູ້​ແທນໄຈ້ແຍກ, ຕີລາຄາສະຖານະການສະພາບການ​ໃນ​ປີ 2023 ແລະ ສົ່ງຜົນກະທົບ, ຜົນສະທ້ອນ​ຕໍ່​ປະ​ເທດ​ຫວຽດນາມ ຢ່າງເລິກເຊິ່ງກ່ວາ.

ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ
ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ

ວັນ​ທີ 5 ມັງກອນ​ນີ້, ລັດຖະບານ​ໄດ້​ຈັດຕັ້ງກອງ​ປະຊຸມ​ຜ່ານ​ທາງ​ອອນ​ລາຍທົ່ວປະເທດ ສະຫຼຸບວຽກງານ​ປີ 2023 ​ແລະ ຜັນ​ຂະຫຍາຍໜ້າທີ່ປີ 2024 ຂອງ​ລັດຖະບານ ​ແລະ ອຳນາດການປົກຄອງທ້ອງຖິ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ເປັນ​ປະ​ທານ​ກອງ​ປະ​ຊຸມ.

​ເມື່ອ​ເບິ່ງ​ຄືນ​ປີ 2023, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ເນັ້ນ​ໜັກ​ວ່າ ກ່ຽວກັບສະພາບການສ​ັງລວມທົ່ວ​ໂລກ, ພາກ​ພື້ນໄດ້​ຜັນແປຢ່າງ​ວ່ອງ​ໄວ, ສັບສົນ, ຄາດເດົາ​ໄດ້ຍາກ, ມີ​ກາລະ​ໂອກາດ, ຄວາມສະດວກ ແລະ ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ສະຫຼັບຊັບຊ້ອນກັນໄປ, ​ແຕ່​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍຫຼາຍ​ກວ່າ. ພາຍໃນປະເທດຫວຽດນາມ, ພື້ນເສດຖະກິດຕ້ອງຖືກ "ຜົນກະທົບຄວບຄູ່" ຂອງບັນດາປັດໄຈທີ່ບໍ່ດີຈາກພາຍນອກ ແລະ ຂໍ້ຈໍາກັດ, ສິ່ງທີ່ບໍ່ຄາດຄິດໃນຕົວທີ່​ແກ່ຍາວ​ມາ​ເປັນ​ເວລາ​ຫຼາຍ​ປີ ​ໄດ້​ກາຍ​ເປັນ​ທີ່​ຈະ​ແຈ້ງ​ກວ່າ​ຫລັງ​ຈາກ​ໂລກລະບາດ​ໂຄ​ວິດ-19.

ໃນນັ້ນ, ປະເທດຫວຽດນາມ ເປັນປະເທດທີ່ກໍາລັງພັດທະນາ, ເລີ່ມຕົ້ນຈາກພື້ນຖານຕໍ່າ, ພື້ນຖານເສດຖະກິດພວມຢູ່ໃນການຫັນປ່ຽນ, ຂອບຂະໜາດຍັງຈຳກັດພໍສົມຄວນ, ມີລະດັບເປີດກວ້າງສູງ, ຄວາມຢືດຢຸ່ນ, ຄວາມສາມາດແກ່ງແຍ້ງຍັງຖືກຈຳກັດ - ແມ່ນແຕ່ການປ່ຽນແປງເລັກນ້ອຍຢູ່ພາຍນອກກໍສາມາດມີການກະທົບ, ສົ່ງຜົນກະທົບຕໍ່ພາຍໃນໄດ້.

ທ່ານນາຍົກລັດຖະມົນຕີ ສະເໜີທີ່​ກອງ​ປະຊຸມວ່າ, ບັນດາ​ຜູ້​ແທນ​ໄຈ້ແຍກ, ຕີ​ລາຄາສະຖານະການສະພາບການໃນປີ 2023 ແລະ ການສົ່ງຜົນກະທົບ, ຜົນສະທ້ອນຕໍ່ປະເທດຫວຽດນາມ ຢ່າງເລິກເຊິ່ງກ່ວາ; ວຽກງານການນຳພາ, ຊີ້ນຳ, ບໍລິຫານ, ພິເສດແມ່ນບັນດາຈຸດໃໝ່ໃນການຊີ້ນຳ, ບໍລິຫານປີ 2023 ແນໃສ່ “ຫັນປ່ຽນທ່າ, ຫັນປ່ຽນສະພາບ" ເພື່ອໃຫ້ໄດ້ຮັບໝາກຜົນທີ່ຮອບດ້ານໃນທຸກຂົງເຂດ; ວຽກງານເກັບກຳສະພາບ​ການ ​ແລະ ຕອບ​ສະໜອງ​ນະ​ໂຍບາຍ; ຮັບຟັງຄຳເຫັນຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ປະຊາຄົມວິສາຫະກິດ, ປະຊາຊົນ, ບັນດາອົງການຈັດຕັ້ງສາກົນ; ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ ແລະ​ ອອກຫຼາຍລັດຖະນະໂຍບາຍຢ່າງທັນການ; ການສ້າງ 5 ໜ່ວຍປະຕິບັດງານການປ່ອຍເງິນການ​ລົງ​ທຶນ​ສາທາລະນະ ແລະ 26 ໜ່ວຍປະຕິບັດງານໄປຍັງບັນດາ​ທ້ອງ​ຖິ່ນ ໄດ້ປະກອບສ່ວນ​ແກ້ໄຂຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ກີດຂວາງ...

ເປີດກອງປະຊຸມລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ສະຫຼຸບວຽກງານໃນປີ 2023, ຜັນຂະຫຍາຍໜ້າທີ່ປີ 2024
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳປາໄສທີ່ກອງ​ປະຊຸມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຖືວ່າ ສະ​ພາບ​ເສດ​ຖະ​ກິດ-ສັງ​ຄົມ​ ປີ 2023 ຈະ​ສືບ​ຕໍ່​ມີ​ທ່າ​ອ່ຽງ​ຟື້ນ​ຕົວ​ໃນ​ທາງ​ບວກ, ເດືອນ​ໜ້າ​ຈະ​ດີ​ຂຶ້ນ​ກວ່າ​ເດືອນ​ກ່ອນ, ໄຕ​ມາດ​ຕໍ່​ໄປ​ຈະ​ສູງ​ກວ່າ​ໄຕ​ມາດ​ກ່ອນ, ໂດຍ​ພື້ນ​ຖານ​ບັນ​ລຸ​ໄດ້ເປົ້າ​ໝາຍໂດຍສັງເຂບທີ່ວາງອອກແມ່ນຮັກສາ​​ເສດຖະກິດ​ມະຫາ​ພາກເປັນປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຊຸກຍູ້​ການ​ເຕີບ​ໂຕ, ຮັບປະກັນ​ຄວາມ​ດຸ່ນດ່ຽງ​ທີ່​ສຳຄັນ​ຂອງ​ເສດຖະກິດ; ຄວາມສະຫງົບປອດໄພສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ; ການ​ປ້ອງ​ກັນ, ຕ້ານ​ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ໄດ້​ຮັບ​ການ​ຍູ້ໃຫ້ຖອຍໄປ; ການ​ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ເພີ່ມທະວີ; ການຕ່າງປະ​ເທດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ບັນລຸ​ໄດ້​ບັນດາ​ໝາກຜົນ​ຢ່າງຮອບດ້ານ, ພົ້ນ​ເດັ່ນ; ອິດທິພົນ, ທີ່​ຕັ້ງ​ຂອງ​ປະ​ເທດ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ, ລັດ ກໍ່​ໄດ້​ຮັບ​ການປັບປຸງ, ຍົກ​ສູງ​ຂຶ້ນ.

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີທີ່ກອງປະຊຸມໄຈ້ແຍກ, ປະກອບຄຳຄິດຄຳເຫັນກ່ຽວກັບການຕີລາຄາທົ່ວໄປຂ້າງເທິງ, ພິເສດແມ່ນການໄຈ້ແຍກບັນດາເຫດຜົນຂອງຜົນສຳເລັດໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພິເສດແມ່ນການບໍລິຫານນະໂຍບາຍເງິນຕາ ແລະ ນະໂຍບາຍປີການເງິນ, ອັດຕາແລກປ່ຽນ, ອັດຕາດອກເບ້ຍ, ສິນເຊື່ອ; ຄວບ​ຄຸມ​ການ​ຂາດ​ດຸນ​ງົບປະມານ​ແຫ່ງ​ລັດ, ໜີ້​ສາທາລະນະ, ໜີ້​ຕ່າງປະ​ເທດ​ຂອງ​ຊາດ​ໃຫ້​ຕ່ຳ​ກວ່າ​ເກນ​ເຕືອນ​ໄພ.

ພ້ອມ​ກັນ​ນັ້ນ, ກໍ່​ໄຈ້ແຍກ​ບົດຮຽນ​ເພື່ອ​ບັນລຸ​ບາງ​ຄາດໝາຍ​ສຳຄັນ​ໃຫ້ບັນລຸ​ໄດ້​ລະດັບ​ສູງ​ສຸດ​ໃນ​ຫຼາຍປີ​ຜ່ານມາ​ເຊັ່ນ ທຶນ FDI ທີ່​ໄດ້ປະຕິບັດ, ການປ່ອຍເງິນລົງທຶນສາທາລະນະ, ເກີນດຸນ, ລາຍຮັບງົບປະມານແຫ່ງລັດ, ວຽກງານວາງແຜນການ, ການຜະລິດກະສິກຳ... ລະອຽດ: FDI ທີ່ໄດ້ປະຕິບັດບັນລຸ 23,18 ຕື້ USD, ການປ່ອຍເງິນລົງທຶນຂອງລັດ ຄາດຄະເນບັນລຸ 95% ຂອງແຜນການ, ຕົວເລກແທ້ຈິງແມ່ນສູງກວ່າ 146 ພັນຕື້ດົ່ງ; ລາຍຮັບງົບປະມານແຫ່ງລັດ ລື່ນກາຍ 8.2% ຂອງການຄາດຄະເນ...

ຕາມ​ທ່ານ​ນາຍົກລັດຖະມົນຕີແລ້ວ, ຈາກຕົວຈິງວຽກງານການ​ນຳພາ, ຄຸ້ມ​ຄອງ ​ແລະ ທິດ​ທາງ​ບໍລິຫານ​ ສາມາດ​ຢັ້ງຢືນ​ໄດ້​ວ່າ: ບັນລຸ​ໄດ້​ບັນດາ​ໝາກຜົນ​ດັ່ງກ່າວ​ແມ່ນ​ຍ້ອນ​ທິດ​ທາງ​ທີ່​ໃກ້ຊິດ, ເລິກເຊິ່ງ ​ແລະ ທັນ​ການ​ຂອງ​ສູນ​ກາງ, ​ເຊິ່ງໂດຍ​ກົງ ​ແລະ ​ເປັນ​ປະຈຳ​ແມ່ນ​ກົມ​ການ​ເມືອງ ​ແລະ ຄະນະ​ເລຂາທິການ; ໂດຍທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເປັນຫົວໜ້າ; ການເປັນເຈົ້າການ, ຕັ້ງໜ້າ, ການ​ຮ່ວມ​ເດີນທາງຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ໃນ​ລະບົບ​ການ​ເມືອງ; ການຊີ້ນຳບໍລິຫານ​ຢ່າງຂ້ຽວຂາດ, ເປັນເຈົ້າການ, ທັນ​ການ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ລັດຖະບານ, ທຸກ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ; ການສະໜັບສະໜູນ ແລະ ການມີສ່ວນຮ່ວມຢ່າງຫ້າວຫັນຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດ; ການ​ຮ່ວມ​ມື ​ແລະ​ ການ​ຊ່ວຍ​ເຫຼືອ​ຈາກ​ເພື່ອນ​ມິດ​ສາ​ກົນ​. ສະເໜີ​ໃຫ້​ກອງ​ປະຊຸມໄຈ້ແຍກ ​ແລະ ເຮັດແຈ້ງ​ບັນດາ​ປັດ​ໄຈ​ດັ່ງກ່າວ ​ເພື່ອ​ສືບ​ຕໍ່​ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ໃນ​ປີ 2024.

ກອງ​ປະຊຸມ​ໄດ້​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ໃສ່​ໜ້າທີ່, ມາດຕະການ​ແກ້​ໄຂ​ບັນຫາ​ການ​ເຊື່ອມ​ຈອດ​ກັນ​ຢ່າງ​ກົມກຽວ​ ​ລະຫວ່າງ​ການ​ພັດທະນາ​ວັດທະນະທຳ, ສັງຄົມ ​ແລະ ​ເສດຖະກິດ; ພັດທະນາ​ອຸດສາຫະກຳ​ວັດທະນະທຳ, ຊຸກຍູ້​ເຮືອນຢູ່​ອາ​ໄສ​ສັງຄົມ ​ແລະ ເຮືອນ​ຂອງ​ກຳມະກອນ; ລະດົມ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປ້ອງ​ກັນ​ໄພ​ທຳ​ມະ​ຊາດ, ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ...; ມາດຕະການ​ແກ້​ໄຂ​ເພື່ອ​ສືບ​ຕໍ່​ຮັບປະກັນ​ການ​ປ້ອງ​ກັນຊາດ, ປ້ອງກັນຄວາມສະຫງົບ; ​ເພີ່ມ​ທະວີ​ການ​ພົວພັນ​ຕ່າງປະ​ເທດ, ການເຊື່ອມໂຍງສາກົນ​ຢ່າງ​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ...

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2023 ​ແລະ ທິດ​ທາງ, ໜ້າທີ່, ມາດຕະການ​ແກ້​ໄຂ​ໃນ​ປີ 2024; ຫຼັງ​ຈາກ​ນັ້ນ, ບັນດາ​ຜູ້​ແທນ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ກໍ່​ກ່າວ​ຄຳ​ປາ​ໄສ, ສຸມ​ໃສ່​ຕີ​ລາຄາ​ຢ່າງພາວະວິໄສ, ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ, ພິ​ເສດ​ແມ່ນ​ການ​ຊີ້ນຳ, ນຳພາ, ການ​ບໍລິຫານ​ຂອງ​ບັນດາ​ສະຫາຍ​ໃນ​ຂົງ​ເຂດທີ່ແຕກ​ຕ່າງກັນ. ບົນ​ພື້ນຖານ​ນັ້ນ, ກໍ່​ເສີມ​ຂະຫຍາຍ​ບັນດາ​ເປົ້າ​ໝາຍ, ວຽກ​ງານ ​ແລະ ມາດຕະການແກ້​ໄຂ ​ເພື່ອ​ຜັນ​ຂະຫຍາຍ​ໃນ​ປີ 2024 ​ແລະ ຊຸມ​ປີ​ຕໍ່ໜ້າ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.