ການພົບປະມິດຕະພາບເນື່ອງໃນໂອກາດ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ

16:18 | 21/04/2021

ຍສໝ - ໃນວັນທີ 20 ເມສາ, ສະມາຄົມຫວຽດນາມ - ອາເມລິກາ (ສັງກັດສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ສົມທົບກັບຄະນະກຳມະການສະເຫຼີມສະຫຼອງສັນຕິພາບຫວຽດນາມ ຂອງອາເມລິກາ ໄດ້ຈັດການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ ( 1971 - 2021).

ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ
ການພົວພັນຫວຽດນາມ - ສະຫະລັດອາເມລິກາ: ການຮ່ວມມືດ້ານເສດຖະກິດ ແລະ ການຄ້າແມ່ນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນສອງຝ່າຍ. ການພົວພັນຫວຽດນາມ - ສະຫະລັດອາເມລິກາ: ການຮ່ວມມືດ້ານເສດຖະກິດ ແລະ ການຄ້າແມ່ນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນສອງຝ່າຍ.

ການພົບປະມິດຕະພາບໄດ້ຈັດຂື້ນ ເພື່ອແລກປ່ຽນຂໍ້ມູນກ່ຽວກັບເຫດການປະຫວັດສາດທີ່ພົ້ນເດັ່ນ ໃນບັນດາການເຄື່ອນໄຫວຄັດຄ້ານສົງຄາມຂອງນັກສຶກສາ ໃນສະຫະລັດອາເມລິກາ ແລະ ຫວຽດນາມ, ແລະ ໂຄສະນາເຜີຍແຜ່ກ່ຽວກັບບົດບາດຂອງການເຄື່ອນໄຫວ ທີ່ໄດ້ຮັບຄວາມນິຍົມທົ່ວໄປໃນໄລຍະປະຫວັດສາດທີ່ສຳຄັນຂອງປະເທດ.

ພ້ອມກັນນັ້ນ, ເຫດການດັ່ງກ່າວກໍ່ແມ່ນໂອກາດ ເພື່ອເພີ່ມທະວີການເຊື່ອມຕໍ່ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເພື່ອນອາເມລິກາທີ່ຮັກແພງ, ມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍ, ແລະ ສະໜັບສະໜູນປະຊາຊົນຫວຽດນາມໃນການຕໍ່ສູ້ເພື່ອສັນຕິພາບ ແລະ ໂຮມປະເທດຊາດເປັນເອກະພາບ, ກໍ່ຄື ໃນພາລະກິດຂອງການສ້າງສາ ແລະ ພັດທະນາປະເທດຊາດ.

ການພົບປະມິດຕະພາບເນື່ອງໃນໂອກາດ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ
ສະມາຄົມຫວຽດນາມ - ອາເມລິກາ ໄດ້ຈັດການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ. (ພາບ: baoquocte)

ປີ 1971, ສົນທິສັນຍາດັ່ງກ່າວ ໄດ້ລົງນາມລະຫວ່າງຜູ້ຕາງໜ້າ 4 ອົງການຈັດຕັ້ງນັກສຶກສາ ຂອງອາເມລິກາ ແລະ ຫວຽດນາມ, ໃນນັ້ນມີສະມາຄົມນັກສຶກສາແຫ່ງຊາດອາເມລິກາ, ສະມາຄົມນັກສຶກສາໄຊງ່ອນ, ສະຫະພັນນັກສຶກສາຫວຽດນາມ ແລະ ສະຫະພັນນັກສຶກສາປົດປ່ອຍພາກໃຕ້ຫວຽດນາມ, ຜູ້ທີ່ສະແດງຄວາມປາດຖະໜາຢາກຮ່ວມກັນ ເພື່ອສັນຕິພາບຂອງນັກສຶກສາອາເມລິກາ ແລະ ຫວຽດນາມທັງໝົດ, ແມ່ນຄຳສຽງຮຽກຮ້ອງຢ່າງແຮງເພື່ອຢຸດຕິສົງຄາມທີ່ອາເມລິກາຫາກໍ່ດຳເນີນຢູ່ຫວຽດນາມ.

ພາຍຫຼັງທີ່ໄດ້ລົງນາມ, ສົນທິສັນຍາດັ່ງກ່າວໄດ້ໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ແລະ ມີອິດທິພົນອັນໃຫຍ່ຫຼວງໃນສະຫະລັດອາເມລິກາ, ໂດຍສະເພາະແມ່ນຢູ່ບັນດາມະຫາວິທະຍາໄລ. ສົນທິສັນຍາດັ່ງກ່າວ ໄດ້ປະກອບສ່ວນຊຸກຍູ້ການເຄື່ອນໄຫວຄັດຄ້ານສົງຄາມຂອງຊາວໜຸ່ມ ແລະ ປະຊາຊົນທີ່ຮັກຫອມສັນຕິພາບຢູ່ສະຫະລັດອາເມລິກາ, ກໍ່ຄືການຕໍ່ສູ້ເພື່ອເອກະລາດແຫ່ງຊາດຂອງປະຊາຊົນຫວຽດນາມ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນເຟື່ອງຫງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການປະກອບສ່ວນຂອງບັນດາບຸກຄົນ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອຍົກອອກແນວຄວາມຄິດ ແລະ ປະຕິບັດຫົວຄິດປະດິດສ້າງກ່ຽວກັບສົນທິສັນຍາສັນຕິພາບ ລະຫວ່າງນັກສຶກສາສອງປະເທດໃນໄລຍະສົງຄາມ.

ການພົບປະມິດຕະພາບເນື່ອງໃນໂອກາດ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ
(ພາບ: baoquocte)

ທ່ານ ນາງຫງວຽນເຟືອງງາ ຫວັງວ່າ, ການພົວພັນມິດຕະພາບລະຫວ່າງປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ລະຫວ່າງສອງປະເທດ ຈະນັບມື້ນັບດີກ່ວາອີກ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ.

ທີ່ເຫດການດັ່ງກ່າວ, ບັນດາບຸກຄົນອາເມລິກາ ແລະ ຫວຽດນາມທີ່ໄດ້ລົງນາມໃນສົນທິສັນຍາໂດຍກົງ ແລະ ເຂົ້າຮ່ວມການເຄື່ອນໄຫວເພື່ອສັນຕິພາບຂອງປະຊາຊົນທີ່ຮັກຫອມຄວາມສັນຕິພາບ ໄດ້ແບ່ງປັນບັນດາເລື່ອງລາວປະຫວັດສາດ ທີ່ກ່ຽວຂ້ອງເຖິງຂະບວນການກຳເນີດຂອງສົນທິສັນຍາ ແລະ ຜົນກະທົບຈາກການເຄື່ອນໄຫວຂອງປະຊາຊົນ ໃນການຄັດຄ້ານສົງຄາມ ແລະ ຄວາມພະຍາຍາມເພື່ອຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ຫວຽດນາມ.

ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.

ນາຍົກລັດຖະມົນຕີ ຫວຽດນາມ: ພາຍຫລັງ 25 ປີແຫ່ງວັນສ້າງຕັ້ງການພົວພັນ, ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກ ນາຍົກລັດຖະມົນຕີ ຫວຽດນາມ: ພາຍຫລັງ 25 ປີແຫ່ງວັນສ້າງຕັ້ງການພົວພັນ, ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກ

ຍສໝ - ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ອີກຄັ້ງໜຶ່ງໄດ້ຢັ້ງຢືນ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ ແລະ ຕັ້ງໜ້າ, ຫວຽດນາມສວມບົດບາດສຳຄັນໃນນະໂຍບາຍຂອງອາເມລິກາຢູ່ພາກພື້ນ.

ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ

ວັນທີ 09 ຕຸລາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ 2020 ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ວັດທະນາຖາວອນໝັ້ນຄົງຍາວນານ”.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.