ໄລຍະຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ພັດທະນາ ແລະ ເຕີບໂຕຢ່າງວ່ອງໄວ

15:28 | 21/04/2021

ຍສໝ - ບົດລາຍງານກ່ຽວກັບດັດຊະນີ logistics ຕະຫລາດຫາກໍ່ພົ້ນເດັ່ນ 2021, ໂດຍບໍລິສັດ Agility ຫາກໍ່ປະກາດໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ເລືຶ່ອນຂຶ້ນ 3 ຂັ້ນໃນຕາຕະລາງຈັດອັນດັບ ເມື່ອທຽບໃສ່ປີ 2020, ຢືນອັນດັບທີ 8 ໃນ Top 10 ປະເທດແຖວໜ້າ.

ຫວຽດນາມ: ມາດຕາສ່ວນປະກອບຂອງການບໍລິການ logistics ເຂົ້າ GDP ອາດຈະບັນລຸ 5%-6%  ໃນປີ 2025 ຫວຽດນາມ: ມາດຕາສ່ວນປະກອບຂອງການບໍລິການ logistics ເຂົ້າ GDP ອາດຈະບັນລຸ 5%-6% ໃນປີ 2025
ອັດຕາສ່ວນການປະກອບສ່ວນຂອງການບໍລິການ logistics ເຂົ້າໃນ GDP ບັນລຸແຕ່ 5-6% ໃນປີ 2025 ອັດຕາສ່ວນການປະກອບສ່ວນຂອງການບໍລິການ logistics ເຂົ້າໃນ GDP ບັນລຸແຕ່ 5-6% ໃນປີ 2025
ພາບປະກອບ
ພາບປະກອບ

ຫວ່າງແລ້ວນີ້, ນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ປະກາດຂໍ້ຕົກລົງເລກທີ 221/QĐ-TTg ສະບັບປັບປຸງເພີ່ມເຕີມໃສ່ຂໍ້ຕົກລົງເລກທີ 200/QĐ-TTg ລົງໃນວັນທີ 14 ກຸມພາ 2017 ກ່ຽວກັບການອະນຸມັດຜ່ານແຜນການດໍາເນີນງານຍົກສູງກໍາລັງຄວາມສາມາດແກ່ງແຍ້ງ ແລະພັດທະນາການບໍລິການ logistics ຂອງຫວຽດນາມຮອດປີ 2025. ຕາມນັ້ນແລ້ວ, ຮອດປີ 2025, ມາດຕາສ່ວນປະກອບຂອງການບໍລິການ logistics ເຂົ້າ GDP ຈະບັນລຸ 5-6%, ລະດັບເຕີບໂຕການບໍລິການ logistics ບັນລຸ 15-20%, ອັດຕາສ່ວນເຊົ່າການບໍລິການ logistics ຈາກພາຍນອກບັນລຸ 50-60%, ຄ່າໃຊ້ຈ່າຍ logistics ຫຼຸດລົງເທົ່າກັບ 16-20% GDP, ການຈັດອັນດັບຕາມດັດຊະນີ LPI ໃນໂລກແມ່ນຢູ່ໃນລະດັບ 50 ຂຶ້ນໄປ.

ປີ 2023, ປະເມີນຜົນ, ຕີລາຄາໝາກຜົນແຫ່ງການປະຕິບັດແຜນການດໍາເນີນງານ, ກະກຽມພື້ນຖານທິດສະດີ ແລະພຶດຕິກໍາຕົວຈິງເພື່ອຄົ້ນຄວ້າ, ສ້າງຍຸດທະສາດພັດທະນາການບໍລິການ logistics ຢູ່ຫວຽດນາມ ໄລຍະ 2025-2035, ວິໄສທັດຮອດປີ 2045. ປີ 2024 ສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ຍົກສູງກໍາລັງຄວາມສາມາດແກ່ງແຍ້ງ ແລະພັດທະນາການບໍລິການ logistics ຢູ່ຫວຽດນາມ; ຈັດຕັ້ງ ແລະສ້າງຍຸດທະສາດພັດທະນາການບໍລິການ logistics ຢູ່ຫວຽດນາມ ໄລຍະ 2025-2035, ວິໄສທັດຮອດປີ 2045. ປີ 2025, ສະຫຼຸບ, ຕີລາຄາໝາກຜົນແຫ່ງການປະຕິບັດແຜນການດໍາເນີນງານ; ຜັນຂະຫຍາຍຍຸດທະສາດພັດທະນາການບໍລິການ logistics ຢູ່ຫວຽດນາມ ໄລຍະ 2025-2023, ວິໄສທັດຮອດປີ 2045.

ບົດລາຍງານກ່ຽວກັບດັດຊະນີ logistics ຕະຫລາດຫາກໍ່ພົ້ນເດັ່ນ 2021, ໂດຍບໍລິສັດ Agility ຫາກໍ່ປະກາດໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ເລືຶ່ອນຂຶ້ນ 3 ຂັ້ນໃນຕາຕະລາງຈັດອັນດັບ ເມື່ອທຽບໃສ່ປີ 2020, ຢືນອັນດັບທີ 8 ໃນ Top 10 ປະເທດແຖວໜ້າ. ໃນໄລຍະຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ພັດທະນາ ແລະ ເຕີບໂຕຢ່າງວ່ອງໄວ, ສະເລ່ຍປະມານ 14-16%/ປີ. ຄາດຄະເນວ່າ ເມື່ອວັກຊິນ ກັນໂຄວິດ-19 ໄດ້ຮັບການຜັນຂະຫຍາຍຢ່າງທົ່ວເຖິງແລ້ວ, ແງ່ຫວັງການຟື້ນຟູເສດຖະກິດທົ່ວໂລກ ແລະ ພາຍໃນປະເທດ ສືບຕໍ່ມີສັນຍານເປັນໜ້າຊື່ນຊົມ, ຄວາມຕ້ອງການທາງດ້ານ logistics ເພີ່ມຂຶ້ນ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕ logistics ສູງສຸດ.

ສະ​ພາບ​ພະຍ​າດ​ໂຄວິດ-19 ຢູ່ ຫວຽດ​ນາມ ແລະໃນ​ໂລກ ສະ​ພາບ​ພະຍ​າດ​ໂຄວິດ-19 ຢູ່ ຫວຽດ​ນາມ ແລະໃນ​ໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ເມສາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 142,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3.042.841 ຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 581.551 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ...

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ

ຍສໝ - ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021, ວັນທີ 19 ເມສາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເປັນປະທານວາລະປຶກສາ ຫາລືເປີດຂັ້ນສູງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ ແລະແກ້ໄຂການປະທະກັນ” ຜ່ານລະບົບທາງໄກ ແລະໂດຍກົງ.

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນນະໂຍບາຍ "ການກະທຳທິດຕາເວັນອອກ" ຂອງອິນເດຍ, ຮຽກຮ້ອງໃຫ້ສອງປະເທດເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ໄຊພອນ

ເຫດການ
302 Found

Found

The document has moved here.