ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ

16:04 | 21/04/2021

ຍສໝ - ໃນວັນທີ 19 ເມສາ 2021,ຈຸດພົ້ນເດັ່ນສຳຄັນທີ່ສຸດໃນເດືອນ ເມສາ ໂດຍຫວຽດນາມ, ປະທານສະພາຄວາມໝັ້ນຄົງ, ສະເໜີກ່ຽວກັບ “ເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນການປະທະກັນ” ໂດຍທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເປັນປະທານ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ໄລຍະຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ພັດທະນາ ແລະ ເຕີບໂຕຢ່າງວ່ອງໄວ ໄລຍະຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ພັດທະນາ ແລະ ເຕີບໂຕຢ່າງວ່ອງໄວ
ຫວຽດນາມ: ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ ໂດລາສະຫະລັດ ຫວຽດນາມ: ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ ໂດລາສະຫະລັດ
ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ
ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ. ພາບ:AFP/TTXVN

ບົດກ່າວປາໄສຂອງທ່ານປະທານປະເທດ ໃນວາລະປຶກສາຫາລື ໄດ້ຍົກອອກຄວາມສຳຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈໃນການພົວພັນສາກົນ, ຢັ້ງຢືນສານທີ່ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ. ທ່ານ ຫງວຽນຊວນຝຸກ ປະທານປະເທດຫວຽດນາມ ໄດ້ຢືນຢັນການສ້າງຕັ້ງ ແລະ ພັດທະນາຂອງ ສປຊ ແມ່ນສັນຍາລັກຂອງຄວາມໄວ້ເນື້ອເຊື່ອໃຈລວມຢ່າງແຮງ, ເໝາະສົມແກ່ການເຂົ້າໃນລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນຫຼາຍລະດັບ. ໂດຍໄດ້ຮັບການກຳນົດທິດຈາກຄວາມໄວ້ເນື້ອເຊື່ອໃຈນັ້ນ, ຫຼາຍອົງການໃນພາກພື້ນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕີບໂຕຢ່າງກ້າວກະໂດດຂັ້ນ. ແລະ ອາຊຽນ ແມ່ນອົງການໃນພາກພື້ນ ໄດ້ຮັບການສ້າງຂຶ້ນການເປັນປະຊາຄົມສະໜິດຕິດພັນ, ໂຄງປະກອບພາກພື້ນເປີດ, ໂປ່ງໃສ, ກວມລວມ ແລະ ອີງຕາມກົດລະບຽບ.

ສີ້ນສຸດບົດກ່າວປາໄສທີ່ວາລະປຶກສາຫາລື, ທ່ານ ຫງວຽນຊວນຝຸກ ປະທານປະເທດຫວຽດນາມ ຢືນຢັນວ່າ, ເປັນຄັ້ງທີສອງ, ຫວຽດນາມ ໄດ້ຮັບຄວາມເປັນກຽດ ດຳລົງຕຳແໜ່ງປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ ໃນອາຍຸການນີ້. ດ້ວຍຄວາມມຸ່ງຫວັງສ້າງປະເທສດຊາດແຫ່ງສັນຕິພາບ, ວັດທະນະຖາວອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ຫວຽດນາມ ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຂອງ ສະຫະປະຊາຊາດ ແລະ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ.

ທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ ປະຈຳ ສະຫະປະຊາຊາດ ຢືນຢັນວ່າ, ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ, ໂດຍສະເພາະແມ່ນຢູ່ສະພາຄວາມໝັ້ນຄົງ. ທ່ານ ອານຸພາບ ວົງໜໍ່ແກ້ວ ຖືວ່າ, ນີ້ແມ່ນຄັ້ງທີສອງ ທີ່ ຫວຽດນາມ ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງໃນອາຍຸການເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ຂອງອົງການສຳຄັນນີ້, ສະນັ້ນ ບັນດາບັນຫາເຊິ່ງຫວຽດນາມ ໄດ້ຍົກອອກມາເພື່ອປຶກສາຫາລືໃນວັນທີ 19 ເມສາ 2021 ແມ່ນຕິດແທດ, ສຳຄັນທີ່ສຸດ ຍ້ອນມັນມຸ່ງໄປເຖິງການຊຸກຍູ້ການຮ່ວມມືຢູ່ສະຫະປະຊາຊາດເວົ້າລວມ ກໍຄືການຮ່ວມມືລະຫວ່າງສະຫະປະຊາຊາດ, ພິເສດແມ່ນສະພາຄວາມໝັ້ນຄົງ ກັບບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ອະນຸພາກພື້ນ.

ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19 ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19

ວັນທີ 19 ເມສາ, ສະຖານທູດອົດສະຕາລີ ປະຈໍາຮ່າໂນ້ຍ ແລະກອງທຶນເພື່ອເດັກນ້ອຍສະຫະປະຊາຊາດ (UNICEF) ໄດ້ປະກາດລາຍການຮ່ວມມືທີ່ມີມູນຄ່າ 13,5 ລ້ານ AUD (ເກືອບ 10,5 ລ້ານໂດລາສະຫະລັດ) ລະຫວ່າງອົດສະຕາລີ ແລະ UNICEF ເພື່ອໜູນຊ່ວຍການແນະນໍາ ແລະແຈກຢາຍວັກຊິນກັນໂຄວິດ-19 ຢູ່ຫວຽດນາມ ໃຫ້ສໍາເລັດ.

ສະ​ພາບ​ພະຍ​າດ​ໂຄວິດ-19 ຢູ່ ຫວຽດ​ນາມ ແລະໃນ​ໂລກ ສະ​ພາບ​ພະຍ​າດ​ໂຄວິດ-19 ຢູ່ ຫວຽດ​ນາມ ແລະໃນ​ໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ເມສາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 142,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3.042.841 ຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 581.551 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ...

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ

ຍສໝ - ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021, ວັນທີ 19 ເມສາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເປັນປະທານວາລະປຶກສາ ຫາລືເປີດຂັ້ນສູງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ ແລະແກ້ໄຂການປະທະກັນ” ຜ່ານລະບົບທາງໄກ ແລະໂດຍກົງ.

ໄຊພອນ

ເຫດການ
302 Found

Found

The document has moved here.