ຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ

09:22 | 20/04/2021

ຍສໝ - ຈິດຕະກອນໄດ້ແນະນຳກັບຜູ້ຊົມພາບຖ່າຍກວ່າ 50 ແຜ່ນ, ລວມມີຫຼາຍຫົວເລື່ອງ ດ້ວຍວັດຖຸແຕ້ມຫຼາຍຢ່າງຄື: ເຈ້ຍແຂງ, ສໍສີ… ໃນນັ້ນມີພາບແຕ້ບຫຼາຍແຜ່ນແຕ້ມກ່ຽວກັບການດຳລົງຊີວິດປະຈຸບັນ, ຮີດຄອງປະເພນີຂອງປະເທດ, ປະຊາຊົນລາວ, ບັນດາພາບແຕ້ມເຄິງຄີງນາງສາວລາວ ແລະ ບັນດາໝູ່ເພື່ອນຂອງທ່ານ.

ຫວຽດນາມ ໃຫ້ຄວາມສຳຄັນໃນການຮັກສາ ແລະ ພັດທະນາການພົວພັນກັບ ປະເທດຈີນ ຫວຽດນາມ ໃຫ້ຄວາມສຳຄັນໃນການຮັກສາ ແລະ ພັດທະນາການພົວພັນກັບ ປະເທດຈີນ
ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ
ຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ
ບັນດາພາບແຕ້ມຂອງຈິດຕະກອນ ເລຢຸງເກື່ອງ ໄດ້ວາງສະແດງຢູ່ ເຮືອນວາງສະແດງສະມາຄົມວິຈິດສິນຫວຽດນາມ, ເລກທີ 16 ຖະໜົນ ໂງກວ່ຽນ, ຮ່າໂນ້ຍ ນັບແຕ່ວັນທີ 19 – 27 ເມສາ 2021. ພາບ: L.A.

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດພິທີໄຂງານວາງສະແດງພາບແຕ້ມຂອງຈິດຕະກອນ ເລຢຸງເກື່ອງ. ຈິດຕະກອນ ເລຢຸງເກື່ອງ, ແມ່ນ ອະດີດພະນັກງານຂະແໜງການທູດ, ທ່ານໄດ້ແຕ້ມບັນດາພາບເຄິງຄີງ, ພິເສດແມ່ນໄດ້ແຕ້ບບັນດາຜູ້ທີ່ມີຊື່ສຽງ, ບັນດາການນຳທີ່ມີອິດທິພົນຊື່ສຽງຂອງ ສອງ ປະເທດຫວຽດນາມ - ລາວ ໃນໂອກາດພິເສດ.ໃນງານວາງສະແດງຄັ້ງນີ້, ຈິດຕະກອນໄດ້ແນະນຳກັບຜູ້ຊົມພາບຖ່າຍກວ່າ 50 ແຜ່ນ, ລວມມີຫຼາຍຫົວເລື່ອງ ດ້ວຍວັດຖຸແຕ້ມຫຼາຍຢ່າງຄື: ເຈ້ຍແຂງ, ສໍສີ… ໃນນັ້ນມີພາບແຕ້ບຫຼາຍແຜ່ນແຕ້ມກ່ຽວກັບການດຳລົງຊີວິດປະຈຸບັນ, ຮີດຄອງປະເພນີຂອງປະເທດ, ປະຊາຊົນລາວ, ບັນດາພາບແຕ້ມເຄິງຄີງນາງສາວລາວ ແລະ ບັນດາໝູ່ເພື່ອນຂອງທ່ານ ເລຢຸງເກື່ອງ.

ບັນດາພາບແຕ້ມຂອງຈິດຕະກອນ ເລຢຸງເກື່ອງ ໄດ້ວາງສະແດງຢູ່ ເຮືອນວາງສະແດງສະມາຄົມວິຈິດສິນຫວຽດນາມ, ເລກທີ 16 ຖະໜົນ ໂງກວ່ຽນ, ຮ່າໂນ້ຍ ນັບແຕ່ວັນທີ 19 – 27 ເມສາ 2021.

ຫວຽດນາມຊົມເຊີຍການດັດແປງຢ່າງຕັ້ງໜ້າໃນບົດລາຍງານຂອງກະຊວງການເງິນອາເມລິກາ ຫວຽດນາມຊົມເຊີຍການດັດແປງຢ່າງຕັ້ງໜ້າໃນບົດລາຍງານຂອງກະຊວງການເງິນອາເມລິກາ

ຫວ່າງແລ້ວນີ້, ໃນການຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ກ່ຽວກັບບົດລາຍງານທີ່ໄດ້ປະກາດໃນມື້ກ່ອນນັ້ນຂອງກະຊວງການເງິນອາເມລິກາ ກ່ຽວກັບ “ນະໂຍບາຍທາງດ້ານເສດຖະກິດມະຫາພາກ ແລະເງິນຕາຕ່າງປະເທດຂອງບັນດາຄູ່ຮ່ວມມືການຄ້າຕົ້ນຕໍຂອງອາເມລິກາ”, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງວ່າ: “ຕອນເຊົ້າວັນທີ 17 ເມສາ, ທະນາຄານແຫ່ງລັດໄດ້ມີຂໍ້ມູນລະອຽດກ່ຽວກັບບັນຫານີ້. ພວກຂ້າພະເຈົ້າຊົມເຊີຍການດັດແປງຢ່າງຕັ້ງໜ້າກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງຫວຽດນາມ ໃນບົດລາຍງານດັ່ງກ່າວ. ຕາມນັ້ນແລ້ວ, ກະຊວງການເງິນອາເມລິກາ ຕີລາຄາໂດຍຂາດຫຼັກຖານອ້າງອີງເພື່ອກໍານົດຫວຽດນາມ ມີການຄອບງຳເງິນຕາ”.

ຫວຽດນາມ ປາດຖະໜາຢາກປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ໃຫ້ເລິກເຊິ່ງ, ກວ້າງຂວາງກວ່າອີກ ຫວຽດນາມ ປາດຖະໜາຢາກປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ໃຫ້ເລິກເຊິ່ງ, ກວ້າງຂວາງກວ່າອີກ

ຍສໝ - ເຢຍລະມັນໃຫ້ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອີຢູ, ຊຸກຍູ້ການສ້າງຂັ້ນຕອນການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ຢູ່ສະພາແຫ່ງຊາດເຢຍລະມັນ. ຫວຽດນາມ ສະໜັບສະໜູນເຢຍລະມັນເພີ່ມທະວີການຮ່ວມມືກັບອາຊຽນ.

ຫວຽດນາມ ແມ່ນຄູ່ຮ່ວມມືເພື່ອໜຶ່ງພື້ນຖານສັນຕິພາບທີ່ໝັ້ນຄົງຂອງ ສປຊ ຫວຽດນາມ ແມ່ນຄູ່ຮ່ວມມືເພື່ອໜຶ່ງພື້ນຖານສັນຕິພາບທີ່ໝັ້ນຄົງຂອງ ສປຊ

ວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ, ແກ້ໄຂການປະທະກັນ” ໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນປະທານ ໃນວັນທີ 19 ເມສາ ຈະມາເຖິງນີ້ແມ່ນເຫດການສໍາຄັນພິເສດເຊິ່ງຫວຽດນາມ ເປັນປະທານຈັດຕັ້ງໃນຖານະເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021.

ໄຊພອນ

ເຫດການ
302 Found

Found

The document has moved here.