ຫວຽດນາມ ແມ່ນຄູ່ຮ່ວມມືເພື່ອໜຶ່ງພື້ນຖານສັນຕິພາບທີ່ໝັ້ນຄົງຂອງ ສປຊ

11:23 | 19/04/2021

ວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ, ແກ້ໄຂການປະທະກັນ” ໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນປະທານ ໃນວັນທີ 19 ເມສາ ຈະມາເຖິງນີ້ແມ່ນເຫດການສໍາຄັນພິເສດເຊິ່ງຫວຽດນາມ ເປັນປະທານຈັດຕັ້ງໃນຖານະເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021.

ການສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ເຊິ່ງແມ່ນຕົວເລກທີ່ໜ້າປະເອີບໃຈ ການສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ເຊິ່ງແມ່ນຕົວເລກທີ່ໜ້າປະເອີບໃຈ
ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ

ພ້ອມກັບສອງວາລະປຶກສາຫາລືອື່ນໃນເດືອນປະທານສະພາຄວາມໝັ້ນຄົງ, ວາລະປຶກສາຫາລືເປີດຂັ້ນສູງຄັ້ງນີ້ໄດ້ສະແດງໃຫ້ເຫັນແຜນນະໂຍບາຍຢ່າງຈະແຈ້ງຂອງຫວຽດນາມ ແມ່ນ “ຄູ່ຮ່ວມມືເພື່ອໜຶ່ງພື້ນຖານສັນຕິພາບທີ່ໝັ້ນຄົງ” ຂອງ ສປຊ. ທ່ານ ດ້ັງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນຄືດັ່ງກ່າວໃນການຕອບສໍາພາດຕໍ່ນັກຂ່າວ.

undefined
ທ່ານ ດ້ັງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ຫງວຽນຮົ່ງ.

ນັກຂ່າວ (ນຂ): ຈຸດປະສົງ, ຄວາມໝາຍຂອງວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງຄັ້ງນີ້ແມ່ນຫຍັງ, ຂໍຮຽນທ່ານ?

ທ່ານ ດ້ັງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ວາລະປຶກສາຫາລືເປີດຂັ້ນສູງຄັ້ງນີ້ທີ່ມີຄວາມໝາຍ ແລະຄຸນລັກສະນະສໍາຄັນ, ແທດຈິງທີ່ສຸດ. ຍ້ອນວ່ານີ້ແມ່ນການເຄື່ອນໄຫວທາງການທູດຫຼາຍຝ່າຍ ຄັ້ງທໍາອິດທີ່ມີການເຂົ້າຮ່ວມຂອງການນໍາຂັ້ນສູງຂອງປະເທດເຮົາພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງແມ່ນຄັ້ງທໍາອິດທີ່ການນໍາຂັ້ນສູງປະເທດເຮົາເປັນປະທານເຫດການສໍາຄັນຂອງສະພາຄວາມໝັ້ນຄົງ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາສົ່ງສານລະດັບສູງສຸດຂອງພັກ ແລະລັດເຮົາເຖິງປະຊາຄົມສາກົນກ່ຽວກັບການກໍານົດທິດ, ວິໄສທັດ ແລະຄວາມຄາດຫວັງໃນການພັດທະນາຂອງປະເທດເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ວາງອອກ, ຢັ້ງຢືນຢ່າງແຮງກ່ຽວກັບແນວທາງການພົວພັນຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ ແລະມີປະສິດທິຜົນ. ເຫດການນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາສະແດງອິດທິພົນຊື່ສຽງ, ທີ່ຕັ້ັງຂອງປະເທດ ແລະເສີມຂະຫຍາຍບົດບາດ, ປະກອບສ່ວນຄວາມຮັບຜິດຊອບໃຫ້ບັນຫາສັນຕິພາບ, ຄວາມໝັ້ນຄົງທີ່ພາກພື້ນ ແລະສາກົນມີຄວາມສົນໃຈລວມ, ປະກອບສ່ວນຜັນຂະຫຍາຍບັນດາແຜນນະໂຍບາຍອັນໃຫຍ່ຂອງພັກ ແລະລັດເຮົາກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ.

ທີສອງແມ່ນ, ເລື່ອງເປັນປະທານວາລະປຶກສາຫາລືເປີດນີ້ແມ່ນເພື່ອແນໃສ່ເສີມຂະຫຍາຍທ່າສໍາເລັດຜົນຂອງປີປະທານອາຊຽນ 2020, ພ້ອມທັງສືບຕໍ່ ແລະຍົກລະດັບຂໍ້ລິເລີ່ມ ແລະໝາກຜົນກອງປະຊຸມຂອງສະພາຄວາມໝັ້ນຄົງກ່ຽວກັບ “ການຮ່ວມມືລະຫວ່າງອາຊຽນ ແລະສປຊ” ໂດຍຫວຽດນາມ ເປັນປະທານ (ເດືອນ ມັງກອນ 2020) ໃນອາຍຸການເປັນປະທານສະພາຄວາມໝັ້ນຄົງ. ຜ່ານນັ້ນສະແດງໃຫ້ເຫັນຄວາມສະໜິດຕິດແໜ້ນລະຫວ່າງບົດບາດແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອາຊຽນ ດ້ວຍໜ້າທີ່ຄວາມຮັບຜິດຊອບເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງອາຍຸການ 2020-2021 ແລະປະຈຸບັນເປັນປະທານສະພາຄວາມໝັ້ນຄົງ ເດືອນ ເມສາ 2021.

ພ້ອມກັບຄວາມມານະພະຍາຍາມຂອງແຕ່ລະປະເທດສະມາຊິກ, ອາຊຽນ ໄດ້ມີການປະກອບສ່ວນສໍາຄັນ, ນໍາອາຊີຕາເວັນອອກສ່ຽງໃຕ້ຈາກພາກພື້ນທີ່ຂາດຄວາມສະຫງົບຍ້ອນເກີດການປະທະກັນ, ຂັດແຍ່ງກັນກາຍເປັນພາກພື້ນແຫ່ງສັນຕິພາບ, ການຮ່ວມມື ແລະພັດທະນາ, ເປັນພາກພື້ນແຫ່ງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາ, ແລະກໍາລັງສູ້ຊົນກໍ່ສ້າງປະຊາຄົມອາຊຽນ ໃຫ້ມີຄວາມສະໜິດຕິດແໜ້ນ, ເປັນເຈົ້າການຮັບມື, ດ້ວຍເປົ້າໝາຍກໍ່ສ້າງໂຄງປະກອບພາກພື້ນເປີດ, ປອດໃສ, ກວມລວມ ແລະອີງໃສ່ກົດໝາຍ. ອາຊຽນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນອັນລໍ້າຄ່າຂອງຕົນ, ພ້ອມທັງຮັບຟັງຄໍາຄິດເຫັນຂອງອົງການຈັດຕັ້ງພາກພື້ນອື່ນເພື່ອເພີ່ມທະວີການຮ່ວມມືກັບ ສປຊ ຢ່າງມີປະສິດທິຜົນໃນການຫັນໂຄງການດໍາເນີນງານກ່ຽວກັບສັນຕິພາບ ແລະການພັດທະນາແບບຍືນຍົງໃນໂລກໃຫ້ປະກົດຜົນເປັນຈິງ.

ທີສາມແມ່ນ, ຜ່ານເຫດການນີ້, ພວກເຮົາອາດຈະສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງສູງຂອງຫວຽດນາມ ຕໍ່ກັບການເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງພາກພື້ນກໍ່ຄືການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງຢູ່ພາກພື້ນ, ໃນນັ້ນມີອາຊຽນ, ໃນວິວັດແຫ່ງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ພັດທະນາທາງດ້ານເສດຖະກິດ-ສັງຄົມ ເວົ້າລວມ ແລະໃນການສະກັດກັ້ນການປະທະກັນເວົ້າສະເພາະ. ສິ່ງເຫຼົ່ານີ້ມີລັກສະນະສະຖານະການ, ມີຄວາມໝາຍ ແລະຄຸນຄ່າແທດຈິງ, ໂດຍສະເພາະແມ່ນໃນສະພາບໂລກມີການຜັນແປສັບສົນຫຼາຍຢ່າງ, ຄື: ການຂັດແຍ້ງກັນລະຫວ່າງບັນດາປະເທດໃຫຍ່ເພີ່ມຂຶ້ນ, ບັນດາຈຸດເຄັ່ງຮ້ອນເກີດມີການປະທະກັນ, ເກີດຄວາມບໍ່ສະຫງົບຂຶ້ນຢູ່ຫຼາຍແຫ່ງໃນໂລກ, ຂາດຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ... ປະຊາຄົມສາກົນມີຄວາມສົນໃຈ ແລະປາດຖະໜາຢາກໃຫ້ສະພາບແວດລ້ອມສາກົນມີສັນຕິພາບ, ມີຄວາມໝັ້ນຄົງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາ. ຄວາມໄວ້ເນື້ອເຊື່ອໃຈ ແລະການເຈລະຈາກໍ່ຈະແມ່ນພື້ນຖານທີ່ນັບມື້ນັບມີຄວາມສໍາຄັນເພື່ອຊ່ວຍສະກັດກັ້ນ ແລະແກ້ໄຂການປະທະກັນໂດຍໄວ, ແຕ່ໄກ ແລະນຳມາເຊິ່ງໝາກຜົນແບບຍືນຍົງ, ຍາວນານ.

ທີສີ່ແມ່ນ, ເລື່ອງຫວຽດນາມ ເລືອກເອົາຫົວຂໍ້ນີ້, ພ້ອມກັບສອງຫົວຂໍ້ຂອງສອງວາລະປຶກສາຫາລືອື່ນໃນເດືອນເປັນປະທານສະພາຄວາມໝັ້ນຄົງຈະສະແດງໃຫ້ເຫັນການເຊື່ອມຕໍ່ດ້ວຍແຜນນະໂຍບາຍແມ່ນ “ຄູ່ຮ່ວມມືເພື່ອໜຶ່ງພື້ນ ຖານສັນຕິພາບແບບຍືນຍົງ”. ນີ້ແມ່ນທິດນໍາທີ່ເປັນຈຸດສຸມ, ລຸລ່ວງໃນອາຍຸການເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ, ຜ່ານນັ້ນ ເປັນການສົ່ງສານເຖິງປະຊາຄົມສາກົນກ່ຽວກັບປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ພ້ອມແລ້ວທີ່ຈະປະກອບສ່ວນຫຼາຍກວ່າອີກຕໍ່ພາລະກິດສັນຕິພາບ, ຄວາມໝັ້ນຄົງ ແລະພັດທະນາໃນໂລກ.

ນຂ: ຄາດຄະເນໝາກຜົນທີ່ບັນລຸໄດ້ຈາກວາລະປຶກສາຫາລືເປີດຂັ້ນສູງຄັ້ງນີ້ແມ່ນຫຍັງ, ຂໍຮຽນທ່ານ ?

ທ່ານ ດ້ັງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ຫວຽດນາມ ເປັນປະທານສ້າງ ແລະຕັ້ງໜ້າຈັດກອງປະຊຸມກັບບັນດາປະເທດເພື່ອຮັບຮອງເອົາຖະແຫຼງການປະທານສະພາຄວາມໝັ້ນຄົງ. ຖະແຫຼງການມີ ເນື້ອໃນສໍາຄັນ, ຄື: (i) ຢັ້ງຢືນຄວາມສໍາຄັນຂອງການຮ່ວມມືລະຫວ່າງ ສປຊ/ສະພາຄວາມໝັ້ນຄົງ ແລະບັນດາອົງການຈັດຕັ້ງພາກພື້ນໃນການສະກັດກັ້ນ, ແກ້ໄຂການປະທະກັນໂດຍສັນຕີວິທີ, ບົນພື້ນຖານເຄົາລົບບັນດາ ຫຼັກການຂອງກົດໝາຍສາກົນ ແລະກົດບັດ ສປຊ; (ii) ຢັ້ງຢືນບັນດາມາດຕະການສ້າງຄວາມໄວ້້ເນື້ອເຊື່ຶອໃຈ ແລະການເຈລະຈາແມ່ນບັນດາປັດໄຈທີ່ຈໍາເປັນໃນການປະກອບສ່ວນສະກັດກັ້ນ, ແກ້ໄຂການປະທະກັນ; (iii) ຮັບຮູ້ ແລະເນັ້ນໜັກເຖິງບົດບາດສຳຄັນຂອງ ສປຊ, ບັນດາອົງການຈັດຕັ້ງພາກພື້ນ ແລະບັນດາຝ່າຍທີ່ກ່ຽວຂ້ອງໃນການຊຸກຍູ້ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການເຈລະຈາໃນພາກພື້ນຂອງຕົນ, ເພື່ອຜົນປະໂຫຍດລວມຂອງສັນຕິພາບ, ຄວາມໝັ້ນຄົງ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງໃນໂລກ; (iv) ຮຽກຮ້ອງຄວາມມານະພະຍາຍາມເພີ່ມທະວີການຮ່ວມມືລະຫວ່າງ ສປຊ/ສະພາຄວາມໝັ້ນຄົງ ແລະບັນດາອົງການຈັດຕັ້ງພາກພື້ນກໍ່ຄືລະຫວ່າງບັນດາອົງການຈັດຕັ້ງພາກພື້ນນຳກັນໃນການສະກັດກັ້ນ, ແກ້ໄຂການປະທະກັນ ເພື່ອມຸ່ງໄປເຖິງການສ້າງພື້ນຖານສັນຕິພາບແບບຍືນຍົງ; ສົ່ງເສີມ ສປຊ ແລະປະຊາຄົມສາກົນໜູນຊ່ວຍການຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນໃນການສະກັດກັ້ນ, ແກ້ໄຂການປະທະກັນ, ສ້າງສາຄືນໃໝ່ພາຍຫຼັງການປະທະກັນ ແລະຮັກສາສັນຕິພາບ; (v) ສະເໜີເລຂາທິການໃຫຍ່, ໃນບັນດາບົດລາຍງານຂອງຕົນ, ມີການຕີລາຄາກ່ຽວກັບສິ່ງທ້າທາຍ, ບົດຮຽນ ແລະຂໍ້ສະເໜີແນະໃນການຊຸກຍູ້ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການເຈລະຈາ.

ຜ່ານນີ້, ປະສານສົມທົບ, ສະແດງໃຫ້ເຫັນເຖິງຫຼັກໝັ້ນ, ສຽງເວົ້າ ແລະຜົນປະໂຫຍດຂອງຫວຽດນາມ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະໂລກ, ພ້ອມທັງສ່ອງແສງເຖິງຜົນປະໂຫຍດ ແລະຄວາມລໍຄອຍຂອງປະຊາຄົມສາກົນກ່ຽວກັບໂລກແຫ່ງສັນຕິພາບໂດຍອີງໃສ່ຄວາມເຂົ້າໃຈກັນ, ຄວາມໄວ້ເນື້ອເຊື່ອໃຈ ແລະຈິດໃຈເຈລະຈາທີ່ສ້າງສັນ, ຮ່ວມມື.

ນຂ: ຂໍຂອບໃຈທ່ານ!

ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ

ລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຊຸກຍູ້ການຄ້າ ແລະການລົງທຶນສອງຝ່າຍ, ເພີ່ມທະວີການຮ່ວມມືໃນຂົງເຂດອື່ນໆ, ກໍ່ຄືຍູ້ແຮງການຮ່ວມມືໃນຂອບເຂດອາຊຽນ ແລະເວທີປາໄສຫຼາຍຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ.

ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ

ຈຸດສຸມຂອງງານບຸນແມ່ນພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ຕາມປະເພນີທີ່ເປັນມູນເຊື້ອ ນັບແຕ່ເວລາ 7 ໂມງຂອງວັນທີ 21 ເມສາ (ກົງກັບວັນທີ 10 ມີນາ ໄລ່ຕາມຈັນທະປະຕິທິນ).

ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ຮ່າກິມຫງອກ ໄດ້ມີການໂອ້ລົມສົນທະນາທາງຖ່າຍທອດສົດກັບ ຜູ້ແທນສະພາຕ່ຳອາເມລິກາ ທ່ານ Joaquin Castro - ປະທານຮ່ວມກຸ່ມອາຊຽນປະຈຳສະພາອາເມລິກາ, ປະທານອະນຸກຳມະການພັດທະນາສາກົນ, ອົງການຈັດຕັ້ງສາກົນ ແລະ ຜົນກະທົບທາງສັງຄົມຂອງທຸລະກິດທົ່ວໂລກ.

la.qdnd.vn

ເຫດການ
302 Found

Found

The document has moved here.