ຫວຽດນາມ - ອັງກິດ: ແລກປ່ຽນ, ແບ່ງປັນ ແລະ ປະເມີນຄວາມສາມາດໃນການສືບສວນອາຊະຍາກຳຂອງການຄ້າມະນຸດ

16:39 | 13/04/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກົມຕຳຫຼວດອາຍາ, ກະຊວງຕຳຫຼວດຫວຽດນາມ ໄດ້ສົມທົບກັບສະຖານທູດອັງກິດ ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາຕີລາຄາ ກ່ຽວກັບໂຄງການຍົກສູງກຳລັງຄວາມສາມາດ ໃນການສືບສວນຄະດີການຄ້າມະນຸດ.

ຫວຽດນາມ ໄດ້ປັບປຸງລະບົບນະໂຍບາຍ, ກົດໝາຍ ແລະຜັນຂະຫຍາຍຫຼາຍມາດຕະການລະອຽດຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນສິດທິມະນຸດ, ສິດທິຜົນລະເຮືອນ ຫວຽດນາມ ໄດ້ປັບປຸງລະບົບນະໂຍບາຍ, ກົດໝາຍ ແລະຜັນຂະຫຍາຍຫຼາຍມາດຕະການລະອຽດຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນສິດທິມະນຸດ, ສິດທິຜົນລະເຮືອນ
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຕໍ່ຕ້ານ ການຄ້າມະນຸດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຕໍ່ຕ້ານ ການຄ້າມະນຸດ

ເຂົ້າຮ່ວມກອງປະຊຸມສຳມະນາມີ ທ່ານພັນເອກ ໂຕກາວແລັງ, ຮອງຫົວໜ້າກົມຕຳຫຼວດອາຍາ; ທ່ານ Mark Holton - ຫົວໜ້າພະແນກຄົນອົບພະຍົບ, ສະຖານທູດອັງກິດ; ບັນດາອາຈານສອນຊັ້ນສູງຂອງພະແນກພາຍໃນລາຊະອານາຈັກອັງກິດ; ບັນດາອາຈານສອນຂອງວິທະຍາຄານຕຳຫຼວດປະຊາຊົນ, ກະຊວງຕຳຫຼວດຫວຽດນາມ.

ປະຕິບັດຖະແຫຼງການຮ່ວມປີ 2015 ລະຫວ່າງລັດຖະບານຫວຽດນາມ ແລະ ອັງກິດ, ໃນວັນທີ 21 ພະຈິກ 2018 ທີ່ ລອນດອນ, ອັງກິດ, ໂດຍໄດ້ຮັບອະນຸຍາດຈາກສອງລັດຖະບານ, ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ ແລະ ລັດຖະມົນຕີກະຊວງພາຍໃນອັງກິດ ໄດ້ເຊັນບົດບັນທຶກຊ່ວຍຈຳຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໃນການປ້ອງກັນ ແລະ ຕ້ານການຄ້າມະນຸດ.

ຫວຽດນາມ - ອັງກິດ: ແລກປ່ຽນ, ແບ່ງປັນ ແລະ ປະເມີນຄວາມສາມາດໃນການສືບສວນອາຊະຍາກຳຂອງການຄ້າມະນຸດ
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ຖ່າຍຮູບທີ່ລະລຶກ.

ການສຳມະນາແມ່ນເພື່ອເກັບກຳຄຳຄິດຄຳເຫັນຈາກຜູ້ເຂົ້າຮ່ວມ ເພື່ອປະກອບສ່ວນເນື້ອໃນຂອງເອກະສານທີ່ກຳນົດໄວ້ ເພື່ອນຳໃຊ້ເຂົ້າໃນຊຸດອົບຮົມ. ຊຸດເອກະສານລວບລວມ ໂດຍອາຈານສອນຂອງກົມຕຳຫຼວດອາຍາ, ສະຖາບັນຕຳຫຼວດປະຊາຊົນຫວຽດນາມ ໄດ້ສົມທົບກັບຊ່ຽວຊານອັງກິດທີ່ມີປະສົບການໃນການປ້ອງກັນການຄ້າມະນຸດ, ໂດຍການປະກອບຄຳເຫັນຂອງໜ່ວຍງານວິຊາສະເພາະຂອງກະຊວງ ແລະ ຍັງໄດ້ຮັບການອະນຸມັດຈາກການນຳຂອງກະຊວງປ້ອງກັນຄວາມສະຫງົບ. ໃນບົດກ່າວປາໄສເປີດກອງປະຊຸມ, ທ່ານພັນເອກ ໂຕກາວແລັງ ໄດ້ເນັ້ນໜັກວ່າ: “ກອງປະຊຸມສຳມະນາ ໄດ້ຮັບການຈັດຕັ້ງເພື່ອແລກປ່ຽນ, ແບ່ງປັນ, ຕີລາຄາບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງພາຍຫຼັງເຂົ້າຮ່ວມຊຸດອົບຮົມ. ຜ່ານນັ້ນ, ກົມຕຳຫຼວດອາຍາມີພື້ນຖານເພື່ອຕີລາຄາປະສິດທິຜົນ ຂອງການຈັດຕັ້ງການຝຶກອົບຮົມ ແລະ ການນຳໃຊ້ຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມເຂົ້າໃນວຽກງານຕົວຈິງໃນທ້ອງຖິ່ນ”.

ໃນແຕ່ລະປີ, ຫວຽດນາມ ແລະ ອັງກິດ ໄດ້ປະຕິບັດການຮັກສາ ແລະ ການແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອແລກປ່ຽນ ແລະ ແບ່ງປັນປະສົບການເຮັດວຽກ ແລະ ຂໍ້ມູນຂ່າວສານດ້ານວິຊາຊີບໃນຂົງເຂດປ້ອງກັນ ແລະ ຕ້ານການຄ້າມະນຸດ, ເຊັ່ນວ່າ: ແລກປ່ຽນຂໍ້ມູນຂ່າວສານ, ການສືບສວນຄະດີອາຍາ, ລະບົບສາຍຄ້າ, ກຸ່ມຄົນ, ການຊອກຈັບ, ການມອບຮັບເປົ້າໝາຍ ແລະ ການກູ້ໄພ, ການປົກປ້ອງ, ແລະ ການສົ່ງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ; ເພີ່ມທະວີການຮ່ວມມືໃນການຕ້ານອາຊະຍາກຳ ໂດຍນຳໃຊ້ເຕັກໂນໂລຢີສູງ, ການຫຼອກລວງຢຶດເອົາຊັບສົມບັດ, ອາຊະຍາກຳການເງິນ, ການທະນາຄານ, ການຟອກເງິນ ແລະ ການປ້ອງກັນການເຂົ້າເມືອງຜິດກົດໝາຍ.

ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 600 ລ້ານໂດລາສະຫະລັດ ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 600 ລ້ານໂດລາສະຫະລັດ

ຍສໝ - ນີ້ແມ່ນລະດັບການເຕີບໂຕທີ່ເປັນໜ້າປະທັບໃຈໃນສະພາບທີ່ການສົ່ງອອກໄປຍັງຕະຫຼາດອື່ນໆປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19.

ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບວິກິດການມະນຸດສະທຳທີ່ຮ້າຍແຮງຢູ່ຊີຣີ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບວິກິດການມະນຸດສະທຳທີ່ຮ້າຍແຮງຢູ່ຊີຣີ

ຍສໝ - ທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Mark Lowcock ໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳຢູ່ຊີຣີ ກຳລັງຢູ່ລະດັບຮ້າຍແຮງສູງ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຕໍ່ຕ້ານ ການຄ້າມະນຸດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຕໍ່ຕ້ານ ການຄ້າມະນຸດ

ຍສໝ - ຕອນເຊົ້າວັນທີ 8 ສິງຫາ, ຢູ່ ຍາຈາງ (ແຂວງ ແຄ໋ງ ຫ່ວາ), ກະຊວງ ຕຳຫຼວດໄດ້ຈັດກອງປະຊຸມຕີລາຄາ ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ກ່ຽວກັບການປ້ອງກັນ, ຕໍ່ຕ້ານການຄ້າມະນຸດ ແລະ ການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນປີ 2018 - ປີ 2019.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.