ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອີຣານ | |
ຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ອີຣານ |
ເມື່ອບໍ່ດົນມານີ້, ທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Mark Lowcock ໄດ້ກ່າວເຕືອນວ່າ, ວິກິດການມະນຸດສະທຳຢູ່ຊີຣີບັນລຸລະດັບທີ່ຮ້າຍແຮງສູງ.
ຕາມສຳນັກຂ່າວສານຫວຽດນາມປະຈຳສະຫະປະຊາຊາດ, ໃນກອງປະຊຸມປະຈຳເດືອນ ຂອງສະພາຄວາມໝັ້ນຄົງ ກ່ຽວກັບສະພາບການມະນຸດສະທຳໃນປະເທດຊີຣີ, ທ່ານ Mark Lowcock ໄດ້ກ່າວວ່າ, ອີງຕາມລາຍການອາຫານໂລກ (WFP), ປະຊາຊົນ 12,4 ລ້ານຄົນ, ເທົ່າທຽມ 60% ປະຊາກອນຂອງປະເທດຊີຣີ, ແມ່ນກຳລັງປະເຊີນໜ້າກັບສະຖານະການຂອງຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານ.
![]() |
ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດີງກູຍ, ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ. (ພາບ: TTXVN) |
ສິ່ງທີ່ໜ້າກັງວົນກວ່ານັ້ນກໍ່ແມ່ນວ່າພຽງ ແຕ່ໃນໄລຍະໜຶ່ງປີ, ປະຊາຊົນ 4,5 ລ້ານຄົນໄດ້ຕົກຢູ່ໃນສະພາບການຮ້າຍແຮງດັ່ງກ່າວນີ້. ນີ້ໄດ້ຮັບຖືວ່າແມ່ນຜົນມາຈາກວິກິດການເສດຖະກິດທີ່ນັບມື້ນັບຮ້າຍແຮງໃນ 18 ເດືອນທີ່ຜ່ານມາ ພ້ອມກັບຜົນກະທົບອັນໜັກໜ່ວງຂອງພະຍາດ COVID-19.
ທ່ານຮອງເລຂາທິການໃຫຍ່ Mark Lowcock ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນກະທົບຂອງຄວາມບໍ່ໝັ້ນຄົງດ້ານຄວາມປອດໄພໃນຫລາຍໆພື້ນທີ່ ຕໍ່ຊີວິດຂອງປະຊາຊົນຊີເຣຍ, ຍ້ອນວ່າພົນລະເຮືອນມີ ໃຜບາດເຈັບລົ້ົ້ມຕາຍເພີ່ມຂຶ້ນ ໃນພາກເໜືອຂອງປະເທດຊີຣີ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດີງກູຍ, ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ ໄດ້ແບ່ງປັນຄວາມວິຕົກກັງວົນລວມຂອງບັນດາສະມາຊິກສະພາຄວາມໝັ້ນຄົງ ກ່ຽວກັບສະພາບການມະນຸດສະທຳທີ່ຮ້າຍແຮງຢູ່ຊີຣີ, ໃນນັ້ນພິເສດແມ່ນຂໍ້ມູນຂ່າວກ່ຽວກັບຄວາມບໍ່ ໝັ້ນຄົງດ້ານສະບຽງອາຫານ ແລະ ຜົນກະທົບຈາກວິກິດການເສດຖະກິດທີ່ຮ້າຍແຮງໃນປະຈຸບັນຕໍ່ປະຊາຊົນຊີຣີ, ໂດຍສະເພາະ ສຳຫຼັບກຸ່ມທີ່ມີຄວາມສ່ຽງເຊັ່ນເດັກນ້ອຍ.
ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດີງກູຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ຊີຣີ ເພີ່ມທະວີການຮ່ວມມື ເພື່ອຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳ ບໍ່ຖືກລົບກວນ ແລະ ໃນເວລາທີ່ເໝາະສົມເພື່ອໄປເຖິງທຸກຂົງເຂດ.
ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ກໍ່ຮຽກຮ້ອງເພີ່ມທະວີການສະໜັບສະໜູນຈາກສາກົນ ໃຫ້ປະຊາຊົນຊີຣີ, ໂດຍເນັ້ນໜັກເຖິງຄວາມຈຳເປັນໃນການສະໜັບສະໜູນໃນການປະຊິດເຂົ້າເຖິງວັກຊິນປ້ອງກັນ ແລະ ຕ້ານ COVID-19 ຂອງປະຊາຊົນຊີເຣຍໃນສະພາບການແຜ່ລະບາດຂອງພະຍາດ ທີ່ຍັງສືບຕໍ່ເກີດຂື້ນໃນປະເທດຊີຣີ.
![]() | ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຊ່ວຍເຫຼືອປະເທດຊີຣີ ໃນການຕອບໂຕ້ກັບພະຍາດ COVID-19 ຍສໝ - ທີ່ກອງປະຊຸມປະຈຳເດືອນຂອງສະພາຄວາມໝັ້ນຄົງ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ ປະເທດຊີຣີ ໃນການຕອບໂຕ້ກັບພະຍາດ COVID-19 ແລະ ແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ. |
![]() | ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີຂອງ ສະພາຄວາມໝັ້ນຄົງ ສປຊ ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ. |
![]() | ສະຫະປະຊາຊາດມີຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທິດຕາເວັນຕົກພາກໃຕ້ຊີຣີ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທິດຕາເວັນຕົກພາກໃຕ້ຊີຣີ. |
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ

ເພື່ອນມິດສາກົນສະເໜີຄວາມເຫັນເພື່ອຊ່ວຍຫວຽດນາມພັດທະນາເສດຖະກິດ ແລະ ການຄ້າ Halal

ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ
ທ່ານອາດຈະມັກ

ເງິນຕາຕ່າງປະເທດສົ່ງມານະຄອນໂຮ່ຈິມິນ ບັນລຸກວ່າ 2,4 ຕື້ USD

ອົງການຊ່ວຍເຫຼືອເດັກນ້ອຍ ໜູນຊ່ວຍການສຶກສາໃຫ້ເດັກນ້ອຍ 27.000 ກວ່າຄົນຢູ່ແຂວງ ຫາຍຟອງ ແລະ ດົງທາບ

ດານັງ: ການເຕີບໂຕແບບຍືນຍົງຜ່ານການພົວພັນທາງການທູດປະຊາຊົນ

ອົງການຊ່ວຍເຫຼືອເດັກນ້ອຍ: ປັບປຸງສຸຂະພາບຈະເລີນພັນ, ເປີດອະນາຄົດແບບຍືນຍົງ

ອັນໃດແມ່ນກຳລັງໜູນທີ່ຊ່ວຍໃຫ້ GDP ຂອງຫວຽດນາມບັນລຸໄດ້ 8%?
