ພົວພັນແລກປ່ຽນມິດຕະພາບ ນັກສຶກສາ, ຊາວໜຸ່ມ ຫວຽດນາມ ລາວ ຢູ່ເງະອານເນື່ອງໃນໂອກາດບຸນປີໃໝ່ ລາວ 2021 | |
ອັດການເຄື່ອນໄຫວ “ຊຸມວັນແຫ່ງວັດທະນະທຳ ສ.ເກົາຫຼີ ຢູ່ ກ໋ວາງນາມ, ໂຮ້ຍອານ 2021” |
![]() |
ການຕ້ອນຮັບ (ພາບ: baoquangnam.vn) |
ຕາມໜັງສືພິມກ໋ວາງນາມແລ້ວ, ທ່ານ ຟານວຽກເກື່ອງ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ແຂວງກ໋ວາງນາມ ໄດ້ເນັ້ນໜັກວ່າ, ດ້ວຍຈຸດພິເສດດ້ານພູມີປະເທດແມ່ນມີເສັ້ນຊາຍແດນຮ່ວມກັນ ທີ່ຍາວກ່ວາ 157 ກີໂລແມັດ, ກ໋ວາງນາມ ມີຄວາມປາດຖະໜາຢາກສືບຕໍ່ພັດທະນາການພົວພັນຮ່ວມມືຢ່າງເລິກເຊິ່ງກັບບັນດາແຂວງທີ່ຕິດກັບຊາຍແດນ ແລະ ບັນດາທ້ອງຖິ່ນຂອງລາວ. ພ້ອມທັງສະແດງຄວາມຫວັງວ່າ, ໄປຄຽງຄູ່ກັບບັນດານະໂຍບາຍລວມເຊິ່ງໄດ້ຮັບການຜັນຂະຫຍາຍແລ້ວ, ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ມີຫຼາຍຮູບການຮ່ວມມືທີ່ມີປະສິດທິຜົນກ່ວາໃນບັນດາຂົງເຂດ, ດ້ວຍການໜູນຊ່ວຍຂອງ ສະຖານທູດ ລາວ ປະຈຳ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ.
ທ່ານ ຟານວຽດເກືອງ ເລຂາອົງຄະນະພັກ ແຂວງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ສອງປະເທດ ນັບມື້ນັບໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ ລາວ, ທ່ານ ຟານວຽກເກືອງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ຄຳອວຍພອນປີໃໝ່ໄປຍັງປະຊາຊົນລາວທຸກຖ້ວນໜ້າ, ພິເສດແມ່ນຄອບຄົວ ແລະ ພໍ່ແມ່ພີ່ນ້ອງຄະນະປະຕິບັດງານ.
![]() |
ທ່ານ ຟານວຽກເກື່ອງ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ກ໋ວາງນາມ ມອບຂອງຂວັນ ໃຫ້ແກ່ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ລາວ ປະຈຳ ຫວຽດນາມ (ພາບ: baoquangnam.vn) |
ຕໍ່ໜ້າການຕ້ອນຮັບຢ່າງອົບອຸນຂອງ ກ໋ວາງນາມ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມເບີດບານມ່ວນຊື່ນ ແລະ ສະແດງຄວາມຍິນດີຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ພ້ອມກັບບັນດາໝາກຜົນເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ກ໋ວາງນາມ ບັນລຸໄດ້ໃນໄລຍະທີ່ຜ່ານມາ. ພ້ອມທັງຕີລາຄາສູງການໜູນຊ່ວຍ, ຊ່ວຍເຫຼືອຂອງແຂວງກ໋ວາງນາມຕໍ່ ເຊກອງ ແລະ ບັນດາແຂວງຂອງລາວ ໃນການປ້ອງກັນ ຕ້ານໂລກລະບາດໂຄວິດ - 19, ໜູນຊ່ວຍບັນດາແຂວງຂອງລາວສ້າງພື້ນຖານໂຄງລ່າງ, ພິເສດແມ່ນວຽກງານຕ້ອນຮັບ, ບຳລຸງສ້າງພະນັກງານ, ນັກສຶກສາ ລາວ.
ທ່ານເອກອັກຄະລັດຖະທູດກໍ່ມີຄວາມຫວັງຢາກ ບັນດາໂຄງການເຊິ່ງກ໋ວາງນາມວາງອອກໃນໄລຍະຈະມາເຖິງ ຈະເຂົ້າສູ່ການຜັນຂະຫຍາຍ ແລະ ເຄື່ອນໄຫວໂດຍໄວ, ເພື່ອແນໃສ່ຊຸກຍູ້ການຮ່ວມມື, ພັດທະນາບົນບັນດາຂົງເຂດເຊິ່ງສອງປະເທດ ແລະ ບັນດາແຂວງທີ່ມີເສັ້ນຊາຍແດນລວມຄືກ໋ວາງນາມ ແລະ ເຊກອງ.
![]() | ພົວພັນແລກປ່ຽນມິດຕະພາບ ນັກສຶກສາ, ຊາວໜຸ່ມ ຫວຽດນາມ ລາວ ຢູ່ເງະອານເນື່ອງໃນໂອກາດບຸນປີໃໝ່ ລາວ 2021 ຍສໝ - ລາຍການລວມມີບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ສະແດງສິລະປະ, ຈັດຕັ້ງການຢ້ຽມຢາມ ແລະ ອວຍພອນປີໃໝ່ນັກສຶກສາລາວທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ ເງະອານ. |
![]() | ອັດການເຄື່ອນໄຫວ “ຊຸມວັນແຫ່ງວັດທະນະທຳ ສ.ເກົາຫຼີ ຢູ່ ກ໋ວາງນາມ, ໂຮ້ຍອານ 2021” ດ້ວຍບັນດາການເຄື່ອນໄຫວຕົວຈິງເປັນຫຼາຍຮູບຫຼາຍແບບ, ຊອກຮູ້ກ່ຽວກັບວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ ສ.ເກົາຫຼີ ການເຄື່ອນໄຫວໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ແກ່ຊາວເມືອງໂຮ້ຍອານ ແລະ ແຂກທ່ອງທ່ຽວ. |
![]() | ນັກສຶກສາລາວ ຢູ່ ຮ່າຕ້ິງ, ເຫ້ວຕ້ອນຮັບບຸນປີໃໝ່ຢ່າງມ່ວນຊື່ນ ຍສໝ - ທີ່ພິທີບັນດາພິທີກຳທີ່ເປັນມູນເຊື້ອຂອງບຸນປີໃໝ່ໄດ້ຮັບການຈັດຕັ້ງຢ່າງສົມກຽດ ແລະ ອົບອຸ່ນ. ເປີດສາກລາຍການແມ່ນພິທີຫົດນ້ຳດ້ວຍຄວາມຫວັງ ຂັບໄລ່ຄວາມອິດເມື່ອຍ, ໂຊກເສົ້າຂອງປີກ່ອນ, ນຳມາເຊິ່ງຄວາມແຕກດອກອອກຜົນ, ຄວາມອີ່ມໜຳສຳລາມສົມບຸນພູມສຸກ ໃຫ້ແກ່ທຸກສິ່ງທຸກຢ່າງໃນໂອກາດປີໃໝ່. |

ບຸນຄົງ