ລາວ-ຫວຽດນາມ ໄດ້ສຳເລັດກອງປະຊຸມໃຫຍ່ຂອງພັກ ແລະ ໄດ້ເລືອກເອົາການນຳຄົນໃໝ່ ເພື່ອຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ

11:45 | 13/04/2021

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວ ໄດ້ສົ່ງສານຊົມເຊີຍ ໂດຍເຊື່ອໝັ້ນວ່າ: ປະທານປະເທດ ແລະ ການນຳຊຸດໃໝ່ ຈະນຳພາ ສສ ຫວຽດນາມ ບັນລຸຜົນງານຢ່າງໃຫຍ່ຫລວງ ແລະ ທັງສອງຜູ້ນຳໄດ້ເຫັນດີວ່າສອງ ຝ່າຍຄວນສືບຕໍ່ປະສານສົມທົບກັນ, ປະຕິບັດບັນດາຂໍ້ ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດໃນທຸກຂົງເຂດ.

ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020
ລາວ-ຫວຽດນາມ ໄດ້ສຳເລັດກອງປະຊຸມໃຫຍ່ຂອງພັກ ແລະ ໄດ້ເລືອກເອົາການນຳຄົນໃໝ່ ເພື່ອຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ
ລາວ-ຫວຽດນາມ ໄດ້ສຳເລັດກອງປະຊຸມໃຫຍ່ຂອງພັກ ແລະ ໄດ້ເລືອກເອົາການນຳຄົນໃໝ່ ເພື່ອຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ.

ພາຍຫລັງສຳເລັດກອງປະຊຸມໃຫຍ່ ພັກກອມມູນິດຫວຽດນາມຄັ້ງທີ 13, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV (2016-2021) ໄດ້ຈັດກອງປະຊຸມ. ວັນທີ 4-5 ເມສາ 2021 ໄດ້ເປັນເອກະພາບກັນເລືອກທ່ານ ຫງວຽນຊວນຟຸກ ເປັນປະທາປະເທດ ແລະ ທ່ານ ຟ້າມມິງຈິງ ເປັນນາຍົກລັດຖະມົນຕີ. ຂະນະທີ່ວັນທີ 5 ເມສາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວ ໄດ້ສົ່ງສານຊົມເຊີຍ ໂດຍເຊື່ອໝັ້ນວ່າ: ປະທານປະເທດ ແລະ ການນຳຊຸດໃໝ່ ຈະນຳພາ ສສ ຫວຽດນາມ ບັນລຸຜົນງານຢ່າງໃຫຍ່ຫລວງ ແລະ ທັງສອງຜູ້ນຳໄດ້ເຫັນດີວ່າສອງ ຝ່າຍຄວນສືບຕໍ່ປະສານສົມທົບກັນ, ປະຕິບັດບັນດາຂໍ້ ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດໃນທຸກຂົງເຂດ.

ທ່ານ ຫງວຽນຊວນຟຸກ ທີ່ດຳລົງຕຳແໜ່ງປະທານປະເທດ ໃນປັດຈຸບັນ ຊຶ່ງເມື່ອທ່ານດຳລົງຕຳແໜ່ງນາຍົກລັດຖະມົນຕີນັ້ນ ກໍ່ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ ຊຶ່ງສາກົນ ລ້ວນແຕ່ຮັບຮູ້ ແລະ ຊົມເຊີຍ ທີ່ນຳພາປະເທດຫວຽດນາມ ບັນລຸເປົ້າໝາຍ ແລະ ຕ້ານການລະບາດພະຍາດ-19 ແລະ ການພັດທະນາເສດຖະກິດ, ສສ ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານອາຊຽນປີ 2020 ແລະ ໄດ້ຮັບເລືອກຕັ້ງ ເປັນ ສະມາຊິກບໍ່ຖາວອນ ຂອງສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ 2020-2021 ດ້ວຍຄະແນນສຽງເຫັນດີ ສ່ວນຫລາຍ ແລະ ເຖິງວ່າອາຍຸຂອງເພິ່ນ ເກີນຕາມທີ່ກຳນົດໄວ້, ແຕ່ຍັງໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈໃຫ້ ດຳລົງຕຳແໜ່ງເປັນປະທານປະເທດ ສສ ຫວຽດນາມ.

ໃນມື້ດຽວກັນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມຄົນໃໝ່ ໂດຍ ສະແດງຄວາມເຊື່ອໝັ້ນຈະສືບຕໍ່ເພີ່ມທະວີ ມິດຕະພາບລະຫວ່າງສອງປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນພາກ ພື້ນ ແລະ ສາກົນ.

ກ່ອນໜ້ານີ້, ທ່ານ ຟ້າມມິງຈິງ ເປັນຫົວໜ້າຄະນະຈັດຕັ້ງ ພັກກອມມູນິດຫວຽດນາມ (2016-2021) ແລະ ເລຂາຄະນະພັກ ແຂວງກວາງນິງ (2011-2015) ຊຶ່ງຕະຫລອດເວລາເປັນການນຳຂອງທ້ອງຖິ່ນ ໄດ້ພະຍາຍາມຊຸກຍູ້ການປະຕິຮູບ ການບໍລິຫານໄປສູ່ການປັບປຸງ ສະພາບແວດລ້ອມ ການຜະລິດ ແລະ ການດຳ ເນີນທຸລະກິດ ເຮັດໃຫ້ທຸລະກິດ ແລະ ປະຊາຊົນດີຂຶ້ນ. ສິ່ງດັ່ງກ່າວພິສູດໃຫ້ເຫັນວ່າ: ຊຸມປີມໍ່ໆນີ້, ແຂວງ ກ໋ວາງນິງ ໄດ້ເປັນໜຶ່ງໃນບັນດາແຂວງນຳໜ້າຂອງ ສສ ຫວຽດນາມ ຕໍ່ການປະຕິຮູບການບໍລິຫານ.

ກວາງນິງແມ່ນແຂວງໜຶ່ງ ທີ່ດຶງດູດການຮ່ວມມືຂອງບັນດາ ບໍລິສັດເພື່ອກໍ່ສ້າງພື້ນຖານ ໂຄງລ່າງເຊັ່ນ: ສະໜາມບິນ, ທ່າກຳປັ່ນ ແລະ ທາງດ່ວນ ທີ່ທັນສະໄໝ ຊຶ່ງລື່ນແຂວງອື່ນ, ເປັນແຂວງທຳອິດ ທີ່ເອກະຊົນ ລົງທຶນສ້າງສະໜາມບິນ. ທ່ານ ຟ້າມມິງຈິງ ໄດ້ຮັບການເລືອກຕັ້ງເປັນ ກົມການເມືອງ ສູນກາງພັກກອມ ມູ ນິດຫວຽດນາມ ໃນກອງປະຊຸມໃຫຍ່ ຂອງພັກຄັ້ງທີ XII ປີ 2016, ເປັນຫົວໜ້າ ຄະນະຈັດຕັ້ງພັກກອມມູນິດ ຫວຽດນາມ ແລະ ສືບຕໍ່ປະສົບຜົນສຳເລັດ ໃນໜ້າທີ່ ວຽກງານກໍ່ສ້າງຖັນແຖວ ພະນັກງານຍຸດທະສາດຂອງ ຫວຽດນາມ. ພ້ອມນັ້ນກໍ່ເພີ່ມທະວີການຊີ້ນຳຕ້ານການສໍ້ລາດບັງຫລວງຢ່າງມີປະສິດທິຜົນ ພາຍໃນພັກ ແລະ ລະບົບການເມືອງຂອງ ສສ ຫວຽດນາມ. ຈາກປະສົບການ ແລະ ຜົນສຳເລັດທັງຂັ້ນທ້ອງຖິ່ນ ແລະ ສູນກາງ, ຈຶ່ງໄດ້ຮັບເລືອກເປັນນາຍົກ ລັດຖະມົນຕີເພື່ອສືບຕໍ່ ເຮັດໃຫ້ຄວາມມຸ່ງຫວັງຫັນ ສສ ຫວຽດນາມ ກາຍເປັນປະເທດ ພັດທະນາໃນພາກພື້ນ ແລະ ສາກົນ.

ລາວ-ຫວຽດນາມ ໄດ້ສຳເລັດກອງປະຊຸມໃຫຍ່ຂອງພັກ ແລະ ໄດ້ເລືອກເອົາການນຳຄົນໃໝ່ ເພື່ອຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ. ໃນສະຖານະ ການສາກົນ ທີ່ນັບມື້ສັບສົນ, 2 ປະເທດ ຕ້ອງສືບຕໍ່ສົມທົບກັນ, ຮ່ວມກັນ, ຄຽງບ່າຄຽງໄຫລ່, ຢືນຄຽງຂ້າງເພື່ອຜ່ານຜ່າ ຄວາມຫຍຸ້ງຍາກ, ປະສານສົມທົບກັນຢ່າງ ແໜ້ນແຟ້ນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ລະຫວ່າງ ການນຳຂັ້ນສູງຂອງ 2 ປະເທດ ແລະ ສາມາດ ຢືນຢັນໄດ້ວ່າ: ໃນສະພາບການໃດ, 2 ປະເທດ ຈະເຮັດສຸດຄວາມສາມາດຂອງຕົນເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາສາຍພົວພັນສາມັກຄີ ແບບພິເສດລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ງົດງາມ ແລະ ຍືນຍົງຕະຫລອດໄປເພື່ອຄົນຮຸ່ນຫລັງ.

ກະຊວງການຕ່າງປະເທດ ຈັດກິດຈະກຳ ເພື່ອສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IV ແລະ ວັນການທູດລາວ ຄົບຮອບ 75 ປີ ກະຊວງການຕ່າງປະເທດ ຈັດກິດຈະກຳ ເພື່ອສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IV ແລະ ວັນການທູດລາວ ຄົບຮອບ 75 ປີ

ການຈັດກິດຈະກຳກິລາໃນຄັ້ງນີ້, ນອກຈາກເປັນການ ສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນສອງເຫດການ ທີ່ສຳຄັນດັ່ງກ່າວແລ້ວ, ຍັງເປັນການສ້າງຄວາມສາມັກຄີ ແລະ ຄວາມຮັກແພງ ພະນັກງານພາຍໃນ ກະຊວງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ກອງປະຊຸມໃຫຍ່ ຜູ້ແທນ ສະມາຄົມນັກສຶກສາຫວຽດນາມ ທົ່ົວປະເທດ ຄັ້ງທີ 10 ກອງປະຊຸມໃຫຍ່ ຜູ້ແທນ ສະມາຄົມນັກສຶກສາຫວຽດນາມ ທົ່ົວປະເທດ ຄັ້ງທີ 10

ສ້າງນັກສຶກສາສະໄໝໃໝ່ໃຫ້ມີອຸດົມການປະຕິວັດ, ຄຸນນະທາດການເມືອງທີ່ໝັ້ນແກ່ນ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ; ເປັນເຈົ້າການໃນການສຶກສາຮໍ່າຮຽນ, ມີຫົວຄິດປະດິດສ້າງ, ສຶກສາຄົ້ນຄວ້າວິທະຍາສາດ ແລະ ໝູນໃຊ້ເຕັກໂນໂລຢີໃໝ່...

ກອງປະຊຸມໃຫຍ່ ກວດສອບ ASOSAI 14 ເປີດໂອກາດໃຫ້ແກ່ການຮ່ວມມື ແລະ ພັດທະນາ ຂອງຫວຽດນາມ ກອງປະຊຸມໃຫຍ່ ກວດສອບ ASOSAI 14 ເປີດໂອກາດໃຫ້ແກ່ການຮ່ວມມື ແລະ ພັດທະນາ ຂອງຫວຽດນາມ

ຍສໝ - ອົງການກວດສອບແຫ່ງລັດ ຂອງຫວຽດນາມ ໃຫ້ຮູ້ວ່າ: ວຽກງານກະກຽມ ກອງປະຊຸມໃຫຍ່ ອົງການກວດສອບສູງສຸດ ອາຊີ (ASOSAI) ຄັ້ງທີ 14 ສະໄໝ 2018-2021ໂດຍຫວຽດນາມ ເປັນເຈົ້າພາບ ຈະດຳເນີນໄປໃນວັນທີ 19-22 ກັນຍາ 2018 ໄດ້ກຽມພ້ອມໂດຍພື້ນຖານ.

ຂປລ

ເຫດການ
302 Found

Found

The document has moved here.