ກອງປະຊຸມໃຫຍ່ ຜູ້ແທນ ສະມາຄົມນັກສຶກສາຫວຽດນາມ ທົ່ົວປະເທດ ຄັ້ງທີ 10

17:40 | 10/12/2018

ສ້າງນັກສຶກສາສະໄໝໃໝ່ໃຫ້ມີອຸດົມການປະຕິວັດ, ຄຸນນະທາດການເມືອງທີ່ໝັ້ນແກ່ນ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ; ເປັນເຈົ້າການໃນການສຶກສາຮໍ່າຮຽນ, ມີຫົວຄິດປະດິດສ້າງ, ສຶກສາຄົ້ນຄວ້າວິທະຍາສາດ ແລະ ໝູນໃຊ້ເຕັກໂນໂລຢີໃໝ່...

ຕອນເຊົ້າວັນທີ 10 ທັນວາ, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາຫວຽດນາມ ຄັ້ງທີ 10. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ພ້ອມດ້ວຍບັນດາການນໍາພັກ, ລັດ ແລະ ຜູ້ແທນສົມບູນຂອງກອງປະຊຸມໃຫຍ່ 690 ຄົນ.

ກອງປະຊຸມໃຫຍ່ ຜູ້ແທນ ສະມາຄົມນັກສຶກສາຫວຽດນາມ ທົ່ົວປະເທດ ຄັ້ງທີ 10

ກອງປະຊຸມໃຫຍ່ ຜູ້ແທນ ສະມາຄົມນັກສຶກສາຫວຽດນາມ ທົ່ົວປະເທດ ຄັ້ງທີ 10.

ດ້ວຍເນື້ອໃນຈິດໃຈທີ່ວ່າ “ນັກສຶກສາຫວຽດນາມມີຄຸນນະທາດ, ຮໍ່າຮຽນ, ປະດິດຄິດສ້າງ, ສະໝັກໃຈ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ”, ກອງປະຊຸມໃຫຍ່ມີໜ້າທີ່ສ້າງເປົ້າໝາຍ, ໜ້າທີ່ບົດບາດ, ວິທີການແກ້ໄຂວຽກງານຂອງສະມາຄົມ ແລະ ຂະບວນການຂອງນັກສຶກສາ ອາຍຸການ 2018 – 2023 ແລະ ເລືອກຕັ້ງຄະນະບໍລິຫານງານ, ຄະນະກວດກາສູນກາງ ສະມາຄົມນັກສຶກສາຫວຽດນາມ ຊຸດທີ 10. ວຽກງານຂອງສະມາຄົມ ແລະ ຂະບວນການນັກສຶກສາ ອາຍຸການ 2018 – 2023 ແມ່ນມຸ່ງໄປເຖິງເປົ້າໝາຍ: “ສ້າງນັກສຶກສາສະໄໝໃໝ່ໃຫ້ມີອຸດົມການປະຕິວັດ, ຄຸນນະທາດການເມືອງທີ່ໝັ້ນແກ່ນ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ; ເປັນເຈົ້າການໃນການສຶກສາຮໍ່າຮຽນ, ມີຫົວຄິດປະດິດສ້າງ, ສຶກສາຄົ້ນຄວ້າວິທະຍາສາດ ແລະ ໝູນໃຊ້ເຕັກໂນໂລຢີໃໝ່; ມີປັນຍາ, ສຸຂະພາບເຂັ້ມແຂງ, ມີທັກສະດໍາລົງຊີວິດ ແລະ ມີຄວາມໄຝ່ຝັນບືນຕົວຂຶ້ນ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວ ສະແດງໜ້າທີ່ຮັບຜິດຊອບຕໍ່ວົງຄະນະຍາດ, ຕໍ່ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ກ່າວຄໍາເຫັນຊີ້ນໍາກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ພັກ ແລະ ລັດ ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູເລໃຫ້ແກ່ກໍາລັງນັກສຶກສາ. ທ່ານສະເໜີວ່າ ສະມາຄົມນັກສຶກສາທຸກຂັ້ນ ຄວນກໍ່ສ້າງນັກສຶກສາຫວຽດນາມລຸ້ນໃໝ່ ທັງມີແນວຄິດ, ຄຸນສົມບັດທີ່ດີ ທັງມີຄວາມຊໍານິຊໍານານທາງດ້ານວິຊາອາຊີບ. ທ່ານກ່າວວ່າ:

ທີ 1, ສືບຕໍ່ເພີ່ມທະວີການສຶກສາປະຕິວັດ, ຄຸນສົມບັດແບບແຜນການດຳລົງຊີວິດໃຫ້ແກ່ນັກສຶກສາ. ທີ 2, ຍູ້ແຮງການຈັດຕັ້ງບັນດາການເຄື່ອນໄຫວຂະບວນການແຂ່ງຂັນ, ເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງຂອງນັກສຶກສາ. ລະດົມສົ່ງເສີມໃຈນັກສຶກສາເຂົ້າຮ່ວມການຄົ້ນຄວ້າປ່ຽນແປງໃໝ່ຫົວຄິດປະດິດສ້າງໃນຂົງເຂດວິທະຍາສາດ, ຍູ້ແຮງການເລີ່ມຕົ້ນທຸລະກິດ. ທີ 3, ສືບຕໍ່ເອົາໃຈໃສ່ເຖິງສະມາຄົມນັກສຶກສາ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ປ່ຽນແປງໃໝ່ຮູບແບບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ ຕາມທິດມີຊີວິດຊີວາກ່ວາ, ດູດດື່ມກ່ວາ.

ເມື່ອຮັບເອົາຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ເລກວກຟອງ, ເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສະມາຄົມນັກສຶກສາ ຫວຽດນາມ ຢັ້ງຢືນວ່າ:

ສະມາຄົມນັກສຶກສາ ຫວຽດນາມ ດ້ວຍບົດບາດເປັນເພື່ອນສະໜິດແໜ້ນຂອງນັກສຶກສາ, ຮ່ວມເດີນທາງ, ໜູນຊ່ວຍ, ແນະນຳນັກສຶກສາ ໃຫ້ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ຍົກສູງບົດບາດ, ອິດທິພົນຊື່ສຽງຂອງຕົນໃນໝູ່ນັກສຶກສາ ຫວຽດນາມ. ຜ່ານນັ້ນ, ທັງຕອບສະໜອງຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງນັກສຶກສາ, ທັງເຮັດສຳ ເລັດໜ້າທີ່ຄວາມຮັບຜິດຊອບຂອງຕົນ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ຄວາມເຊື່ອໝັ້ນຮັກແພງ, ຄວາມມຸ່ງຫວັງຂອງນັກສຶກສາ, ຂອງຂະແໜງການສຶກສາ ແລະ ຂອງສັງຄົມ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ 10 ແມ່ນເຫດການການເມືອງສຳຄັນຂອງນັກສຶກສາ ຫວຽດນາມ, ເຊິ່ງໄດ້ດຳເນີນແຕ່ວັນທີ 9 – 11 ທັນວາ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.