ກອງປະຊຸມໃຫຍ່ ກວດສອບ ASOSAI 14 ເປີດໂອກາດໃຫ້ແກ່ການຮ່ວມມື ແລະ ພັດທະນາ ຂອງຫວຽດນາມ

14:45 | 17/09/2018

ຍສໝ - ອົງການກວດສອບແຫ່ງລັດ ຂອງຫວຽດນາມ ໃຫ້ຮູ້ວ່າ: ວຽກງານກະກຽມ ກອງປະຊຸມໃຫຍ່ ອົງການກວດສອບສູງສຸດ ອາຊີ (ASOSAI) ຄັ້ງທີ 14 ສະໄໝ 2018-2021ໂດຍຫວຽດນາມ ເປັນເຈົ້າພາບ ຈະດຳເນີນໄປໃນວັນທີ 19-22 ກັນຍາ 2018 ໄດ້ກຽມພ້ອມໂດຍພື້ນຖານ.

ກອງປະຊຸມໃຫຍ່ ກວດສອບ ASOSAI 14 ເປີດໂອກາດໃຫ້ແກ່ການຮ່ວມມື ແລະ ພັດທະນາ ຂອງຫວຽດນາມ

ທ່ານ ຟຸ່ງກ໋ວກ ຫ້ຽນ ຮອງປະທານ ສະພາແຫ່ງຊາດ ຫວຽດນາມ.

ປະທານໃຫຍ່ອົງການກວດສອບແຫ່ງລັດ ຂອງຫວຽດນາມ ທ່ານ ໂຮ່ດຶກ ເຟືອກ ຫົວໜ້າຄະນະກຳມະການ ກະກຽມກອງປະຊຸມ ASOSAI 14 ໄດ້ຈັດກອງປະຊຸມກວດສອບເທື່ອສຸດທ້າຍ ສະຫຼຸບປະເມີນການກະກຽມກອງປະຊຸມໃຫຍ່.

ອົງການກວດກາລັດ ທ່ານ ໂຮ່ດຶກ ເຟືອກ ໃຫ້ຮູ້ວ່າ: ການເປັນເຈົ້າພາບກອງປະຊຸມໃຫຍ່ ASOSAI 14 ໝາຍຄວາມວ່າ ອົງການ ກວດສອບແຫ່ງລັດ ຂອງຫວຽດນາມ ຈະເປັນປະທານ ASOSAI ສະໄໝ 2018 – 2021 ແລະ ສະມາຊິກ ຄະນະບໍລິຫານງານ ASOSAI ໃນ 3ສະໄໝ ຕໍ່ເນື່ອງ (2015-2024). ນີ້ແມ່ນເຫດການ ດ້ານການເງິນ-ການທູດ ທີ່ສຳຄັນ ແລະ ໂອກາດໃຫ້ແກ່ ອົງການກວດສອບແຫ່ງລັດ ຂອງ ຫວຽດນາມ ເກັບກ່ຽວ ນຳໃຊ້ຄວາມຮູ້ຄວາມສາມາດ ບົດຮຽນສາກົນ ຊັບພະຍາກອນຈາກ ອົງການຈັດຕັ້ງ ASOSAI ເວົ້າລວມ ກໍ່ຄືບັນດາສະມາຊິກ ASOSAI ເປັນສະເພາະ ເພື່ອຍົກສູງຄວາມຮູ້ຄວາມສາມາດ ການເຄື່ອນໄຫວທີ່ມີປະສິດທິຜົນ.

ກອງປະຊຸມໃຫຍ່ ກວດສອບ ASOSAI 14 ເປີດໂອກາດໃຫ້ແກ່ການຮ່ວມມື ແລະ ພັດທະນາ ຂອງຫວຽດນາມ

ພິທີ ຖະແຫຼ່ງຂ່າວ ວຽກງານການກະກຽມ ກອງປະຊຸມ ກວດກາລັດ ASOSAI ຄັ້ງທີ 14 .

ໃນຂອບເຂດຂອງກອງປະຊຸມໃຫຍ່ ທີ່ຈະດຳເນີນໄປດ້ວຍ ກອງປະຊຸມ ວິຊາການ ຄັ້ງທີ 7 ມີຫົວຂໍ້: “ ກວດກາ ສະພາບແວດລ້ອມ ເພື່ອການພັດທະນາ ແບບຍືນຍົງ”. ນີ້ແມ່ນໜື່ງໃນບັນດາເນື້ອໃນທີ່ສຳຄັນໃນວາລະກອງປະຊຸມ ສະແດງເຖິງຄຳໝັ້ນສັນຍາ ຄວາມມານະພະຍາຍາມ ແລະ ປະກອບສ່ວນອັນແທ້ຈິງຂອງປະຊາຄົມ ASOSAI ໃນຂະບວນການແລ່ນນຳເປົ້າໝາຍແຫ່ງການພັດທະນາແບບຍືນຍົງ ຂອງ ສະຫະປະຊາຊາດ ເວົ້າລວມ ແລະ ແກ້ໄຂບັນຫາສິ່ງທ້າທາຍ ດ້ານສະພາບແວດລ້ອມ ທົ່ວໂລກເວົ້າສະເພາະ.

ອົງການກວດສອບແຫ່ງລັດ ຂອງຫວຽດນາມ ຈະເປັນ ປະທານ ASOSAI ສະໄໝ 2018-2021 ແລະ ພ້ອມກັນນັ້ນ ຈະກາຍເປັນຄະນະກຳມະການ ບໍລິຫານງານ ASOSAI ໃນໄລຍະເວລາ 3 ສະໄໝ ລຽນຕິດ.

ກອງປະຊຸມຄັ້ງນີ້ ຈະເປັນເວທີ ຂອງການຮ່ວມມື ນາໆຊາດ ໃຫຍ່ທີ່ສຸດ ຂອງ ASOSAI ແລະ ຈັດຂື້ນ 3ປີ ຕໍ່1 ຄັ້ງ. ເຫດການນີ້ຈະກາຍເປັນ ບ່ອນເຕົ້າໂຮມຂອງບັນດາການນຳ ອົງການກວດກາສູງສຸດ ສະມາຊິກຂອງ ASOSAI ເພື່ອສຳມະນາປຶກສາຫາລື ແລະ ຕົກລົງ ບັນດາບັນຫາທີ່ສຳຄັນ ຕາມສຽງສ່ວນຫຼາຍ ກ່ຽວກັບເອກກະສານ ລະບົບ ນະໂຍບາຍ ທີ່ຈຳເປັນຕ້ອງໄດ້ອະນຸມັດ ເພື່ອບັນລຸໄດ້ໄດ້ເປົ້າໝາຍ ແລະ ການພັດທະນາຂອງອົງການຈັດຕັ້ງ; ແລກປ່ຽນຄວາມຄິດຄວາມເຫັນ ບົດຮຽນ ໃນຂົງເຂດກວດກາ; ຄັດເລືອກສະມາຊິກຄະນະບໍລິຫານງານ ປະທານ ASOSAI ສະໄໝຕໍ່ໄປ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.