ຫວຽດນາມ ປົກປ້ອງພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ

16:30 | 13/04/2020

ຍສໝ - ເມື່ອບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມລາຍການສົນທະນາທາງອອນລາຍລະຫວ່າງບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ກັບສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບສະພາບການໂລກລະບາດໂຄວິດ-19 ແລະ ບັນດາມາດຕະການໜູນຊ່ວຍພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ.

ຫວຽດນາມ ປ ກປ ອງພ ນລະເມ ອງ ແລະ ນ ກສ ກສາ ຫວຽດນາມ ຢ ອາເມລ ກາ ສະຖານທູດ ຫວຽດນາມ ປະຈຳອາຣັບບິຊາອຸດິ ຜັນຂະຫຍາຍຫຼາຍມາດຕະການໜູນຊ່ວຍຊາວ ຫວຽດນາມ ຢູ່ ປະເທດປະຈຳຖິ່ນ
ຫວຽດນາມ ປ ກປ ອງພ ນລະເມ ອງ ແລະ ນ ກສ ກສາ ຫວຽດນາມ ຢ ອາເມລ ກາ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ: ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ
ຫວຽດນາມ ປ ກປ ອງພ ນລະເມ ອງ ແລະ ນ ກສ ກສາ ຫວຽດນາມ ຢ ອາເມລ ກາ
ຫວຽດນາມ ປົກປ້ອງພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ.(ພາບ: TTXVN)

ທີ່ການສົນທະນາ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໃຫ້ຮູ້ວ່າ: ປັດຈຸບັນ, ລັດຖະບານໄດ້ມອບໃຫ້ບັນດາອົງການທີ່ກ່ຽວຂ້ອງ ຄົ້ນຄວ້າບັນດາວິທີການ ບົນພື້ນຖານຮັບປະກັນໃຫ້ເໝາະສົມກັບກຳລັງຄວາມສາມາດການແຍກຕົວຢູ່ພາຍໃນປະເທດ, ການປິ່ນປົວຄົນເຈັບ ແລະ ການຜັນແປຄວບຄຸມໂລກລະບາດໂຄວິດ-19 ຢູ່ ຫວຽດນາມ.

ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19, ສົ່ງຜົນກະທົບຢ່າງໃຫຍ່ຫລວງເຖິງທຸກດ້ານຂອງຊີວິດການເປັນຢູ່ ແລະ ນັກສຶກສາແມ່ນກຸ່ມເປົ້າໝາຍຖືກຜົນສະທ້ອນຫລາຍທີ່ສຸດ. ມາຮອດປັດຈຸບັນ, ອຳນາດການປົກຄອງ ອາເມລິກາ ບໍ່ມີນະໂຍບາຍບັງຄັບພົນລະເມືອງ ຫຼື ນັກສຶກສາຕ່າງປະເທດຕ້ອງອອກຈາກ ອາເມລິກາ.

ປະຈຸບັນທົ່ວປະເທດອາເມລິກາ ປະກາດສະພາວະໄພພິບັດຍ້ອນໂລກລະບາດໂຄວິດ 19 ພາຍຫລັງຈຳນວນຜູ້ຖືກເສຍຊີວິດຍ້ອນໂລກລະບາດແມ່ນເພີ່ມຂຶ້ນລະດັບສູງກວ່າໝູ່ໃນໂລກ. ວັນທີ 11 ເມສາ, Wyoming ໄດ້ກາຍເປັນລັດທີ 50 ແລະແມ່ນລັດສຸດທ້າຍຂອງອາເມລິກາ ປະກາດສະພາວະໄພພິບັດພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນຈາກປະທານາທິບໍດີ ອາເມລິກາ Donald Trump. ນີ້ເປັນຄັ້ງທຳອິດ ທັງໝົດ 50 ລັດຂອງອາເມລິກາ ພ້ອມກັບນະຄອນຫລວງ Washington D.C ຖືກຈັດສະພາວະໄພພິບັດໃນພາບດຽວ.

ເພື່ອໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ໃນປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ມອບໃຫ້ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຂະແໜງປະກັນໄພສັງຄົມຫວຽດນາມ, ທະນາຄານນະໂຍບາຍສັງຄົມ ເປັນປະທານ, ສົມທົບກັບຫ້ອງວ່າການລັດຖະບານ ປະຕິບັດການຄົ້ນຄວ້າວິທີການ, ຈັດຕັ້ງການຜັນຂະຫຍາຍການບໍລິການສາທາລະນະໃນການໜູນຊ່ວຍປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ-19 ໃນປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ ຮັບປະກັນໃຫ້ທັນການ, ຕອບສະໜອງຖືກຕ້ອງຕາມເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການຂອງລັດຖະບານ, ນາຍົກລັດຖະມົນຕີ.

ອາເມລິກາ ຍັງສືບຕໍ່ແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 532.000 ຄົນ ແລະ ຈຳນວນຜູ້ເສຍຊີວິດສູງສູດໂລກແມ່ນ 20.577 ຄົນ. ໄລ່ຮອດວັນທີ 11 ເມສາ, ປະເທດ ອີຕາລີ ໄດ້ກວດພົບມີຜູ້ຕິດເຊື້ອໄວຣັດ SARS-CoV-2 ໃໝ່ຕື່ມອີກ 4.694 ຄົນ, ຍົກຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ປະເທດນີ້ ຂຶ້ນເປັນ 152.271 ຄົນ.
ຫວຽດນາມ ປ ກປ ອງພ ນລະເມ ອງ ແລະ ນ ກສ ກສາ ຫວຽດນາມ ຢ ອາເມລ ກາ ຫວຽດນາມ ໄດ້ຮັດແໜ້ນການຄຸ້ມຄອງກັບຜູ້ໂດຍສານຈາກ ເອີຣົບ ແລະ ອາເມລິກາ ເພື່ອຄວບຄຸມການລະບາດຂອງ Covid-19

ຍສໝ - ເລີ່ມແຕ່ວັນທີ 15 ມີນາ, ຫວຽດນາມ ປະຕິບັດການວິໄຈເລືອດຕໍ່ຜູ້ໂດຍສານທີ່ມາຈາກເອີລົບ ແລະ ອາເມລິກາ, ຢູ່ບັນດາດ່ານຊາຍແດນສາກົນ.

ຫວຽດນາມ ປ ກປ ອງພ ນລະເມ ອງ ແລະ ນ ກສ ກສາ ຫວຽດນາມ ຢ ອາເມລ ກາ ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືຍຸດທະສາດ

ວັນທີ 17 ມັງກອນ, ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV), ຮ່າໂນ້ຍ, ທ່ານຮອງສາດສະດາຈານ, ປອ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ປະຈຳຫວຽດນາມ Dainiel J.Kritenbrink.

ຫວຽດນາມ ປ ກປ ອງພ ນລະເມ ອງ ແລະ ນ ກສ ກສາ ຫວຽດນາມ ຢ ອາເມລ ກາ ຈັດຕັ້ງການແຂ່ງຂັນບັນລະຍາຍພາສາ ຫວຽດນາມ ຮອບຊີງຊະນະເລີດທົ່ວປະເທດໃຫ້ແກ່ນັກຮຽນລາວ ຢູ່ ຫວຽດນາມ ປີ 2019

ຍສໝ - ຮອບຊີງຊະນະເລີດ ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມ ແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ” ປີ 2019 ໄດ້ດໍາເນີນໃນຕອນຄໍ່າວັນທີ 8 ພະຈິກ ຢູ່ນະຄອນຖາຍງວຽນ.

ໄຊພອນ

ເຫດການ
302 Found

Found

The document has moved here.