ອາເມລິກາ ໄດ້ສະໜັບສະໜູນ ຫວຽດນາມ ໃນການປະຕິບັດນະໂຍບາຍປະກັນໄພສຸຂະພາບ

16:30 | 08/11/2020

ຍສໝ - ໃນວັນທີ 7 ພະຈິກ, ອົງການພັດທະນາສາກົນ (USAID) ປະຈຳຫວຽດນາມ ແລະ ອົງການປະກັນໄພສັງຄົມຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ເພື່ອຮັດແໜ້ນການປະຕິບັດນະໂຍບາຍປະກັນໄພສຸຂະພາບ.

ອາເມລ ກາ ໄດ ສະໜ ບສະໜ ນ ຫວຽດນາມ ໃນການປະຕ ບ ດນະໂຍບາຍປະກ ນໄພສ ຂະພາບ ວາລະສານອາເມລິກາ: ປະເທດຫວຽດນາມ ຍັງມີຄວາມປອດໄພຕໍ່ການລະບາດຂອງ COVID ຍ້ອນຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ
ອາເມລ ກາ ໄດ ສະໜ ບສະໜ ນ ຫວຽດນາມ ໃນການປະຕ ບ ດນະໂຍບາຍປະກ ນໄພສ ຂະພາບ ນາຍົກລັດຖະມົນຕີ ຫວຽດນາມ: ພາຍຫລັງ 25 ປີແຫ່ງວັນສ້າງຕັ້ງການພົວພັນ, ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກ

ເພື່ອສ້າງຄວາມເຂັ້ມແຂງ ໃນການຈັດຕັ້ງປະຕິບັດນະໂຍບາຍປະກັນໄພສຸຂະພາບ, ໂຄງການພັດທະນາລະບົບສາທາລະນະສຸກແບບຍືນຍົງ ທີ່ໄດ້ຮັບທຶນສະໜັບສະໜູນໂດຍອົງການພັດທະນາສາກົນ USAID ຈະໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ ໃຫ້ແກ່ອົງການປະກັນສັງຄົມຫວຽດນາມ ໃນໄລຍະ 4 ປີຂ້າງໜ້າ.

ອີງຕາມຂໍ້ມູນຈາກສະຖານທູດສະຫະລັດອາເມລິກາ ປະຈຳຫວຽດນາມ, ໂຄງການດັ່ງກ່າວຍັງຈະສະໜັບສະໜູນການຫັນປ່ຽນຂອງຫວຽດນາມ ໄປສູ່ຄວາມເປັນເຈົ້າຕົນເອງດ້ານການເງິນຢ່າງເຕັມທີ່ ສຳລັບໂຄງການປ້ອງກັນ HIV ແລະ ພະຍາດປອດແຫ້ງ.

ອາເມລ ກາ ໄດ ສະໜ ບສະໜ ນ ຫວຽດນາມ ໃນການປະຕ ບ ດນະໂຍບາຍປະກ ນໄພສ ຂະພາບ
ອົງການພັດທະນາສາກົນ (USAID) ປະຈຳຫວຽດນາມ ແລະ ອົງການປະກັນໄພສັງຄົມຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ເພື່ອຮັດແໜ້ນການປະຕິບັດນະໂຍບາຍປະກັນໄພສຸຂະພາບ.

ໃນພິທີລົງນາມ, ຜູ້ອຳນວຍການ USAID ປະຈຳຫວຽດນາມ ທ່ານນາງ Ann Marie Yastishock ໄດ້ແບ່ງປັນວ່າ: “ພວກເຮົາ ໄດ້ສະແດງຄວາມຊົມເຊີຍ ສຳຫຼັບການຮ່ວມມືຢ່າງແໜ້ນແຟ້ນ ກັບອົງການປະກັນສັງຄົມຫວຽດນາມ ແລະ ຈະສືບຕໍ່ຮ່ວມມືກັບປະກັນສັງຄົມຫວຽດນາມ ເພື່ອສະໜັບສະໜູນການສ້າງຄວາມສາມາດໃນການຄຸ້ມຄອງ, ແລະ ການຄຸ້ມຄອງການເງິນຂອງອົງການປະກັນສັງຄົມຫວຽດນາມ ສຳລັບການຄຸ້ມຄອງກອງທຶນປະກັນສຸຂະພາບທີ່ມີປະສິດຕິຜົນ, ຍຸດຕິທຳ ແລະ ມີຄວາມຮັບຜິດຊອບ.

ທ່ານນາງ Ann Marie Yastishock ໄດ້ໃຫ້ຫູ້ວວ່າ USAID ຈະສະໜັບສະໜູນປະກັນສັງຄົມຫວຽດນາມ ໃນ 3 ຂົງເຂດຕົ້ນຕໍ, ເຊັ່ນ: ການປະຕິບັດນະໂຍບາຍປະກັນສຸຂະພາບ; ຄຸ້ມຄອງຢາ ແລະ ອຸປະກອນການແພດທີ່ຈັດຊື້ ໂດຍຜ່ານແຫຼ່ງປະກັນໄພສຸຂະພາບ ແລະ ແລກປ່ຽນຂໍ້ມູນ, ແລກປ່ຽນປະສົບການ ແລະ ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ໃນການປະຕິບັດນະໂຍບາຍປະກັນສຸຂະພາບ.

ໃນໄລຍະ 5 ປີທີ່ຜ່ານມາ, ອົງການ USAID ໄດ້ເຮັດວຽກຢ່າງໃກ້ຊິດ ກັບບັນດາອົງການລັດຖະບານຫວຽດນາມ, ໃນນັ້ນມີປະກັນສັງຄົມຫວຽດນາມ, ເພື່ອເພີ່ມທະວີການຄຸ້ມຄອງປະກັນສຸຂະພາບສຳລັບການປິ່ນປົວໂຣກເອດ ແລະ ການແຈກຢາຍຢາຕ້ານໄວຣັດ (ARV).

ອາເມລ ກາ ໄດ ສະໜ ບສະໜ ນ ຫວຽດນາມ ໃນການປະຕ ບ ດນະໂຍບາຍປະກ ນໄພສ ຂະພາບ ວາລະສານອາເມລິກາ: ປະເທດຫວຽດນາມ ຍັງມີຄວາມປອດໄພຕໍ່ການລະບາດຂອງ COVID ຍ້ອນຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ

ຍສໝ - ປະຊາຊົນຫວຽດນາມ ໄດ້ຟື້ນຟູການດຳເນີນທຸລະກິດປະຈຳວັນຂອງພວກເຂົາ. ໃນສະພາບການແຜ່ລະບາດ COVID-19 ຂອງໂລກ, ຫວຽດນາມ ເບິ່ງຄືວ່າຈະມີຄວາມປອດໄພ, ຍ້ອນຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ.

ອາເມລ ກາ ໄດ ສະໜ ບສະໜ ນ ຫວຽດນາມ ໃນການປະຕ ບ ດນະໂຍບາຍປະກ ນໄພສ ຂະພາບ ຫວຽດນາມ ໄດ້ສະໜັບສະໜູນ 50,000 ໂດລາສະຫະລັດ ໃຫ້ກອງທຶນຮັບມືພະຍາດ Covid-19 ຂອງ WHO

ຍສໝ​ - ໂດຍໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ, ໃນຕອນບ່າຍວັນທີ 24 ເມສາ, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມອບເງິນເປັນສັນຍະລັກ ຈຳນວນ 50,000 ໂດລາສະຫະລັດ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອການສະໜັບສະໜູນກອງທຶນຮັບມືພະຍາດ Covid-19 ຂອງອົງການອະນາໄມໂລກ (WHO), ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ...

ອາເມລ ກາ ໄດ ສະໜ ບສະໜ ນ ຫວຽດນາມ ໃນການປະຕ ບ ດນະໂຍບາຍປະກ ນໄພສ ຂະພາບ ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.