ບິ່ງ​ດິ້ງ​ຕ້ອນ​ຮັບ​ເງິນ​ໜູນ​ຊ່ວຍເປັນ​ຈຳ​ນວນ 17,2 ລ້ານ USD ​ຈາ​ກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 2011 – 2020

11:13 | 09/04/2021

ຍ​ສໝ - ລາຍ​ງານ​ທີ່ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ 10 ປີ​ແຫ່ງ​ການ​ລະ​ດົມ​ເງິນ​ໜູນ​ຊ່ວຍ​ຈາກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ສະ​ແດງ​ໃຫ້​ເປັນ​ວ່າ ທົ່ວ​ແຂວງ ບິ່ງ​ດິງ ໄດ້​ຮັບ​ 278 ໂຄງ​ການ, ດ້ວຍງົ​ບ​ປະ​ມານ 17,2 ລ້ານ USD.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Luis Pablo Maria Beltramino: ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ສ້າງ​ໂຮງ​ຮຽນ​ມິດ​ຕະ​ພາບ ອາກ​ຊັງ​ຕິນ ຫວຽດ​ນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Luis Pablo Maria Beltramino: ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ສ້າງ​ໂຮງ​ຮຽນ​ມິດ​ຕະ​ພາບ ອາກ​ຊັງ​ຕິນ ຫວຽດ​ນາມ
ບິ່ງ​ດິ້ງ​ຕ້ອນ​ຮັບ​ເງິນ​ໜູນ​ຊ່ວຍເປັນ​ຈຳ​ນວນ 17,2 ລ້ານ USD ​ຈາ​ກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 2011 – 2020
ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ວຽກ​ງານ​ຂົນ​ຂວາຍ​ການ​ຊ່​ວຍ​ເຫຼືອ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຢູ່​ແຂວງ ບິ່ງ​ດິ້ງ

ຫວ່າງ​ແລ້ວນີ້, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ​ບິ່ງ​ດິ້ງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ລະ​ດົມ​ທຶນ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຕ່າງ​ປະ​ເທດ (2011 - 2020). ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ນາງ ຮ​ວຽນ​ທຸ໊ຍ​ເວິນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບິ່ງ​ດິ້ງ, ທ່ານ ເລິມ​ຫ໋າຍ​ຢາງ, ຮອ​ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ​ບິ່ງ​ດິ້ງ, ທ່ານ ກ່າວ​ເຈິ່ນກວັກ​ຫ໋າຍ ຮອງ​ຫົວ​ໜ້າ​ກົມ​ພົວ​ພັນ​ຕ່າງ​ປະ​ເທດ (ກະ​ຊວງ​ການ​ຕ່າງ​ປະ​ເທດ), ທ່ານ ຫງວຽນ​ງອກ​ຮຸ່ງ, ຫວົ​ໜ້າ​ຄະ​ນະ​ປະ​ສານ​ງານ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຂຶ້ນ​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ…

ຕາມ​ການ​ລາຍ​ງານ​ທີ່ກອງ​ປະ​ຊຸມ, ໃນ​ເວ​ລາ 10 ປີ​ຜ່ານ​ມາ, ທົ່ວ​ແຂວງ​ບິ່ງ​ດິ້ງ ໄດ້​ຕອນ​ຮັບ ​278 ໂຄງ​ການ ດ້ວຍ​ງົບ​ປະ​ມານ​ໜູນ​ຊ່ວຍ​ແມ່ນ 17,2 ລ້ານ USD. ບັນ​ດາ​ໂຄງ​ການ​ສ່ວນຫຼາຍ​ແມ່ນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຫ່າງ​ໄກ່​ສອກຫຼີກ, ໜູນ​ຊ່ວຍ​ບັນ​ດາ​ເປົ້າ​ໝາຍ​ທີ່​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່ໃນ​ສັງ​ຄົມຄື ເດັກ​ນ້ອຍ​ກຳ​ພາ, ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຜູ້​ພິ​ການ, ແມ່​ຍິງ​ທຸກ​ຍາກ… ບັນ​ດາ​ຂົງ​ເຂດຕົ້ນ​ຕໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ລວມ​ມີ: ການ​ແພດ, ການ​ສຶກ​ສາ, ແຮງ​ງາ​ນ - ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ, ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວ​ດ້​ລອມ…

ບິ່ງ​ດິ້ງ​ຕ້ອນ​ຮັບ​ເງິນ​ໜູນ​ຊ່ວຍເປັນ​ຈຳ​ນວນ 17,2 ລ້ານ USD ​ຈາ​ກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 2011 – 2020
ທ່ານ ກາວ​ເຈິ່ນກວັກ​ຫ໋າຍ ຮອງ​ຫົວ​ໜ້າ​ກົມ​ພົວ​ພັນ​ຕ່າງ​ປະ​ເທດ

ຄຽງ​ຄູ່​ກັບ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ຮັບ​ຮອງ​ເອົາ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ຊ່ວຍ​ໃຫ້​ບັນ​ດາ​ອົງ​ການ, ທ້ອງ​ຖິ່ນ ເປັນ​ຕົ້ນ​ແມ່ນ​ຄູ່​ຮ່ວມ​ມື​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ, ພ້ອມ​ທັງ​ສ້າງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ບັນ​ດາ​ອົງ​ການ, ໜ່ວຍ​ງານ, ທ້ອ​ງ​ຖິ່ນ​ໃນ​ແຂວງ​ກັບ​ບັນ​ດາອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບາ​ຕ່າງ​ປະ​ເທດ ແລະ ຄູ່​ຮ່ວມ​ມື​ພັດ​ທະ​ນາ, ປະ​ກອບ​ສ່ວນ​ເຂົ້າ​ການ​ແນະ​ນຳ, ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຂວງ​ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ກາວ​ເຈິ່ນກວັກ​ຫ໋າຍ ຮອງ​ຫົວ​ໜ້າ​ກົມ​ພົວ​ພັນ​ຕ່າງ​ປະ​ເທດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ຂອງ​ບັນ​ດາ​ອົງ​ການ, ໜ່ວຍ​ງານ, ທ້ອງ​ຖິ່ນ ຂອງ​ແຂວງ ບິ່ງ​ດິ້ງ ໃນ​ການ​ປະ​ຕິ​ບັດ​ການ​ຂົນ​ຂວາຍ​ເງິນ​ໜູນ​ຊ່ວຍ​ຂອງ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ເພີ່ມ​ທະ​ວີ​ການ​ດຶງ​ດູດ ເງິນ​ໜູນ​ຊ່ວຍ, ທ່ານ ກາວ​ເຈິ່ນກວັກ​ຫ໋າຍ ໄດ້​ສະ​ເໜີ​ໃຫ້​ແຂວງ​ບິ່ງ​ດິ້ງ ສືບ​ຕໍ່​ເອົາ​ໃຈ​ໃສ່​ສ້າງ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ໂຄງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຮຽກ​ຮ້ອງ​ການ​ໜູນ​ຊ່ວຍ ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ສຳ​ຜັດ​ກັບ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ມີ​ປະ​ເທດ​ທີ່​ມີ​ກຳ​ລັງ​ຄວາມ​ສາ​ມາດ, ກຳ​ແໜ້ນ​ຄວາມ​ຮຽກ​ຮ້ອງ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ.

ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2 ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2

ຍ​ສ​ໝ - ISA ໃຫ້​ຮູ້​ວ່າ​ເຫດ​ຜົນ​ທີ່​ເຮັດ​ໃຫ້ ຫວຽດ​ນາມ​ລື່ນ​ກາຍ ສ.ເກົາຫຼີ ​ເພື່ອ​ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່ ຍີ່​ປຸ່ນຫຼາຍ​ອັນ​ດັບ​ທີ 2 ຕົ້ນ​ຕໍ​ແມ່​ນ​ຍ້ອນ​ການ​ເພີ່ມ​ຂຶ້ນ​ຂອ​ງ​ຈຳ​ນວນ​ນັກ​ສຶກ​ສາ, ນັກ​ຄົ້ນ​ຄ​້​ວາ ແລະ ນັກ​ຝຶກ​ງານ​ຊາວ​ຫວຽດ​ນາມ ໄປ​ຍັງ​ບີ່​ປຸ່ນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ປະ​ເທດ​ຊາດ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ປະ​ເທດ​ຊາດ

ຍ​ສ​ໝ - ທ່ານ ດັ້ງ​ມິງ​ຄອຍ ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ຊຸມ​ປີ​ຜ່ານ​ມາ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ເວົ້າ​ລວມ ແລະ ນ​ະ​ຄອນ ໂຮ່​ຈີ​ມິນ​ເວົ້າ​ສະ​ເພາະ.

VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ

ຍ​ສ​ໝ - ເມື່ອບໍ່ດົນມານີ້, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO) ໄດ້​ຈັດ ພິ​ທີ​ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອໃນ​ຕົ້ນ​ຕ​ໍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.