ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ປະ​ເທດ​ຊາດ

11:42 | 30/03/2021

ຍ​ສ​ໝ - ທ່ານ ດັ້ງ​ມິງ​ຄອຍ ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ຊຸມ​ປີ​ຜ່ານ​ມາ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ເວົ້າ​ລວມ ແລະ ນ​ະ​ຄອນ ໂຮ່​ຈີ​ມິນ​ເວົ້າ​ສະ​ເພາະ.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຢ ນະ ຄອນ ໂຮ ຈ ມ ນ ຕ ງ ໜ າ ເຂ າ ຮ ວມ ການ ສ າງ ສາ ປະ ເທດ ຊາດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຢ ນະ ຄອນ ໂຮ ຈ ມ ນ ຕ ງ ໜ າ ເຂ າ ຮ ວມ ການ ສ າງ ສາ ປະ ເທດ ຊາດ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ​ຕ້ອນ​ຮັບ​ບຸນ​ເຕັດ ປີ​ສະ​ລຸ ທາງ​ອອນ​ລາຍ
ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຢ ນະ ຄອນ ໂຮ ຈ ມ ນ ຕ ງ ໜ າ ເຂ າ ຮ ວມ ການ ສ າງ ສາ ປະ ເທດ ຊາດ
ທ່ານ​ດັ້ງ​ມິງ​ຄອຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ (ພາບ: TTXVN)

ເນື່ອງ​ໃນ​ໂອ​ກາດ​ກຽມ​ຮັບ​ບຸນ​ເຕັດ ສະ​ລຸ ປີ 2021, ຕອນ​ບ່າຍ​ວັນ​ທີ 3 ກຸມ​ພາ, ທ່ານ​ດັ້ງ​ມິງ​ຄອຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄດ້​ມາ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ ແລະ ມອບ​ຂອງ​ຂວັນ​ຂອງ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທ​ດ​ດີ​ເດັ່ນ ຂອງ​ນະ​ຄອນ​ໂຮ່​ຈີ​ມິນ.

ທ່ານ ດັ້ງ​ມິງ​ຄອຍ ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ຊຸມ​ປີ​ຜ່ານ​ມາ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ເວົ້າ​ລວມ ແລະ ນ​ະ​ຄອນ ໂຮ່​ຈີ​ມິນ​ເວົ້າ​ສະ​ເພາະ.

ພິ​ເສດ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ຊາວ​ຫວຽດ​ນາມ ຍາມ​ໃດ​ກໍ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ, ແຕ່​ວ່າ ກໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວ​ມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັງ​ຄົມ​ເພື່ອ​ປະ​ຊາ​ຄົມ, ເພື່ອ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ປະ​ສົບ​ນ້ຳ​ຖ້ວມ.

ປີ 2020, ເຖິງວ່າ​ປະ​ສົບ​ກັ​ບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ກໍ່​ຕາມ, ແຕ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ວິ​ສາ​ຫະ​ກິດຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ ຍັງ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສ້າງ​ຄວາມ​ໝັ້ນ​ຄົງ​ໃນ​ການ​ຜະ​ລິດ, ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ດຳ​ເນີນ​ທຸ​ລະ​ກິດ, ສ້າງວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ, ສ້າງ​ເງື່ອນ​ໄຂ​ສະ​ດວກ, ໜູນ​ຊ່ວຍ, ເບິ່ງ​ແຍງ​ຜູ້​ອອກ​ແຮງ​ງານ​ນະ​ຄອນ.

ທ່ານ​ເຊື່ອ​ໝັ້ນ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ່​ມີ​ຄວາມ​ຫວັງ​ຢາກ​ກັບ​ຄືນ​ປະ​ເທດ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງນອນ, ທ່ານ ດັ້ງ​ມິງ​ຄອຍ ໄດ້​ສະເໜີ​ໃຫ້​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ນະ​ຄອນ​ຕ້ອງ​ສ້າງ​ກົນ​ໄກ​ສະ​ດວກ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ເສີ​ມ​ຂະ​ຫຍາຍ​ຢ່າງ​ດີ​ທີ່​ສຸດ.

ທ່ານ ດິງວິງ​ເກືອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຍີ່​ປຸ່ນ ໄດ້​ຕີ​ລາ​ຄາ​ສູງ ນະ​ຄອນ​ໂຮ່​ຈີ​ມິນ​ ໃນ​ຊຸມ​ປີ​ມໍ່ໆ​ມານີ້ ໄດ້​ມີ​ນະ​ໂຍ​ບາຍ​ໃໝ່​ຢ່າງ​ຕັ້ງ​ໜ້າ, ໃນ​ນັ້ນ​ການ​ນຳ​ນະ​ຄອນ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນານ​ະ​ຄອນ​ຢ່າງ​ໄວ ແລະ ຍືນ​ຍົງ.

ມີ​ທັດ​ສະ​ນະ​ດຽວ​ກັນ, ທ່ານ ຫງວຽນ​ງອກ​ລວນ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ອົດ​ສະ​ຕາ​ລີດ ຜູ້​ປະ​ດິດ​ສ້າງ​ຜະ​ລິດ​ຕະ​ພັນ​ກາ​ແຟ​ກະ​ເສດ ໃຫ້​ຮູ້​ວ່າ: ປີ 2020 ເຖິງວ່າ​ ປະ​ສົບ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາ​ມ​ ແຕ່​ວິ​ສາ​ຫະ​ກິດ​ຂອງ​ທ່ານ​ຍັງ​ປະ​ສົບ​ຜົນ​ສຳ​ເລັດ​ພ້ອມ​ທັງ​ສ້າງ​ອອກຫຼາຍ​ຜະ​ລິດ​ຕະ​ພັນ​ໃໝ່ ເພື່​ອ​ຮັບ​ໃຊ້​ຕະຫຼາດ​ສາ​ກົນ.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຢ ນະ ຄອນ ໂຮ ຈ ມ ນ ຕ ງ ໜ າ ເຂ າ ຮ ວມ ການ ສ າງ ສາ ປະ ເທດ ຊາດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ທ່ານ ດ່າວດ້າຍຫ໋າຍ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ນະຄອນ Saint.Peterbury ສະຫະພັນ ລັດເຊຍ ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກແມ່ນເຫດການການເມືອງທີ່ສຳຄັນຍິ່ງ, ມີຄວາມໝາຍດ້ານປະຫວັດສາດ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງປະເທດຊາດ.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຢ ນະ ຄອນ ໂຮ ຈ ມ ນ ຕ ງ ໜ າ ເຂ າ ຮ ວມ ການ ສ າງ ສາ ປະ ເທດ ຊາດ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ​ຕ້ອນ​ຮັບ​ບຸນ​ເຕັດ ປີ​ສະ​ລຸ ທາງ​ອອນ​ລາຍ

ຍ​ສ​ໝ - ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ກາ​ນາ​ດາ​ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ ກາ​ນາ​ດາ - ຫວຽດ​ນາມ (CVS) ຈັດ​ຕັ້ງ​ເຫດ​ການ​ທາງ​ອອນ​ລາຍ “ບຸນ​ເຕັດ​ຫວຽດ​ນາມ: ປະ​ຊາ​ຄົມ​ເຂັ້ມ​ແຂງ ແລະ ອົງອາດກ້າແກ່ນ”.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຢ ນະ ຄອນ ໂຮ ຈ ມ ນ ຕ ງ ໜ າ ເຂ າ ຮ ວມ ການ ສ າງ ສາ ປະ ເທດ ຊາດ ສື່ມວນ​ຊົນ​ສາ​ກົນ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລືອກ​ຕັ້ງ​ຄະ​ນະ​ການ​ນຳ​ຊຸດ​ໃໝ່

ດ້ວຍຜົນການປ່ອນບັດຂອງ ກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັ້ນຕໍ່ສູ້ຕ້ານຄືນການສໍ້ລາດບັງຫຼວງ ໃນອາຍຸການຈະມາເຖິງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.