ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

12:16 | 02/12/2020

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂລກລະບາດ COVID-19 ໄດ້ສ້າງຜົນກະທົບທາງລົບຕໍ່ພາກພື້ນ, ໃນນັ້ນມີປະເທດລາວ ແລະ ຫວຽດນາມ.

ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ
ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ VUFO ໄດ້ມອບຫຼຽນກາລະນຶກໃຫ້ແກ່ ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ

ໃນຕອນຄ່ຳວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (2 ທັນວາ 1975 - 2 ທັນວາ 2020).

ເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວ, ມີ ທ່ານນາງ ຕ່ອງທິຟອງ - ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຮອງປະທານ ຜູ້ປະຈໍາການ ສະພາແຫ່ງຊາດຫວຽດນາມ; ທ່ານຟ້າມບິ່ງມິງ - ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ; ທ່ານຮວ່າງບິ່ງກວນ - ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ພ້ອມດ້ວຍບັນດາການນຳຂອງພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ນະຄອນຮ່າໂນ້ຍ, ບັນດາເອກອັກຄະລັດຖະທູດຕ່າງປະເທດ ແລະ ຜູ້ຕາງໜ້າຢູ່ຫວຽດນາມ...

ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ
ບັນດາຜູ້ແທນເຂົ້າຮ່ວມ ສະແດງຄວາມຊົມເຊີຍ 45 ປີແຫ່ງວັນຊາດສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

ສ່ວນຝ່າຍລາວ, ມີການເຂົ້າຮ່ວມຂອງ ທ່ານແສງເພັດ ຮຸ່ງບຸນຍວງ - ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ; ພ້ອມດ້ວຍພະນັກງານ ຂອງ ສະຖານທູດສປປ.ລາວ ປະຈຳ ຫວຽດນາມ ທຸກຄົນ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂລກລະບາດ COVID-19 ໄດ້ສ້າງຜົນກະທົບທາງລົບຕໍ່ພາກພື້ນ, ໃນນັ້ນມີປະເທດລາວ ແລະ ຫວຽດນາມ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍ່ຢືນຄຽງບ່າຄຽງໄຫຼ່, ໃຫ້ການຊ່ວຍເຫຼືອທີ່ລ້ຳຄ່າ ໃຫ້ແກ່ພາລະກິດການປະຕິວັດຂອງປະຊາຊົນລາວ, ໃນຕະຫລອດໄລຍະສົງຄາມຕໍ່ຕ້ານເປົດປ່ອຍປະເທດຊາດ, ພ້ອມທັງໃນໄລຍະປະຈຸບັນແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ
ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກ່າວຄຳເຫັນທີ່ພິທີ.

ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມປະທັບໃຈ ແລະ ຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງຫວຽດນາມບັນລຸໄດ້ໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະທີ່ຜ່ານມາ. ພິເສດໃນປີ 2020, ຫວຽດນາມ ໄດ້ຮັບບົດບາດເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ທີ່ຕັ້ງຂອງຫວຽດນາມໃນເວທີພາກພື້ນ ແລະ ສາກົນ.

ທ່ານນາງ ຕ່ອງທິຟອງ - ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຮອງປະທານ ຜູ້ປະຈໍາການ ສະພາແຫ່ງຊາດຫວຽດນາມ ໄດ້ຊົມເຊີຍ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານ ສະຖານທູດ ສປປ.ລາວ ທຸກຄົນ ໃນພິທີສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ.

ທ່ານນາງຕ່ອງທິຟອງ ໄດ້ແບ່ງປັນວ່າ ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງໂດຍປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາລຸ້ນຜູ້ນຳຕ່າງໆ ແລະ ປະຊາຊົນສອງປະເທດ, ກາຍເປັນສາຍພົວພັນເປັນແບບຢ່າງ, ຊື່ສັດ, ຫາຍາກທີ່ສຸດໃນໂລກ.

ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ
ທ່ານນາງ ຕ່ອງທິຟອງ - ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຮອງປະທານ ຜູ້ປະຈໍາການ ສະພາແຫ່ງຊາດຫວຽດນາມ.

ທ່ານນາງ ຕ່ອງທິຟອງ ກໍ່ໃຫ້ຮູ້ວ່າ ສະພາບການໂລກ ແລະ ພາກພື້ນ ໄດ້ມີການຜັນແປຢ່າງວ່ອງໄວ ແລະ ສັບສົນ, ແຕ່ດ້ວຍການຊີ້ນຳຢ່າງໃກ້ຊິດຂອງຜູ້ນຳສອງປະເທດ, ສາຍພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ໄດ້ພັດທະນາຢ່າງຕັ້ງໜ້າ ແລະ ບໍ່ໄດ້ຢຸດຢັ້ງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງປະເທດ. ຫວຽດນາມ ແລະ ລາວຍັງຮັກສາການພົວພັນຮ່ວມມືຮອບດ້ານ, ການຮ່ວມມືດ້ານເສດຖະກິດ - ຄວາມໝັ້ນຄົງ - ປ້ອງກັນຊາດ - ປ້ອງກັນຊາຍແດນ ຢ່າງມີປະສິດທິຜົນ, ປະກອບສ່ວນຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນແຕ່ລະປະເທດ.

ໃນໂອກາດນີ້, ທ່ານນາງ ຕ່ອງທິຟອງ ໄດ້ອວຍພອນ ປະຊາຊົນລາວອ້າຍນ້ອງຢ່າງຈິງໃຈ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ບັນລຸໄດ້ໄຊຊະນະໃໝ່ ແລະ ໃຫຍ່ຫລວງກວ່າເກົ່າ ໃນວຽກງານສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ; ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ ຢ່າງສຳເລັດຜົນ, ກ້າວໄປສູ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດ ລາວ ດ້ວຍຜົນສຳເລັດຢ່າງຈົບງາມ.

ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ສົມທົບກັບສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

ຍສໝ - ທີ່ພິທີ, ສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ໄດ້ມອບຂອງຂວັນ 10 ພູດ ໃຫ້ແກ່ນັກສຶກສາລາວ 10 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົ່ງນາຍ.

ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ.

ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ VUFO ໄດ້ມອບຫຼຽນກາລະນຶກໃຫ້ແກ່ ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ

ຍສໝ - ທ່ານນາງ ຫງວຽນເຟືອງງາ ໄດ້ຫວັງວ່າ ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະ ກູບາ.

ສະຖານທ ດລາວ ປະຈຳຫວຽດນາມ ຈ ດຕ ງພ ທ ສະເຫ ມສະຫ ອງວ ນຊາດແຫ ງ ສປປ ລາວ ຄ ບຮອບ 45 ປ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.