ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ວັນທີ 12 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມີ່ງເຕິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ໄດ້ລ້ຽງດູ, ໜູນຊ່ວຍພະນັກງານ, ນັກຮົບອາສາສະໝັກ ຫວຽດນາມ ໃນການຕໍ່ຕ້ານ.
ຍສໝ - ວັນທີ 10 ສິງຫາ 2025, ຢູ່ສະໜາມກິລາ Kashihara, ນະຄອນຫຼວງເກົ່າ Nara, ປະເທດ ຍີ່ປຸ່ນ, ໄດ້ດຳເນີນການແຂ່ງຂັນກິລາບານເຕະຊາວ ຫວຽດນາມ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ “FAVIJA KANSAI CUP 2025”.
ຍສໝ - ການຮັກສາພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມປົກປັກຮັກສາເອກະລັກສະເພາະເທົ່ານັ້ນ, ຫາກຍັງເປັນການຢືນຢັນຄວາມເອກອ້າງທະນົງໃຈຂອງຊາດໃນຂະບວນການເຊື່ອມໂຍງ.
ຍສໝ - ໃນຂອບເຂດບັນດາການເຄື່ອນໄຫວຄ້າຍພັກແລ້ງ ຫວຽດນາມ 2025, ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ ເຫງ້ອານ, ມີຊາວໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ 100 ກວ່າຄົນ ທີ່ມາຈາກ 31 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມລາຍການແລກປ່ຽນພາສາຫວຽດນາມ ດ້ວຍຫົວຂໍ້ວ່າ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”. ລາຍການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາໃນການເຊື່ອມໂຍງ, ສາມັກຄີ ແລະ ພັດທະນາຂອງລຸ້ນໜຸ່ມຫວຽດນາມ ໃນທົ່ວໂລກ.
ຍສໝ - ນັບແຕ່ວັນທີ 1 ກໍລະກົດ ປີ 2025, ຫວຽດນາມ ຈະດຳເນີນຮູບແບບລັດຖະບານທ້ອງຖິ່ນ 2 ຊັ້ນໃນທົ່ວປະເທດຢ່າງເປັນທາງການ. ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນຢູ່ລາວ, ອິດສະຣາແອນ, ອິນໂດເນເຊຍ ສະແດງຄວາມສະໜັບສະໜູນຢ່າງແຂງແຮງຕໍ່ນະໂຍບາຍນີ້, ພ້ອມກັນນັ້ນ ກໍຄາດວ່າຈະມີການຫັນປ່ຽນຢ່າງໃຫຍ່ຫຼວງໃນກົງຈັກການບໍລິຫານ - ມຸ່ງໄປເຖິງຜົນສັກສິດ, ປະສິດທິຜົນ, ຈະແຈ້ງ ແລະ ໃກ້ຊິດກັບປະຊາຊົນ.
ຍສໝ - ຕອນເຊົ້າວັນທີ 4 ພຶດສະພາ (ຕາມເວລາຮ່າໂນ້ຍ), ຢູ່ສະໜາມຫຼວງແດງ, ນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ) ໄດ້ດຳເນີນການຊ້ອມຂັ້ນຕົ້ນໃນພິທີການແຫ່ຂະບວນເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ2025). ມີນັກສຶກສາຫວຽດນາມ ແລະ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນໄດ້ມີໜ້າແຕ່ຕອນເຊົ້າຢູ່ເສັ້ນທາງນໍາໄປສູ່ສະໜາມຫຼວງເພື່ອຕ້ອນຮັບຄະນະ.
ຍສໝ - ນັ້ນແມ່ນສານທີ່ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນການຕ້ອນຮັບຄະນະຜູ້ແທນກອງທຶນໄກ່ເກ່ຍ ແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ອາຍຸສູງ ອາເມລິກາ (NCOE) ໃນວັນທີ 17 ເມສາ ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 3 ເມສາ, ຢູ່ແຂວງສະຫວັນນະເຂດ (ລາວ), ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມ “ການເຄື່ອນໄຫວພັດທະນາບັນດາຊ່ອງທາງຈຳໜ່າຍສິນຄ້ານະຄອນ ໂຮ່ຈີມິນໄປຍັງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານສະມາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ”.
ຍສໝ - ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ຄົນທີ່ມາຈາກ 20 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ແຂວງ ເຖາະ ແລະ ຕວຽນກວ່າງ.
ຍສໝ - ພາຍຫຼັງເຫດແຜ່ນດິນໄຫວຢູ່ໄທໃນວັນທີ 28 ມີນາ, ຕາມແຫຼ່ງຂ່າວຈາກປະຊາຄົມຊາວຫວຽດນາມ ຢູ່ ໄທ, ກ່ຽວກັບບັນດາກຸ່ມຊຸມຊົນ, ຊາວຫວຽດນາມ ຫຼາຍຄົນໄດ້ແບ່ງປັນສະພາບການ, ສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ຮຽກຮ້ອງຊ່ວຍເຫຼືອ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ເຊື່ອມໂຍງເຂົ້າກັບຄວາມຫຍຸ້ງຍາກ.
ຍສໝ - ງານບຸນວັດທະນະທຳ ຫວຽດນາມ ປີ 2025 ຢູ່ Osaka ບໍ່ພຽງແຕ່ແມ່ນໂອກາດເພື່ອປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ເພື່ອນຳພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຂົ້າໃກ້ເພື່ອນມິດ ຍີ່ປຸ່ນ ກ່ວາອີກ.
ຍສໝ - ທ່ານເລຂາທິການໃຫຍ່ ສະເໜີໃຫ້ປະຊາຊົນສືບຕໍ່ສາມັກຄີ, ຮ່ວມມືກໍ່ສ້າງປະຊາຄົມພັດທະນາ, ໂຄສະນາຄວາມງາມຂອງຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ, ເປັນຂົວຕໍ່ທີ່ໝັ້ນຄົງໃນການພົວພັນຫວຽດນາມ - ສິງກະໂປ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດໄປຍັງສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຢ່າງເປັນທາງການຄະນະເລຂາ ອາຊຽນ ແຕ່ວັນທີ 9-11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບ ພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ
ຍສໝ - ວັນທີ 25 ກຸມພາ 2025, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແຫ່ງລັດ ຫວຽດນາມ ກ່ຽວກັບຊາວຫຽດນາມອາໄສຢູ່ຕ່າງປະເທດ ໄດ້ຮ່ວມເປັນປະທານໃນການເຮັດວຽກລະຫວ່າງສອງອົງການ ເພື່ອແນໃສ່ກວດກາຄືນໝາກຜົນການຜັນຂະຫຍາຍວຽກງານສົມທົບກັນໃນປີ 2024 ແລະ ແລກປ່ຽນ, ປຶກສາຫາລືກ່ຽວກັບໜ້າທີ່ທີ່ສຳຄັນໃນປີ 2025.
ຍສໝ - ຕອນຄ່ຳວັນທີ 12 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ ລູກເຮືອຫວຽດນາມ ທັງ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ນອກຝັ່ງເກາະ Jeju (ສ.ເກົາຫຼີ).
ຍສໝ - ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຮງດ້ວຍບັນດາລາຍການສະແດງທີ່ດີເດັ່ນຄື ການສະແດງມວຍມູນເຊື້ອຂອງສະມາຄົມມວຍ ວ້ານອ່ານຝາຍ, ຟ້ອນດອກບົວຂອງກຸ່ມ ເຕິມຢວຽນ ແລະ ການສະແດງຊຸດເສື້ອຍາວຂອງບັນດາສະມາຊິກສະມາຄົມຮັກພາສາຝຣັ່ງ.
ຍສໝ - ແຕ່ວັນທີ 8-10 ກຸມພາ, ທ່ານ ນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການໄປຢ້ຽມຢາມປະຕິບັດງານຢູ່ ມາເລເຊຍ. ທີ່ການເຮັດວຽກກັບສະຖານທູດຫວຽດນາມ ປະຈຳມາເລເຊຍ, ທ່ານນາງ ເລທິທູຮັ່ງ ໄດ້ຕີລາຄາສູງວຽກງານອະນຸລັກຮັກສາພາສາຫວຽດນາມ, ຈິດໃຈສິດສອນຂອງຄູອາຈານ ແລະ ການຮຽນຂອງນັກຮຽນຢູ່ ມາເລເຊຍ.
ຍສໝ - ວັນທີ 4 ກຸມພາ 2024, ສູນຫວຽດນາມວິທະຍາ ປະຈຳ ຍີ່ປຸ່ນ ສົມທົບກັບພາກວິຊາພາສາຫວຽດນາມ, ມະຫາວິທະຍາໄລ Osaka, ໂຮງຮຽນພາສາຫວຽດນາມ ໄມ້ໄຜ່ ໄດ້ຈັດຕັ້ງລາຍການ “ແລກປ່ຽນສີສັນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ” ຢ່າງສຳເລັດຜົນຢູ່ກົງສຸນໃຫຍ່ຫວຽດນາມ ປະຈຳ Osaka.
ຍສໝ -ປີ 2024, ດ້ວຍ 2 ບາດກ້າວບຸກທະລຸໃຫຍ່ ແລະ 7 ໜ້າທີ່ຈຸດສຸມ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະຕິບັດລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂດຍຕອບສຳພາດຕໍ່ວາລະສານຍຸກສະໄໝ, ທ່ານ ຫງວຽນແມ້ງດົງ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ແບ່ງປັນກ່ຽວກັບໝາກຜົນພົ້ນເດັ່ນ ແລະ ການກຳນົດທິດວຽກງານຈຳນວນໜຶ່ງໃນໄລຍະຈະມາເຖິງ.