ສະພາແຫ່ງຊາດຫວຽດນາມ ຜ່ານບົດລາຍງານ ສະໄໝ XIV

16:20 | 26/03/2021

ວັນທີ 26 ເດືອນມີນາ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລື ຮ່າງບົດລາຍງານ ໃນການເຄື່ອນໄຫວ ວຽກງານ ໃນສະໄໝ XIV ຂອງສະພາ ແຫ່ງຊາດ ຫວຽດນາມ ແລະ ບົດລາຍງານ ການດຳເນີນວຽກງານ ໃນສະໄໝ XIV ຂອງ ຄະນະກຳມະການປະຈຳສະພາ ແຫ່ງຊາດຫວຽດນາມ, ສະພາຊົນເຜົ່າ ແລະ ບັນດາຄະນະ ກຳມະການ ຂອງສະພາແຫ່ງຊາດ.

ສະພາແຫ ງຊາດຫວຽດນາມ ຜ ານບ ດລາຍງານ ສະໄໝ xiv ໄຂກອງປະຊຸມສະໄໝສາມັນເມື່ອທີ XI, ສະພາແຫ່ງຊາດຊຸດທີ XIV
ສະພາແຫ ງຊາດຫວຽດນາມ ຜ ານບ ດລາຍງານ ສະໄໝ xiv ສະພາແຫ່ງຊາດຫວຽດນາມ ຢັ້ງຢືນບົດບາດໝັ້ນແກ່ນ, ຖານະຕໍາແໜ່ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ

ໃນໄລຍະ 5​ ປີ ຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວວຽກງານທ່າມກາງ ສະພາບການ ຂອງໂລກ ໂດຍສະເພາະ ໃນພາກພື້ນ ໄດ້ມີການປ່ຽນແປງ ຢ່າງຫລວງຫລາຍ, ໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ຄວາມທ້າທາຍຕ່າງໆ ທາງດ້ານທ່າແຮງ ແລະ ກຳລັງ ເຮັດໃຫ້ ປະເທດຫວຽດນາມ ໄດ້ຈະເລີນ ເຕີບໃຫຍ່ຂຶ້ນ ຢ່າງແຂງແຮງ ພາຍ ຫລັງໄລຍະ 35 ປີ ທ່ີ ຫວຽດນາມ ໄດ້ມີການປ່ຽນແປງ.

ສະພາແຫ ງຊາດຫວຽດນາມ ຜ ານບ ດລາຍງານ ສະໄໝ xiv
ສະພາແຫ່ງຊາດຫວຽດນາມ ຜ່ານບົດລາຍງານ ສະໄໝ XIV. (ພາບ: TTXVN)

ໃນກອງປະຊຸມ ສະໄໝ XIV, ສະພາແຫ່ງຊາດ ຫວຽດນາມ ໄດ້ຊຸກຍູ້ ແລະ ຍົກສູງປະສິດ ທິພາບໃນການສ້າງກົດໝາຍ, ສ້າງພື້ນຖານກົດໝາຍ ຢ່າງຮອບດ້ານ ໃນການ ພັດທະນາ ຢ່າງວ່ອງໄວ ແລະ ແບບຍືນຍົງ, ການຮັກສາ ຄວາມເປັນເອກະລາດ, ອຳນາດອະທິປະໄຕ, ສິດເປັນເຈົ້າຕົນເອງ, ຄວາມໝັ້ນຄົງ ຂອງປະເທດຊາດ, ການເຊື່ອມໂຍງສັນຕິພາບກັບສາກົນ, ມິດຕະພາບ, ການຮ່ວມມື ແບບສະເໝີພາບ.

ນອກຈາກນັ້ນ, ສະພາແຫ່ງຊາດ ຫວຽດນາມ ຍັງເພີ່ມທະວີການເຄື່ອນໄຫວຕິດຕາມ, ການປະຕິຮູບຢ່າງຕໍ່ເນື່ອງ, ການປ່ຽນແປງໃໝ່ແບບຈິງຈັງ, ສຸມໃສ່ບັນຫາຕ່າງໆ ເພື່ອບຸກທະລຸໃນ ການດຳລົງຊິວິດ, ພິຈາລະນາ, ເອກະພາບ ນະໂຍບາຍທ່ີສຳຄັນ ຂອງປະເທດຊາດ ທ່ີສົ່ງຜົນກະທົບ ອັນໃຫຍ່ຫລວງ ເຖິງການດຳລົງຊິວິດທາງ ດ້ານເສດຖະກິດ-ສັງຄົມ, ການພັດທະນາ ໃນເຂດພູດອຍ, ປະຊາຊົນຊົນເຜົ່າ ໃຫ້ຕິດແທດ ກັບໜ້າທີ່ການ ຮັບປະກັນ ຄວາມສະຫງົບ-ການປ້ອງກັນ ແລະ ວຽກງານຕໍ່ຕ່າງປະເທດ.

ສະພາແຫ ງຊາດຫວຽດນາມ ຜ ານບ ດລາຍງານ ສະໄໝ xiv
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: VGP)

ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບບັນດາການເຄື່ອນໄຫວຕົ້ນຕໍໃນອາຍຸການຜ່ານມາຂອງປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ກ່າວວ່າ: "ດ້ວຍບົດບາດເປັນປະເທດເຈົ້າພາບ ປີ APEC 2017, ປະທານປະເທດ ໄດ້ເປັນປະທານກອງປະຊຸມສຸດຍອດ APEC 2017 ຢ່າງປະສົບຜົນສຳເລັດອັນຈົບງາມ, ອັນໄດ້ສ້າງຄວາມປະທັບໃຈ ແລະ ຂີດໝາຍອັນເລິກເຊິ່ງຕໍ່ເພື່ອນມິດສາກົນ. ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ປະທານປະເທດ ໄດ້ມີບັນດາການເຄື່ອນໄຫວພົວພັນຕ່າງປະເທດຢ່າງເປັນເຈົ້າການ ແລະ ເໝາະສົມ, ປະກອບສ່ວນຍູ້ແຮງ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດເລິກເຊີ່ງຂຶ້ນຕື່ມ ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນວຽກງານລວມຂອງປະຊາຄົມສາກົນ.”

ບົດຮຽນ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງ ນັ້ນແມ່ນສືບຕໍ່ເປີດກວ້າງງ, ພັດທະນາ ແລະ ຍົກສູງການພົວພັນທາງການທູດ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາປະເທດຄູ່ຮ່ວມມື ໃຫ້ໝັ້ນຄົງ ແລະ ຍືນຍົງ; ໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືອື່ນໆ ຕ້ອງມີການປະພຶດທີ່ຖືກຕ້ອງ; ຊຸກຍູ້ໃຫ້ການພົວພັນຕ່າງປະເທດໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ.

ສະພາແຫ ງຊາດຫວຽດນາມ ຜ ານບ ດລາຍງານ ສະໄໝ xiv ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອປະເທດອາເຈນຕິນາ ໃນການປ້ອງກັນການພະຍາດ COVID-19

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ຢືນຢັນວ່າ ຂອງຂວັນຊ່ວຍເຫຼືອໃນຄັ້ງນີ້ແມ່ນນ້ຳໃຈອັນຈິງໃຈຂອງລັດ ແລະ ປະຊາຊົນຫວຽດນາມ, ແມ່ນການແບ່ງປັນ ແລະ ຊ່ວຍເຫລືອໝູ່ເພື່ອນອາເຈນຕິນາ.

ສະພາແຫ ງຊາດຫວຽດນາມ ຜ ານບ ດລາຍງານ ສະໄໝ xiv ສະພາແຫ່ງຊາດຫວຽດນາມ ໄດ້ເຫັນດີເຫັນພ້ອມ ທີ່ຮັບຮອງເອົາສັນຍາ EVFTA ແລະ EVIPA ຢ່າງເປັນທາງການ

ຍສໝ - ຕອນເຊົ້າວັນທີ 8 ມິຖຸນາ, ດ້ວຍການເຫັນດີ 100%, ສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິ ທີ່ຮັບຮອງເອົາໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ.

ສະພາແຫ ງຊາດຫວຽດນາມ ຜ ານບ ດລາຍງານ ສະໄໝ xiv ໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຢ່າງສົມກຽດ

ຍ​ສ​ໝ - ຕອນເຊົ້າວັນທີ 20 ພຶດສະພາ, ເປັນຄັ້ງທຳອິດໃນປະຫວັດສາດ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຖືກໄຂຂຶ້ນດ້ວຍຮູບການທາງອອນລາຍຈາກຫໍສະພາແຫ່ງຊາດ, ທີ່ຮ່າໂນ້ຍ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ພ້ອມກັບການນຳພັກ, ລັດເຂົ້າຮ່ວມຢູ່ຫໍສະພາແຫ່ງຊາດ.

ຄໍາຮຸ່ງ

ເຫດການ
302 Found

Found

The document has moved here.