ສະເຫລີມສະຫລອງວັນຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ຄົບຮອບ 60 ປີ

12:08 | 24/03/2021

ພິທີສະເຫລີມສະຫລອງ ວັນຊ່ຽວຊານປ້ອງກັນ ຄວາມສະຫງົບຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ (23 ມີນາ 1961-23 ມີນາ 2021 ) ໄດ້ຈັດຂຶ້ນໃນເຊົ້າ ວັນທີ 24 ມີນາ 2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ, ມີລັດຖະມົນຕີ, ອະດິດລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດເຂົ້າຮ່ວມ.

ສະເຫລ ມສະຫລອງວ ນຊ ຽວຊານປ ອງກ ນຄວາມສະຫງ ບ ຫວຽດນາມ ປະຈ າລາວ ຄ ບຮອບ 60 ປ ການນຳພັກ, ລັດ ວາງພວງມະລາ ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ
ສະເຫລ ມສະຫລອງວ ນຊ ຽວຊານປ ອງກ ນຄວາມສະຫງ ບ ຫວຽດນາມ ປະຈ າລາວ ຄ ບຮອບ 60 ປ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມໂຄງການຮ່ວມມື ລາວ-ໄທ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ

ໃນພິທີດັ່ງກ່າວ, ສະຫາຍ ພົນໂທ ວິໄລ ຫລ້າຄໍາຟອງ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວຄໍາປາໄສວ່າ: ສປປ ລາວ ແລະ ສສ.ຫວຽດນາມ ແມ່ນປະເທດ ເພື່ອນມິດຍຸດທະສາດ, ປະຊາຊົນສອງຊາດ ລາວ-ຫວຽດນາມ ມີມູນເຊື້ອພົວພັນຮັກແພງສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍນ້ຳໃຈບໍລິສຸດຜຸດຜ່ອງ ມາແຕ່ດົນນານ, ​ຈາກ​ເງື່ອນ​ໄຂ​ຄວາມຄ້າຍຄື ກັນທາງ​ພູມີປະເທດ, ດ້ານວັດທະນະທໍາ-ສັງຄົມ ຍ້ອນຖືກ​ຮຸກ​ຮານ ແລະ ກົດຂີ່ຂູດຮີດ ຈາກພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ປະຊາຊົນສອງຊາດ ຕົກໃນຊາຕາກຳດຽວກັນ, ຈຶ່ງພ້ອມກັນລຸກຂຶ້ນຕໍ່ສູ້ ເພື່ອຍາດເອົາເອກະລາດ, ອິດສະຫລະພາບຂອງສອງຊາດ. ໃນປີ 1961 ກະຊວງປ້ອງກັນກັນ ຄວາມສະຫງົບຫວຽດນາມ ໄດ້ສົ່ງໜ່ວຍປະຕິບັດ ງານມາຊ່ວຍ ສປປ ລາວ ເອີ້ນວ່າ: “ໜ່ວຍຊ່ຽວຊານປ້ອງກັນຄວາມສະຫງົບ ”. ຈາກນັ້ນ, ກໍໄດ້ປະກອບຊ່ຽວຊານ ຕື່ມອີກຈໍານວນໜຶ່ງ. ໃນໄລຍະນີ້ຊ່ຽວຊານ ປ້ອງກັນຄວາມ ສະຫງົບຫວຽດນາມ ໄດ້ຄົ້ນຄ້ວາຊ່ວຍສູນ ກາງພັກປະຊາຊົນລາວ ທາງດ້ານວຽກງານ ປ້ອງກັນຄວາມສະຫງົບ ຮັບໃຊ້ໃຫ້ແກ່ການ ຕໍ່ສູ້ປົດປ່ອຍຊາດ.

ສະເຫລ ມສະຫລອງວ ນຊ ຽວຊານປ ອງກ ນຄວາມສະຫງ ບ ຫວຽດນາມ ປະຈ າລາວ ຄ ບຮອບ 60 ປ
ສະເຫລີມສະຫລອງວັນຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ຄົບຮອບ 60 ປີ

ຕະຫລອດໄລຍະ 60 ປີ ທີ່ຜ່ານມາ, ຊ່ຽວຊານປ້ອງກັນ ຄວາມສະຫງົບຫວຽດນາມ ປະຈຳລາວ ແມ່ນມີ ຄວາມໝາຍສຳຄັນທີ່ສຸດ, ໄດ້ຢັ້ງຢືນເຖິງປະຫວັດສາດ ການພົວພັນຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງ ສອງກະຊວງປ້ອງກັນ ຄວາມສະຫງົບ ຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນ ເຂົ້າໃນການສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນອັນສະໜິດໜົມ ບໍ່ມີວັນຈືດຈາງ, ໂດຍໄດ້ຮັບການຫລໍ່ຫລອມ ຜ່ານຕົວຈິງຈາກເຫື່ອແຮງເລືອດເນື້ອ ຂອງບັນດາ ພະນັກງານ-ນັກຮົບວິລະຊົນ, ດ້ວຍຄວາມສູ້ຊົນ ແລະ ເສຍສະຫລະຂອງຫລາຍຮຸ່ນຄົນ ທັງຫວຽດນາມ ແລະ ລາວ, ພ້ອມກັນຕໍ່ສູ້ສັດຕູຕົວດຽວກັນ ເພື່ອຍາດເອົາເອກະລາດ, ເສລີພາບ ມາໃຫ້ແຕ່ລະຊາດ, ການພົວພັນລາວ-ຫວຽດນາມ ໄດ້ກາຍເປັນການພົວພັນສາກົນ ສັດຊື່ບໍລິສຸດ, ຜ່ອງໃສ ເປັນເຫງົ້າພະລັງ ແລະ ເປັນປັດໄຈທີ່ຮັບ ປະກັນໄຊຊະນະ ໃນພາລະກິດປະຕິວັດ ຂອງແຕ່ລະປະເທດພວກເຮົາ, ພວກເຮົາຈະຈາລຶກໄວ້ ໃນຫົວໃຈຕະຫລອດເວລາ, ດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ວ່າ:​ ໃນປະຫວັດສາດ ຂອງການປະຕິວັດໂລກ ໄດ້ມີແວ່ນແຍງ ທີ່ໃສແຈ້ງກ່ຽວກັບຈິດໃຈ ສາກົນກຳມະຊີບ ແຕ່ບໍ່ທັນມີຢູ່ແຫ່ງຫົນໃດ ແລະ ບໍ່ມີຈັກເທື່ອ ທີ່ຈະມີຄວາມສາມັກຄີ ຮ່ວມຮົບແບບພິເສດຍາວນານ ແລະ ຮອບດ້ານຄືແນວນີ້, ສາຍພົວພັນ ສາມັກຄີພິເສດດັ່ງກ່າວ ຈະຮຸ່ງໃສຕະຫລອດໄປ ແລະ ເປັນຄວາມຈິງພາວະວິໄສ ເປັນກົດເກນແຫ່ງ ການຂະຫຍາຍຕົວ ຂອງການປະຕິວັດ ສອງປະເທດພວກເຮົາ, ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງວ່າ ແຕ່ລະໄລຍະ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດກ່ອນນີ້ ກໍຄືໃນການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ ລ້ວນແຕ່ຕິດພັນກັບ ການສະໜັບສະໜຸນ ການຊ່ວຍເຫລືອອັນປະເສີດ, ໝົດຈິດໝົດໃຈຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ບັນດາເຜົ່າອ້າຍນ້ອງ.

ສະເຫລ ມສະຫລອງວ ນຊ ຽວຊານປ ອງກ ນຄວາມສະຫງ ບ ຫວຽດນາມ ປະຈ າລາວ ຄ ບຮອບ 60 ປ

ໃນຕອນທ້າຍພິທີ, ໄດ້ມີພິທີປະດັບຫລຽນໄຊ ຈາກລັດຖະບານລາວ ໃຫ້ກໍາລັງຊ່ຽວຊານ ຫວຽດນາມ

ພ້ອມກັນນີ້, ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ ຍັງໄດ້ຕາງໜ້າໃຫ້ພັກ-ລັດ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແລະ ກຳລັງປ້ອງກັນ ຄວາມສະຫງົບ ຂໍສະແດງຄວາມ ຮູ້ບຸນຄຸນຢ່າງຈິງໃຈ ແລະ ເລິກເຊິ່ງຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ພິເສດແມ່ນຕໍ່ກະຊວງປ້ອງກັນ ຄວາມສະຫງົບຫວຽດນາມ, ພະນັກງານປ້ອງກັນ ຄວາມສະຫງົບຫວຽດນາມ ທີ່ມາເຮັດໜ້າທີ່ປະຈຳຢູ່ລາວ ທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ຢ່າງໝົດຈິດໝົດໃຈຕະຫລອດມາ ແລະ ຂໍຢືນຢັນວ່າ: ພັກ-ລັດ ແລະ ປະຊາຊົນລາວ ກໍຄືກຳລັງປ້ອງກັນ ຄວາມສະຫງົບປະຊາຊົນລາວ ຍາມໃດກໍຖື ການພົວພັນພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດ ຂອງຕົນ ເພື່ອເສີມຂະຫຍາຍ ໃຫ້ຄົນຮຸ່ນຫລັງສືບສານ ຕະຫລອດໄປ.

ໂອກາດນີ້, ສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມປະຈໍາລາວ ໄດ້ກ່າວຊົມເຊີຍ ຕໍ່ພິທີດັ່ງກ່າວວ່າ: ຕະຫລອດໄລຍະ 60 ປີທີ່ຜ່ານມາ, ພະນັກງານຊ່ຽວຊານປ້ອງກັນ ຄວາມສະຫງົບຫວຽດນາມ ປະຈໍາລາວ ໄດ້ປະຕິບັດຫນ້າທີ່ ເພື່ອປະກອບສ່ວນ ເຂົ້າໃນວຽກງານການຮ່ວມມື ຮອບດ້ານລະຫວ່າງ ກໍາລັງປ້ອງກັນຄວາມສະຫງົບ ຫວຽດນາມ-ລາວ, ຂ້າພະເຈົ້າຮູ້ວ່າ ນັບແຕ່ວັນທໍາອິດ, ກະຊວງປ້ອງກັນ ຄວາມສະຫງົບຫວຽດນາມ ໄດ້ແຕ່ງຕັ້ງບັນດາ ພະນັກງານຊ່ຽວຊານ ທີ່ເກັ່ງ ແລະ ມີປະສົບການມາຊ່ວຍ ເພື່ອນລາວ, ບັນດາພະນັກງານຊ່ຽວຊານ ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກ, ລໍາບາກ ແລະ ພ້ອມທີ່ຈະເສຍສະຫລະ, ຕັດສິນໃຈຂ້າມຜ່ານຄວາມທຸກຍາກ, ລໍາບາກ, ຮັດແໜ້ນການຮ່ວມມືກັບກໍາລັງ ປະກອບອາວຸດຂອງລາວ ແລະ ຫລາຍຂົງເຂດການຮ່ວມມື ເພື່ອກໍ່ສ້າງກໍາລັງ ປ້ອງກັນຄວາມສະຫງົບລາວ ນັບມື້ເຕີບໃຫຍ່ເຂັ້ມແຂງ, ມາຮອດປັດຈຸບັນ ການຮ່ວມມືຮອບດ້ານ ລະຫວ່າງກໍາລັງປ້ອງກັນຄວາມສະຫງົບ ສອງປະເທດ ນັບມື້ກ້າວເຂົ້າສູ່ລວງເລິກ, ນໍາມາເຊິ່ງຜົນສໍາເລັດ ຢ່າງມີປະສິດທິຜົນ. ໃນຕໍ່ໜ້ານີ້, ຂ້າພະເຈົ້າຫວັງວ່າ ກໍາລັງປ້ອງກັນ ຄວາມສະຫງົບສອງປະເທດ ຈະສືບຕໍ່ຮ່ວມມື ໃຫ້ຫລາຍ ຂຶ້ນກວ່າເກົ່າ ໃນທຸກຂົງເຂດວຽກງານ ປ້ອງກັນຄວາມສະຫງົບ, ພ້ອມຈະໃຫ້ການຊ່ວຍເຫລືອ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ເພື່ອໃຫ້ອົງ ການຜູ້ຕາງໜ້າ ກະຊວງປ້ອງກັນຄວາມ ສະຫງົບຫວຽດນາມ ປະຈໍາລາວ ເຮັດ ສໍາເລັດທຸກໜ້າທີ່ຂອງຕົນ, ເປັນຂົວຕໍ່ໃນການປະຕິບັດ ບັນດາແຜນ ການຮ່ວມມື ລະຫວ່າງ ສອງກໍາລັງປ້ອງກັນຄວາມສະຫງົບ ປະກອບສ່ວນ ສ້າງປະຫວັດສາດໜ້າໃໝ່ ທີ່ອົງອາດກ້າຫານ ກ່ຽວກັບຄວາມສາມັກຄີ ແບບພິເສດ ແລະ ການຮ່ວມສໍາພັນສູ້ຮົບໜຽວແໜ້ນ ລະຫວ່າງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນຫວຽດນາມ ແລະ ກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນລາວ ເພື່ອຊີວິດການເປັນຢູ່ ເພື່ອຄວາມສຸກ ຂອງປະຊາຊົນສອງປະເທດ.

ສະເຫລ ມສະຫລອງວ ນຊ ຽວຊານປ ອງກ ນຄວາມສະຫງ ບ ຫວຽດນາມ ປະຈ າລາວ ຄ ບຮອບ 60 ປ
ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ ຍັງໄດ້ຕາງໜ້າໃຫ້ພັກ-ລັດ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແລະ ກຳລັງປ້ອງກັນ ຄວາມສະຫງົບ ຂໍສະແດງຄວາມ ຮູ້ບຸນຄຸນຢ່າງຈິງໃຈ ແລະ ເລິກເຊິ່ງຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ພິເສດແມ່ນຕໍ່ກະຊວງປ້ອງກັນ ຄວາມສະຫງົບຫວຽດນາມ, ພະນັກງານປ້ອງກັນ ຄວາມສະຫງົບຫວຽດນາມ ທີ່ມາເຮັດໜ້າທີ່ປະຈຳຢູ່ລາວ ທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ຢ່າງໝົດຈິດໝົດໃຈຕະຫລອດມາ.

ໃນຕອນທ້າຍພິທີ, ໄດ້ມີພິທີປະດັບຫລຽນໄຊ ຈາກລັດຖະບານລາວ ໃຫ້ກໍາລັງຊ່ຽວຊານ ຫວຽດນາມ ແລະ ມອບປື້ມປະຫວັດສາດ ຊ່ຽວຊານປ້ອງກັນ ຄວາມສະຫງົບຫວຽດນາມ ປະຈໍາລາວ ສະບັບພາສາລາວ ແລະ ຫວຽດນາມ (ແຕ່ປີ 1961-2021) ອີກດ້ວຍ.

ສະເຫລ ມສະຫລອງວ ນຊ ຽວຊານປ ອງກ ນຄວາມສະຫງ ບ ຫວຽດນາມ ປະຈ າລາວ ຄ ບຮອບ 60 ປ ການເຊື່ອມໂຍງພຸດທະສາສະໜາ ເພື່ອສະຫລອງວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ອິນເດຍ ຄົບຮອບ 65 ປີ

ໃນວັນທີ 12 ມີນາ 2021 ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ສະ ຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສົນທະນາ ກ່ຽວກັບການເຊື່ອມໂຍງ ພຸດທະສາສະໜາ ລະຫວ່າງລາວ-ອິນເດຍ ສະ ເຫລີມສະຫລອງ ການສ້າງຕັ້ງສາຍ ພົວພັນທາງການທູດ ລະຫວ່າງ ອິນເດຍ ແລະ ສປປ ລາວ ຄົບ ຮອບ 65 ປີ.

ສະເຫລ ມສະຫລອງວ ນຊ ຽວຊານປ ອງກ ນຄວາມສະຫງ ບ ຫວຽດນາມ ປະຈ າລາວ ຄ ບຮອບ 60 ປ ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021

ໃນວັນທີ 9 ມີນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງ ປະເທດ ໄດ້ອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ (25/04/1961-25/04/2021) ແລະ ປີມິດຕະພາບ ລາວ-ຈີນ ...

ສະເຫລ ມສະຫລອງວ ນຊ ຽວຊານປ ອງກ ນຄວາມສະຫງ ບ ຫວຽດນາມ ປະຈ າລາວ ຄ ບຮອບ 60 ປ ສະຫະພັນກຳມະບານກະຊວງ ຖວທ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 65 ປີ

ໂອກາດນີ້, ສະຫາຍ ສົມນຶກ ສຸວັນນະສານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວ, ເຊິ່ງອົງການກຳມະບານລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະສູນກາງພັກ.

kpl.gov.la

ເຫດການ
302 Found

Found

The document has moved here.