ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

10:12 | 19/03/2024

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

Future Queenslanders: ສະໜອງຄວາມຮູ້, ຄວາມຊຳນິຊຳນານ ໃຫ້ແກ່ນັກສຶກສາຕ່າງປະເທດ ຫວຽດນາມ ໃໝ່ຢູ່ ອົດສະຕາລີ Future Queenslanders: ສະໜອງຄວາມຮູ້, ຄວາມຊຳນິຊຳນານ ໃຫ້ແກ່ນັກສຶກສາຕ່າງປະເທດ ຫວຽດນາມ ໃໝ່ຢູ່ ອົດສະຕາລີ
ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ

ວັນທີ 19 ມີນາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມຮ່ວມມືຮັກສາຄວາມສະຫງົບລະຫວ່າງ ຫວຽດນາມ-ລາວ ຄັ້ງທີ XIV. ນີ້ແມ່ນເວທີປາໄສປະຈຳປີຂອງກຳລັງປ້ອງກັນຄວາມສະຫງົບສອງປະເທດ ແນໃສ່ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ.

ຄະນະຜູ້ແທນກະຊວງຕໍາຫຼວດຫວຽດນາມ ນໍາໂດຍທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ; ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບລາວ ນໍາໂດຍທ່ານພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

Đoàn đại biểu Bộ Công an Việt Nam do Thượng tướng Lương Tam Quang, Ủy viên Trung ương Đảng, Thứ trưởng Bộ Công an dẫn đầu; Đoàn đại biểu Bộ Công an Lào do Thượng tướng Kongthong Phongvichit, Ủy viên Trung ương Đảng, Thứ trưởng Bộ Công an dẫn đầu, đã tham dự hội nghị.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ກອງປະຊຸມຮ່ວມມືຮັກສາຄວາມສະຫງົບລະຫວ່າງ ຫວຽດນາມ-ລາວ ຄັ້ງທີ XIV. ພາບ: TTXVN

ທີ່ກອງປະຊຸມ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ກົງທອງ ພົງວິຈິດ ແລະທ່ານພົນໂທ ເລືອງຕາມກວາງ, ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງປະເທດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນລະຫວ່າງບັນດາກົມກອງວິຊາສະເພາະ ແລະຕໍາຫຼວດທ້ອງຖິ່ນຕິດກັບຊາຍແດນ; ໃນນັ້ນຄວນກຳນົດຢ່າງຈະແຈ້ງບັນດາໜ້າທີ່, ວຽກງານຈຸດສຸມໃນການຮ່ວມມືເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງສອງປະເທດ; ສົມທົບກັນສະກັດກັ້ນ, ຕ້ານການກະທົບຈາກໄພນາບຂູ່ຂອງຄວາມໝັ້ນຄົງແບບໃໝ່ທີ່ສົ່ງຜົນສະທ້ອນເຖິງການພັດທະນາ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ເວົ້າລວມ ແລະກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ; ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນທັດສະນະ, ຫຼັກໝັ້ນຂອງສອງປະເທດໃນບັນດາເວທີປາໄສສາກົນ ແລະພາກພື້ນ; ຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານການກໍ່ການຮ້າຍສາກົນຂອງບັນດາປະເທດອາຊຽນ. ໃນຕໍ່ໜ້າ, ກໍາລັງປ້ອງກັນຄວາມສະຫງົບສອງປະເທດຄວນຮີບເຮັ່ງຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດ, ຮອບດ້ານ ແນໃສ່ຮັບປະກັນປ້ອງກັນຄວາມສະຫງົບໃຫ້ບັນດາເຫດການ, ກອງປະຊຸມໃນປີທີ່ລາວ ເປັນປະທານອາຊຽນ 2024; ຮັບປະກັນປ້ອງກັນຄວາມສະຫງົບໃຫ້ແກ່ບັນດາເຫດການສຳຄັນທີ່ຈະຈັດຂຶ້ນຢູ່ລາວ ແລະຫວຽດນາມ ໃນໄລຍະຈະມາເຖິງ.

ສິ້ນສຸດກອງປະຊຸມ, ຮອງລັດຖະມົນຕີສອງທ່ານ ໄດ້ເຊັນບົດບັນທຶກກອງປະຊຸມຮ່ວມມືຮັກສາຄວາມສະຫງົບລະຫວ່າງຫວຽດນາມ-ລາວ ຄັ້ງທີ XIV.

ບູນມີ

ເຫດການ
302 Found

Found

The document has moved here.