ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

19:17 | 05/11/2025

ຍສໝ - ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

ໄຂເປີດ​ເວ​ທີ​ປາ​ໄສ​ສາ​ກົນ​ບັນ​ດາ​ນັກປັນຍາໜຸ່ມ​ຫວຽດ​ນາມ ຄັ້ງ​ທີ 6
ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ
ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ
ທ່ານຮ.ສ, ປ.ອ ເຈິ່ນຮ່ວາງເງິນ ສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ (ພາບ: VOV)

ຕາມບົດລາຍງານແລ້ວ, GDP ສະເລ່ຍຂອງ ຫວຽດນາມ ໃນ 5 ປີທຳອິດແຫ່ງການປະຕິບັນດາຍຸດທະສາດພັດທະນາເສດຖະກິດ ສັງຄົມ ໄລຍະ 10 ປີ (2021 - 2030) ບັນລຸປະມານ 6,3%. GDP ສະເລ່ຍຕໍ່ຫົວຄົນໃນປີ 2025 ບັນລຸ 5000 USD, ທົບ 1,4 ເທົ່າປີ 2020, ນອນໃນກຸ່ມມີລາຍຮັບປານກາງສູງ.

ບັນດາຕົວເລກປະທັບໃຈໃນການເຕີບໂຕຂອງໄລຍະ 2021 – 2025

ໂດຍເຫັນດີຕໍ່ຂໍ້ສັງເກດກ່ຽວກັບສະພາບການເສດຖະກິດມະຫາພາກ ແລະ ໝາກຜົນຂອງການປະຕິບັດເປົ້າໝາຍຍຸດທະສາດທີ່ໄດ້ຍົກອອກມາໃນຮ່າງເອກະສານ, ທ່ານຮ.ສ, ປ.ອ ເຈິ່ນຮ່ວາງເງິນ ສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ ຖືວ່າ ດັດຊະນີໜີ້ສາທາລະນະສຂອງ ຫວຽດນາມ ຮອດທ້າຍປີ 2025 ຍັງເຫຼືອພຽງ 36% (ສົມທຽບກັບລະດັບກ່າວເຕືອນແມ່ນ 60%) ແມ່ນສັນຍານທີ່ຕັ້ງໜ້າ, ສະແດງໃຫ້ເຫັນຄວາມສາມາດໃນການຄຸ້ມຄອງປີການເງິນຢ່າງມີປະສິດທິຜົນ, ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ແລະ ບັນດາອົງການຈັດຕັ້ງສາກົນ ຕໍ່ພື້ນຖານການເງິນ ຫວຽດນາມ.

ລາຍຈ່າຍງົບປະມານເກີນດຸ່ນຢູ່ລະດັບຕ່ຳ, ພຽງແຕ່ 3%GDP. ຈາກນັ້ນ ຊ່ວຍພວກເຮົາມີຄວາມສາມາດບົ່ມຊ້ອນເພື່ອເພີ່ມການລົງທຶນພັດທະນາ. ດ້ວຍແຜນການລົງທຶນພັດທະນາພຽງແຕ່ 2,8 ລ້ານຕື້ດົ່ງ ທ້າຍອາຍຸການນີ້ ພວກເຮົາ ບັນລຸໄດ້ 3,4 ລ້ານຕື້ດົ່ງໃຫ້ແກ່ການລົງທຶນພື້ນຖານໂຄງລ່າງເສດຖະກິດ ສັງຄົມ. ນີ້ແມ່ນຜົນສຳເລັດທີ່ສຸດ. ຍ້ອນເຫດນັ້ນ, ພວກເຮົາໄດ້ລົງທຶນກໍ່ສ້າງເສັ້ນທາງບົກຄວາມໄວສູງ, ເສັ້ນທາງແຄມທະເລ, ບັນດາທ່າກຳປັ່ນທາງທະເລ, ທ່າອາກາດສະຍານ, ເສັ້ນທາງນອກເມືອງ ຮ່າໂນ້ຍເລກ 4, ເສັ້ນທາງນອກເມືອງ ນະຄອນໂຮ່ຈີມິນ ເລກ 3 ແລະ ຫຼາຍໂຄງການສຶກສາ, ສາທາລະນະສຸກອື່ນໆ.

ພ້ອມກັບບັນດາຂົງເຂດເສດຖະກິດອື່ນ, ຂົງເຂດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນຂອງ ຫວຽດນາມ ກໍ່ມີບັນດາບາດກ້າວເດີນໂດຍໄວ. ທ່ານ ຫງວຽນຮຶວເຊີນ, ປະທານສະພາບໍລິຫານ ກຸ່ມບໍລິສັດ ATS ສະແດງວ່າ:

ພວກເຮົາເຫັນໄດ້ຄວາມມານະພະຍາຍາມ ທີ່ໃຫຍ່ຫຼວງທີ່ສຸດຂອງ ລັດຖະບານ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ. ນັ້ນແມ່ນສິ່ງສຸດຍອດ. ການເຄື່ອນໄຫວໃນຂົງເຂດເຕັກໂນໂລຢີການເງິນ, ຂ້າພະເຈົ້າເຫັນວ່າຂົງເຂດນີ້ ຫວຽດນາມ ພວມມີທ່າແຮງຫຼາຍຢ່າງ ດ້ວຍເຕີບໂຕຢູ່ລະດັບໄວທີ່ສຸດ, ພວມເຊື່ອມຕົວເຂົ້າກັບທ່າອ່ຽງ ແລະ ແຜນນະໂຍບາຍພັດທະນາເຕັກໂນໂລຢີດີຈີຕອນ, ການເງິນດີຈີຕອນ.

ດ້ວຍທັດສະນະລຸ້ລ່ວງແມ່ນພັດທະນາໂດຍໄວ ແລະ ຍືນຍົງ, ບັນດາຜົນສຳເລັດກ່ຽວກັບການພັດທະນາເສດຖະກິດຂອງ ຫວຽດນາມ ໄດ້ສ່ອງແສງຜ່ານການພັດທະນາດ້ານສັງຄົມ ແລະ ຄວາມກ້າວໜ້າຂອຂອມະນຸດ. ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາ ເສດຖະກິດສັງຄົມ 10 ປີ 2021 – 2030 ຊີ້ແຈ້ງວ່າ: “ການພັດທະນາມະນຸດ ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງ ກ່ຽວກັບຂອບຂະໜາດ, ຮ່າງກາຍ ແລະ ລະດັບຄວາມຮູ້, ການຈັດອັນດັບດັດຊະນີຄວາມຜາສຸກໄດ້ຍົກຂຶ້ນສູງແຕ່ອັນດັບ 83 ໃນປີ 2020 ຂຶ້ນອັນດັບ 46 ໃນປີ 2025, ເພີ່ມຂຶ້ນ 37ຂັ້ນ. ດັດຊະນີພັດທະນາມະນຸດຂອງ ຫວຽດນາມ ໄດ້ຮັບການປັບປຸງຢ່າງຈະແຈ້ງ, ສູງກວ່າເມື່ອທຽບໃສ່ກັບບັນດາປະເທດມີລາຍຮັບອັນດຽດກັນ”. ທ່ານ ປ.ອ ເລຢຸຍບິ່ງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ:

ຄວາມສາມາດໃນການສຳຜັດການບໍລິການພື້ນຖານຂອງປະຊາຊົນໄດ້ຮັບການປັບປຸງ. ບັນດາບັນຫາກ່ຽວກັບການພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ, ກ່ຽວກັບສິ່ງແວດລ້ອມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ໃນວິວັດການພັດທະນາ. ດັ່ງນັ້ນ ຮູບແບບການເຕີບໂຕຂອງພວກເຮົາບໍ່ພຽງແຕ່ແມ່ນການເຕີບໂຕດ້ານເສດຖະກິດເທົ່ານັ້ນ ຫາກຍັງຕິດພັນກັບການພັດທະນາມະນຸດ, ຖືປະຊາຊົນເປັນໃຈກາງ, ຖືສິ່ງແວດລ້ອມເປັນໃຈກາງ, ຖືລຸ້ນຄົນໃນອະນາຄົດແມ່ນເປົ້າໝາຍເພື່ອສູ້ຊົນ ເພື່ອໃຫ້ພວກເຮົາມີຮູບແບບການເຕີບໂຕແບບຍືນຍົງ, ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ລູກຫຼານເຮົາໃນອະນາຄົດ.

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ
ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງດັດຊະນີມະນຸດ (ພາບ: VOV)

ເຊື່ອໝັ້ນຕໍ່ການພັດທະນາ

ກ່ຽວກັບບົດຮຽນປະສົບການໄດ້ຍົກອອກມາໃນຮ່າງເອກະສານ: “ທຸກແຜນນະໂຍບາຍ, ນະໂຍບາຍຕ້ອງເລີ່ມຈຈາກຄວາມຫວັງ, ຜົນປະໂຫຍດອັນຊອບທຳ ແລະ ຄວາມຜາສຸກຂອງປະຊາຊົນ, ປຸກລຸກຈິດໃຈອຸທິດສ່ວນໃຫ້ແກ່ປະເທດຊາດ, ເສີມຂະຫຍາຍຈິດໃຈສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ກ້ານະວັດຕະກຳ, ມີການກະທຳຢ່າງຂ້ຽວຂາດ ແລະ ມີຄວາມຮັບຜິດຊອບເພື່ອຜົນປະໂຫຍດລວມ”. ທ່ານນາງ ລຶວທິແທັງເໝົາ, ຮອງປະທານສະພານັກທຸລະກກິດໜຸ່ມ ຫວຽດນາມ ຫວັງວ່າ:

ພ້ອມກັບໂຄງການກະທຳຂອງ ລັດຖະບານເອເລັກໂຕນິກ, ສົມທົບກັບການຫັນເປັນດີຈີຕອນ ແລະ ຍົກສູງກຳລັງຄວາມສາມາດຂອງທ້ອງຖິ່ນ ຂ້າພະເຈົ້າຄິດວ່າ ລັດຖະບານ ຈະຜັນຂະຫຍາຍມະຕິເລກທີ 66 ແລະ ມະຕິເລກທີ 68 ຂອງກົມການເມືອງໂດຍໄວ. ດັ່ງນັ້ນ ເລື່ອງລາວລະຫວ່າງ ນະໂຍບາຍ ແລະ ການປະຕິບັດ ຈົນຮອດພຶດຕິກຳຕົວຈິງ ຈະຊຸກຍູ້ພື້ນຖານເສດຖະກິດຂອງ ພວກເຮົາພັດທະນາ ຄືທ່ານເລຂາທິການໃຫຍ່ ເນັ້ນໜັກ ນີ້ແມ່ນສັງກາດບຸກບືນຂອງຊາດ.

ວິວັດທະນາການພັດທະນາເສດຖະກິດ 5 ປີຜ່ານມາ (2021 - 2025) ຍັງມີບັນດາບັນຫາຍັງຄົງຄ້າງຊຶ່ງໄດ້ຍົກໃຫ້ເຫັນໃນບົດລາຍງານຄື: ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດບໍ່ທັນສູງ, ສະມັດຕະພາບອອກແຮງງານຍັງຕ່ຳເມື່ອທຽບໃສ່ກັບຫຼາຍປະເທດໃນພາກພື້ນ. ເຖິງຢ່າງໃດກໍຕາມ, ບັນດາຜົນສຳເລັດອັນຍິ່ງໃຫຍ່ໃນການພັດທະນາເສດຖະກິດ ເຊິ່ງ ຫວຽດນາມ ບັນລຸໄດ້ຍັງແມ່ນຈຸດພົ້ນເດັ່ນ, ແມ່ນກຳລັງໜູນອັນຍິ່ງໃຫຍ່ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ວັດທະນາຖາວອນ, ມີຄວາມຜາສຸກ, ເຊື່ອມໂຍງ ແລະ ເປັນເຈົ້າຕົນເອງ.

ຕາມ vovworld.vn

https://vovworld.vn/lo-LA/ສະຖານະການ-ການເມອງ/ຮາງເອກະສານກອງປະຊມໃຫຍຄງທ-xivຂອງພກ-ຂດໝາຍບນດາຜນສຳເລດດານເສດຖະກດ-1438236.vov

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ

ຍສໝ - ພາຍຫຼັງໂຮມ 2 ແຂວງ ເຂົ້າກັນ, ໜ້າທີ່ສຳຄັນແຖວໜ້າແມ່ນ ປັບປຸງຄວາມເປັນເອກະພາບດ້ານແນວຄິດ, ສ້າງຄວາມເຫັນດີເຫັນພ້ອມ, ເສີມຂະຫຍາຍມູນເຊື້ອປະຕິວັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທັງສອງແຂວງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ

ຍສໝ - ຕາມ​​ແຈ້ງການຂອງ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນ​ໄຊ ສີ​ພັນ​ດອນ, ທ່ານ​ນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ຈະ​ໄປຢ້ຽມຢາມ ລາວ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ແຕ່​ວັນ​ທີ 09-10 ມັງກອນ 2025.

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ