ຕອນເຊົ້າວັນທີ 15 ມີນາ, ບັນດາຜູ້ອາສາສະໝັກ ທຳອິດ ໄດ້ຮັບການສັກວັກຊິນ COVIVAC - ເຊິ່ງແມ່ນວັນຊິນກັນພະຍາດໂຄວິດ - 19 ຊະນິດທີ 2 ທີ່ໄດ້ຮັບການຄົ້ນຄ້ວາ ແລະ ຜະລິດຢູ່ ຫວຽດນາມ. ກຸ່ມ 6 ຄົນທຳອິດເຂົ້າຮ່ວມການສັກວັກຊິນມີທັງຍິງ ແລະ ຊາຍ. ການສັກວັກຊິນກັນໂຄວິດ - 19 ໄດ້ປະຕິບັດຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ໂດຍສະຖາບັນອະນາໄມລະບາດວິທະຍາສູນກາງ ສວມບົດບາດທົດລອງຕົ້ນຕໍ.
![]() |
ພາບປະກອບ |
ປັດຈຸບັນ, ກຸ່ມຄົ້ນຄ້ວາ ໄດ້ຮັບສະໝັກຜູ້ເຂົ້າຮ່ວມການທົດລອງສັກວັກຊິນ COVIVAC ຄົບ 120 ຄົນ ໃຫ້ແກ່ໄລຍະທຳອິດ, ລວມມີ 30 ຄົນໃນແຕ່ລະເກນອາຍຸ (18 – 30 ປີ ແລະ 40 – 59 ປີ) ແລະ ມີທັງຊາຍ ແລະ ຍິງ.
ຄາດວ່າ, ພາຍຫຼັງສຳເລັດການສັກທົດລອງໃຫ້ແກ່ກຸ່ມຄົນທຳອິດນີ້, ກຸ່ມຄົ້ນຄ້ວາຈະສັກໃຫ້ແກ່ກຸ່ມທີ 2 ໃນວັນທີ 24 ມີນາ. ບັນດານັກຊ່ຽວຊານຈະຕິດຕາມອາການຄວາມປອດໄພໃນເວລາ 8 ມື້ ພາຍຫຼັງສັກວັກຊິນເຂັມທີ 1 ສຳລັບກຸ່ມຄົນທຳອິດເພື່ອຕີລາຄາ, ພິຈາລະນາ ການທົດລອງມີບັນຫາໃດທີ່ເປັນໜ້າກັງວົນຫຼືບໍ່. ຖ້າຫາກວ່າທຸກສິ່ງທຸກຢ່າງລ້ວນແຕ່ຢູ່ໃນຂອບເຂດການຄວບຄຸມ, ວັກຊິນຊະນິດໃໝ່ນີ້ຈະໄດ້ນຳໃຊ້ສຳລັບກຸ່ມຄົນຕໍ່ໄປ.
![]() | ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ນັບແຕ່ວັນທີ 8 ມີນາ 2021, ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ຢູ່ 13 ແຂວງ, ນະຄອນ ໃນນັ້ນ ມີນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງ ຫາຍເຢືອງ. |
![]() | ປະທານາທິບໍດີ ຢູແກຼນ ສະແດງຄວາມປະທັບໃຈຕໍ່ບັນດາຜົນງານຂອງ ຫວຽດນາມ ຍສໝ - ພາຍຫຼັງພິທີຍືນສານຕະຕັ້ງ, ທ່ານເອກອັກຄະລັດຖະທູດໄດ້ມີການພົບປະກັບທ່ານປະທານາທິບໍດີ Volodymyr Zelensky. ທີ່ການພົບປະ, ທ່ານ Volodymyr Zelensky ໄດ້ເຊື້ອເຊີນຢ່າງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມາຢ້ຽມຢາມ ຢູແກຼນໃນເດືອນສິງຫາ 2021 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເອກະລາດຢູແກຼນ. |
![]() | ເວທີປາໄສການທ່ອງທ່ຽວສາກົນ St. Petersburg - ຫວຽດນາມ ຄັ້ງທີ 2 ຍສໝ - ເຂົ້າຮ່ວມເຫດການມີທ່ານ ຫງວຽນເລຟຸກ ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ, ທ່ານ Demyan O. Smilevets ຫົວໜ້າຫ້ອງການຮ່ວມມືສາກົນກົມໃຫຍ່ການທ່ອງທ່ຽວສະຫະພັນລັດເຊຍ, ທ່ານນາງ Nana M. Gvichia ຮອງຫົວໜ້າຄະນະກຳມະການພັດທະນາການທ່ອງທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງຫົວໜ້າຄະນະກຳມະການພົວພັນຕ່າງປະເທດ St. Petersburg, ພ້ອມກັບຜູ້ຕາງໆທີ່ມາຈາກບັນດາວິສາຫະກິດການທ່ອງທ່ຽວ ... |
vovworld.vn
ຂ່າວທີ່ກ່ຽວຂ້ອງ

ເພີ່ມທະວີຄວາມເຂົ້າໃຈ, ການພັດທະນາການພົວພັນຫວຽດນາມ - ຣູມານີ ໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ

ວິທະຍາໄລອາຊີວະສຶກສາເລກທີ 21: ເພີ່ມສີສັນແຫ່ງຄວາມອີ່ມໜຳສຳລານ ແລະມິດຕະພາບບົນພູພຽງ

ເຫດການ “ວັນວັດທະນະທຳຫວຽດນາມ ຢູ່ Tyumen” ຖືກຈັດຂຶ້ນເປັນຄັ້ງທຳອິດ
ທ່ານອາດຈະມັກ

ເງິນຕາຕ່າງປະເທດສົ່ງມານະຄອນໂຮ່ຈິມິນ ບັນລຸກວ່າ 2,4 ຕື້ USD

ເພື່ອນມິດສາກົນສະເໜີຄວາມເຫັນເພື່ອຊ່ວຍຫວຽດນາມພັດທະນາເສດຖະກິດ ແລະ ການຄ້າ Halal

ອົງການຊ່ວຍເຫຼືອເດັກນ້ອຍ ໜູນຊ່ວຍການສຶກສາໃຫ້ເດັກນ້ອຍ 27.000 ກວ່າຄົນຢູ່ແຂວງ ຫາຍຟອງ ແລະ ດົງທາບ

ດານັງ: ການເຕີບໂຕແບບຍືນຍົງຜ່ານການພົວພັນທາງການທູດປະຊາຊົນ

ອົງການຊ່ວຍເຫຼືອເດັກນ້ອຍ: ປັບປຸງສຸຂະພາບຈະເລີນພັນ, ເປີດອະນາຄົດແບບຍືນຍົງ
