ປ​ະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ

19:53 | 28/03/2021

ຍ​ສ​ໝ - ພາຍຫຼັງ​ພິ​ທີ​ຍືນ​ສານ​ຕະ​ຕັ້ງ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelensky. ທີ່​ການ​ພົບ​ປະ, ທ່ານ Volodymyr Zelensky ໄດ້​ເຊື້ອ​ເຊີນ​ຢ່າງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽ​ນ​ຝູ​ຈ້ອງ ມາ​ຢ້ຽມ​ຢາມ ຢູ​ແກຼນ​ໃນ​ເດືອນ​ສິງ​ຫາ 2021 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ເອ​ກະ​ລາດ​ຢູ​ແກຼນ.

ປ ະ ທາ ນາ ທ ບ ດ ຢ ແກ ນ ສະ ແດງ ຄວາມ ປະ ທ ບ ໃຈ ຕ ບ ນ ດາ ຜ ນ ງານ ຂອງ ຫວຽດ ນາມ ມອບ​ຂອງ​ຂັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ເຊັກ​ໂກ ແລະ ຊາວ​ຫວຽດ​ນາມ​ທີ່​ພົ້ນ​ເດັ່ນ
ປ ະ ທາ ນາ ທ ບ ດ ຢ ແກ ນ ສະ ແດງ ຄວາມ ປະ ທ ບ ໃຈ ຕ ບ ນ ດາ ຜ ນ ງານ ຂອງ ຫວຽດ ນາມ ຫວຽດ​ນາມ - ອາ​ເມ​ລິ​ກາ ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ການ​ລ້າງ​ທາດ​ພິດ/ດີ​ໂອ​ຊີນ
ປ ະ ທາ ນາ ທ ບ ດ ຢ ແກ ນ ສະ ແດງ ຄວາມ ປະ ທ ບ ໃຈ ຕ ບ ນ ດາ ຜ ນ ງານ ຂອງ ຫວຽດ ນາມ
ທ່ານ ຫງວຽນ​ຮົ່ງ​ແທັກ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Volodymyr Zelensky (ພາບ: TTXVN)

ຫວ່າງ​ແລ້ນີ້, ຢູ່​ນະ​ຄອນຫຼວງ Kiev, ປະ​ເທດ ຢູ​ແກຼນ ທ່ານ ຫງວຽນ​ຮົ່ງ​ແທັກ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ໄດ້​ຍືນ​ສະ​ເໜີ​ສານ​ຕາ​ຕັ້ງ​ຂຶ້ນ​ເຖິງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Volodymyr Zelensky.

ພາຍຫຼັງ​ພິ​ທີ​ຍືນ​ສານ​ຕະ​ຕັ້ງ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelensky. ທີ່​ການ​ພົບ​ປະ, ທ່ານ Volodymyr Zelensky ໄດ້​ເຊື້ອ​ເຊີນ​ຢ່າງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽ​ນ​ຝູ​ຈ້ອງ ມາ​ຢ້ຽມ​ຢາມ ຢູ​ແກຼນ​ໃນ​ເດືອນ​ສິງ​ຫາ 2021 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ເອ​ກະ​ລາດ​ຢູ​ແກຼນ. ທ່ານ​ກໍ່​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ບັນ​ດາ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ອັນ​ດີ​ງາມ ກັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຫວຽດ​ນາມ ເມື່ອ​ໄດ້​ຊ່​ວຍ​ເຫຼືອ​ອຸ​ປະ​ກອນ​ການ​ແພດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ຢູ​ແກຼນ​.

ທ່ານ Volodymyr Zelensky ໄດ້​ຕີ​ລາ​ຄ​າ​ສູງ​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ​ເສດ​ຖະ​ກິດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ, ຍົກ​ສູງ​ສະ​ຫວັດ​ດີ​ການ​ສັງ​ຄົມ​ໃຫ້​ແກ່​ປະ​ຊາ​ຊົນ, ທ່ານ​ກໍ່​ປາ​ດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າ​ຍ​ໃນຫຼາຍ​ຂົງ​ເຂດ ພິ​ເສດ​ແມ່ນ​ການ​ຜະ​ລິ​ດ​ວັກ​ຊິນ, ການ​ຄ້າ ແລະ ວັດ​ທະ​ນະ​ທຳ.

ທ່ານ Volodymyr Zelensky ກໍ່​ໄດ້​ອວຍ​ພອນ​ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮົ່ງ​ແທັກ ມີ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ທີ່​ສຳ​ເລັດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ ລັດ​ຖະ​ບານ, ປະ​ຊາ​ຊົນ ສອງ​ປະ​ເທດ ຢູ​ແກຼນ ແລະ ຫວຽດ​ນາມ.

ສ່ວນ​ທ່ານ ຫງວຽ​ນ​ຮົ່ງ​ແທັກ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ ແລະ ອວຍ​ພອນ​ອັນ​ດີ​ງາມ​ຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວ​ຽນ​ຝູ​ຈ້ອງ ໄປ​ຍັງ​ທ່ານ Volodymyr Zelensky ກໍ່​ຄື​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ ຢູ​ແກຼນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ເມື່ອ​ໄດ້​ມາ​ຮັບ​ໜ້າ​ທີ່​ຢູ່ ຢູ​ແກຼນ ເຊິ່ງ​ເປັນ​ປະ​ເທດ​ທີ່​ສວຍ​ງາມ ແລະ ເຕັມ​ໄປ​ດ້ວຍ​ມູນ​ເຊື້ອ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ຂອງ​ເອີ​ລົບ​ກໍ່​ຄື​ຂອງ​ໂລກ, ທ່ານ​ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຢູ​ແກຼນ ເຊິ່ງ​ໄດ້​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ຫວຽດ​ນາມ​ໃນ​ຊຸ​ມ​ວັນ​ຕໍ່​ສູ້​ກູ້​ຊາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ລາດ ໃນ​ເມື່ອກອນ ແລະ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຄື​ໃນ​ປັດ​ຈຸ​ບັນ.

ປ ະ ທາ ນາ ທ ບ ດ ຢ ແກ ນ ສະ ແດງ ຄວາມ ປະ ທ ບ ໃຈ ຕ ບ ນ ດາ ຜ ນ ງານ ຂອງ ຫວຽດ ນາມ ມອບ​ຂອງ​ຂັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ເຊັກ​ໂກ ແລະ ຊາວ​ຫວຽດ​ນາມ​ທີ່​ພົ້ນ​ເດັ່ນ

ຍ​ສ​ໝ - ຕ​ໍ່​ໜ້າ​ສະ​ພາບ​ການ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານ ຫງວຽນ​ແມັງ​ເກືອງ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ເວົ້າ​ລວມ, ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ​ເວົ້າ​ສະ​ເພາະ​ຈົ່ງ​ມີ​ຄວາມ​ສາ​ມັກ​ຄີ​ນຳ​ກັນ ເພື່ອ​ຜ່ານ​ຜ່າ​ໄລ​ຍະ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ ແລະ ສິ່ງ​ທ້າ​ທາ​ຍ​ຄື​ໃນ​ປັດ​ຈຸ​ບັນ.

ປ ະ ທາ ນາ ທ ບ ດ ຢ ແກ ນ ສະ ແດງ ຄວາມ ປະ ທ ບ ໃຈ ຕ ບ ນ ດາ ຜ ນ ງານ ຂອງ ຫວຽດ ນາມ ສະ​ມາ​ຄົມ ຫວຽດ​ນາມ - ກາ​ນາ​ດາ ອຸ​ປະ​ຖ​ຳ​ເງິນ​ເປັນ​ຈຳ​ນວນ 1 ຕື້​ດົ່ງ​​ຈາ​ການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ເດັກ​ນ້ອຍ​ຮ່າ​ໂນ້ຍ

ຍ​ສ​ໝ - ຈຳ​ນວນ​ເງິນ​ດັ່ງ​ກ່າວ​ເພື່ອນ​ແນ​ໃສ່​ໜູນ​ຊ່ວຍ​ການ​ປິ່ນ​ປົວ​ໃຫ້​ແກ່​ເດັກ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາມ ເຊິ່ງ​ຕິດ​ໂລກ​ມະ​ເຮັງ ແລະ ໂລກ​ຫົວ​ໃຈ​ຢູ່​ໂຮງ​ໝໍ​ເດັກ​ນ້ອຍ​ສູນ​ກາງ, ໂຮງ​ໝໍ​ຫົວ​ໃຈ​ຮ່າ​ໂນ້ຍ ແລະ ລາຍ​ການ​ຫົວ​ໃຈ​ຫວຽດ​ນາມ ຂຶ້ນ​ກັ​ບ​ກອງ​ທຶນ VinaCapital.

ປ ະ ທາ ນາ ທ ບ ດ ຢ ແກ ນ ສະ ແດງ ຄວາມ ປະ ທ ບ ໃຈ ຕ ບ ນ ດາ ຜ ນ ງານ ຂອງ ຫວຽດ ນາມ ສະ​ຖາ​ນ​ທູດ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ ໄປ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ລັດ Guarico

ຍ​ສ​ໝ - ຫວ່າງ​ແລ້ວນີ້​, ​ທ່ານ ເລ​ວຽດ​ຢ​ວຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລັດ Guarico, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ບັນ​ດາ​ໂຄງ​ການ​ຜະ​ລິດ​ກະ​ສິ​ກຳ ແລະ ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຕ່າງ​ໆ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.