ຫວຽດ​ນາມ ເລີ່ມ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

08:38 | 10/03/2021

ນັບແຕ່ວັນທີ 8 ມີນາ 2021, ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ຢູ່ 13 ແຂວງ, ນະຄອນ ໃນນັ້ນ ມີນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງ ຫາຍເຢືອງ.

ຫວຽດ ນາມ ເລ ມ ສ ກ ວ ກ ຊ ນ ກ ນ ພະ ຍາດ ໂຄວ ດ 19 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ມອ​ບ​ອຸ​ປະ​ກອນ​ການ​ແພດ, ເງິນ​ສົດ​ໃຫ້​ແກ່​ປະ​ຊ​າ​ຊົນ ກຳ​ປູ​ເຈຍ​ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ ນາມ ເລ ມ ສ ກ ວ ກ ຊ ນ ກ ນ ພະ ຍາດ ໂຄວ ດ 19 AEM Retreat 27: ຫວຽດ​ນາມ ຮັບ​ຮອງ​ເອົາ 10 ຂໍ້​ລິ​ເລີ່ມ, ບຸ​ລິ​ມະ​ສິດ​ດ້ານ​ເສດ​ຖະ​ກິດ​​

ໃນງວດທຳອິດ, ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມິນ ຈະສັກວັກນຊິນກັນພະຍາດໂຄວິດ - 19 ຈຳນວນ 900 ໂດສ ໃຫ້ແກ່ພະນັກງານທີ່ເຂົ້າຮ່ວມວຽກງານຕ້ອນຮັບ, ເບິ່ງແຍງ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ໂດຍກົງ. ຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ ຮ່າໂນ້ຍ ກໍມີພະນັກງານ, ແພດໝໍ 100 ຄົນທີ່ເຂົ້າຮ່ວມວຽກງານຕ້ອນຮັບ, ເບິ່ງແຍງ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ໂດຍກົງ ກໍຈະໄດ້ຮັບການສັກວັກຊິນເຊັ່ນດຽວກັນ. ແລະ ກໍໃນຕອນເຊົ້າວັນທີ 8 ມີນາ, ແຂວງ ຫາຍເຢືອງ ກໍ່ໄດ້ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບາງເປົ້າໝາຍບຸລິມະສິດໃນງວດທຳອິດ.

ຄາດວ່າ ໃນປີ 2021 ນີ້, ຈະສັກວັກຊິນກັນພະຍາດໂຄວິດ - 19 ຈຳນວນຫຼາຍກວ່າ 100 ລ້ານໂດສ, ນີ້ແມ່ນບັ້ນເຄື່ອນໄຫວສັກວັກຊິນມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ຢູ່ ຫວຽດນາມ.

ໃນຂະນະນັ້ນ, ຂະແໜງສາທາລະນະສຸກນະຄອນ ດ່າໜັງ ຫາກໍຈັດຕັ້ງການກວດ ແລະ ຕີລາຄາພູມຕ້ານທານ ໂດຍບໍ່ເສຍຄ່າ ໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຈຳນວນກວ່າ 300 ຄົນ ທີ່ຫາຍດີແລ້ວ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າໃນຂົງເຂດລະບາດວິທະຍາ.

ຫວຽດ ນາມ ເລ ມ ສ ກ ວ ກ ຊ ນ ກ ນ ພະ ຍາດ ໂຄວ ດ 19
ຫວຽດ​ນາມ ເລີ່ມ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19. (ພາບ: VGP)

ກ່ຽວຂ້ອງເຖິງສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ຕາມຂ່າວທີ່ອອກໃນເວລາ 6 ໂມງ ເຊົ້າຂອງວັນທີ 8 ມີນາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 7 ມີນາ ຫາເວລາ 6 ໂມງ ຂອງ ວັນທີ 8 ມີນາ, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1920 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 35 ຄົນ ເສຍຊີວິດ.

ທ່ານໝໍ ຫວູມິງດ່ຽນ, ຮອງຫົວໜ້າສູນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ສັກວັກຊິນ, ໂຮງໝໍເຂດຮ້ອນສູນກາງໃຫ້ຮູ້ວ່າ:

ຖ້າມີເງື່ອນໄຂ, ຈະສັກວັກຊິນໃຫ້ແກ່ ພະນັກງານ, ພາລະກອນການແພດທັງໝົດ, ແຕ່ບໍ່ມີວັກຊິນຄົບຖ້ວນດັ່ງນັ້ນ ຕ້ອງບຸລິມະສິດໃຫ້ແກ່ຜູ້ຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ນີ້ແມ່ນບັນດາຜູ້ເຂົ້າຮ່ວມການປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ໂດຍກົງ.

ແລະກໍ່ຢູ່ຮ່າໂນ້ຍ, ໃນວັນທີ 9 ມີນາ, ພະແນກສາທາລະນະສຸກນະຄອນຮ່າໂນ້ຍ ຈະສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ພະນັກງານການແພດຂອງໂຮງໝໍ ແທັງຍານ, ຫຼັງຈາກນັ້ນຈະສັກວັກຊິນໃຫ້ພະນັກງານ 300 ຄົນຂອງສູນການຄວບຄຸມພະຍາດຮ່າໂນ້ຍ.

ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລ້ວ, ນັບແຕ່ເວລາ 06 ໂມງຂອງວັນທີ 08 ມີນາ, ຫາເວລາ 18 ໂມງຂອງວັນດຽວກັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 12 ຄົນ, ໃນນັ້ນ 1 ຄົນຢູ່ແຂວງ ຫາຍເຢືອງ ແລະ 11 ຄົນເປັນຜູ້ເຂົ້າເມືອງ ແລະ ໄດ້ແຍກຕົວໂດຍທັນທີ. ໄລ່ຮອດເວລາ 18 ໂມງ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.524, ໃນນັ້ນຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.920 ຄົນ ແລະ ຈຳນວນຜູ້ເສຍຊີວິດຍັງແມ່ນ 35 ຄົນ.

ຫວຽດ ນາມ ເລ ມ ສ ກ ວ ກ ຊ ນ ກ ນ ພະ ຍາດ ໂຄວ ດ 19 AEM Retreat 27: ຫວຽດ​ນາມ ຮັບ​ຮອງ​ເອົາ 10 ຂໍ້​ລິ​ເລີ່ມ, ບຸ​ລິ​ມະ​ສິດ​ດ້ານ​ເສດ​ຖະ​ກິດ​​

ຍ​ສ​ໝ - ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ເຈິ່ນກວ໊ກ​ແຄງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ນຳ​ໜ້າ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ບັນ​ດາ​ໜ່ວຍ​ງານ​ໃນ​ກະ​ຊວງ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ຫວຽດ ນາມ ເລ ມ ສ ກ ວ ກ ຊ ນ ກ ນ ພະ ຍາດ ໂຄວ ດ 19 ມາ​ນະ​ພະ​ຍາ​ຍາມ​ນຳອຸ​ດອນທາ​ນີ​ກາຍ​ເປັນ​ແຂວງ​ນຳ​ໜ້າ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ຍ​ສ​ໝ - ໃນ​ການ​ຢ້ຽມ​ຢາມນີ້, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ຈີ໊ແທັງ​ໄດ້​ຕອບ​ສຳ​ພາດ​ກັບ​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ອູ​ດອນ​ທາ​ນີ ແລະ ບັນ​ດາ​ແຂວງ, ນະ​ຄອນ​ຂອງ ຫວຽດ​ນາມ.

ຫວຽດ ນາມ ເລ ມ ສ ກ ວ ກ ຊ ນ ກ ນ ພະ ຍາດ ໂຄວ ດ 19 ໂຄວິດ - 19 ກໍ່​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ນັກ​ສຶກ​ສາ​ຫວຽດ​ນາມ​ໄປ​ຮຽ​ນ​ຢູ່​ຕ່າງ​ປະ​ເທດ

ຍ​ສ​ໝ - ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກົມ​ຮ່ວມ​ມື​ສາ​ກົນ, ກະ​ຊວ​ງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ​ແລ້ວ, ປັດ​ຈຸ​ບັນ ຫວຽດ​ນາມ ມີ​ນັກ​ສຶກ​ສາ ປະ​ມານ 190.000 ຄົນ​ທີ່​ພວມ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ ຢູ່​ຕ່າງ​ປະ​ເທດ. ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

vovworld.vn

ເຫດການ
302 Found

Found

The document has moved here.