ບໍ​ລິ​ສັດ​ແກ້​ລະ​ຫັດ​ແຢນ ຂອງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ​ໄດ້​ຮັບ​ເງິນ​ລົງ​ທຶນ​ເປັນ​ຈຳ​ນວນ 2,5 ລ້ານ USD

17:13 | 28/03/2021

ຍ​ສ​ໝ - Genetica, ບໍ​ລິ​ສັດ​ແກ້​ລະ​ຫັດ​ແຢນ ຢູ່​ອາ​ເມ​ລິ​ກາ​ໂດນ ຊາວ​ຫວຽດ​ນາມ​ເປັນ​ເຈົ້າ​ຂອງ ຫາ​ກໍ​່​ໄດ້​ຮັບ​ເງິນ​ລົງ​ທຶນ​ເປັນ​ຈຳ​ນວນ 2,5 ລ້ານ USD.

ບ ລ ສ ດ ແກ ລະ ຫ ດ ແຢນ ຂອງ ຊາວ ຫວຽດ ນາມ ອາ ໄສ ຢ ອາ ເມ ລ ກາ ໄດ ຮ ບ ເງ ນ ລ ງ ທ ນ ເປ ນ ຈຳ ນວນ 2 5 ລ ານ usd ທ່ານ​ຮອງ​ເອັກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ຫວັງ​ຢາກ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ
ບ ລ ສ ດ ແກ ລະ ຫ ດ ແຢນ ຂອງ ຊາວ ຫວຽດ ນາມ ອາ ໄສ ຢ ອາ ເມ ລ ກາ ໄດ ຮ ບ ເງ ນ ລ ງ ທ ນ ເປ ນ ຈຳ ນວນ 2 5 ລ ານ usd ຫວຽດ​ນາມ - ອາ​ເມ​ລິ​ກາ ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ການ​ລ້າງ​ທາດ​ພິດ/ດີ​ໂອ​ຊີນ
ບ ລ ສ ດ ແກ ລະ ຫ ດ ແຢນ ຂອງ ຊາວ ຫວຽດ ນາມ ອາ ໄສ ຢ ອາ ເມ ລ ກາ ໄດ ຮ ບ ເງ ນ ລ ງ ທ ນ ເປ ນ ຈຳ ນວນ 2 5 ລ ານ usd
ພາບ​ປະ​ກອບ: VNE

ບັນ​ດາ​ນັກ​ລົງ​ທຶນ​ຄັ້ງ​ນີ້​ລ​ວມ​ມີ Dave Strohm, Craig Sherman ແລະ Guy Miasnik. ສອງ​ຄົນ​ທຳ​ອິດ​ແມ່ນ​ບັນ​ດາ​ນັກ​ລົງ​ທຶນ​ທີ່​ມີ​ຄວາມ​ສ່ຽງ ມັກ​ລົ​ງ​ທຶນ​ເຂົ້າ​ບັນ​ດາ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ. ໂດຍ​ສະ​ເພາະ Guy Miasnik ແມ່ນ​ນັກ​ທຸ​ລະ​ກິດ​ເຕັກ​ໂນ​ໂລ​ຢີ​ສູງ, ນັກ​ລົງ​ທຶນ ແລະ ທີ່​ປຶກ​ສາ Startup, ສຸມ​ໃສ່​ເຂົ້າ​ຕະຫຼາດ​ຄວາມ​ປອດ​ໄພ ສາ​ທາ​ລະ​ນະ ແລະ ຊີ​ວະ​ສາດ.

Genetica ແມ່ນ​ບໍ​ລິ​ສັດ​ພັດ​ທະ​ນາ ແລະ ກຳ​ມະ​ສິດ​ເຕັກ​ໂນ​ໂລ​ຢີ​ແກ້​ລະ​ຫັດ​ແຢນ ຜຸກ​ຂາດ ທີ່​ສະ​ຫງວນ​ໃຫ້​ແກ່​ສະ​ເພາະ​ຊາວ​ອາ​ຊີ. ຫ້ອງ lab ຂອງ Genetica ພວມ​ກຳ​ມະ​ສິດ​ໃບ​ຢັ້ງ​ຢຶນ CLIA, CAP ເຊິ່ງ​ແມ່ນ​ໃບ​ຢັ້​ງ​ຢືນ​ເຂັ້ມ​ງວດ​ທີ່​ສຸດ​ຢູ່ ອາ​ເມ​ລິ​ກາ ໃຫ້​ແກ່​ບັນ​ດາ​ຫ້ອງ​ທົດ​ລອງ ກ່ຽວ​ກັບ​ແຢນ.

ຢູ່ ຫວຽດ​ນາມ, ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ Genetica ແມ່ນ​ໄຈ້​ແຍກແຢນ, ພິ​ເສດ​ແມ່ນ​ຂອງ​ເດັກ​ນ້ອຍ ເພື່ອ​ແນ​ໃສ່​ຄາ​ດ​ຄະ​ເນ​ພອນ​ສະ​ຫວັນ, ນິດ​ໄສ, ພະ​ຍາດ​ທີ່​ຊ້ອມ​ແຝງ​ໃນ​ຮ່າງ​ກາຍ… ບໍ​ລິ​ສັດ​ໃຫ້​ຮູ້​ວ່າ, ພວມ​ແມ່ນ​ຄູ່​ຮ່ວມ​ມື​ຂອງ​ບັນ​ດາ​ບໍ​ລິ​ສັດ​ປະ​ກັນ​ໄພ, ທະ​ນາ​ຄານ, ຫ້ອງ​ປິ່ນ​ປົວ​ພະ​ຍາດ.

ປັດ​ໄຈ​ສຳ​ຄັນ​ຊ່ວຍ​ໃຫ້​ບໍ​ລິ​ສັດ​ສວນ​ເຊື່ອ​ໄດ້​ບັນ​ດາ​ນັກ​ລົງ​ທຶນ​ນັ້ນ​ແມ່ນ​ການ​ກຳ​ແໜ້ນ​ເຕັກ​ໂນ​ໂລ​ຢີຫຼັກ​ແຫຼ່ງ​ກ່ຽວ​ກັບ​ການ​ແກ້​ລະ​ຫັດ​ແຢນ​ໃຫ້​ແກ່​ຊາວ​ອາ​ຊີ. ພ້ອມ​ທັງ​ເລື່ອງ Genetica ດຶງ​ດູດ​ໄດ້​ຜູ້​ນຳ​ໃຊ້ ກ່​ວາ 10.000 ໃນ​ຮອບ​ເວ​ລາ 12 ເດືອ​ນ​ທຳ​ອິດ ພາຍຫຼັງ​ເປີດ​ຕົວ​ຢູ່​ຕະຫຼາດ ໄດ້​ພິ​ສູດ​ໃຫ້​ເປັນ​ຄວາມ​ສະ​ໜັບ​ສະ​ໜູນ​ທີ່​ດີ​ພໍ​ສົມ​ຄວນ​ຈາກ​ຜູ້​ບໍ​ລິ​ໂພກ ທີ່​ມີ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ລະ​ບົບ​ການ​ກິນ​ດື່ມ ແລະ ຫ້ອງ​ປິ່ນ​ປົວ​ພະ​ຍາດ.

Genetica ໄດ້​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ ຫວຽດ​ນາມ ເຊິ່ງ​ພວມ​ດຳ​ລົງ​ຊີ​ວິດ ຢູ່ ອາ​ເມ​ລິ​ກາ. ໃນ​ນັນ, ທ່ານ ກາວ​ແອັງ​ຕວັນ ເປັນ​ຜູ້​ດຳ​ລົງ​ບົດ​ບາດ​ເປັນ CTO, ຮັບ​ຜິດ​ຊອບ​ວຽກ​ງານ​ສ້າງ​ເຕັກ​ໂນ​ໂລ​ຢີ ຜຸກ​ຂາດ​ໃຫ້​ແກ່​ບໍ​ລິ​ສັດ. ທ່ານ ກາວ​ແອັງ​ຕວນ ເຄີຍ​ແບ່ງ​ປັນ​ກັບ​ວົງ​ການ​ນັກ​ຂ່າວ​ວ່າ: ເຫດ​ຜົ​ນ​ທີ່​ທ່ານ​ສ້າງ​ຕັ້ງ Genetica ຍ້ອນ​ວ່າ ຕົນ​ເອງ​ເປັນ​ຜູ້​ທີ່​ມີ​ພະ​ຍາດ ເສັ້ນ​ສະ​ໝອງ​ແຕກ. ແຕ່​ວ່າ ເຫດ​ຜົນ​ທີ່​ແຮງ​ກ່ວ​ໝູ່ ນັ້ນ​ແມ່ນ​ທ່ານ ໄດ້​ສົມ​ລົດ​ກັບ​ສາວຫວຽດ ທີ່​ເປັນ ​ປ.ອ ກ່ຽວ​ກັບ​ກົນ​ໄກ​ແຢນ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ ຂຶ້ນ​ກັບ ມະ​ຫາ​ວິ​ທະ​ຍາ​ໄລ California

ແຕ່​ເດືອນ​ສິ​ຫາ​ ປີ 2019, Genetica ໄດ້​ສ້າງ​ຕັ້ງ​ຢູ່ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ດ້ວຍ​ຄາດ​ຫວັງ​ແມ່ນ​ຈະ​ມຸ່ງ​ໄປ​ສູ່​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ກາຍ​ເປັນ​ບໍ​ລິ​ສັດ​ແກ້​ແຢນ​ແຖວ​ໜ້າ​ໃນ​ພາກ​ພື້ນນີ້.

ບ ລ ສ ດ ແກ ລະ ຫ ດ ແຢນ ຂອງ ຊາວ ຫວຽດ ນາມ ອາ ໄສ ຢ ອາ ເມ ລ ກາ ໄດ ຮ ບ ເງ ນ ລ ງ ທ ນ ເປ ນ ຈຳ ນວນ 2 5 ລ ານ usd ທ່ານ​ຮອງ​ເອັກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ຫວັງ​ຢາກ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

ຍ​ສ​ໝ - ທີ່​ການ​ຕົ້ນ​ຮັບ, ທ່ານນາງປະ​ທານ ຫງວຽນ​ເຟືອງ​ງາ ໄດ້​ແນະ​ນຳ​ກ່ຽວ​ກັບ​ໜ້າ​ທີ່, ພາ​ລະ​ບົດ​ບາດ ແລະ ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ວຽກ​ງານ​ການ​ທູດ ປະ​ຊາ​ຊົນ​ຂອງ ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິ​ກາ.

ບ ລ ສ ດ ແກ ລະ ຫ ດ ແຢນ ຂອງ ຊາວ ຫວຽດ ນາມ ອາ ໄສ ຢ ອາ ເມ ລ ກາ ໄດ ຮ ບ ເງ ນ ລ ງ ທ ນ ເປ ນ ຈຳ ນວນ 2 5 ລ ານ usd ຫວຽດ​ນາມ - ອາ​ເມ​ລິ​ກາ ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ການ​ລ້າງ​ທາດ​ພິດ/ດີ​ໂອ​ຊີນ

ຍ​ສ​ໝ - ພາຍຫຼັງ​ຜັນ​ຂະ​ຫຍາຍ​ມາ​ເປັນ​ເວ​ລາ 1 ປີ, ບັນ​ດາ​ກຸ່ມ​ປະ​ຕິ​ບັດ​ງານ​ຢູ່​ສະ​ໜາມ​ບິນ ບ​ຽນ​ຮ່​ວາ ໄດ້ຕັກດິນ​ຕິດ​ທາດ​ພິດ ເກີດ​ມາດ​ຕະ​ຖານ​ເພື່ອ​ນຳ​ເອົາໄປ​ບຳ​ບັດ.

ບ ລ ສ ດ ແກ ລະ ຫ ດ ແຢນ ຂອງ ຊາວ ຫວຽດ ນາມ ອາ ໄສ ຢ ອາ ເມ ລ ກາ ໄດ ຮ ບ ເງ ນ ລ ງ ທ ນ ເປ ນ ຈຳ ນວນ 2 5 ລ ານ usd ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ

ຍ​ສ​ໝ - ພິ​ທີ​ລົງ​ນາມ​ໄດ້​ດຳ​ເນີນ​ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພະ​ຍານ​ຂອງ​ທ່ານ ເຈິ່ນ​ຕວັນ​ແອັງ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ​ການ​ຕ່າງ​ປະ​ເທດ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.