ຍອດວົງເງິນສົ່ງອອກ-ນຳເຂົ້າ ຂອງ ຫວຽດນາມ ໃນສອງເດືອນຕົ້ນປີ 2021​ ຄາດວ່າບັນລຸປະມານ 95,81 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020

08:12 | 26/03/2021

ຍສໝ - ມີ 9 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 73,8% ຍອດວົງເງິນສົ່ງອອກ, ລວມມີ: ໂທລະສັບ, ເຄື່ອງອາໄຫຼ່; ເຄື່ອງເອເລັກໂຕນິກ...

ຍອດວ ງເງ ນສ ງອອກ ນຳເຂ າ ຂອງ ຫວຽດນາມ ໃນສອງເດ ອນຕ ນປ 2021 ຄາດວ າບ ນລ ປະມານ 95 81 ຕ ໂດລາສະຫະລ ດ ເພ ມຂ ນ 24 5 ເມ ອທຽບໃສ ໄລຍະດຽວກ ນຂອງປ 2020 ສະມາຄົມມິດຕະພາບລາວ - ຫວຽດນາມ ສົ່ງສານອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ 2021
ຍອດວ ງເງ ນສ ງອອກ ນຳເຂ າ ຂອງ ຫວຽດນາມ ໃນສອງເດ ອນຕ ນປ 2021 ຄາດວ າບ ນລ ປະມານ 95 81 ຕ ໂດລາສະຫະລ ດ ເພ ມຂ ນ 24 5 ເມ ອທຽບໃສ ໄລຍະດຽວກ ນຂອງປ 2020 ຫວຽດນາມ: ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020
ຍອດວ ງເງ ນສ ງອອກ ນຳເຂ າ ຂອງ ຫວຽດນາມ ໃນສອງເດ ອນຕ ນປ 2021 ຄາດວ າບ ນລ ປະມານ 95 81 ຕ ໂດລາສະຫະລ ດ ເພ ມຂ ນ 24 5 ເມ ອທຽບໃສ ໄລຍະດຽວກ ນຂອງປ 2020
ມີ 9 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 73,8% ຍອດວົງເງິນສົ່ງອອກ, ລວມມີ: ໂທລະສັບ, ເຄື່ອງອາໄຫຼ່; ເຄື່ອງເອເລັກໂຕນິກ, ຄອມພິວເຕີ ແລະເຄື່ອງອາໄຫຼ່; ອຸປະກອນກົນຈັກ, ອາໄຫຼ່ເຄື່ອງມື... ພາບປະກອບ

ໃນສອງເດືອນ ຕົ້ນປີ 2021, ວົງເງິນສົ່ງອອກ ແລະ ນຳເຂົ້າຂອງ ຫວຽດນາມ ບັນລຸລະດັບສູງ ດ້ວຍຍອດວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າ ຄາດວ່າບັນລຸ 95,81 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນການສົ່ງອອກບັນລຸ 48,55 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 23,2%; ມູນຄ່າການນຳເຂົ້າບັນລຸ 47,26 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 25,9%. ດູນການຄ້າຂາຍສິນຄ້າຄາດວ່າມີວົງເງິນສົ່ງອອກເກີນດູນປະມານ 1,29 ຕື້ ໂດລາສະຫະລັດ.

ມີ 9 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 73,8% ຍອດວົງເງິນສົ່ງອອກ, ລວມມີ: ໂທລະສັບ, ເຄື່ອງອາໄຫຼ່; ເຄື່ອງເອເລັກໂຕນິກ, ຄອມພິວເຕີ ແລະເຄື່ອງອາໄຫຼ່; ອຸປະກອນກົນຈັກ, ອາໄຫຼ່ເຄື່ອງມື.... ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດ ດ້ວຍວົງເງິນສົ່ງອອກບັນລຸ 14,2 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 38,2 % ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຖັດມາແມ່ນ ຈີນ,ອີຢູ, ອາຊຽນ.

ໄລຍະຜ່ານມາ ບັນດາງວດສິນຄ້າສົ່ງອອກຜະລິດຕະພັນກະເສດໄປຍັງຕະຫລາດ ເອີລົບ ໄດ້ຍາດແຍ່ງບຸລິມະສິດ ຕາມສັນຍາການຄ້າເສລີ ຫວຽດນາມ - ອີຢູ ຄື: ສິນໃນນ້ຳ, ກຸ້ງແຊ່ເຢັນ, ໝາກນອດສົ່ງອອກ ໄປຍັງ ເຢຍລະມັນ; ໝາກໄມ້ ລວມມີ ໝາກສົ້ມໂອ, ໝາກມັງກອນ ສົ່ງອອກໄປ ອັງກິດ, ເຢຍລະມັນ, ໂຮນລັງ... ນີ້ແມ່ນບັນດາງວດສິນຄ້າທຳອິດທີ່ໄດ້ຊົມໃຊ້ພາສີ 0% ເມື່ອສົ່ງອອກໄປຍັງອີຢູ.

ໂດຍສະເພາະ, ໃນສອງເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸກວ່າ 1 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິ່ງທີ່ໜ້າສົນໃຈແມ່ນ, ພາຍຫຼັງການສົ່ງອອກປາຈາຖືກຫຼຸດລົງຢ່າງຕໍ່ເນື່ອງໃນປີ 2020, ນັບແຕ່ຕົ້ນປີ 2021 ກໍ່ມີສັນຍານຕັ້ງໜ້າຫຼາຍຢ່າງຈາກຕະຫຼາດ. ຄາດຄະເນວ່າ, ວົງເງິນສົ່ງອອກໃນເດືອນ ມີນາ 2021 ຈະບັນລຸປະມານ 640 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 1,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ການສົ່ງອອກໄປຍັງອາເມລິກາ, ສະຫະພາບເອີລົບ ແລະ ບັນດາປະເທດໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ຈະຮັກສາສັນຍານຕັ້ງໜ້າຍ້ອນຄວາມຕ້ອງການທີ່ສູງ ແລະ ຜ່ານບັນດາສັນຍາການຄ້າເສລີ.

ການນຳເຂົ້າສິນຄ້າ ມີສິນຄ້າ 11 ປະເພດບັນລຸວົງເງິນນຳເຂົ້າ ຫຼາຍກວ່າ 1 ຕື້ ໂດລາສະຫະລັດ ກວມເອົາ 67,6% ຍອດ ວົງເງິນນຳເຂົ້າ. ຈີນ ແມ່ນຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນນຳເຂົ້າຄາດວ່າ 17,3 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 85,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຖັດມາແມ່ນ ສ.ເກົາຫຼີ, ອາຊຽນ, ຍີ່ປຸ່ນ.

ຍອດວ ງເງ ນສ ງອອກ ນຳເຂ າ ຂອງ ຫວຽດນາມ ໃນສອງເດ ອນຕ ນປ 2021 ຄາດວ າບ ນລ ປະມານ 95 81 ຕ ໂດລາສະຫະລ ດ ເພ ມຂ ນ 24 5 ເມ ອທຽບໃສ ໄລຍະດຽວກ ນຂອງປ 2020 ຫວຽດ​ນາມ​ດຶງ​ດູດ​ທ​ຶນ FDI ​ເປັນ​ຈຳ​ນວນ​ກ່​ວາ 2 ຕື້ USD ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2021

ເງິນລົງທຶນຈາກຕ່າງປະເທດ ເຂົ້າ 14 ຂົງເຂດ, ໃນນັ້ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງພວມນຳໜ້າ ດ້ວຍຍອດເງິນລົງທຶນບັນລຸເກືອບ 1,54 ຕື້ USD.

ຍອດວ ງເງ ນສ ງອອກ ນຳເຂ າ ຂອງ ຫວຽດນາມ ໃນສອງເດ ອນຕ ນປ 2021 ຄາດວ າບ ນລ ປະມານ 95 81 ຕ ໂດລາສະຫະລ ດ ເພ ມຂ ນ 24 5 ເມ ອທຽບໃສ ໄລຍະດຽວກ ນຂອງປ 2020 ບຸ​ນ​ເຕັດ​ 2021 ຂອງ​ຊາວ​ອາ​ຊີ

ຍ​ສ​ໝ - ​ປີ​ໃໝ່​ສະຫຼຸ​​ພວມ​ຈະ​ວຽນ​ມາ. ປະ​ຊາ​ຊົນ​ໃນ​ທົ່ວ​ທຸກ​ແຫ່ງ​ຢູ່​ອາ​ຊີ​ກໍ່​ພວມ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ດ້ວຍ​ຄວາມ​ຮູ້​ສຶກ, ແນວ​ຄິດ​ຈິດ​ໃຈ​ທີ່​ແຕກ​ຕ່າງ​ກັນ

ຍອດວ ງເງ ນສ ງອອກ ນຳເຂ າ ຂອງ ຫວຽດນາມ ໃນສອງເດ ອນຕ ນປ 2021 ຄາດວ າບ ນລ ປະມານ 95 81 ຕ ໂດລາສະຫະລ ດ ເພ ມຂ ນ 24 5 ເມ ອທຽບໃສ ໄລຍະດຽວກ ນຂອງປ 2020 ຫວຽດນາມ: ວົງເງິນສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບໃນເດືອນມັງກອນ 2021 ຄາດຄະເນບັນລຸ 2,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020

ຍສໝ - ຂະແໜງຕໍ່າແຜ່ນຕັດຫຍິບ ກໍ່ພວມຢືນຢູ່ຕໍ່ໜ້າກາລະໂອກາດພັດທະນາອັນໃຫຍ່ຫຼວງຈາກສັນຍາການຄ້າເສລີທີ່ຫາກໍ່ລົງນາມ, ພິເສດແມ່ນຄວາມສາມາດບົ່ມຊ້ອນເປີດກວ້າງການສົ່ງອອກ ໄປຍັງບັນດາຕະຫຼາດໃຫຍ່ໃນໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.