ບັນ​ດາ​ການ​ເຄື່ອນ ເພື່ອຕ້ອນຮັບບຸນ​ເຕັດ​ຂອງ ນັກສຶກສາຫວຽດນາມ ປະ​ຈຳ ອົດສະຕາລີ

17:25 | 21/02/2021

ຍ​ສ​ໝ - ນີ້ແມ່ນບັນດາການ​ເຄື່ອນ​ໄຫວທີ່ມີຄວາມຄວາມໝາຍຫຼາຍຢ່າງ, ເພື່ອແນໃສ່ສ້າງສະຖານທີ່ລະຫຼິ້ນສຳລັບນັກສຶກສາອາດ​ຈະ​ພົບ​ປະ​ ແລະ ສ່ວນໃດສ່ວນໜຶ່ງ ແມ່ນຫຼຸດຜ່ອນຄວາມຄິດ​ຮອດເຮືອນໃນໄລຍະປີໃໝ່ວຽນມາ.

ບ ນ ດາ ການ ເຄ ອນ ເພ ອຕ ອນຮ ບບ ນ ເຕ ດ ຂອງ ນ ກສ ກສາຫວຽດນາມ ປະ ຈຳ ອ ດສະຕາລ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ຍາມ​ຕົ້ນ​ປີ​ໃໝ່​ຂອງ ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ບຸນ​ເຕັດ, ການ​ປ້ອງ​ກັນ
ບ ນ ດາ ການ ເຄ ອນ ເພ ອຕ ອນຮ ບບ ນ ເຕ ດ ຂອງ ນ ກສ ກສາຫວຽດນາມ ປະ ຈຳ ອ ດສະຕາລ ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021: ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຕ້ອນຮັບປີໃໝ່ ດ້ວຍຄວາມເບີກບານມ່ວນຊື່ນ
ບ ນ ດາ ການ ເຄ ອນ ເພ ອຕ ອນຮ ບບ ນ ເຕ ດ ຂອງ ນ ກສ ກສາຫວຽດນາມ ປະ ຈຳ ອ ດສະຕາລ
ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່ ອົດ​ສະ​ຕາ​ລີ

ສະຫະພັນນັກສຶກສາ ຫວຽດນາມ ຢູ່ ອົດສະຕາລີ ພ້ອມກັບບັນດາສະມາຄົມນັກສຶກສາຫວຽດນາມຢູ່ບັນດາລັດ, ເຂດແຄ້ວນ ແລະ ມະຫາວິທະຍາໄລອົດສະຕາລີ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຕ້ອນຮັບປີໃໝ່ໃນທ້າຍອາທິດຜ່ານ​ມາ ແລະ ກໍ່ແມ່ນມື້ທຳອິດຂອງວັນສົ່ງທ້າຍປີ ໃໝ່ ສະຫຼຸ 2021.

ນີ້ແມ່ນບັນດາການ​ເຄື່ອນ​ໄຫວທີ່ມີຄວາມຄວາມໝາຍຫຼາຍຢ່າງ, ເພື່ອແນໃສ່ສ້າງສະຖານທີ່ລະຫຼິ້ນສຳລັບນັກສຶກສາອາດ​ຈະ​ພົບ​ປະ​ ແລະ ສ່ວນໃດສ່ວນໜຶ່ງ ແມ່ນຫຼຸດຜ່ອນຄວາມຄິດ​ຮອດເຮືອນໃນໄລຍະປີໃໝ່ວຽນມາ.

ຕາມນັກຂ່າວ VOV, ຢູ່ລັດ New South Wales, ລັດທີ່ມີປະຊາກອນຫຼາຍທີ່ສຸດໃນອົດສະຕາລີແລະຍັງມີນັກສຶກສາຫວຽດນາມທີ່ພວມຮໍ່າຮຽນເປັນຈຳນວນຫຼວງຫຼາຍ, ສະມາຄົມນັກສຶກສາ ຫວຽດນາມ ຢູ່ລັດ New South Wales ໄດ້ຈັດງານບຸນ “ຕ້ອນຮັບປີໃໝ່” ສຳລັບນັກຮຽນ. ນອກຈາກການຈັດການປະຊຸມ, ການໂອ້ລົມ, ການເຕົ້າໂຮມກິນ​ເຂົ້າ​ນຳ​ກັນ ແລະ ການແລກປ່ຽນການສຶກສາຕາມປົກກະຕິ, ງານບຸນ "ບຸນເຕັດ​ເຕົ້າ​ໂຮມ"... ເພື່ອໃຫ້ນັກສຶກສານານາຊາດສາມາດເຂົ້າໄປໃນບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຮັກຕໍ່ປະເທດໃນເວລາທີ່ຕ້ອນຮັບບຸນເຕັດຢູ່ຫ່າງຈາກບ້ານ.

ຢູ່ລັດ Queenland, ລັດທີ່ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຂອງອົດສະຕາລີ, ສະມາຄົມນັກສຶກສາຫວຽດນາມຢູ່ທີ່ນີ້ກໍ່ໄດ້ຈັດງານລ້ຽງ “ອາຫານຫວຽດນາມ” ໃນບັນຍາກາດທີ່ອົບອຸ່ນແລະເຕັມໄປດ້ວຍຄວາມຮັກແພງເຊິ່ງກັນແລະກັນແລະປາດຖະໜາວ່າປີໃໝ່ ໂລກລະບາດຈະໄດ້ຄວບຄຸມໃນໄວໆນີ້, ສະນັ້ນການຮຽນຮູ້ຈະຫັນໄປສູ່ເວທີ "ປົກກະຕິໃໝ່" ແລະ ນັກສຶກສາສາມາດກັບໄປຢາມຄອບຄົວຂອງພວກເຂົາ.

ສະມາຄົມນັກສຶກສາຫວຽດນາມຢູ່ລັດອື່ນໆເຊັ່ນ Victoria, ອົດສະຕາລີໃຕ້ ຫລື ມະຫາວິທະຍາໄລທົ່ວ ອົດສະຕາລີ ກໍ່ໄດ້ຈັດກິດຈະກຳທີ່ມີຄວາມໝາຍ ໃຫ້ນັກສຶກສາຢູ່ທີ່ນີ້ ເພື່ອ ສະເຫຼີມສະຫຼອງປີໃໝ່ ພ້ອມກັນໃນວັນ​ບຸນ​ເຕັດດ້ວຍກິດຈະກຳວັດທະນະທຳ, ເກມ​ລະຫຼິ້ນ​ພື້ນ​ເມືອງ.

ສິ່ງທີ່ໜ້າສັງເກດນັ້ນ​ແມ່ນ, ນັກຮຽນໂຊກດີຈຳນວນໜຶ່ງຈາກສະມາຄົມນັກສຶກສາຫວຽດນາມຢູ່ລັດ Victoria ໄດ້ກັບຄືນບ້ານເກີດເມືອງນອນເພື່ອສະເຫຼີມສະຫຼອງບຸນເຕັດພ້ອມກັບຄອບຄົວ, ແຕ່ເຂົາເຈົ້າໄດ້ຈັດກິດຈະກຳທາງສັງຄົມເຊັ່ນ: ໄປກຸສົນເພື່ອມອບຂອງຂວັນທີ່ອົບອຸ່ນສຳລັບນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ເງະ​ອານ.

ເປັນທີ່ຮູ້ກັນວ່າ, ວັນທີ 7 ກຸມພາ, ສະຖານທູດຫວຽດນາມປະຈຳອົດສະຕາລີໄດ້ຈັດງານລ້ຽງສະຫຼອງປີ ໃໝ່ສຳລັບຊາວຫວຽດນາມອາ​ໄສຕ່າງປະເທດ. ນະທີ່ນີ້, ທ່ານ ເຈິ່ນ​ບ໊າ​ຟຸກ, ກຳມະການສູນກາງແນວໂຮມ​ປະ​ເທດ​ຊາດ, ປະທານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ອົດສະຕາລີ ໃຫ້ຮູ້ວ່າ, ໃນສະພາບການຂອງ ຊາວຫວຽດນາມຫຼາຍຄົນບໍ່ສາມາດກັບເມືອບ້ານເພື່ອສະເຫຼີມສະຫຼອງບຸ​ນ​ເຕັດກັບຄອບຄົວທີ່ຈັດໂດຍສະຖານທູດຫວຽດນາມປະຈຳ ອົດສະຕາລີ ໄດ້ຊ່ວຍໃຫ້ປະຊາຊົນມີຄວາມໃກ້ຊິດກັບບ້ານເກີດເມືອງນອນຂອງພວກເຂົາ ແລະ ຫຼາຍຄົນຮູ້ສຶກອົບອຸ່ນເຖິງແມ່ນວ່າພວກເຂົາຈະບໍ່ຕ້ອນຮັບບຸ​ນ​ເຕັດກັບຄອບຄົວຂອງພວກເຂົາ.

ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນສູງໃຫ້ທ່ານ Phillip Stonehouse, ອະດີດເຈົ້າໜ້າທີ່ພະແນກການຕ່າງປະເທດອົດສະຕາລີ ແລະທ່ານ ເຈິ່ນບ໊າ​ຟຸກ ສຳລັບການປະກອບສ່ວນສຳຄັນຂອງລາວໃນການຊຸກຍູ້ການພົວພັນຫວຽດນາມ - ອົດສະຕາລີ.

ບ ນ ດາ ການ ເຄ ອນ ເພ ອຕ ອນຮ ບບ ນ ເຕ ດ ຂອງ ນ ກສ ກສາຫວຽດນາມ ປະ ຈຳ ອ ດສະຕາລ ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ

ຍ​ສ​ໝ - ທ່ານ Herve Lemahieu ນັກຄົ້ນຄວ້າສະຖາບັນ Lowy ໄດ້ກ່າວວ່າ ການປະເມີນຜົນແບບໂຕ້ຕອບຂອງບົດລາຍງານສະແດງໃຫ້ເຫັນວ່າບັນດາປະເທດນ້ອຍໆມີການ​ຮັບ​ມື​ກັບໂລກລະບາດຂອງ COVID-19 ທີ່ມີປະສິດຕິຜົນຫຼາຍກວ່າປະເທດໃຫຍ່.

ບ ນ ດາ ການ ເຄ ອນ ເພ ອຕ ອນຮ ບບ ນ ເຕ ດ ຂອງ ນ ກສ ກສາຫວຽດນາມ ປະ ຈຳ ອ ດສະຕາລ ຫວຽດ​ນາມ ຢັ້ງ​ຢືນເຄື່ອງໝາຍການຄ້າອົດ​ສະ​ຕາ​ລີ

ຍ​ສ​ໝ - ທ່ານ ຮ່ວາງລວດ, ບໍລິສັດນຳເຂົ້າສົ່ງອອກ M, ໃຫ້ຮູ້ວ່າ: ນັບມື້ນັບມີສິນຄ້າ ຫວຽດນາມ ຫຼາຍຢ່າງນຳເຂົ້າມາ ອົດສະຕາລີ ແລະ ໄດ້ຈຳໝ່າຍໃນບັນດາລະບົບຮ້ານສັບພະສິນຄ້າ ອາຊີ ໃນລັດ.

ບ ນ ດາ ການ ເຄ ອນ ເພ ອຕ ອນຮ ບບ ນ ເຕ ດ ຂອງ ນ ກສ ກສາຫວຽດນາມ ປະ ຈຳ ອ ດສະຕາລ ລັດຖະບານອົດສະຕາລີ ໄດ້ບໍລິຈາກເງິນຈຳນວນ 1 ລ້ານໂດລາອົດສະຕາລີ ເພື່ອຊ່ວຍເຫລືອພາກກາງຫວຽດນາມ ຟື້ນຟູພາຍຫຼັງໄພນ້ຳຖ້ວມ

ຍສໝ - ໄລ່ຮອດວັນທີ 24 ມັງກອນປີ 2021, ໂຄງການໄດ້ມອບໃຫ້ປະຊາຊົນເກືອບ 14.500 ຄົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ລົມພາຍຸຢູ່ 3 ແຂວງຄື: ແຂວງເທື່ອທຽນເຫວ້, ກວາງຈີ້ ແລະ ກວາງນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.