ຫວຽດ​ນາມ ຢັ້ງ​ຢືນເຄື່ອງໝາຍການຄ້າອົດ​ສະ​ຕາ​ລີ

20:31 | 29/03/2021

ຍ​ສ​ໝ - ທ່ານ ຮ່ວາງລວດ, ບໍລິສັດນຳເຂົ້າສົ່ງອອກ M, ໃຫ້ຮູ້ວ່າ: ນັບມື້ນັບມີສິນຄ້າ ຫວຽດນາມ ຫຼາຍຢ່າງນຳເຂົ້າມາ ອົດສະຕາລີ ແລະ ໄດ້ຈຳໝ່າຍໃນບັນດາລະບົບຮ້ານສັບພະສິນຄ້າ ອາຊີ ໃນລັດ.

ຫວຽດ ນາມ ຢ ງ ຢ ນເຄ ອງໝາຍການຄ າອ ດ ສະ ຕາ ລ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ
ຫວຽດ ນາມ ຢ ງ ຢ ນເຄ ອງໝາຍການຄ າອ ດ ສະ ຕາ ລ ການ​ພົວ​ພັນ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ - ຫວຽດ​ນາມ​ພວມ​ຢູ່​ຈຸດ​ເວ​ລາ​ສຳ​ຄັນ​ທີ່​ສຸດ
ຫວຽດ ນາມ ຢ ງ ຢ ນເຄ ອງໝາຍການຄ າອ ດ ສະ ຕາ ລ
ພາບ​ປະ​ກອບ: vov5

ບໍ່ພຽງແຕ່ຢູ່ Sydney, ເຊິ່ງຫຼາຍນະຄອນອື່ນຄື Perth, ລັດອົດສະຕາລີ ຕາເວັນຕົກ , ພວມວາງຂາຍສິນຄ້າຜະລິດຕະພັນກະເສດ, ສິນໃນນ້ຳຫຼາຍຢ່າງທີ່ນຳເຂົ້າຈາກ ຫວຽດນາມ. ທ່ານ ຮ່ວາງລວດ, ບໍລິສັດນຳເຂົ້າສົ່ງອອກ M, ໃຫ້ຮູ້ວ່າ: ນັບມື້ນັບມີສິນຄ້າ ຫວຽດນາມ ຫຼາຍຢ່າງນຳເຂົ້າມາ ອົດສະຕາລີ ແລະ ໄດ້ຈຳໝ່າຍໃນບັນດາລະບົບຮ້ານສັບພະສິນຄ້າ ອາຊີ ໃນລັດ. ທ່ານ​ຮ່​ວາງ​ລວດ ກໍ່ຢັ້ງ​ຢືນ​ວ່າ ຄຸນ​ນະ​ພາບ​ສູງ ແລະ ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ພວມ​ເຮັດ​ໃຫ້​ສິນ​ຄ້າ ຫວຽດ​ນາມ ແຊກ​ແຊງ​ເຂົ້າ​ຕະຫຼາດ​ອົດ​ສະ​ຕາ​ລີ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ແຂວງ: “ເລີ່ມ​ແຕ່​ປີ 2017, ພວກ​ຂ້າ​ພະ​ເຈົ້າ​ກໍ່​ຄ່ອຍໆ​ໃບ​ສັ່ງ​ສິນ​ຄ້າ​ຢູ່​ຫວຽດ​ນາມ​ແລ້ວ, ປີ​ທຳ​ອິ​ດ​ກໍ່​ມີ ກອນ​ແຕ​ນ​ເນີ 20 – 30 ຕູ້, ປີ​ຕໍ່​ໄປ​ຂຶ້ນ​ເຖິງ 40 – 50 ຕູ້ ແລະ ຮອດປີທີ 3 ແມ່ນປີ2020ກໍ່​ຂຶ້​ນ​ເຖິງ 60 – 70 ຕູ້. ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ…ຄວາມ​ຫວັງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ເດີ​ນ​ທາງ​ຢ່າງ​ຖືກ​ທິດ ແລະ ມີ​ການ​ເຕີບ​ໂຕ​ເປັນ​ຢ່າງ​ດີ. ທີ 2 ກໍ່​ຂໍ​ສະ​ແດງ​ຄວາມ​ດີ​ໃຈ​ນຳ​ວິ​ສາ​ຫະ​ກິດ ແລະ ພໍ່​ແມ່​ປະ​ຊາ​ຊົນ​ທີ່​ໄດ້​ເຮັ​ດ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເຮັດ​ວຽກ​ແບບ​ມີ​ອິດ​ທະ​ພົນ​ຊື່​ສຽງ, ເຄົາ​ລົບ​ເຄື່ອງ​ໝາຍ. ນັ້ນ​ແມ່ນ​ສັນ​ຍານ​ທີ່​ດີ”

ສິນຄ້າ ຫວຽດນາມບໍ່ພຽງແຕ່ປະກົດຢູ່ບັນດາຮ້ານສັບພະສິນຄ້າ ອາຊີ ຢູ່ ອົດສະຕາລີ ເທົ່ນນັ້ນ ຫາກຍັງໄດ້ຂາຍໃນບັນດາລະບົບຮ້ານສັບພະສິນຄ້າໃຫຍ່ທີ່ສຸດຢູ່ ອົດສະຕາລີ ອີກດ້ວຍ. ທ່ານ ຫງວຽນຟູຮ່ວາ, ຫົວໜ້າອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ໃຫ້ຮູ້ວ່າ ອົງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ພວມ​ຍູ້​ແຮງ​ການ​ໂຄ​ສະ​ນາເຄື່ອງ​ໝາຍ​ການ​ຄ້າ ເພື່ອ​ຊ່ວຍ​ສິນ​ຄ້າ ຫວຽດ​ນາມ​ປັບ​ປຸງ​ທີ່​ຕັ້ງ​ບົດ​ບ​ບາດຢ່າງ​ໝັ້ນ​ຄົງ​ຢູ່​ຕະຫຼາດນີ້: ໂຄສະນາເຄື່ອງໝາຍການຄ້າສິນຄ້າ ຫວຽດນາມ ຍາມໃດກໍ່ແມ່ນການເຄື່ອນໄຫວຈຸດສຸມຂອງອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ. ອົງການການຄ້າໄດ້ຜັນຂະຫຍາຍຍຸດທະສາດໂຄສະນາເຄື່ອງໝາຍການຄ້າ ຫວຽດນາມ ອີງຕາມແຜນການການກະທຳລະອຽດ, ຕາມບັນດາໝາກຜົນການຄົ້ນຄວ້າ ແລະ ຍູ້ແຮງການນຳໃຊ້ເຕັກໂນໂລຢີຫັນເປັນດີຈີຕອນ. ພ້ອມທັງອົງການການຄ້າກໍ່ເຮັດຫຼາຍວິທີ່ໜູນຊ່ວຍບັນດາສະຫະສະມາຄົມວິສາຫະກິດ ອົດສະຕາລີ ແລະ ບັນດານັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ນຳເຂົ້າ ແລະ ຂາຍສິນຄ້າ ຫວຽດນາມ, ພິເສດໃນສະພາບການປະຈຸບັນທີ່ບັນດາວິສາຫະກິດ ອົດສະຕາລີ ຢາກມີແຫຼ່ງສິນຄ້ານຳເຂົ້າຫຼາຍຮູບຫຼາຍແບບ.

ຫວຽດ ນາມ ຢ ງ ຢ ນເຄ ອງໝາຍການຄ າອ ດ ສະ ຕາ ລ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Scott Morrison ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ບັນ​ດາ​ຜົນ​ງານ​ທີ່​ບຸກ​ທະ​ລຸ​ຂອງ ຫວຽດ​ນາມ ໃນ​ປີ 2021, ກ​າຍ​ເປັນ​ແບບ​ຢ່າງ​ປະ​ສົບ​ຜົ​ນ​ສຳ​ເລັດ​ທີ່​ຫາ​ຍາກ​ໃນ​ໂລກ ກ່ຽວ​ກັບ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຍັງ​ຮັກ​ສາ​ໄດ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລ​ກ​ຖືກ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ທົດ​ສະ​ວັດ.

ຫວຽດ ນາມ ຢ ງ ຢ ນເຄ ອງໝາຍການຄ າອ ດ ສະ ຕາ ລ ການ​ພົວ​ພັນ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ - ຫວຽດ​ນາມ​ພວມ​ຢູ່​ຈຸດ​ເວ​ລາ​ສຳ​ຄັນ​ທີ່​ສຸດ

ຍ​ສ​ໝ - ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ສົມ​ບູນ​ແບບ​ຂອງ ອົດ​ສະ​ຕາ​ລີ, ທ່ານ Kyle Springer ໃຫ້​ຮູ້​ວ່າ ແຕ່​ດົນ​ນານ​ມາ​ແລ້ວ, ຫວຽດ​ນາມໄດ້​ຮັບ​ຮູ້​ວ່າ ອົດ​ສະ​ຕາ​ລີ​ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ ແລະ ຍຸດ​ທະ​ສາດ​ສຳ​ຄັ​ນ

ຫວຽດ ນາມ ຢ ງ ຢ ນເຄ ອງໝາຍການຄ າອ ດ ສະ ຕາ ລ ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ

ຍ​ສ​ໝ - ທີ່ການເຈລະຈາ, 2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກວ່າອີກ. 2 ຝ່າຍກໍ່ປາດຖະໜາຢາກເປີດກວ້າງບາງເນື້ອໃນການຮ່ວມມືໃໝ່ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີຄວາມສາມາດຄື: ເສນາຮັກ, ຄວາມໝັ້ນຄົງທາງດ້ານເຄືອຂ່າຍອີນເຕີແນັດ, ການຊອກຫາ-ກູ້ໄພກູ້ຊີບ, ອຸດສາຫະກຳປ້ອງກັນຊາດ…

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.