ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ

21:00 | 29/03/2021

ຍ​ສ​ໝ - ທ່ານ Herve Lemahieu ນັກຄົ້ນຄວ້າສະຖາບັນ Lowy  ໄດ້ກ່າວວ່າ ການປະເມີນຜົນແບບໂຕ້ຕອບຂອງບົດລາຍງານສະແດງໃຫ້ເຫັນວ່າບັນດາປະເທດນ້ອຍໆມີການ​ຮັບ​ມື​ກັບໂລກລະບາດຂອງ COVID-19 ທີ່ມີປະສິດຕິຜົນຫຼາຍກວ່າປະເທດໃຫຍ່.

ສະຖາບ ນຄ ນຄ ວາ ອ ດສະຕາລ ໃຫ ຮ ວ າ ນ ວຊ ແລນ ແລະ ຫວຽດນາມ ມ ການຮ ບມ ກ ບໂລກລະບາດໂຄວ ດ 19 ດ ທ ສ ດໃນໂລກ ໂລກລະບາດ ໂຄວິດ - 19: ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ມີການຮັບມືໂດຍດ່ວນເພື່ອຄວບຄຸມໂລກລະບາດໂຄວິດ - 19
ສະຖາບ ນຄ ນຄ ວາ ອ ດສະຕາລ ໃຫ ຮ ວ າ ນ ວຊ ແລນ ແລະ ຫວຽດນາມ ມ ການຮ ບມ ກ ບໂລກລະບາດໂຄວ ດ 19 ດ ທ ສ ດໃນໂລກ ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19
ສະຖາບ ນຄ ນຄ ວາ ອ ດສະຕາລ ໃຫ ຮ ວ າ ນ ວຊ ແລນ ແລະ ຫວຽດນາມ ມ ການຮ ບມ ກ ບໂລກລະບາດໂຄວ ດ 19 ດ ທ ສ ດໃນໂລກ
ພາບ​ປະ​ກອບ: TTXVN

ເມື່ອບໍ່ດົນມານີ້, ຕາມ​ບົດ​ລາຍ​ງານ​ທີ່​ໄດ້​ປະ​ກາດ​ ຂອງສະ​ຖາ​ບັນ ອົດ​ສະ​ຕາ​ລີ ທີ່​ໄດ້ຈັດ​ອັນ​ດັບຫ​ວຽດ​ນາມ ແລະ ນິວ​ຊີ​ແລນ​ແມ່ນ​ສອງ​ປະ​ເທດ ມີ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ດິ​ທີ່​ສຸດ​ໃນ​ໂລກ.

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມປະຈຳ Sydney ແລ້ວ, ບັນດານັກຄົ້ນຄ້ວາຂອງສະຖາບັນ Lowy ໄດ້ລວບລວມຂໍ້ມູນຈາກຫລາຍໆປະເທດທີ່ແຕກຕ່າງກັນໃນທົ່ວໂລກເພື່ອປະເມີນການຕອບສະໜອງຂອງບັນດາປະເທດຕໍ່​ໂລກ​ລະ​ບາດ​ໂຄວິດ - 19ຢ່າງຖືກຕ້ອງທີ່ສຸດ.

ຂໍ້ມູນຖືກລວບລວມໃນ 100 ປະເທດ, ລວມມີຈຳນວນການຕິດເຊື້ອພະ​ຍາດ​ໂຄວ​ິດ - 19ຢູ່​ແຕ່​ລະ​ປະ​ເທດ, ອັດ​ຕາ​ຜູ້​ເສຍ​ຊີ​ວິດ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໄດ້​ຢັ້ງ​ຢືນ.

ຜ່ານການປະເມີນຜົນ, ນັກຄົ້ນຄວ້າຢືນຢັນວ່ານິວຊີແລນເປັນປະເທດນຳໜ້າໃນການຈັດອັນດັບຂອງ 100 ປະເທດທີ່ມີຜົນງານໃນ​ການຕ້ານໂລກລະບາດໂຄວິດ - 19 ທີ່ສຸດໃນໂລກ,ຖັດ​ຈາກ​ນັ້ນແມ່ນປະເທດຫວຽດນາມ, ໄຕ້ຫວັນ (ຈີນ) ແລະໄທ.

ໃນທາງກົງກັນຂ້າມ, ໃນບາງປະເທດທີ່ພັດທະນາເຊັ່ນ: ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ ແລະ ປະເທດທີ່ມີປະຊາກອນຂະໜາດໃຫຍ່ເຊັ່ນ: ອິນໂດເນເຊຍແລະອິນເດຍ... ຜົນງານໃນການຕ້ານການລະບາດແມ່ນຂ້ອນຂ້າງຕໍ່າ. ອາ​ເມ​ລິ​ກາຢູ່ໃນອັນດັບທີ 94, ໃນຂະນະທີ່ອິນໂດເນເຊຍແລະອິນເດຍຢູ່ທີ່ 85 ແລະ 86 ຕາມລຳດັບ.

ປະເທດຈີນ, ເຊິ່ງເຄີຍມີການລະບາດຂອງ COVID-19 ຄັ້ງທຳອິດໃນໂລກ, ບໍ່ໄດ້ຈັດ​ເຂົ້າ​ການວິເຄາະຂອງສະຖາບັນ Lowy, ໂດຍອ້າງເຫດ​ຜົນ​ແມ່ນຂາດຂໍ້ມູນການທົດສອບຢ່າງ​ເປີດ​ເຜີຍ.

ທ່ານ Herve Lemahieu ນັກຄົ້ນຄວ້າສະຖາບັນ Lowy ໄດ້ກ່າວວ່າການປະເມີນຜົນແບບໂຕ້ຕອບຂອງບົດລາຍງານສະແດງໃຫ້ເຫັນວ່າບັນດາປະເທດນ້ອຍໆມີການ​ຮັບ​ມື​ກັບໂລກລະບາດຂອງ COVID-19 ທີ່ມີປະສິດຕິຜົນຫຼາຍກວ່າປະເທດໃຫຍ່.

ທ່ານ Lemahieu ໄດ້ກ່າວວ່າບັນດາປະເທດ​ນຳ​ໜ້າ​ຕາ​ຕະ​ລາງມີລະບອບການປົກຄອງທີ່ແຕກຕ່າງກັນ, ແຕ່ວ່າພົນລະເມືອງທຸກຄົນໄດ້ຮັບຜົນປະໂຫຍດຈາກລະບົບທີ່ມີປະສິດທິພາບ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າບັນດາປະເທດເຫຼົ່ານີ້ມີຄວາມສາມັກຄີທາງດ້ານສັງຄົມແລະລະບອບ​ລະ​ບຽບ​ການທີ່ມີຄວາມສາມາດສູງ, ອະນຸຍາດໃຫ້ນະໂຍບາຍແລະແຜນການປະຕິບັດໄດ້ຮັບການຈັດຕັ້ງປະຕິບັດຢ່າງສະໝໍ່າສະເໝີ ແລະມີປະສິດທິຜົນສູງກ່ວາສ່ວນຫຼາຍ​ປະ​ເທດ​ໃນໂລກ.

ນອກຈາກນີ້, ທ່ານ Lemahieu ຍັງໄດ້ຊີ້ໃຫ້ເຫັນຜົນການຄົ້ນຄວ້າທີ່ ເປັນໜ້າສົນໃຈໃນການສຶກສາຄັ້ງນີ້ວ່າການລະບາດຂອງ COVID-19 ໄດ້ສະແດງໃຫ້ເຫັນຄວາມ​ສະ​ເໝີ​ພາບລະຫວ່າງບັນດາປະເທດພັດທະນາ ແລະ ປະ​ເທດກຳລັງພັດທະນາ, ຍ້ອນສ່ວນຫຼາຍມາດຕະການທີ່ຈຳເປັນໃນການປ້ອງກັນໄວຣັດ SAR-CoV-2 ລ້ວນ​ແຕ່​ມີ​ເຕັກໂນໂລຢີທີ່ຂ້ອນຂ້າງຕໍ່າ.

ສະຖາບ ນຄ ນຄ ວາ ອ ດສະຕາລ ໃຫ ຮ ວ າ ນ ວຊ ແລນ ແລະ ຫວຽດນາມ ມ ການຮ ບມ ກ ບໂລກລະບາດໂຄວ ດ 19 ດ ທ ສ ດໃນໂລກ ໂລກລະບາດ ໂຄວິດ - 19: ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ມີການຮັບມືໂດຍດ່ວນເພື່ອຄວບຄຸມໂລກລະບາດໂຄວິດ - 19

ຍສໝ - ພາຍຫຼັງການຄົ້ນພົບກໍລະນີຕິດ​ເຊື້ອພະຍາດ ໂຄວິດ - 19 ຢູ່ເມືອງຈິລິງ, ແຂວງຫາຍເຢຶອງ ແລະ ເມືອງເວື່ນໂດນ, ແຂວງກວາງນິງ, ບັນດາກຳລັງໄດ້ລົງຈຳກັດບໍລິເວນ, ຊອກໄດ້ຜູ້ຕ້ອງການປະຕິບັດການກວດຫາເຊື້ອ ແລະ ຢັ້ງຢືນວ່າມີ 83 ຄົນ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2.

ສະຖາບ ນຄ ນຄ ວາ ອ ດສະຕາລ ໃຫ ຮ ວ າ ນ ວຊ ແລນ ແລະ ຫວຽດນາມ ມ ການຮ ບມ ກ ບໂລກລະບາດໂຄວ ດ 19 ດ ທ ສ ດໃນໂລກ ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19

ຍສໝ - ແມ່ນຂໍ້ມູນໂດຍຜູ້ຕາງໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດທີ IV ແລະປີ 2020 ເຊິ່ງດໍາເນີນໃນວັນທີ 6 ມັງກອນ ຢູ່ຮ່າໂນ້ຍ ສສ.ຫວຽດນາມ.

ສະຖາບ ນຄ ນຄ ວາ ອ ດສະຕາລ ໃຫ ຮ ວ າ ນ ວຊ ແລນ ແລະ ຫວຽດນາມ ມ ການຮ ບມ ກ ບໂລກລະບາດໂຄວ ດ 19 ດ ທ ສ ດໃນໂລກ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນທົ່ວໂລກແມ່ນ 1.627.262 ຄົນ

ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 16.934.217 ຄົນ ແລະ ຜູ້ເສຍຊີວິດກວ່າ 308.007 ຄົນ.

ສະຖາບ ນຄ ນຄ ວາ ອ ດສະຕາລ ໃຫ ຮ ວ າ ນ ວຊ ແລນ ແລະ ຫວຽດນາມ ມ ການຮ ບມ ກ ບໂລກລະບາດໂຄວ ດ 19 ດ ທ ສ ດໃນໂລກ

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.