ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ສ​ປ​ຊ: ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ກຳ​ລັງ​ແຮງທາງ​ການ​ທູດ

17:00 | 21/03/2021

ຍ​ສ​ໝ - ຫຼາຍ​ປະ​ເທດ, ພິ​ເສ​ດ​ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່ ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ຜ່ານ​ນັ້ນ​ເປີດ​ກ້​ວາງ​ເນື້ອ​ໃນ, ເຮັດ​ໃຫ້​ການ​ພົວ​ພັນຂອງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອີກ.

ຫວຽດ ນາມ ເຂ າ ຮ ວມ ການ ຮ ກ ສາ ສ ນ ຕ ພາບ ຢ ສ ປ ຊ ຍ ກ ສ ງ ທ ຕ ງ ບ ດ ບາດ ແລະ ກຳ ລ ງ ແຮງທາງ ການ ທ ດ ຫວຽດນາມສະໜັບສະໜູນບົດບາດຂອງສູນທາງ​ທິດໃຕ້ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດພວມພັດທະນາ
ຫວຽດ ນາມ ເຂ າ ຮ ວມ ການ ຮ ກ ສາ ສ ນ ຕ ພາບ ຢ ສ ປ ຊ ຍ ກ ສ ງ ທ ຕ ງ ບ ດ ບາດ ແລະ ກຳ ລ ງ ແຮງທາງ ການ ທ ດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ
ຫວຽດ ນາມ ເຂ າ ຮ ວມ ການ ຮ ກ ສາ ສ ນ ຕ ພາບ ຢ ສ ປ ຊ ຍ ກ ສ ງ ທ ຕ ງ ບ ດ ບາດ ແລະ ກຳ ລ ງ ແຮງທາງ ການ ທ ດ
ພາບ​ປະ​ກອບ: TTXVN

ຜ່ານ​ການ​ຜັນ​ຂະ​ຫຍາຍ​ສຳ​ເລັດ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ, ຄວາມ​ຮັບ​ຜິດ​ຊອບ​ກັບ​ຄວ​າມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ ແລະ ໂລກ.

ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ, ລັດ, ລາຍ​ລະ​ອຽດ​ແມ່ນ​ຫັນ​ທິດ​ທາງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ປະ​ກົດ​ຜົນ​ເປັນ​ຈິງ

ດ້ວຍ​ພະ​ນັກ​ງານ, ນັກ​ຮົບ 170 ເທື່ອ​ຄົນ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ, ຕົວ​ເລກນີ້ ມີ​ຄວາມໝາຍ​ຢ່າງ​ຍິ່ງ​ກ່ຽວ​ກັບ​ພາບ​ພົດ​ຂອງ​ປະ​ເທດ ຫວຽດ​ນາມ​ທີ່​ປ່​ຽນ​ແປງ​ໃໝ່ ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ.

ເລື່ອງ​ຫວຽດ​ນາມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໄດ້​ປະ​ກອບ​ສ່ວນ​ຢັ້ງ​ຢືນ​ທິດ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ, ຫັນ​ບັນ​ດາ​ການ​ພົວ​ພັນ​ສາ​ກົນ​ຂອງ​ພັກ, ລັດ ເປັນຫຼາຍ​ຮູບ​ແບບ, ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ແນວ​ຄິດ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສ້າງ​ຂີດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ ຫວຽດ​ນາມ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ບັນ​ດາ​ເປົ້າ​ໝາຍ​ໃນ​ການ​ສ້າງ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຜ່ານ​ການ​ເຄື່ອນ​ໄຫວນີ້, ຫວຽດ​ນາມ​ສືບ​ຕໍ່​ຢັ້ງ​ຢືນ​ນະ​ໂຍ​ບາຍ​ທາງ​ການ​ທູດທີ່​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຮັກ​ສ​າ​ສັນ​ຕິ​ພາບ, ເຄົາ​ລົບ​ນັບ​ຖື​ບັນ​ດາ​ເປົ້າ​ໝາຍ, ຫຼັກ​ການ​ຂອງ ສ​ະ​ຫະ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ສ້າງ​ສາສັນ​ຕິ​ພາບ​ແບບ​ຍືນ​ຍົງ.

ດ້​ວຍ​ບັນ​ດາ​ໝາກ​ຜົນ​ໃນ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ຢູ່​ສະ​ຫະ​ປະ​ຊາ​ຊົນ, ມາ​ຮອດ​ປັດ​ຈຸ​ບັນ​, ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ໃນ​ແຜນ​ການ​ສັງ​ລວມຄື: ປະ​ກອບ​ສ່ວນ​ເຂົ້າ​ການ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ສຽງ​ເວົ້າ​ຂອງ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ, ຈາກ​ນັ້ນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ແລະ ຄູ່​ຮ່ວມ​ມື, ບົກ​ສູງ​ອິ​ດ​ທິ​ພົນ​ຊື່​ສຽງ ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຫວຽດ​ນາມ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົ​ບ, ເພີ່ມ​ທະ​ວີ​ການ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ​ຍຸດ​ທະ​ສາດ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃຫ້​ແກ່​ພະ​ນັກ​ງານ​ໃນ​ບັນ​ດາ​ຂົງ​ເຂດ​ອື່ນ​ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນັກ​ສາ​ສັນ​ຕິ​ພາບ.

ຫຼາຍ​ປະ​ເທດ, ພິ​ເສ​ດ​ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່ ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ຜ່ານ​ນັ້ນ​ເປີດ​ກ້​ວາງ​ເນື້ອ​ໃນ, ເຮັດ​ໃຫ້​ການ​ພົວ​ພັນຂອງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອີກ.

ຫວຽດ ນາມ ເຂ າ ຮ ວມ ການ ຮ ກ ສາ ສ ນ ຕ ພາບ ຢ ສ ປ ຊ ຍ ກ ສ ງ ທ ຕ ງ ບ ດ ບາດ ແລະ ກຳ ລ ງ ແຮງທາງ ການ ທ ດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ​ຊີ້​ແຈ້ງວ່າ: ປະ​ຊາ​ຊົນ​ຫວຽດ​ນາມ​ຫາ​ກໍ່​ຜ່ານ​ຜ່າ​ປີ 2020 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ ແຕ່​ຍັງ​ຄົງ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ​ທີ່​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ປັດ​ຈຸ​ບັນ​ພວມ​ຮູ້ສຶກ ປະ​ເອີບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ສະຫຼຸ​ໃນ​ສະ​ພາບ​ການ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຕ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດ ນາມ ເຂ າ ຮ ວມ ການ ຮ ກ ສາ ສ ນ ຕ ພາບ ຢ ສ ປ ຊ ຍ ກ ສ ງ ທ ຕ ງ ບ ດ ບາດ ແລະ ກຳ ລ ງ ແຮງທາງ ການ ທ ດ ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫວຽດ​ນາມ​​ສະ​ໜັບ​ສະ​ໜູນ​ເລື່ອງ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໄດ້​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່, ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ພາ​ລະ​ກິດ, ປົກ​ປ້ອງ​ຄວາມ​ປອດ​ໄພ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ.

ຫວຽດ ນາມ ເຂ າ ຮ ວມ ການ ຮ ກ ສາ ສ ນ ຕ ພາບ ຢ ສ ປ ຊ ຍ ກ ສ ງ ທ ຕ ງ ບ ດ ບາດ ແລະ ກຳ ລ ງ ແຮງທາງ ການ ທ ດ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫ໋າຍ​ແອັງ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື ລະ​ຫວ່າງ AL ແລະ ສ​ປ​ຊ

ຍ​ສ​ໝ - ຕາມ​ທ່ານ ຟ້າມ​ຫ໋າຍ​ແອັງ ອຸ​ປະ​ທູດ ຊົ່ວ​ຄາວ ຫວຽດ​ນາມ ປະ​ຈຳ​ສ​ປ​ຊ ແລ້ວ, ຕໍ່​ໜ້າ​ສະ​ພາບ​ການ​ຢູ່​ບັນ​ດາ​ພາກ​ພື້ນ​ຕາ​ເວ​ັນ​ອອກ​ກາງ, ອາບ​ຟ​ຼິກ​ກາ​ເໜືອ ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຄື​ໃນ​ປັດ​ຈຸ​ບັນ, ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ AL ແລະ ສ​ປ​ຊ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.