ຫວຽດນາມສະໜັບສະໜູນບົດບາດຂອງສູນທາງ​ທິດໃຕ້ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດພວມພັດທະນາ

10:16 | 14/02/2021

ຍ​ສ​ໝ - ທ່ານ Thabo Mvuyelwa Mbeki ປະທານຄະນະກຳມະການບໍລິຫານຂອງສູນທາງ​ທິດໃຕ້ອາ​ຍຸ​ການ 2018-2021,  (ອະດີດປະທານາທິບໍດີອາຟຣິກາໃຕ້) ໄດ້ແບ່ງປັນວ່າ, ໃນສະພາບການການເງິນທີ່ຫຍຸ້ງຍາກຍ້ອນຜົນສະທ້ອນຈາກການລະບາດຂອງ Covid-19, ສູນທາງ​ທິດໃຕ້ ຍັງຮັບປະກັນຄວາມສົມດຸນງົບປະມານຍ້ອນການປະກອບສ່ວນຈາກບັນດາປະເທດສະມາຊິກແລະແຫຼ່ງທຶນອື່ນໆ. ດັ່ງ​ນັ້ນ, ການດຳເນີນງານຂອງສູນຍັງຮັບໄດ້​ຮັກ​ສາ​ໄວ້​ຄື​ເປັນ​ປົກ​ກະ​ຕິ.

ຫວຽດນາມສະໜ ບສະໜ ນບ ດບາດຂອງສ ນທາງ ທ ດໃຕ ໃນການຊ ກຍ ການຮ ວມມ ລະຫວ າງບ ນດາປະເທດພວມພ ດທະນາ ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021: ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຕ້ອນຮັບປີໃໝ່ ດ້ວຍຄວາມເບີກບານມ່ວນຊື່ນ
ຫວຽດນາມສະໜ ບສະໜ ນບ ດບາດຂອງສ ນທາງ ທ ດໃຕ ໃນການຊ ກຍ ການຮ ວມມ ລະຫວ າງບ ນດາປະເທດພວມພ ດທະນາ ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດນາມສະໜ ບສະໜ ນບ ດບາດຂອງສ ນທາງ ທ ດໃຕ ໃນການຊ ກຍ ການຮ ວມມ ລະຫວ າງບ ນດາປະເທດພວມພ ດທະນາ
ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງ​ໜ້າຫວຽດນາມ ເລ​ທິ​ຕວຽດ​ມາຍ

​ຫວ່າງ​ແລ້ວນີ້, ສູນທາງ​ທິດໃຕ້ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 21 ຂອງສະພາຜູ້ແທນຈາກປະເທດສະມາຊິກໃນຮູບການ​ທາງ​ອອນ​ລາຍ.

​ເມື່ອ​ສະເໜີບົດລາຍງານຂອງສູນ, ທ່​ານ ປ.ອ Carlos Correa ຜູ້ອຳນວຍການຝ່າຍ​ບໍ​ລິ​ຫານສູນທາງ​ທິດໃຕ້ ໄດ້ເນັ້ນໜັກເຖິງຜົນກະທົບອັນໃຫຍ່ຫຼວງຂອງໂລກລະບາດ Covid-19 ທີ່ ນຳໄປສູ່ການລຶບລ້າງຜົນສຳເລັດຂອງບັນດາປະເທດ ກຳລັງພັດທະນາໃນການຈັດຕັ້ງປະຕິບັດວາລະ 2030 ກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs) ) ພ້ອມທັງຄວາມຈຳເປັນໃນການສ້າງຄວາມເຫັນດີເຫັນພ້ອມຫຼາຍຝ່າຍ, ເພື່ອຕອບສະໜອງຕໍ່ວິກິດການດ້ານສາທາລະນະສຸກໃນປະຈຸບັນ, ແຈກຢາຍວັກຊີນໃຫ້ເທົ່າທຽມກັນ ແລະສະເໝີພາບ ສຳລັບປະເທດກຳລັງພັດທະນາ, ລົບລ້າງຄວາມທຸກຍາກ ແລະ ຕອບສະໜອງຄວາມຕ້ອງການອື່ນໆຂອງປະເທດກຳລັງພັດທະນາໃນໄລຍະຟື້ນຟູຫຼັງໂລກລະບາດ.

ທ່ານ Thabo Mvuyelwa Mbeki ປະທານຄະນະກຳມະການບໍລິຫານຂອງສູນທາງ​ທິດໃຕ້ອາ​ຍຸ​ການ 2018-2021, (ອະດີດປະທານາທິບໍດີອາຟຣິກາໃຕ້) ໄດ້ແບ່ງປັນວ່າ, ໃນສະພາບການການເງິນທີ່ຫຍຸ້ງຍາກຍ້ອນຜົນສະທ້ອນຈາກການລະບາດຂອງ Covid-19, ສູນທາງ​ທິດໃຕ້ ຍັງຮັບປະກັນຄວາມສົມດຸນງົບປະມານຍ້ອນການປະກອບສ່ວນຈາກບັນດາປະເທດສະມາຊິກແລະແຫຼ່ງທຶນອື່ນໆ. ດັ່ງ​ນັ້ນ, ການດຳເນີນງານຂອງສູນຍັງຮັບໄດ້​ຮັກ​ສາ​ໄວ້​ຄື​ເປັນ​ປົກ​ກະ​ຕິ.

ຜູ້ຕາງໜ້າບັນດາປະເທດສະມາຊິກຂອງສູນທາງ​ທິດໃຕ້ໄດ້ຊົມເຊີຍຜົນສຳເລັດຂອງສູນໃນໄລຍະ 25 ປີແຫ່ງການສ້າງຕັ້ງແລະພັດທະນາ ແລະໄດ້ຕີລາຄາສູງບົດບາດຂອງສູນໃນການຊຸກຍູ້ການຮ່ວມມືໃຕ້ - ໃຕ້ ແລະການສົນທະນາ ເໜືອ - ໃຕ້, ພ້ອມທັງສົ່ງເສີມລັດທິຫຼາຍຝ່າຍ, ຕອບໂຕ້ ໂລກລະ​ບາດ Covid - 19 ແຜ່ລະບາດແລະສິ່ງທ້າທາຍອື່ນໆທີ່ປະເທດກຳລັງພັດທະນາກຳລັງປະເຊີນໃນ​ປັດ​ຈຸ​ບັນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ເລ​ທິ​ຕວຽດ​ມາຍ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍຕໍ່ຄະນະກຳມະການ, ຊີອີໂອ ແລະ ສູນທາງ​ທິດໃຕ້ ສຳລັບບັນດາການເຄື່ອນໄຫວຂອງສູນໃນຊຸມປີຜ່ານມາ, ເຊິ່ງຊ່ວຍເຫຼືອບັນດາປະເທດພວມພັດທະນາ​ເຊື່ອມ​ໂຍງ​ເຂົ້າ​ກັບສາກົນຢ່າງມີປະສິດທິຜົນ ຂະບວນການເຈລະຈາກໍ່ຄືການສ້າງກຳ​ລັງຄວາມສາມາດໃນລະດັບຊາດແລະພາກພື້ນ, ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືລະຫວ່າງບັນດາປະເທດກຳລັງພັດທະນ​າ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະສິ່ງທ້າທາຍອື່ນໆຂອງໂລກ, ກ້າວໄປສູ່ເປົ້າໝາຍ SDGs.

ນອກຈາກນັ້ນ, ທ່ານນາງເອກອັກຄະລັດຖະທູດກໍ່ໄດ້ຂອບໃຈຕໍ່​ການສະໜັບສະໜູນ ແລະ ທ່ານ Carlos Correa ຜູ້​ອຳ​ນ​ວຍ​ການ​ຝ່າຍ​ບໍ​ລິ​ຫານ ທີ່ໄດ້ຊ່ວຍເຫຼືອຫວຽດນາມໃນການຈັດກອງປະຊຸມຝຶກອົບຮົມທາງອອນ​ລາ​ຍໃຫ້ແກ່ຜູ້ປະເມີນຜົນຂອງຫວຽດນາມກ່ຽວກັບພະແນກຊັບສິນທາງປັນຍາໃນຂະແໜງການຢາໃນເດືອນທັນວາ 2020, ທ່າມນ​າງກໍ່​ໄດ້​ແບ່ງ​ປັນ​ວ່າ ໃນ​ບັ້ນ​ຕໍ່​ສູ້​ກັບ ໂຄ​ວິດ - 19, ຫວຽດນາມໄດ້ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນແລະປະຊາຄົມສາກົນເພື່ອຊ່ວຍຊີວິດຄົນເຈັບ, ສະໜັບສະໜູນບັນດາກຸ່ມທີ່ມີຄວາມສ່ຽງແລະຊຸກຍູ້ການຟື້ນຟູຫຼັງໂລກລະບາດ.

ຫວຽດນາມສະໜ ບສະໜ ນບ ດບາດຂອງສ ນທາງ ທ ດໃຕ ໃນການຊ ກຍ ການຮ ວມມ ລະຫວ າງບ ນດາປະເທດພວມພ ດທະນາ ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫວຽດ​ນາມ​​ສະ​ໜັບ​ສະ​ໜູນ​ເລື່ອງ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໄດ້​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່, ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ພາ​ລະ​ກິດ, ປົກ​ປ້ອງ​ຄວາມ​ປອດ​ໄພ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ.

ຫວຽດນາມສະໜ ບສະໜ ນບ ດບາດຂອງສ ນທາງ ທ ດໃຕ ໃນການຊ ກຍ ການຮ ວມມ ລະຫວ າງບ ນດາປະເທດພວມພ ດທະນາ UNDP ຍົກ​ອອກ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

ຍ​ສ​ໝ - ໂຄງ​ການ​ພັດ​ທ​ະ​ນາ​ຂອງ​ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຫວຽດນາມສະໜ ບສະໜ ນບ ດບາດຂອງສ ນທາງ ທ ດໃຕ ໃນການຊ ກຍ ການຮ ວມມ ລະຫວ າງບ ນດາປະເທດພວມພ ດທະນາ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫ໋າຍ​ແອັງ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື ລະ​ຫວ່າງ AL ແລະ ສ​ປ​ຊ

ຍ​ສ​ໝ - ຕາມ​ທ່ານ ຟ້າມ​ຫ໋າຍ​ແອັງ ອຸ​ປະ​ທູດ ຊົ່ວ​ຄາວ ຫວຽດ​ນາມ ປະ​ຈຳ​ສ​ປ​ຊ ແລ້ວ, ຕໍ່​ໜ້າ​ສະ​ພາບ​ການ​ຢູ່​ບັນ​ດາ​ພາກ​ພື້ນ​ຕາ​ເວ​ັນ​ອອກ​ກາງ, ອາບ​ຟ​ຼິກ​ກາ​ເໜືອ ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຄື​ໃນ​ປັດ​ຈຸ​ບັນ, ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ AL ແລະ ສ​ປ​ຊ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.