ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະສີລັງກາ

13:56 | 03/02/2021

ຍສໝ - ສອງຝ່າຍເຫັນດີເປັນເອກະພາບສະເໜີຕໍ່ການນໍາກະຊວງປ້ອງກັນປະເທດແຕ່ລະປະເທດ ຊຸກຍູ້ການຮ່ວມມືໃນຂົງເຂດການແພດ, ປ້ອງກັນ, ຕ້ານພະຍາດໂຄວິດ-19 ແນໃສ່ຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງຫວຽດນາມ ແລະສີລັງກາ ເຊິ່ງໄດ້ລົງນາມໃນປີ 2011.

ເພ ມທະວ ການຮ ວມມ ລະຫວ າງ ຫວຽດນາມ ແລະສ ລ ງກາ ແຂວງ ອານຢາງ ສສ.ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາທ້ອງຖິ່ນຂອງກຳປູເຈຍ ໃນການປ້ອງກັນ ແລະຄວບຄຸມ ໂລກລະບາດ COVID-19
ເພ ມທະວ ການຮ ວມມ ລະຫວ າງ ຫວຽດນາມ ແລະສ ລ ງກາ ເພີ່ມທະວີການຮ່ວມມື ແລະ ການປົກປ້ອງເດັກ ລະຫວ່າງ ສປປ.ລາວ ແລະ ອົງການ ຢູນິເຊັບ
ເພ ມທະວ ການຮ ວມມ ລະຫວ າງ ຫວຽດນາມ ແລະສ ລ ງກາ

ກອງທັບຫວຽດນາມ ແລະສີລັງກາ ແລກປ່ຽນບົດຮຽນໃນການຮັບມືກັບພະຍາດໂຄວິດ-19. ພາບ:qdnd.vn

ຫວ່າງແລ້ວນີ້, ທ່ານພົນຈັດຕະວາ ຫງວຽນຊວນກຽນ, ຫົວໜ້າກົມເສນາຮັກ ໄດ້ສົນທະນາທາງໂທລະສັບທາງໄກກັບທ່ານພົນເອກ Shavendra Silva, ຮັກສາການຫົວໜ້າເສນາທິການປ້ອງກັນຊາດ ທັງເປັນຜູ້ບັນຊາການທະຫານບົກສີລັງກາ ເພື່ອແລກປ່ຽນ, ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ສອງຝ່າຍເຫັນດີເປັນເອກະພາບສະເໜີຕໍ່ການນໍາກະຊວງປ້ອງກັນປະເທດແຕ່ລະປະເທດ ຊຸກຍູ້ການຮ່ວມມືໃນຂົງເຂດການແພດ, ປ້ອງກັນ, ຕ້ານພະຍາດໂຄວິດ-19 ແນໃສ່ຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງຫວຽດນາມ ແລະສີລັງກາ ເຊິ່ງໄດ້ລົງນາມໃນປີ 2011.

ທ່ານພົນຈັດຕະວາ ຫງວຽນຊວນກຽນ ເນັ້ນໜັກວ່າ ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຂອງທັງລະບົບການເມືອງ, ການຊີ້ນໍາຢ່າງຂ້ຽວຂາດຂອງລັດຖະບານ ກໍ່ຄືການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ, ໃນນັ້ນ, ກອງທັບປະຊາຊົນຫວຽດນາມ ສວມບົດບາດແກ່ນສານ.

ທ່ານພົນເອກ Shavendra Silva ໃຫ້ຮູ້ວ່າ ເຖິງວ່າ ສີລັງກາ ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງກໍ່ຕາມ, ແຕ່ພະຍາດໂຄວິດ-19 ຢູ່ປະເທດນີ້ຍັງມີທ່າອ່ຽງຜັນແປຢ່າງສັບສົນ, ດ້ວຍກໍລະນີຕິດເຊື້ອພະຍາດໂຄວິດ-19 ນັບຮ້ອຍຄົນໃນແຕ່ລະວັນ. ພ້ອມທັງຮັບຮູ້ບົດຮຽນອັນລໍ້າຄ່າເຊິ່ງຝ່າຍຫວຽດນາມ ແບ່ງປັນເພື່ອໝູນໃຊ້ໃນສະພາບຕົວຈິງຂອງພະຍາດໂຄວິດ-19 ຢູ່ສີລັງກາ.

ນອກຈາກນັ້ນ, ໃນ ປີ 2020 ຜ່ານມາ, ສະຖາບັນຄົ້ນຄວ້າອິນເດຍ ແລະອາຊີຕາເວັນຕົກ (ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ) ຈັດຕັ້ງກອງປະຊຸຸມສໍາມະນາທາງໄກ “50 ປີແຫ່ງການພົວພັນທາງການທູດຫວຽດນາມ-ສີລັງກາ: ຜົນງານ ແລະແງ່ຫວັງ” ເພື່ອແນໃສ່ຕີລາຄາສັງລວມການພົວພັນລະຫວ່າງສອງປະເທດ, ສ້າງວິໄສທັດໃໝ່ໃຫ້ໄລຍະຕໍ່ໄປ ແລະເຫັນດີເປັນເອກະພາບຕໍ່ບັນດາມາດຕະການເພື່ອຫັນວິໄສທັດນັ້ນໃຫ້ປະກົດຜົນເປັນຈິງ.

ທີ່ປະຊຸຸມສໍາມະນາທາງໄກ, ທ່ານ Jayanath Colombage ເລຂາກະຊວງການຕ່າງປະເທດສີລັງກາ ຖືວ່າ: ສີລັງກາ ຈະແມ່ນຂົວຕໍ່ໃຫ້ການຮ່ວມມືຂອງຫວຽດນາມ ກັບບັນດາຄູ່ຮ່ວມມືທີ່ສໍາຄັນຢູ່ມະຫາສະໝຸດອິນເດຍ. ພ້ອມກັນນັ້ນ, ການພົວພັນລະຫວ່າງສີລັງກາ ແລະຫວຽດນາມ ກໍ່ຈະເປີດຊ່ອງທາງເພື່ອໃຫ້ສີລັງກາເຊື່ອມຈອດກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ເພ ມທະວ ການຮ ວມມ ລະຫວ າງ ຫວຽດນາມ ແລະສ ລ ງກາ ເພີ່ມທະວີການຮ່ວມມື ລະຫວ່າງ ອົງ​ການ WHO ແລະ ທະ​ນາ​ຄານ​ລົງ​ທຶນ ເອີ​ຣົບ ເພື່ອສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19

ຍສໝ - ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບ ທະນາຄານ EIB ເຊິ່ງມີສຳນັກງານຕັ້ງຢູ່ ລຸກຊຳບວກ (Luxembourg), ເພື່ອເພີ່ມທະວີການຮ່ວມມື ແນໃສ່ໜູນຊ່ວຍບັນດາປະເທດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19.

ເພ ມທະວ ການຮ ວມມ ລະຫວ າງ ຫວຽດນາມ ແລະສ ລ ງກາ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.

ເພ ມທະວ ການຮ ວມມ ລະຫວ າງ ຫວຽດນາມ ແລະສ ລ ງກາ ເພີ່ມທະວີການຮ່ວມມື ລະຫວ່າງ ບັນດາປະເທດຂຶ້ນກັບພາກພື້ນແມ່ນ້ຳຂອງ - ລ້ານຊ້າງ

ຍສໝ - ໃນວັນທີ 20 ກຸມພາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດການຮ່ວມມື ແມ່ຂອງ - ລ້ານຂ້າງ (MLC) ຄັ້ງທີ 5 ໄດ້ດຳເນີນຢູ່ນະຄອນຫຼວງ ວຽງຈັນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.