ເພີ່ມທະວີການຮ່ວມມື ລະຫວ່າງ ບັນດາປະເທດຂຶ້ນກັບພາກພື້ນແມ່ນ້ຳຂອງ - ລ້ານຊ້າງ

16:59 | 21/02/2020

ຍສໝ - ໃນວັນທີ 20 ກຸມພາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດການຮ່ວມມື ແມ່ຂອງ - ລ້ານຂ້າງ (MLC) ຄັ້ງທີ 5 ໄດ້ດຳເນີນຢູ່ນະຄອນຫຼວງ ວຽງຈັນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ.

ເພີ່ມທະວີການຮ່ວມມື ລະຫວ່າງ ບັນດາປະເທດຂຶ້ນກັບພາກພື້ນແມ່ນ້ຳຂອງ - ລ້ານຊ້າງ

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ.(ພາບ: thegioi)

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ ການຮ່ວມມື MLC ຄວນມຸ່ງໄປເຖິງການຍົກສູງກຳລັງຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດ ຕໍ່ໜ້າບັນດາການຜັນປ່ຽນ ແລະ ການຂາດສະຖຽນລະພາບຍາກທີ່ຈະຄາດຄະເນໄດ້ ສຸມແຫຼ່ງກຳລັງໃຫ້ບັນດາຂົງເຂດມີຄວາມສ່ຽງສູງກ່ວາໝູ່ ແລະ ມີຄວາມໝາຍສຳຄັນຕໍ່ການພັດທະນາເສດຖະກິດບັນດາປະເທດສະມາຊິກ. ລະອຽດ: ການຮ່ວມມືກະສິກຳສຸມໃສ່ຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີໃຫ້ບັນດາວິສາຫະກິດ ແລະ ປົວແປງລັກສະນະສະຖຽນລະພາບ ແລະ ຄວາມເຊື່ອໝັ້ນ ຂອງທ້ອງຕະຫຼາດທາງສົ້ນອອກໃຫ້ຜະລິດຕະພັນກະສິກຳ; ສະພາບການໄພແຫ້ງແລ້ງນັບມື້ນັບຮ້າຍແຮງຢູ່ຍ່ານລຸ່ມແມ່ນ້ຳຂອງ ຮຽກຮ້ອງໃຫ້ບັນດາປະເທດແຄມແມ່ນ້ຳຕ້ອງມີການກະທຳຢ່າງຂ້ຽວຂາດເພື່ອຮັບປະກັນການພັດທະນາແບບຍືນຍົງຂອງແມ່ນ້ຳ. ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນເຖິງການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມໃນການຮ່ວມມື MLC, ພ້ອມທັງເນັ້ນໜັກວ່າກົນໄກນີ້ ຕ້ອງປະກອບສ່ວນປັບປຸງການສົມທົບລະຫວ່າງບັນດາປະເທດໃນການແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນ ແລະ ນຳເອົາຜົນປະໂຫຍດຍາວນານ ມາໃຫ້ປະຊາຊົນ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ຍັງ​ໄດ້​ປຶກ­ສາ​ຫາ­ລື​ທິດ​ທາງ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ ເພື່ອ​ເພີ່ມ​ທະ­ວີ​ຂອບ​ການ​ຮ່ວມ​ມື​ແມ່ ນ້ຳ­ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ກ້າວ​ໄປ​ສູ່​ລວງ​ເລິກ ແລະ ລວງ​ກວ້າງ ກໍ​ຄື ການ​ຂະ­ຫຍາຍ​ການ​ຮ່ວມ​ມື​ໄປ​ສູ່​ຂົງ ເຂດ​ອື່ນ ທີ່​ມີ​ຄວາມ​ຈຳ­ເປັນ ແລະ ເໝາະ​ສົມ ເປັນ­ຕົ້ນ ຂົງ­ເຂດ​ສາ­ທາ­ລະ­ນະ​ສຸກ ແລະ ສຶກ​ສາ ພ້ອມ​ນີ້ ສປ ຈີນ ຍັງ​ໄດ້​ປະ­ກາດ​ອະ­ນຸ­ມັດ​ໂຄງ­ການ​ງວດ​ໃໝ່ ປະ­ຈຳ​ປີ 2020 ພາຍ​ໃຕ້​ກອງ​ທຶນ​ພິ­ເສດ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ 152 ໂຄງ­ການ ເພື່ອ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ປະ­ເທດ​ສະ­ມາ­ຊິກ ນອກ​ນີ້​ກອງ​ປະ­ຊຸມ​ຍັງ​ໄດ້​ຮັບ­ຮອງ​ເອົາ​ຖະ­ແຫຼງ​ຂ່າວ​ຮ່ວມ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 5 ແລະ ຮັບ​ຊາບ​ເອ­ກະ­ສານ​ແນບ​ທ້າຍ 3 ສະ­ບັບ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ.

(ໄຊພອນ)

ເຫດການ
302 Found

Found

The document has moved here.