ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ປະ​ຈຳ​ເດືອນ​ມັງ​ກອນ ປີ 2021

08:54 | 03/02/2021

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ  ຫງວຽນ​ຊວັນ​ຟຸກ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການທ້ອງຖິ່ນ ຕ້ອງເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ປະຊາຊົນ, ເປັນຕົ້ນແມ່ນຜູ້ທຸກຍາກ, ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດປະສົບກັບໄພທຳມະຊາດ, ເຂດຖືກຈຳກັດຍ້ອນໂລກລະບາດໂຄວິດ - 19.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນຟ ກ ເປ ນ ປະ ທານກອງ ປະ ຊ ມ ລ ດ ຖະ ບານ ປະ ຈຳ ເດ ອນ ມ ງ ກອນ ປ 2021 ຫວຽດນາມ ກໍາລັງແມ່ນຈຸດພົ້ນເດັ່ນກ່ຽວກັບການຄວບຄຸມພະຍາດໂຄວິດ-19
ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນຟ ກ ເປ ນ ປະ ທານກອງ ປະ ຊ ມ ລ ດ ຖະ ບານ ປະ ຈຳ ເດ ອນ ມ ງ ກອນ ປ 2021 ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ
ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນຟ ກ ເປ ນ ປະ ທານກອງ ປະ ຊ ມ ລ ດ ຖະ ບານ ປະ ຈຳ ເດ ອນ ມ ງ ກອນ ປ 2021
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ

ກ່າວຄຳເຫັນໄຂວາລະປະຊຸມລັດຖະບານປະຈຳເດືອນ ມັງກອນ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຈົ່ງປະຕິບັດບັນດາມາດຕະການ ຢ່າງຮີບດ່ວນ ເພື່ອ ໃນໄຕມາດທີ 1 ນີ້ ຈະມີວັກຊິນກັນພະຍາດໂຄວິດ - 19 ທັນທີ. ທ່ານ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

ນັບແຕ່ວັນທີ 27 ມັງກອນ ໄດ້ປະກົດມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນໜຶ່ງໃນຊຸມຊົນ. ຕາມການສະຖິຕິຮອດຕອນຄ່ຳວັນທີ 1 ກຸມພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ 240 ຄົນ, ມີ 10 ແຂວງ, ນະຄອນມີຜູ້ຕິດເຊື້ອພະຍາດໂຄວິດ - 19. ເຖິງວ່າ ພວມໃນໄລຍະດຳເນີນກອງປະຊຸມໃຫຍຄັ້ງທີ 13 ຂອງພັກກໍ່ຕາມ, ແຕ່ລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພິເສດແມ່ນ ກະຊວງສາທາລະນະສຸກ, ບັນດາທ້ອງຖິ່ນ ໄດ້ຊີ້ນຳຢ່າງຄົບຊຸດ, ຂ້ຽວຂາດ, ເຂົ້າຮ່ວມການຕ້ານໂລກລະບາດດ້ວຍບັນດາມາດຕະການ, ແຜນນະໂຍບາຍຢ່າງຖືກຕ້ອງ ແລະ ທັນການ. ມາຮອດປັດຈຸບັນ, ພວກເຮົາໄດ້ຄວບຄຸມສະພາບການໂດຍພື້ນຖານແລ້ວ ເຖິງວ່າຍັງມີການຜັນແປຢ່າງສັບສົນຫຼາຍຢ່າງກໍ່ຕາມ.

ກ່ຽວກັບສະພາບການເສດຖະກິດ ສັງຄົມໃນເດືອນມັງກອນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ເສດຖະກິດມະຫາພາກມີສະຖຽນລະພາບ, ການເຕີບໂຕໃນການຜະລິດອຸດສາຫະກຳ, ເປັນຕົ້ນແມ່ນ ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ເພີ່ມຂຶ້ນ 22%, ການສົ່ງອອກນຳເຂົ້າເພີ່ມຂຶ້ນກ່ວາ 45% ເຊິ່ງແມ່ນລະດັບສະຖິຕິ ແລະ ການສົ່ງອອກເກີນດຸນ, ການປ່ອຍເງິນລົງທຶນສາທາລະນະ, ວິສາຫະກິດດີສ້າງຕັ້ງໃໝ່ ລ້ວນແຕ່ບັນລຸໝາກຜົນທີ່ເປັນໜ້າຊື່ມຊົນ. ທ່ານນາຍົກລັດຖະມົນຕີເນັ້ນໜັກເຖິງການຊຸກຍູ້ 3 ພາກເສດຖະກິດຄື ເສດຖະກິດພາຍໃນປະເທດດ້ວຍປະຊາກອນເກືອບ 100 ລ້ານຄົນ, ເສດຖະກິດສາກົນດ້ວຍບັນດາສັນຍາການຄ້າເສລີ ແລະ ເສດຖະກິດດີຈີຕອນ.

ການ​ນຳ​ໃຊ້​ກາ​ລະ​ໂອ​ກາດ, ສ້າງ​ສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ລົງ​ທຶນ, ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ເຂົ້າ​ມາ​ຫວຽດ​ນາມ, ນັບ​ທັງ​ກ​ານ​ເປີດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ລົງ​ທຶນ​ຄື Intel, Samsung. ພວກ​ເຮົາ​ຕ້ອງ​ມີ​ວິ​ທີ​ເຮັດ​ວຽກ​ຢ່າງ​ເໝາະ​ສົມ​ເພື່ອ​ຊຸກ​ຍູ້​ການ​ພັ​ດ​ທະ​ນາ. ພວກ​ເຮົາ​ຕ້ອ​ງ​ສືບ​ຕໍ່​ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຢ່າງ​ສະ​ຖ​ຽນ​ລະ​ພາບ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ເສດ​ຖະ​ກິດ ແລະ ສາ​ທາ​ລະ​ນະ​ສຸກ. ເພ​າ​ະ​ສະ​ນັ້ນ, ບັນ​ດາ​ບັນ​ຫາ​ທີ່​ພວ​ກ​ເຮົາ​ເວົ້າ​ເຖິງ​ຄື​ກຳ​ລັງ​ຄວາມ​ສາ​ມາດ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ແມ່ນ​ບັນ​ດາ​ບັນ​ຫາ​ໃຫ​ຍ່​ທີ່​ສຸດ​ຂອງ​ພວກ​ເຮົາ.

ຄຽງຄູ່ກັນບັນຫາຕ້ານໂລກລະບາດ, ຊຸກຍູ້ການຜະລິດ ແລະ ການເຕີບໂຕ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການທ້ອງຖິ່ນ ຕ້ອງເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ປະຊາຊົນ, ເປັນຕົ້ນແມ່ນຜູ້ທຸກຍາກ, ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດປະສົບກັບໄພທຳມະຊາດ, ເຂດຖືກຈຳກັດຍ້ອນໂລກລະບາດໂຄວິດ - 19.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນຟ ກ ເປ ນ ປະ ທານກອງ ປະ ຊ ມ ລ ດ ຖະ ບານ ປະ ຈຳ ເດ ອນ ມ ງ ກອນ ປ 2021 ຫວຽດນາມ ກໍາລັງແມ່ນຈຸດພົ້ນເດັ່ນກ່ຽວກັບການຄວບຄຸມພະຍາດໂຄວິດ-19

ຍສໝ - ໄລ່ຮອດວັນທີ 2 ກຸມພາ 2021, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໜຶ່ງຄົນ ໃນຊຸມຊົນ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນຟ ກ ເປ ນ ປະ ທານກອງ ປະ ຊ ມ ລ ດ ຖະ ບານ ປະ ຈຳ ເດ ອນ ມ ງ ກອນ ປ 2021 ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ

ຍ​ສ​ໝ - ທ່ານ Herve Lemahieu ນັກຄົ້ນຄວ້າສະຖາບັນ Lowy ໄດ້ກ່າວວ່າ ການປະເມີນຜົນແບບໂຕ້ຕອບຂອງບົດລາຍງານສະແດງໃຫ້ເຫັນວ່າບັນດາປະເທດນ້ອຍໆມີການ​ຮັບ​ມື​ກັບໂລກລະບາດຂອງ COVID-19 ທີ່ມີປະສິດຕິຜົນຫຼາຍກວ່າປະເທດໃຫຍ່.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນຟ ກ ເປ ນ ປະ ທານກອງ ປະ ຊ ມ ລ ດ ຖະ ບານ ປະ ຈຳ ເດ ອນ ມ ງ ກອນ ປ 2021 ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫວຽດ​ນາມ​​ສະ​ໜັບ​ສະ​ໜູນ​ເລື່ອງ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໄດ້​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່, ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ພາ​ລະ​ກິດ, ປົກ​ປ້ອງ​ຄວາມ​ປອດ​ໄພ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.