ຫວຽດນາມ ກໍາລັງແມ່ນຈຸດພົ້ນເດັ່ນກ່ຽວກັບການຄວບຄຸມພະຍາດໂຄວິດ-19

14:47 | 02/02/2021

ຍສໝ - ໄລ່ຮອດວັນທີ 2 ກຸມພາ 2021, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໜຶ່ງຄົນ ໃນຊຸມຊົນ.

ຫວຽດນາມ ກ າລ ງແມ ນຈ ດພ ນເດ ນກ ຽວກ ບການຄວບຄ ມພະຍາດໂຄວ ດ 19 ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຮູ້​ສຶກປິ​ຕິ​ຊົມ​ຊື່ນ ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ​ພັກ
ຫວຽດນາມ ກ າລ ງແມ ນຈ ດພ ນເດ ນກ ຽວກ ບການຄວບຄ ມພະຍາດໂຄວ ດ 19 ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ
ຫວຽດນາມ ກ າລ ງແມ ນຈ ດພ ນເດ ນກ ຽວກ ບການຄວບຄ ມພະຍາດໂຄວ ດ 19
ພາບປະກອບ

ປະຈຸບັນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 100 ລ້ານຄົນ ໃນນັ້ນມີຜູ້ເສຍຊິວິດ 2.246.755 ຄົນ. ໄລ່ຮອດວັນທີ 2 ກຸມພາ 2021, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໜຶ່ງຄົນ ໃນຊຸມຊົນ. ດັ່ງນັ້ນ,ປັດຈຸບັນຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1.851 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.

ເມື່ອລົງໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ ເທດສະບານ ດົງຈ່ຽວ, ແຂວງ ກວ໋າງນິງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາສູງການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ ທີ່ໄດ້ຜັນຂະຫຍາຍບັນດາມາດຕະການຄົ້ນຫາປະຫວັດການເຄື່ອນໄຫວໄປມາ, ຈຳກັດບໍລິເວນ ແລະ ແຍກຕົວ ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເຊື່ອໝັ້ນວ່າ, ດ້ວຍການຜັນຂະຫຍາຍບັນດາມາດຕະການຢ່າງໄວວາ ແລະ ຂ້ຽວຂາດຢູ່ສອງທ້ອງຖິ່ນນັ້ນ, ແນ່ນອນວ່າໂລກລະບາດຈະໄດ້ຮັບການຄວບຄຸມໂດຍພື້ນຖານກ່ອນບຸນປີໃໝ່ປະຈຳຊາດ ປີ 2021.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດເກີດໂລກລະບາດຈົ່ງນຳໃຊ້ບັນດາສື່ສັງຄົມອອນລາຍຢ່າງສຸດຂີດເພື່ອສະໜອງຂໍ້ມູນ ໃຫ້ແກ່ກຸ່ມຂໍ້ມູນ, ກະຊວງສາທາລະນະສຸກ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ກ່ຽວກັບຜູ້ທີ່ສຳຜັດກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ທຸກຄົນ.

ບົດຂຽນທີ່ຫາກໍ່ເອົາລົງໃນເວັບໄຊ Asean Today ໄດ້ຊີ້ແຈ້ງວ່າ: ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສໍາເລັດທີ່ເປັນໜ້າປະທັບໃຈໃນການຕໍ່ສູ້, ຕ້ານພະຍາດໂຄວິດ-19 ແລະເສດຖະກິດມີການເຕີບໂຕ, ສ່ວນຫຼາຍແມ່ນຍ້ອນມີເຈດຈໍານົງດ້ານການເມືອງຢ່າງແຮງ ແລະບັນດາມາດຕະການຢ່າງຂ້ຽວຂາດຂອງລັດຖະບານ ແລະປະຊາຊົນ.

ຕາມທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ ແລ້ວ, ຜົນສໍາເລັດຂອງຫວຽດນາມ ໄດ້ດຶງດູດຄວາມເອົາໃຈໃສ່ຈາກປະຊາຄົມສາກົນຍ້ອນປະເທດນີ້ມີຄວາມຕັ້ງໜ້າ ແລະມີປະຕິກິລະຍາໄວພາຍໃຕ້ການນໍາພາຂອງລັດຖະບານ ແລະການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ສັງຄົມທຸກຊັ້ນວັນນະ. ນອກຈາກນັ້ນ, ທ່ານ Kamal Malhotra ກໍ່ຍົກອອກມາວ່າ, ປະຊາຊົນຫວຽດນາມ ຍາມໃດກໍ່ປະຕິບັດຕາມການຊີ້ນໍາ ແລະຂໍ້ສະເໜີແນະຂອງລັດຖະບານ, ສ່ວນໜຶ່ງແມ່ນຍ້ອນໝາກຜົນແຫ່ງຄວາມເຊື່ອໝັ້ນທີ່ໄດ້ຮັບການສ້າງຂຶ້ນຜ່ານການແລກປ່ຽນຢ່າງໂປ່ງໃສ, ທັນການກ່ຽວກັບສະພາບໂລກລະບາດ ແລະບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຈາກກະຊວງສາທາລະນະສຸກ ຫວຽດນາມ.

ຫວຽດນາມ ກ າລ ງແມ ນຈ ດພ ນເດ ນກ ຽວກ ບການຄວບຄ ມພະຍາດໂຄວ ດ 19 ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ

ຍສໝ - ໃນຕະຫຼອດໄລຍະກວ່າ 70 ປີຜ່ານມາ, ເຖິງວ່າມີການຜັນແປດ້ານປະຫວັດສາດກໍ່ຕາມ, ແຕ່ສາຍພົວພັນສອງປະເທດຍັງພັດທະນາຢ່າງແຮງເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ຫວຽດນາມ ກ າລ ງແມ ນຈ ດພ ນເດ ນກ ຽວກ ບການຄວບຄ ມພະຍາດໂຄວ ດ 19 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ດີເດັ່ນ, ມີພູມປັນຍາ ຈັນຍາບັນ

ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຈະມີບັນດາບາດກ້າວບຸກທະລຸ, ການປ່ຽນແປງໃໝ່ໃນທຸກຂົງເຂດ, ນັບແຕ່ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ຫວຽດນາມ ກ າລ ງແມ ນຈ ດພ ນເດ ນກ ຽວກ ບການຄວບຄ ມພະຍາດໂຄວ ດ 19 ນາຍົກລັດຖະມົນຕີ ຫວຽດນາມ: ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນຕ້ານໂລກລະບາດຢ່າງທັນການ, ມີປະສິດທິຜົນ

ຍສໝ - ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຜູ້ນຳບາງທ່ານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢູ່ຮ່າໂນ້ຍ ກໍ່ໄດ້ກັບຄືນສູ່ທ້ອງຖິ່ນຂອງພວກເຂົາ ເພື່ອຊີ້ນຳ ຫຼື ກຳກັບບັນຊາກອງປະຊຸມຖ່າຍທອດສົດ ກັບບັນດາທ້ອງຖິ່ນກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.