ຈຳປາສັກຄວບຄຸມການຂົນສົ່ງທາງບົກ ລະຫວ່າງປະເທດ ເພື່ອປ້ອງກັນໂຄວິດ-19

16:24 | 07/01/2021

ເພື່ອຍົກລະດັບການສະກັດກັ້ນ ການລະບາດຂອງພະຍາດ ແລະ ຫຼຸດຄວາມສ່ຽງຈາກການອະນຸຍາດ ໃຫ້ລົດຂົນສົ່ງສິນຄ້າຜ່ານດ່ານສາກົນເຂົ້າມາແຂວງຈຳປາສັກ.

ຈຳປາສ ກຄວບຄ ມການຂ ນສ ງທາງບ ກ ລະຫວ າງປະເທດ ເພ ອປ ອງກ ນໂຄວ ດ 19 ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 86 ລ້ານຄົນ
ຈຳປາສ ກຄວບຄ ມການຂ ນສ ງທາງບ ກ ລະຫວ າງປະເທດ ເພ ອປ ອງກ ນໂຄວ ດ 19 ວັກຊິນຕ້ານໂຄວິດ-19 ມາເຖິງປະເທດລາວ ດ້ວຍຈຳນວນ 2.000 ໂດສ

ເຈົ້າແຂວງຈຳປາສັກອອກແຈ້ງການດັ່ງນີ້:

1. ໃຫ້ດ່ານສາກົນທາງບົກແຂວງຈຳປາສັກ ປະຕິບັດຕາມມາດຕະການ ເພີ່ມເຕີມເພື່ອຄຸ້ມຄອງລົດຂົນສົ່ງສິນຄ້າ

ຜ່ານດ່ານສາກົນທາງບົກ ເຂົ້າມາແຂວງຈຳປາສັກດັ່ງນີ້:

1) ລົດຂົນສົ່ງສິນຄ້າທີ່ຈະຜ່ານດ່ານສາກົນທາງບົກ ເຂົ້າມາແຂວງຈຳປາສັກ ຕ້ອງໄດ້ປ່ຽນຄົນຂັບ ທີ່ເປັນຄົນລາວ

ຫຼື ຄົນຕ່າງປະເທດ ທີ່ປະຈຳຢູ່ ສປປ ລາວ ມີໃບອະນຸຍາດຂັບຂີ່ ແລະ ມີປະສົບການຂັບຂີ່ພາຫະນະດັ່ງກ່າວ

ເພື່ອຮັບປະກັນຄວາມປອດໄພ ໃນເວລາຂັບຂີ່.

ຈຳປາສ ກຄວບຄ ມການຂ ນສ ງທາງບ ກ ລະຫວ າງປະເທດ ເພ ອປ ອງກ ນໂຄວ ດ 19
ຈຳປາສັກຄວບຄຸມການຂົນສົ່ງທາງບົກ ລະຫວ່າງປະເທດ ເພື່ອປ້ອງກັນໂຄວິດ-19. (ພາບປະກອບ: baohatinh)

2) ລົດຂົນສົ່ງສິນຄ້າທີ່ຈະຜ່ານດ່ານສາກົນເຂົ້າມາແຂວງຈຳປາສັກ ແຕ່ບໍ່ສາມາດ ປ່ຽນຄົນຂັບທີ່ປະຈຳຢູ່ ສປປ

ລາວ ດັ່ງກຳນົດຕາມຂໍ້ 1) ຂ້າງເທິງຕ້ອງໄດ້ແຈ້ງລ່ວງໜ້າຈຸດໜາຍປາຍທາງ ສົ່ງ ຫຼື ຮັບສິນຄ້າ, ຈຸດພັກເຊົາ

ແລະ ຕ້ອງໄດ້ມີເຈົ້າໜ້າທີ່ຕິດຕາມຕະຫຼອດໄລຍະການຂົນສົ່ງສິນຄ້າ ຢູ່ແຂວງຈຳປາສັກ ກໍລະນີການຂົນສົ່ງ

ສິນຄ້າ ຢູ່ນອກຂອບເຂດແຂວງຈຳປາສັກ ແມ່ນຕ້ອງໄດ້ຂໍອະນຸຍາດຈາກອຳນາດການປົກຄອງຂອງແຂວງທີ່

ກ່ຽວຂ້ອງກ່ອນ, ຄ່າໃຊ້ຈ່າຍທີ່ເກີດຂຶ້ນຈາກການຕິດຕາມ ການຂົນສົ່ງສິນຄ້າຂອງເຈົ້າໜ້າທີ່ຂອງແຂວງຈຳປາ

ສັກ ແມ່ນຄວາມຮັບຜິດຊອບຂອງ ບໍລິສັດຂົນສົ່ງສິນຄ້າ.

3) ລົດຂົນສົ່ງສິນຄ້າ ທີ່ບໍ່ສາມາດປະຕິບັດ ດັ່ງກຳນົດໃນຂໍ້ທີ 1) ແລະ ຂໍ້ທີ 2) ຂ້າງເທິງ ສາມາດຂົນສົ່ງສິນຄ້າເຂົ້າ

ມາຈອດ ແລະ ຄ່ຽນຖ່າຍສິນຄ້າຢູ່ເຂດ ດ່ານສາກົນທາງບົກ ທີ່ເຈົ້າໜ້າທີ່ກຳນົດໃຫ້ ແລ້ວກັບຄືນປະເທດຕົ້ນ

ທາງ, ບໍ່ສາມາດຜ່ານດ່ານສາກົນທາງບົກເຂົ້າມາແຂວງຈຳປາສັກໄດ້.

4) ລົດຂົນສົ່ງສິນຄ້າ ທີ່ບໍ່ສາມາດປະຕິບັດ ດັ່ງກຳນົດໃນຂໍ້ທີ 1) ແລະ ຂໍ້ທີ 2) ຂ້າງເທິງ ສາມາດສັບປ່ຽນຫົວ

ລາກ-ຫາງລາກຢູ່ເຂດ ດ່ານສາກົນທາງບົກທີ່ເຈົ້າໜ້າທີ່ກຳນົດໃຫ້ ແລ້ວອອກກັບຄືນປະເທດຕົ້ນທາງ.

ຈຳປາສ ກຄວບຄ ມການຂ ນສ ງທາງບ ກ ລະຫວ າງປະເທດ ເພ ອປ ອງກ ນໂຄວ ດ 19
(ພາບປະກອບ: baohatinh)

2. ຫ້າມບໍ່ໃຫ້ລົດຂົນສົ່ງສິນຄ້າຂະໜາດນ້ອຍຂອງຕ່າງປະເທດ (ລົດຊົງເລັງ) ຜ່ານດ່ານສາກົນທາງບົກເຂົ້າມາ ຂົນສົ່ງສິນຄ້າ ພາຍໃນແຂວງຈຳປາສັກ.

3. ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ສົມທົບກັບດ່ານສາກົນທາງບົກປະຈຳແຂວງຈຳປາສັກ, ເຂດເສດຖະກິດພິເສດ, ຜູ້ພັດທະນາເຂດເສດຖະກິດພິເສດ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນ.

ປຶກສາຫາລື ແລະ ກຳນົດຈຸດຈອດພັກລົດ ແລະ ຈຸດຄ່ຽນຖ່າຍສິນຄ້າ ເພື່ອອຳນວຍຄວາມສະດວກ ແລະ ໃຫ້ບໍລິການແກ່ລົດຂົນສົ່ງສິນຄ້າ ພ້ອມທັງປຸກລະດົມການຮ່ວມໄມ້ ຮ່ວມມື ຈາກພາກສ່ວນກ່ຽວຂ້ອງ.

4. ມອບໃຫ້ຄະນະສະເພາະກິດ ເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງປະຕິບັດມາດຕະການ ສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ 19 ທີ່ຄະນະສະເພາະກິດຂັ້ນສູນກາງວາງອອກຢ່າງເຂັ້ມງວດ.

5. ແຈ້ງການສະບັບນີ້ ມີຜົນສັກສິດ ແລະນຳໃຊ້ໄດ້ເລີ່ມແຕ່ວັນທີ 4 ມັງກອນ 2021 ຈົນກວ່າຈະມີແຈ້ງການ ຍົກເລີກການຈັດຕັ້ງປະຕິບັດ ຫຼື ມີແຈ້ງການໃໝ່ປ່ຽນແທນ.

ຈຳປາສ ກຄວບຄ ມການຂ ນສ ງທາງບ ກ ລະຫວ າງປະເທດ ເພ ອປ ອງກ ນໂຄວ ດ 19 ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19

ຍສໝ - ແມ່ນຂໍ້ມູນໂດຍຜູ້ຕາງໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດທີ IV ແລະປີ 2020 ເຊິ່ງດໍາເນີນໃນວັນທີ 6 ມັງກອນ ຢູ່ຮ່າໂນ້ຍ ສສ.ຫວຽດນາມ.

ຈຳປາສ ກຄວບຄ ມການຂ ນສ ງທາງບ ກ ລະຫວ າງປະເທດ ເພ ອປ ອງກ ນໂຄວ ດ 19 ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 86 ລ້ານຄົນ

ປະຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຢູ່ ອັງກິດ ໄດ້ລື່ນກາຍ 60.000 ກໍລະນີ ແລະ ມີ 830 ກໍລະນີເສຍຊີວິດ ຕໍ່ວັນ.

ຈຳປາສ ກຄວບຄ ມການຂ ນສ ງທາງບ ກ ລະຫວ າງປະເທດ ເພ ອປ ອງກ ນໂຄວ ດ 19 ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19

ຍສໝ - ໃນການເຈລະຈາລະຫວ່າງຫວຽດນາມ ແລະ ບໍລິສັດຢາ Astra Zeneca ຂອງອັງກິດ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງສະໜອງວັກຊິນ 30 ລ້ານໂດຣ ໃຫ້ປະຊາຊົນ 15 ລ້ານຄົນ.

laoedaily

ເຫດການ
302 Found

Found

The document has moved here.