![]() |
ພາບປະກອບ |
ປະຈຸບັນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 86 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.874.297 ຄົນ. ຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຢູ່ ອັງກິດ ໄດ້ລື່ນກາຍ 60.000 ກໍລະນີ ແລະ ມີ 830 ກໍລະນີເສຍຊີວິດ ຕໍ່ວັນ.
ປັດຈຸບັນ ທົ່ວປະເທດ ລາວ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 31 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 2.246 ຄົນ, ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້, ມີອາການເບົາບາງ, ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດວັນທີ 05 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 93.864 ຕົວຢ່າງ ກວດພົບເຊື້ອສະສົມ 41 ຄົນ.
![]() | ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບັ້ນດໍາເນີນກອງປະຊຸມ ທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ຈຸດທີ 4 ທີ່ແຂວງວຽງຈັນ ໄດ້ສໍາເລັດລົງໃນວັນທີ 5 ມັງກອນ 2021 ພາຍຫລັງດໍາເນີນມາເປັນເວລາ 2 ວັນ (4-5 ມັງກອນ 2021) ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນ ປະທານນໍາພາ-ຊີ້ນໍາ ຂອງ ... |
![]() | ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ຍສໝ - ປະເທດລາວ ກຳລັງຈັດຕັ້ງການທົດສອບວັກຊີນ ຕ້ານພະຍາດ COVID – 19 ຄັ້ງທຳອິດ ສຳລັບ ບັນດາຜູ້ອາສາສະໝັກ ແລະ ສືບຕໍ່ຮັບເອົາວັກຊີນທີ່ບໍລິຈາກໂດຍປະເທດອື່ນ ເພື່ອໃຫ້ສາມາດສັກຢາວັກຊີນໃຫ້ແກ່ພົນລະເມືອງ ທີ່ຈະໄດ້ເລີ່ມແຕ່ເດືອນເມສາປີນີ້. |
![]() | ລາວເປີດກ້ວາງການຮ່ວມມືໃນຂົງເຂດສິນທະເລໃນນໍ້າກັບບັນດາປະເທດ ຍສໝ - ເຈົ້າໜ້າທີ່ 3 ປະເທດ ລາວ, ຈີນ, ມາເລເຊຍ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນປະສົບການອາຊີບຫາປາ ທັນສະໄໝເພື່ອປຶກສາຫາລືກ່ຽວກັບຄວາມສາມາດໃນການຮ່ວມມືໃນຂົງເຂດສິນທະເລລະຫວ່າງບັນດາຝ່າຍ. |
ໄຊພອນ