ສັນຍາ UKVFTA ເປີດອະນາຄົດທີ່ສົດໃສໃນສາຍພົວພັນອັງກິດ - ຫວຽດນາມ

22:03 | 30/12/2020

ຍສໝ - ຕາມສະຖານທູດຫວຽດນາມ ປະຈຳອັງກິດແລ້ວ, ການປະຕິບັດສັນຍາການຄ້າເສລີຫວຽດນາມ - ອັງກິດ (UKVFTA) ຈະປະກອບສ່ວນສ້າງກຳລັງໜູນໃໝ່ ໃນການຟື້ນຟູເສດຖະກິດຂອງຫວຽດນາມ ໃນສະພາບການໂລກລະບາດຂອງ COVID-19. ກ່ຽວກັບຄວາມໝາຍຍຸດທະສາດ, ສັນຍາດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ການຫັນປ່ຽນຫຼາຍຮູບຫຼາຍແບບ, ຕັ້ງໜ້າ ແລະ ເປັນເຈົ້າການ ໃນການເຊື່ອມໂຍງສາກົນຢ່າງມີປະສິດທິຜົນ.

ສ ນຍາ ukvfta ເປ ດອະນາຄ ດທ ສ ດໃສໃນສາຍພ ວພ ນອ ງກ ດ ຫວຽດນາມ ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ
ສ ນຍາ ukvfta ເປ ດອະນາຄ ດທ ສ ດໃສໃນສາຍພ ວພ ນອ ງກ ດ ຫວຽດນາມ ຫວຽດນາມ ສະໜັບສະໜູນມະຕິສະບັບເລກທີ 2231 ແລະ ສັນຍາ JCPOA

ໃນຕອນຄ່ຳວັນທີ 29 ທັນວາ (ຕາມເວລາຫວຽດນາມ), ທີ່ກະຊວງການຕ່າງປະເທດ ແລະ ການພັດທະນາອັງກິດ, ທ່ານ ເຈີນຫງອກແອັງ - ເອກອັກຄະລັດຖະທູດຫວຽດນາມປະຈຳອັງກິດ ແລະ ທ່ານ Gareth Ward - ເອກອັກຄະລັດຖະທູດອັງກິດປະຈຳຫວຽດນາມ ໄດ້ຕາງໜ້າລັດຖະບານສອງປະເທດ ເພື່ອລົງນາມຢ່າງເປັນທາງການສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອັງກິດ (UKVFTA). ນີ້ແມ່ນເຫດການປະຫວັດສາດໃນການພົວພັນລະຫວ່າງສອງປະເທດ.

ນອກເໜືອຈາກບັນດາຂໍ້ກຳນົດກ່ຽວກັບສິນຄ້າ, ສັນຍາ UKVFTA ຍັງມີຂໍ້ກຳນົດທີ່ສຳຄັນກ່ຽວກັບຊັບສິນທາງປັນຍາ (IP), ການເປີດເສລີການລົງທຶນ ແລະ ການພັດທະນາແບບຍືນຍົງ...

ສ ນຍາ ukvfta ເປ ດອະນາຄ ດທ ສ ດໃສໃນສາຍພ ວພ ນອ ງກ ດ ຫວຽດນາມ
ສັນຍາ UKVFTA ເປີດອະນາຄົດທີ່ສົດໃສໃນສາຍພົວພັນອັງກິດ - ຫວຽດນາມ. (ພາບ: baoquocte)

ຕາມສະຖານທູດຫວຽດນາມປະຈຳອັງກິດແລ້ວ, ຄວາມໝາຍສຳຄັນທຳອິດຂອງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອັງກິດ UKVFTA ແມ່ນເພື່ອຮັບປະກັນວ່າ ການຄ້າສອງຝ່າຍບໍ່ຖືກຂັດຂວາງເມື່ອອັງກິດອອກຈາກ EU ຕາມຄວາມປາດຖະໜາຂອງທັງສອງຝ່າຍ ໃນເວລາເລີ່ມຕົ້ນການເຈລະຈາ.

ການຈັດຕັ້ງປະຕິບັດຕົວຈິງຂອງສັນຍາການຄ້າ UKVFTA ແຕ່ຕົ້ນປີ 2021, ເມື່ອໄລຍະຂ້າມຜ່ານ Brexit ສິ້ນສຸດລົງໃນວັນທີ 31 ທັນວາປີ 2020, ຈະຮັບປະກັນການຄ້າສິນຄ້າຂອງສອງປະເທດຢ່າງສະດວກ, ໂດຍສະເພາະສິນຄ້າທີ່ຈຳເປັນ ໃນສະຖານະການການລະບາດຂອງ COVID 19 ຍັງສືບຕໍ່ສັບສົນ.

ຄວາມໝາຍທີສອງ, ສັນຍາການຄ້າ UKVFTA ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມມູນຄ່າສິນຄ້າຂອງສອງປະເທດ ເຂົ້າໃນຕະຫຼາດຊຶ່ງກັນ ແລະ ກັນ, ສ້າງຄວາມສາມັກຄີດ້ານເສດຖະກິດ ແລະ ການສະຫຼັບກັນລະຫວ່າງສອງຄູ່ຮ່ວມມືຍຸດທະສາດ. ໃນໄລຍະທີ່ຜ່ານມາ, ໂດຍສະເພາະນັບແຕ່ການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2010, ມູນຄ່າການຄ້າຫວຽດນາມ - ອັງກິດ ໄດ້ເພີ່ມຂື້ນຢ່າງໄວວາ ຈາກ 2 ຕື້ໂດລາ ມາເປັນ 6,6 ຕື້ໂດລາໃນປີ 2019 (ຫວຽດນາມສົ່ງອອກ 5,7 ຕື້ໂດລາສະຫະລັດ). ໃນ 11 ເດືອນທຳອິດຂອງປີ 2020, ເຖິງວ່າຈະມີຜົນກະທົບທີ່ບໍ່ດີຈາກການລະບາດຂອງ COVID-19 ແລະ Brexit, ແຕ່ຍັງສາມາດສ້າງລາຍຮັບປະມານ 5,2 ຕື້ໂດລາສະຫະລັດ.

ພາຍຫຼັງ 6 ປີນັບແຕ່ມີການນຳໃຊ້ສັນຍາການຄ້າ UKVFTA ດັ່ງກ່າວ, ສິນຄ້າຂອງທັງສອງປະເທດຫຼາຍກວ່າ 99% ຈະມີອັດຕາພາສີ 0%. ດ້ວຍລັກສະນະຕ່າງຝ່າຍຕ່າງມີຜົນປະໂຫຍດ, ສັນຍາ UKVFTA ດັ່ງກ່າວຈະຊ່ວຍໃຫ້ການຄ້າສອງປະເທດ ໄດ້ຂະຫຍາຍຕົວຢ່າງເຂັ້ມແຂງໃນເວລາທີ່ຈະມາເຖິງດ້ວຍຈິດໃຈ “ຊະນະຮ່ວມກັນ”.

ສ ນຍາ ukvfta ເປ ດອະນາຄ ດທ ສ ດໃສໃນສາຍພ ວພ ນອ ງກ ດ ຫວຽດນາມ ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາງ Elizabetj Truss ລັດຖະມົນຕີກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ

ຍ​ສ​ໝ - ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບອັງກິດໃນທຸກດ້ານເປັນສຳຄັນ, ພ້ອມທັງຫວັງວ່າພາຍຫຼັງລົງນາມ ບົດບັນທຶກວ່າດ້ວຍກkານສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກອັງກິດ (UKFTA), ສອງຝ່າຍຈະປະຕິບັດລະບຽບການໃຫ້ສຳເລັດ ເພື່ອໃຫ້ສັນຍາມີຜົນສັກສິດໂດຍໄວ.

ສ ນຍາ ukvfta ເປ ດອະນາຄ ດທ ສ ດໃສໃນສາຍພ ວພ ນອ ງກ ດ ຫວຽດນາມ ເອກອັກຄະລັດຖະທູດອັງກິດ ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມຢູ່ແຂວງກວາງບິ່ງ

ຍສໝ - ໃນວັນທີ 19 ພະຈິກ, ທ່ານ Gareth Ward - ເອກອັກຄະລັດຖະທູດອັງກິດ ປະຈຳຫວຽດນາມ ແລະ ພະນັກງານຂອງສະຖານທູດອັງກິດ ປະຈຳຫວຽດນາມ ໄດ້ໄປຢ້ຽມຢາມຕາແສງເຕີນນິງ ແລະ ເຊີນຖູຍ ເຊິ່ງເປັນສອງທ້ອງຖິ່ນຂອງແຂວງກວາງບິ່ງ (ຫວຽດນາມ) ໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຍ້ອນໄພນ້ຳຖ້ວມ.

ສ ນຍາ ukvfta ເປ ດອະນາຄ ດທ ສ ດໃສໃນສາຍພ ວພ ນອ ງກ ດ ຫວຽດນາມ ອັງກິດ ແລະ ຫວຽດນາມ ລົງນາມຈົດໝາຍເຈດຈຳນົງກ່ຽວກັບການສົມທົບກັນສ້າງຄັງຂໍ້ມູນການຄ້າແຫ່ງຊາດຂອງຫວຽດນາມ

ຍສໝ - ວັນທີ 12 ພະຈິກ, ທ່ານ ເຈິ່ນກ໊ວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການປະຊຸມຜ່ານລະບົບທາງໄກກັບທ່ານ Greg Hands ຮອງລັດຖະມົນຕີກະຊວງການຄ້າສາກົນອັງກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.