ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ

18:02 | 02/01/2021

ຍ​ສ​ໝ - ໃນ​ເວ​ລາ​ຈະ​ມາ​ເຖິງ, ໄປ​ຄຽງ​ຄູ່​ກັບ​ການ​ສຳ​ເລັດ​ບັນ​ດາ​ລະ​ບຽບ​ການ​ພາຍ​ໃນ​ປະ​ເທດ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ UKVFTA, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຈະ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເພື່​ອ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ຢ່າງ​ລະ​ອຽດ​ເພື່ອ​ນຳ​ໃຊ້​ສັນ​ຍາ​ໂດຍ​ຊົ່​ວ​ຄາ​ວ.

ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ ສັນຍາ UKVFTA ເປີດອະນາຄົດທີ່ສົດໃສໃນສາຍພົວພັນອັງກິດ - ຫວຽດນາມ
ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ
ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ
ພາ​ບ​ປະ​ກອບ (ພາບ: TTXVN)

ພາຍຫລັງ ສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ອັງກິດ, ໄອແລນເຫນືອ(UKVFTA) ໄດ້ຮັບການລົງນາມຢ່າງເປັນທາງການໃນວັນທີ 29 ທັນວາປີ 2020 ຢູ່ ລອນດອນ ອັງກິດ, ຫວຽດນາມ ແລະ ອັງກິດ ໄດ້ສຳເລັດລະບຽບການຢູ່ພາຍໃນປະເທດ ໂດຍອະນຸຍາດໃຫ້ປະຕິບັດສັນຍາ ນັບແຕ່ເວລາ 23 ໂມງ GMT ຂອງວັນທີ 31 ທັນວາປີ 2020 (ກົງກັບ 6 ໂມງເຊົ້າ ວັນທີ 1 ມັງກອນປີ 2021 ຕາມເວລາຫວຽດນາມ). ຕາມກະຊວງອຸດສາຫະກຳ ການຄ້າຫວຽດນາມແລ້ວ, ໃນ​ສະ​ພາບ​ການ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ໄດ້​ຖອນ​ຕົວ​ອອກ​ຈາກ ສະ​ຫະ​ພາບ​ເອີ​ລົບ ຢ່າງ​ເປັນທາງ​ການ ແລະ ໄລ​ຍະ​ສົ່ງ​ຜ່ານ​ເກືອບ​ຈະ​ສິ້ນ​ສຸ​ດ​ລົງ (ວັນ​ທີ 31 ທັນ​ວາ 2020) ເລື່ອງປະຕິບັດສັນຍາ UKVFTA ໂດຍຊົ່ວຄາວ ຈະຮັບປະກັນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ບໍ່ຖືກຕັດຕອນ ພາຍຫລັງສິ້ນສຸດໄລຍະສົ່ງຜ່ານໃນຂະນະສອງຝ່າຍສືບຕໍ່ສຳເລັດບັນດາລະບຽບການຢູ່ພາຍໃນປະເທດໃຫ້ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍແຕ່ລະຝ່າຍ.

ໃນ​ເວ​ລາ​ຈະ​ມາ​ເຖິງ, ໄປ​ຄຽງ​ຄູ່​ກັບ​ການ​ສຳ​ເລັດ​ບັນ​ດາ​ລະ​ບຽບ​ການ​ພາຍ​ໃນ​ປະ​ເທດ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ UKVFTA, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຈະ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເພື່​ອ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ຢ່າງ​ລະ​ອຽດ​ເພື່ອ​ນຳ​ໃຊ້​ສັນ​ຍາ​ໂດຍ​ຊົ່​ວ​ຄາ​ວ, ພ້ອ​ມ​ທັງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ສ້າງ​ແຜນ​ກາ​ນ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ສວຍ​ໃຊ້​ກາ​ລະ​ໂອ​ກາດ​ມາ​ຈາກ​ສັນ​ຍາ ນີ້, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ຫວຽດນາມ.

ສັນຍາ UKVFTA ເປີດອະນາຄົດທີ່ສົດໃສໃນສາຍພົວພັນອັງກິດ - ຫວຽດນາມ

ຍສໝ - ຕາມສະຖານທູດຫວຽດນາມ ປະຈຳອັງກິດແລ້ວ, ການປະຕິບັດສັນຍາການຄ້າເສລີຫວຽດນາມ - ອັງກິດ (UKVFTA) ຈະປະກອບສ່ວນສ້າງກຳລັງໜູນໃໝ່ ໃນການຟື້ນຟູເສດຖະກິດຂອງຫວຽດນາມ ໃນສະພາບການໂລກລະບາດຂອງ COVID-19. ກ່ຽວກັບຄວາມໝາຍຍຸດທະສາດ, ສັນຍາດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ການຫັນປ່ຽນຫຼາຍຮູບຫຼາຍແບບ, ຕັ້ງໜ້າ ແລະ ເປັນເຈົ້າການ ໃນການເຊື່ອມໂຍງສາກົນຢ່າງມີປະສິດທິຜົນ.

ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ

ຍ​ສ​ໝ - ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ວັດ​ສະ​ດຸ​ຊີ້ນ​ຈາກ​ສ.ເກົາຫຼີ ແລະ EU ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ເພື່ອ​ຊຸກ​ຍູ້​ການ​ເປີດ​ກ້​ວາງ​ແຫຼ່ງ​ສະ​ໜອງວັດ​ສະ​ດຸ​ໃນ​ຂະ​ແໜງ ເພື່ອ​ຍາດ​ແຍ້ງ​ໄດ້​ບຸ​ລິ​ມະ​ສິດ.

ສັນຍາ FTA ຄຸນນະພາບສູງສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ເສດຖະກິດ ຫວຽດນາມ

ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 2 ຂອງ ອາຊຽນ ໃນໄລຍະ 2009 – 2018, ກໍ່ຄືແມ່ນນັກລົງທຶນໃຫຍ່ກ່ວາໝູ່ຂອງ ອາຊຽນ ດ້ວຍຍອດເງິນລົງທຶນໂດຍກົງ 190 ຕື້ USD.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.