ສັນຍາ FTA ຄຸນນະພາບສູງສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ເສດຖະກິດ ຫວຽດນາມ

16:31 | 21/11/2020

ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 2 ຂອງ ອາຊຽນ ໃນໄລຍະ 2009 – 2018, ກໍ່ຄືແມ່ນນັກລົງທຶນໃຫຍ່ກ່ວາໝູ່ຂອງ ອາຊຽນ ດ້ວຍຍອດເງິນລົງທຶນໂດຍກົງ 190 ຕື້ USD. 

ສ ນຍາ fta ຄ ນນະພາບສ ງສ ງຜ ນກະທ ບຢ າງຕ ງໜ າຕ ເສດຖະກ ດ ຫວຽດນາມ ລັດ Beyern (ເຢຍ​ລະ​ມັນ) ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາກາ​ລະ​ໂອ​ກາດ​ດ້ານ​ການ​ຄ້າ​ຈາກ EVFTA ກັບ ຫວຽດ​ນາມ
ສ ນຍາ fta ຄ ນນະພາບສ ງສ ງຜ ນກະທ ບຢ າງຕ ງໜ າຕ ເສດຖະກ ດ ຫວຽດນາມ ສື່​ມວນ​ຊົນ​ຕ່າງ​ປະ​ເທດ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ FDI
ສ ນຍາ fta ຄ ນນະພາບສ ງສ ງຜ ນກະທ ບຢ າງຕ ງໜ າຕ ເສດຖະກ ດ ຫວຽດນາມ
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ (ພາບ: TTXVN)

ວັນທີ 19 ພະຈິກ, ກອງປະຊຸມສຸດຍອດວິສາຫະກິດອາຊຽນ - ສະຫະພາບ ເອີຣົບ (ອີຢູ) ຄັ້ງທີ 8 ດ້ວຍຫົວຂໍ້ “ກ້າວໄປເຖິງ ອາຊຽນ ທີ່ເຂັ້ມແຂງ ແລະ ພັດທະນາກວມລວມ” ໄດ້ດຳເນີນຢູ່ ສິງກະໂປ ຕາມຮູບການທາງອອນລາຍ ແລະ ໂດຍກົງ ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານກ່ວາ 250 ທ່ານ ເຊິ່ງລວມມີບັນດານັກວາງແຜນກຳນົດນະໂຍບາຍ, ການນຳບັນດາວິສາຫະກິດຈາກເອີຣົບ ແລະ ອາຊີຕາເວັນອອກສ່ຽງໃຕ້. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ມີບົດກ່າວປາໄສສຳຄັນໃນວາລະໄຂກອງປະຊຸມ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ໃຫ້ຮູ້ວ່າ: ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 2 ຂອງ ອາຊຽນ ໃນໄລຍະ 2009 – 2018, ກໍ່ຄືແມ່ນນັກລົງທຶນໃຫຍ່ກ່ວາໝູ່ຂອງ ອາຊຽນ ດ້ວຍຍອດເງິນລົງທຶນໂດຍກົງ 190 ຕື້ USD. ບັນດາຜົນສຳເລັດເບື້ອງຕົ້ນຂອງບັນດາສັນຍາ FTA ຄຸນນະພາບສູງລະຫວ່າງ ອີຢູ ກັບແຕ່ລະປະເທດສະມາຊິກ ອາຊຽນ (ຄື FTA ລະຫວ່າງ ອີຢູ ກັບ ຫວຽດນາມ, FTA ລະຫວ່າງ ອີຢູ ກັບ ສິງກະໂປ) ຈະແມ່ນບາດກ້າວພື້ນຖານໝັ້ນຄົງ ມຸ່ງໄປເຖິງ FTA ລະຫວ່າງ ອາຊຽນ ແລະ ອີຢູ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນຕ໊ວນແອງ ໃຫ້ຮູ້ວ່າ:

FTA ລະຫວ່າງ ອີຢູ ກັບບັນດາປະເທດ ອາຊຽນ ໄດ້ຮັບຖືວ່າ ແມ່ນບາດກ້າວກະກຽມ ເພື່ອມຸ່ງໄປເຖິງ FTA ລະຫວ່າງ ອີຢູ ແລະ ທົ່ວ ອາຊຽນ. ພ້ອມກັບ ສິງກະໂປ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ແລະ ປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVFTA). ສັນຍາ EVFTA ແມ່ນ FTA ແບບໃໝ່ ມີມາດຕະຖານສູງ, ຮອບດ້ານ ແລະ ຜົນປະໂຫຍດຍຸຕິທຳໃຫ້ແກ່ທັງ ຫວຽດນາມ ແລະ ອີຢູ.

ຕາມທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ ແລ້ວ, ອີຢູ ແລະ ອາຊຽນ ຄວນສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືເສດຖະກິດ ແລະ ການຄ້າລະດັບ 2 ຝ່າຍ ແລະ ລະດັບພາກພື້ນ, ໃນນັ້ນ ສຸມໃສ່ດາບັນຫາສຳຄັນທີ່ມີຕໍ່ປະຊາຄົມວິສາຫະກິດ ຄືເຊື່ອມຕໍ່ລະບົບສະໜອງ ແລະ ຮົ້ວປອດພາສີ.

ສ ນຍາ fta ຄ ນນະພາບສ ງສ ງຜ ນກະທ ບຢ າງຕ ງໜ າຕ ເສດຖະກ ດ ຫວຽດນາມ ລັດ Beyern (ເຢຍ​ລະ​ມັນ) ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາກາ​ລະ​ໂອ​ກາດ​ດ້ານ​ການ​ຄ້າ​ຈາກ EVFTA ກັບ ຫວຽດ​ນາມ

ວັນທີ 27 ຕຸລາ, ສະຫະສະມາຄົມເສດຖະກິດລັດ Beyern (VBW) ໄດ້ສົມທົບກັບສະຫະສະມາຄົມເຄື່ອງໂລຫະ-ໄຟຟ້າກົນຈັກລັດ Beyern (Bayme VBM) ຈັດກອງປະຊຸມສຳມະນາຜ່ານທາງອອນລາຍກ່ຽວກັບບັນດາກາລະໂອກາດຂອງສັນຍາການຄ້າເສລີງະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA) ສຳລັບບັນດາວິສາຫະກິດຂອງລັດອຸດສາຫະກຳທີ່ມີເສດຖະກິດຂະຫຍາຍຕົວແຮງຂອງ ເຢຍລະມັນ.

ສ ນຍາ fta ຄ ນນະພາບສ ງສ ງຜ ນກະທ ບຢ າງຕ ງໜ າຕ ເສດຖະກ ດ ຫວຽດນາມ ສື່​ມວນ​ຊົນ​ຕ່າງ​ປະ​ເທດ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ FDI

ໃນການແຂ່ງຂັນກາຍເປັນ “ເສືອຂອງ ອາຊີ”, FDI ຂອງ ຫວຽດນາມ ບັນລຸລະດັບສະເລ່ຍກວ່າ 6% GDP.

ສ ນຍາ fta ຄ ນນະພາບສ ງສ ງຜ ນກະທ ບຢ າງຕ ງໜ າຕ ເສດຖະກ ດ ຫວຽດນາມ ຫວຽດ​ນາມ ພວມ​ຍາດ​​ຢ່າງ​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ EVFTA ໄດ້​ເປັນ​ຢ່າງ​ດີ

ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ການເຄືື່ອນໄຫວສົ່ງອອກສິນຄ້າຂອງຫວຽດນາມ ຍັງຄົງຮັກສາລະດັບການເຕີບໂຕທາງບວກ, ໃນນັ້ນ, ວົງເງິນນຳເຂົ້າ - ສົ່ງອອກໃນ 9 ເດືອນຕົ້ນປີ ບັນລຸ 389 ຕື້ USD ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

vovworld.vn

ເຫດການ
302 Found

Found

The document has moved here.