ກອງປະຊຸມຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ | |
ການເຈາະອຸໂມງທາງລົດໄຟລາວ-ຈີນ ຜ່ານແຂວງຫຼວງນ້ຳທາ ຄືບໜ້າກວ່າ 40% |
ເມື່ອບໍ່ດົນມານີ້, ຢູ່ໂຮງແຮມດອນຈັນພາເລດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ ຢູ່ 3 ແຂວງ 1 ນະຄອນຫຼວງວຽງຈັນ (ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ແລະ ແຂວງອຸດົມໄຊ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ.
![]() |
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ. (ພາບ: vientianemai.la) |
ພິທີລົງນາມດັ່ງກ່າວໄດ້ກຳກັບບັນຊາໂດຍທ່ານນາງ ຄຳຈັນ ວົງແສນບູນ - ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຊ່ຽວຊຽນເຫວີນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ມີທ່ານ ແສງດາລິດ ກັດຕິຍະສັກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ຍທຂ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ພ້ອມຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ທັງ 3 ແຂວງຮ່ວມເຊັນເປັນພະຍານ.
ທ່ານ ຊ່ຽວ ຊຽນເຫວີນ ກ່າວວ່າ: ການພັດທະນາເຂດອ້ອມຂ້າງສະຖານນີລົດໄຟ ບໍລິສັດລາວ-ຈີນ ຈະອີງຕາມສະພາບຕົວຈິງທີ່ແຕກຕ່າງກັນ ໃນແຕ່ລະຕົວນິຄົມໂລຈິສຕິກເປັນໃຈກາງ ເອົາການພັດທະນາອຸດສາຫະກຳເປັນພື້ນຖານ ທີ່ປະສົມປະສານກັນລະຫວ່າງຕົວເມືອງ ແລະ ອຸດສາຫະກຳເປັນທິດນຳ ດຳເນີນການໜຶ່ງເມືອງໜຶ່ງນະໂຍບາຍ ທີ່ມີນິຄົມອຸດສາຫະກຳ ນິຄົມການຄ້າໂລຈິສຕິກ ແລະ ນິຄົມອື່ນໆ ເອົາທາງລົດໄຟສົ່ງເສີມອຸດສາຫະກຳ ເຮັດໃຫ້ກາຍເປັນແລວເສດຖະກິດ ການຈັດສັນຢ່າງເໝາະສົມ ແລະ ອຸດສາຫະກຳການຜະລິດທີ່ທັນສະໄໝ.
![]() | ການພົບປະເຈລະຈາແລກປ່ຽນບົດຮຽນທາງໄກ ລະຫວ່າງ ພັກ ສປປ ລາວ ແລະ ພັກກອມມູນິດຈີນ ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2020 ໃນວັນທີ 19 ພະຈິກ 2020, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກ ພ້ອມກັບພະນັກງານຫລັກແຫລ່ງ ຈາກບັນດາກະຊວງ- ອົງການ ຂັ້ນສູນກາງ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນທາງໄກ ກັບ ... |
![]() | ກອງປະຊຸມສຸດຍອດອາຊຽນ ກັບບັນດາຄູ່ຮ່ວມມື ຍສໝ - ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີຈີນ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19, ການຄ້າ ອາຊຽນ - ຈີນຍັງຄົມເພີ່ມຂຶ້ນ ແລະ ອາຊຽນຈະແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ທີ່ສຸດຂອງ ຈີນ ເມື່ອວົງເງິນການຄ້າສອງສົ້ນ ໃນໄລຍະ 3 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ ... |
![]() | ຫວຽດນາມ - ຈີນ ໄດ້ຊຸກຍຸການຮ່ວມມືໃນຂົງເຂດດ້ານປ້ອງກັນຊາດ ຍສໝ - ທ່ານພົນເອກ ຮວ່າງຊວນຈ໋ຽນ ໄດ້ຢັງຢືນວ່າ ໃນສະຖານະການໃດ, ສາຍພົວພັນລະຫວ່າງກອງທັບສອງປະເທດ ຍາມໃດກໍ່ເປັນຫຼັກແຫຼ່ງສຳຄັນຂອງສາຍພົວພັນຄູ່ຮ່ວມມືທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ-ຈີນ. |
ຄໍາຮຸ່ງ