ສື່ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດ​ນາມ ນຳ​ໜ້າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

14:41 | 30/12/2020

ຍ​ສໝ -  ອາ​ຊ​ຽນ​ບໍ່​ພຽງ​ແຕ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ສຳ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ປະ​ເທດ​ຕ່າງໆ​ເພື່ອ​ຮັບ​ມື​ຢູ່ຫຼາຍ​ລະ​ດັບ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ຈາກ​ໂລກ​ລະ​ບາດ.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດ ນາມ ນຳ ໜ າ ຄວາມ ມາ ນະ ພະ ຍາ ຍາມ ຂອງ ບ ນ ດາ ປະ ເທດ ອາ ຊຽນ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ ໂຄວ ດ 19 ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ
ສ ມວນ ຊ ນ ຕ າງ ປະ ເທດ ຫວຽດ ນາມ ນຳ ໜ າ ຄວາມ ມາ ນະ ພະ ຍາ ຍາມ ຂອງ ບ ນ ດາ ປະ ເທດ ອາ ຊຽນ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ ໂຄວ ດ 19 ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19
ສ ມວນ ຊ ນ ຕ າງ ປະ ເທດ ຫວຽດ ນາມ ນຳ ໜ າ ຄວາມ ມາ ນະ ພະ ຍາ ຍາມ ຂອງ ບ ນ ດາ ປະ ເທດ ອາ ຊຽນ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ ໂຄວ ດ 19
ພາບ​ປະ​ກອບ: TTXVN

ຫວ່າງ​ແລ້ວນີ້, ໃນ​ເວັບ​ໄຊ moderndiplomacy.eu ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽ​ນ 2020, ຫວຽດ​ນາມ​ໄດ້​ນຳ​ໜ້າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19. ຕາມ​ເວັບ​ໄຊ​ດັ່ງ​ກ່າວ, ພາຍຫຼັງ​ໂລກ​ລະ​ບາດ​ເກີດ​ຂື້ນ​ໃນ​ເດືອນ​ມັງ​ກອນ 2020, ນັບ​ແຕ່​ຕົ້ນ​ເດືອນ​ກຸມ​ພາ 2020, ພາຍຫຼັງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ການ​ນຳ​ອາ​ຊຽນ, ໄດ້​ອອກ​ຖະ​ແຫຼງ​ການ​ປະ​ທານ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ຮ່ວມ​ຂອງ​ອາ​ຊຽນ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19. ຖະ​ແຫຼງ​ການ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ແຜ່​ລາມ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຮັບ​ຮູ້​ວ່ານີ້​ແມ່ນ “ສະ​ພາບ​ການ​ສຸກ​ເສີນ​ກ່​ຽວ​ກັບ​ການ​ແພດ​ປະ​ຊາ​ຊົນ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສາ​ກົນ” ຄື​ຖະ​ແຫຼງ​ການ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ (WHO). ຖ​ະ​ແຫຼງ​ການ​ເນັ້ນ​ໜັກ​ວ່າ​ການ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ການ​ແຜ່​ລາມ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ຈີນ​ພາຍ​ໃຕ້​ຮູບ​ການ​ສະ​ໜອງ​ຜ້າ​ອັດ​ປາກ ແລະ​ ບັນ​ດາ​ອຸ​ປະ​ກອນ​ການ​ແພກ​ຕ່າງໆ.

ໃນ​ຖາ​ນະ​ເປັນ​ປະ​ທານ​ອົງ​ການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ, ອາ​ຊ​ຽນ​ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົມ​ທົບ ແລະ ມີ​ປະ​ຕິ​ກິ​ລິ​ຍາ​ລວມ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໂດຍ ໂຄວິດ - 19 ສ້າງ​ຂຶ້ນ. ອາ​ຊ​ຽນ​ບໍ່​ພຽງ​ແຕ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ສຳ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ປະ​ເທດ​ຕ່າງໆ​ເພື່ອ​ຮັບ​ມື​ຢູ່ຫຼາຍ​ລະ​ດັບ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ຈາກ​ໂລກ​ລະ​ບາດ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ເວັບ​ໄຊ​ດັ່ງ​ກ່າວ​ຖື​ວ່າ ເພື່ອ​ປັບ​ປຸງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ​ຕ້ອງ​ບຸ​ລິ​ມະ​ສິດ​ສິດ​ໄດ້​ປົກ​ປ້ອງ​ສຸ​ຂະ​ພາບ ແລະ ສັງ​ຄົມ ຫຼື ຄວາມ​ໝັ້ນ​ຄົງ ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ, ລວມ​ມີ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່, ດຳ​ເນີນ​ການ​ປະ​ຕິ​ຮູບ​ລະ​ບົບ​ໜູນ​ຊ່ວຍ​ສັງ​ຄົມ ແບະ ນຳ​ລະ​ບົບ​ນີ້​ເຂົ້າ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງ​ໂຄວິດ - 19 ເພື່ອຫຼຸດ​ຜ່ອນ​ອັນ​ຕາ​ຄວາມ​ທຸກ​ຍາກ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ໂດຍ​ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ໂລກ​ລະ​ບາດ, ຖອດ​ຖອນ​ບົດ​ຮ​ຽນ​ຈາກ​ບັນ​ດາ​ປະ​ເທດ, ພິ​ເສດ​ແມ່ນ​ການ​ສ້າງ​ນະ​ໂຍ​ບາຍ​ລວມ​ມີ​ບັນ​ດາ​ໂອ​ກາດ​ເສດ​ຖະ​ກິດ ແລະ ສັງ​ຄົມ​ທີ່​ກ້​ວາງ​ໃຫຍ່​ກ່​ວາ.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດ ນາມ ນຳ ໜ າ ຄວາມ ມາ ນະ ພະ ຍາ ຍາມ ຂອງ ບ ນ ດາ ປະ ເທດ ອາ ຊຽນ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ ໂຄວ ດ 19 ສື່ມວນ​ຊົນ​​ສ​າ​​ກົນ​ຕີ​ລາ​ຄາ​ວ່າ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2020 ​ຖືກຈັດ​ໃນກຸ່ມ​ດີ​ທີ່​ສຸດ​ໃນ​ໂລກ

ນີ້ແມ່ນການຕີລາຄາຂອງສື່ມວນຊົນສາກົນພາຍຫຼັງທີ່ລັດຖະບານ ຫວຽດນາມ ຫາກໍ່ໄດ້ປະກາດໃຊ້ບັນດາຂໍ້ມູນຢ່າງເປັນທາງການກ່ຽວກັບສະພາບການເຕີບໂຕເສດຖະກິດໃນປີ 2020 ບັນລຸລະດັບ 2,91%.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດ ນາມ ນຳ ໜ າ ຄວາມ ມາ ນະ ພະ ຍາ ຍາມ ຂອງ ບ ນ ດາ ປະ ເທດ ອາ ຊຽນ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ ໂຄວ ດ 19 ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​​ຂ​ັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ

ຍ​ສ​ໝ - ສອງຝ່າຍເຫັນດີຈະຈັດການປຶກສາຫາລືດ້ານການເມືອງຄັ້ງທີ 10 ໃນປີ 2021.

ສ ມວນ ຊ ນ ຕ າງ ປະ ເທດ ຫວຽດ ນາມ ນຳ ໜ າ ຄວາມ ມາ ນະ ພະ ຍາ ຍາມ ຂອງ ບ ນ ດາ ປະ ເທດ ອາ ຊຽນ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ ໂຄວ ດ 19 ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ຍ​ສ​ໝ - ທ່ານ​ພັນ​ໂທ ຟ້າມ​ຕຸງ​ເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະ​ຫານ​ຊາຍ​ແດນ ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ງານ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ສອງ​ບ້ານ ກາ​ໂລ ແລະ ບ້ານ​ເຊ​ຊາບ, ເມືອງ ກາ​ລືມ, ແຂວງ​ເຊກອງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.