ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

07:57 | 29/12/2020

ຍ​ສ​ໝ - Jakarta Post ໃຫ້​ຮູ້​ວ່າ ມີຫຼາຍ​ປັດ​ໄຈ​ນຳ​ຜົນ​ສຳ​ເລັດ​ມາ​ໃຫ້​ຫວຽດ​ນາມ, ໃນ​ນັ້ນ​ຄວາມ​ສຳ​ຄັນ​ແຖວ​ໜ້າ​ແມ່ນ​ການຮັບ​ມື​ກັບ​ໂລກ​ລະ​ບາ​ດ​ຢ່າງ​ທັນ​ທີ.

ຫວຽດນາມ ແລະ ອິນໂດເນເຊຍສະໜັບສະໜູນ ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ຊູດັງ
ສັບ​ປະ​ດາ​ວາງ​ສະ​ແດງ​ພາບ​ຖ່າຍ​ສະ​ເຫຼີມ​ສະຫຼອງ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ​ຢູ່ Yogyakarta ຄົບ​ຮອບ 65 ປີ
ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ
ພາບ​ປະ​ກອບ: TTXVN

ໜັງສືພິມ Jakarta Post ສະບັບອອກວັນທີ 28 ທັນວາ ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຮ່ຳຮຽນຈາກວິທີການສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ”, ໃນ​ນັ້ນ​ຖື​ວ່າ ບັນ​ດາ​ປະ​ເທດ​ຄວນ​ຮ່ຳ​ຮຽນ​ຫຼາຍ​ກ່​ວາ​ອີກ​ຈາກວິ​ທີ​ການ​ຄຸ້ມ​ຄອງ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​ຂອງ ຫວຽດ​ນາມ.

ໃນບົດຂຽນ, ນັກຂ່າວຜູ້ທີ່ມີຊື່ສຽງຂອງອິນໂດເນເຊຍ, ທ່ານ Veeramalla Anjaiah ໃຫ້ຮູ້ວ່າ, ດ້ວຍພົນລະເມືອງ 97,75 ລ້ານຄົນ ແລະ ມີເສັ້ນຊາຍແດນຍາວຕິດກັບຈີນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງ 1.438 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ ໄລ່ຮອດວັນທີ 25 ທັນວາ. ນີ້ແມ່ນຈຳນວນໜ້ອຍປະເທດໃນໂລກບັນລຸຜົນສຳເລັດທີ່ໃຫຍ່ຫຼວງໃນການສະກັດກັ້ນໄວຣັດ SARS-CoV-2. ໃນຂະນະນັ້ນ, ໄລ່ຮອດວັນທີ 25 ທັນວາ, ອິນໂດເນເຊຍ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນຂຶ້ນເຖິງ 700.097 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 20.847 ຄົນຫຼາຍກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຫຼາຍທີ່ 3 ຢູ່ອາຊີ, ຖັດຈາກອິນເດຍ ແລະ ອີຣານ.

ໂດຍ​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ​ປະ​ຈຳ ອິນ​ໂດ​ເນ​ເຊຍ ຟ້າມ​ວິງກວາງ, Jakarta Post ໃຫ້​ຮູ້​ວ່າ ມີຫຼາຍ​ປັດ​ໄຈ​ນຳ​ຜົນ​ສຳ​ເລັດ​ມາ​ໃຫ້​ຫວຽດ​ນາມ, ໃນ​ນັ້ນ​ຄວາມ​ສຳ​ຄັນ​ແຖວ​ໜ້າ​ແມ່ນ​ການຮັບ​ມື​ກັບ​ໂລກ​ລະ​ບາ​ດ​ຢ່າງ​ທັນ​ທີ. ແລະ ຕາມ​ທ່ານ ຟ້າມ​ວິງກວາງແລ້ວ, ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ບາງ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ແຕ່​ເດືອນ ມັງ​ກອນ 2020 ຄື​ຈຳ​ກັດ​ບັນ​ດາ​ເຂດ​ທີ່​ຖືກ​ຜົນ​ກະ​ທົບ, ປິດ​ດ່ານຊາຍ​ແດ​ນ, ຈຳ​ກັດ​ການ​ໄປ​ມາ ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ຢ່າງ​ຂັ້ມ​ງວດ. ບັນ​ດາ​ນະ​ໂຍ​ບາຍ​ຕ້ານ​ໂລກ​ລະ​ບາດ​ຂອງ ຫວຽດ​ນາມ​ກໍ່​ໂປງ​ໃສ, ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄ່າ​ໃຊ້​ຈ່າຍ​ຕ່ຳ.

​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ ແລະ ຢຸດ​ຕິ​ການ​ແຜ່​ລ​າມ​ຂອງ​ໂລກ​ລະ​ບາດ. ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍ, ສອງ​ປະ​ເທດ​ໄດ້​ມີ​ບັນ​ດາ​ການ​ກະ​ທຳໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ ແລະ ແປ່ງ​ບັນ​ບົດ​ຮຽນ​ປະ​ສົບ​ກ​ານ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ບົນ​ຈິດ​ໃຈສາ​ມັກ​ຄີ ແລະ ມິດ​ຕະ​ພາບ.

ບົດຂຽນໄດ້ຢືນຢັນວ່າ, ຫວຽດນາມ ໄດ້ຄາດຄະເນຜົນກະທົບຂອງໂລກລະບາດຢ່າງຖືກຕ້ອງ ແລະ ມີການກະທຳຢ່າງຂ້ຽວຂາດກ່ອນທີ່ໄວຣັດ SARS-CoV-2 ແຜ່ລະບາດຢູ່ພາຍໃນປະເທດ. ຫວຽດນາມ ໄດ້ຮັບການຕີລາຄາສູງ ດ້ວຍຄວາມຕັດສິນໃຈຢ່າງໄວ, ສານທາງດ້ານການແພດສາທາລະນະຢ່າງມີປະສິດທິຜົນ ແລະ ຕາມຫາແຫຼ່ງເກີດໂລກລະບາດນັບແຕ່ຫົວທີ.

ສັບ​ປະ​ດາ​ວາງ​ສະ​ແດງ​ພາບ​ຖ່າຍ​ສະ​ເຫຼີມ​ສະຫຼອງ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ​ຢູ່ Yogyakarta ຄົບ​ຮອບ 65 ປີ

ຍ​ສ​ໝ - ຄາດ​ວ່າ, ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຈະ​ໄດ້​ຈັດ​ຕັ້ງ​ຢູ່​ບາງ​ສະ​ຖານ​ທີ່​ທີ່​ມີ​ຊື່​ສຽງ​ຢູ່ ອິນ​ໂດ​ເນ​ເຊຍ​ໃນ​ຂອບ​ເຂດ​ສະ​ເຫຼີ​ມ​ສະຫຼອງ ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ສອງ​ປະ​ເທດ ຄົບ​ຮອບ 65 ປີ.

ອິນໂດເນເຊຍ ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງຫວຽດນາມ

ຍ​ສໝ - ວັນທີ 23 ຕຸລາ ປີ 2020, ໂດຍຜ່ານກະຊວງການຕ່າງປະເທດ ອິນໂດເນເຊຍ, ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມແລະສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ມາຍັງຄອບຄົວທີ່ພວມຖືກເສຍຫາຍ. ອິນໂດເນເຊຍເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າສິ່ງທ້າທາຍນີ້ໂດຍໄວ.

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ທະ​ເລ ແລະ ອາ​ຊີບ​ຫາ​ປາ

ຍສ​ໝ - ລັດຖະບານອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ, ສະນັ້ນກະຊວງທະເລ ແລະການປະມົງອິນໂດເນເຊຍປາດຖະໜາຢາກຊຸກຍູ້ ແລະ ນຳການພົວພັນຮ່ວມມືກັບຫວຽດນາມຂຶ້ນ​ສູ່​ ລະດັບສູງໃໝ່ ໃນການຫາປາ, ການລ້ຽງປາ ແລະການນຳເຂົ້າ ແລະສົ່ງອອກສິນໃນນ້ຳເພື່ອຜົນປະໂຫຍດຂອງຊາວກະສິກອນ ແລະຊາວປະມົງຂອງສອງປະເທດ

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.